ໂຢຮັນ 13 - ພຣະຄຳພີລາວສະບັບສະໄໝໃໝ່ພຣະເຢຊູເຈົ້າລ້າງຕີນໃຫ້ພວກສາວົກຂອງພຣະອົງ 1 ເມື່ອໃກ້ຈະເຖິງເທດສະການປັດສະຄາແລ້ວ, ພຣະເຢຊູເຈົ້າຮູ້ວ່າເຖິງເວລາແລ້ວທີ່ພຣະອົງຈະຈາກໂລກນີ້ໄປຫາພຣະບິດາເຈົ້າ. ພຣະອົງຮັກຄົນຂອງພຣະອົງຜູ້ທີ່ຢູ່ໃນໂລກນີ້, ພຣະອົງໄດ້ຮັກພວກເຂົາຈົນເຖິງທີ່ສຸດ. 2 ເມື່ອພຣະອົງກຳລັງຮັບປະທານອາຫານຄ່ຳຢູ່ ແລະ ມານຮ້າຍກໍໄດ້ເຂົ້າສິງໃນໃຈຂອງຢູດາລູກຂອງຊີໂມນ ອິດສະກາຣີອົດໃຫ້ມີຄວາມຄິດທໍລະຍົດຕໍ່ພຣະເຢຊູເຈົ້າ. 3 ພຣະເຢຊູເຈົ້າຮູ້ວ່າພຣະບິດາເຈົ້າໄດ້ມອບທຸກສິ່ງໄວ້ໃຕ້ອຳນາດຂອງພຣະອົງ ແລະ ຮູ້ວ່າພຣະອົງມາຈາກພຣະເຈົ້າ ແລະ ກຳລັງກັບເມືອຫາພຣະເຈົ້າ. 4 ດັ່ງນັ້ນ ພຣະອົງຈຶ່ງລຸກຂຶ້ນຈາກໂຕະອາຫານ ແກ້ເສື້ອຄຸມຂອງພຣະອົງອອກ ແລະ ເອົາຜ້າເຊັດໂຕມັດແອວຂອງພຣະອົງ. 5 ຫລັງຈາກນັ້ນ ກໍຖອກນ້ຳໃສ່ອ່າງນໍ້າ ແລະ ເລີ່ມຕົ້ນລ້າງຕີນໃຫ້ພວກສາວົກຂອງພຣະອົງ ແລະ ເຊັດດ້ວຍຜ້າເຊັດໂຕທີ່ພຣະອົງມັດແອວໄວ້ນັ້ນ. 6 ເມື່ອພຣະອົງມາຮອດຊີໂມນເປໂຕ ເພິ່ນຈຶ່ງເວົ້າຕໍ່ພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ພຣະອົງຈະລ້າງຕີນຂອງຂ້ານ້ອຍບໍ?” 7 ພຣະເຢຊູເຈົ້າຕອບວ່າ, “ສິ່ງທີ່ເຮົາກຳລັງເຮັດຢູ່ໃນເວລານີ້ເຈົ້າບໍ່ເຂົ້າໃຈ ແຕ່ເຈົ້າຈະເຂົ້າໃຈຕາມພາຍຫລັງ”. 8 ເປໂຕຕອບວ່າ, “ບໍ່, ພຣະອົງຈະລ້າງຕີນຂອງຂ້ານ້ອຍບໍ່ໄດ້”. ພຣະເຢຊູເຈົ້າກ່າວວ່າ, “ຖ້າເຮົາບໍ່ລ້າງຕີນໃຫ້ເຈົ້າ ເຈົ້າຈະບໍ່ມີສ່ວນໃນເຮົາ”. 9 ຊີໂມນເປໂຕຕອບວ່າ, “ອົງພຣະຜູ້ເປັນເຈົ້າເອີຍ ຖ້າເປັນຢ່າງນັ້ນບໍ່ພຽງແຕ່ຕີນຂອງຂ້ານ້ອຍ ແຕ່ລ້າງທັງມື ແລະ ຫົວຂອງຂ້ານ້ອຍນຳດ້ວຍ!” 10 ພຣະເຢຊູເຈົ້າຈຶ່ງຕອບວ່າ, “ຜູ້ທີ່ອາບນ້ຳແລ້ວລ້າງແຕ່ຕີນກໍພໍ ເພາະທົ່ວທັງຮ່າງກາຍກໍສະອາດຢູ່ແລ້ວ. ພວກເຈົ້າທັງຫລາຍກໍສະອາດ ເຖິງວ່າຈະບໍ່ແມ່ນໝົດທຸກຄົນ”. 11 ເພາະພຣະອົງຮູ້ແລ້ວວ່າແມ່ນຜູ້ໃດຈະທໍລະຍົດຕໍ່ພຣະອົງ, ດ້ວຍເຫດນີ້ພຣະອົງຈຶ່ງກ່າວວ່າບໍ່ແມ່ນໝົດທຸກຄົນທີ່ສະອາດ. 12 ເມື່ອພຣະອົງລ້າງຕີນພວກເພິ່ນແລ້ວ, ພຣະອົງກໍນຸ່ງເສື້ອຄືນແລ້ວກັບໄປທີ່ບ່ອນຂອງພຣະອົງ ແລະ ຖາມພວກເພິ່ນວ່າ, “ພວກເຈົ້າເຂົ້າໃຈເຖິງສິ່ງທີ່ເຮົາໄດ້ເຮັດໃຫ້ພວກເຈົ້າແລ້ວບໍ? 13 ພວກເຈົ້າເອີ້ນເຮົາວ່າ ‘ອາຈານ’ ແລະ ‘ອົງພຣະຜູ້ເປັນເຈົ້າ’ ເຊິ່ງຖືກຕ້ອງແລ້ວ, ເພາະນັ້ນຄືສິ່ງທີ່ເຮົາເປັນ. 14 ດັ່ງນັ້ນ ຖ້າເຮົາຜູ້ເປັນອົງພຣະຜູ້ເປັນເຈົ້າ ແລະ ເປັນອາຈານຂອງພວກເຈົ້າຍັງໄດ້ລ້າງຕີນໃຫ້ພວກເຈົ້າສັນໃດ, ພວກເຈົ້າກໍຄວນລ້າງຕີນໃຫ້ກັນແລະກັນສັນນັ້ນ. 15 ເຮົາໄດ້ວາງແບບຢ່າງໄວ້ເພື່ອພວກເຈົ້າຈະໄດ້ເຮັດເໝືອນທີ່ເຮົາໄດ້ເຮັດເພື່ອພວກເຈົ້າແລ້ວ. 16 ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຄົນຮັບໃຊ້ບໍ່ຫ່ອນໃຫຍ່ກວ່ານາຍຂອງຕົນ ແລະ ຜູ້ທີ່ຖືກໃຊ້ໄປກໍບໍ່ຫ່ອນໃຫຍ່ກວ່າຜູ້ທີ່ໃຊ້ຕົນໄປນັ້ນ. 17 ເມື່ອພວກເຈົ້າຮູ້ສິ່ງເຫລົ່ານີ້ແລ້ວ ຖ້າພວກເຈົ້າປະຕິບັດຕາມພວກເຈົ້າກໍຈະເປັນສຸກ. ພຣະເຢຊູເຈົ້າທຳນວາຍເຖິງການທໍລະຍົດຕໍ່ພຣະອົງ 18 “ເຮົາບໍ່ໄດ້ໝາຍເຖິງທຸກຄົນໃນພວກເຈົ້າ, ເຮົາຮູ້ຈັກບັນດາຜູ້ທີ່ເຮົາໄດ້ເລືອກໄວ້ນັ້ນ ແຕ່ເພື່ອໃຫ້ເປັນໄປຕາມພຣະຄຳພີທີ່ກ່າວໄວ້ວ່າ: ‘ຜູ້ທີ່ຮັບປະທານອາຫານຮ່ວມກັບເຮົາ ຍັງໄດ້ຫັນມາຕໍ່ສູ້ເຮົາ’. 19 “ບັດນີ້ ເຮົາກຳລັງບອກພວກເຈົ້າກ່ອນເຫດການນີ້ຈະເກີດຂຶ້ນ, ເພື່ອວ່າເມື່ອສິ່ງນີ້ເກີດຂຶ້ນແລ້ວພວກເຈົ້າຈະໄດ້ເຊື່ອວ່າເຮົາເປັນຜູ້ທີ່ເຮົາເປັນ. 20 ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຜູ້ໃດກໍຕາມທີ່ຕ້ອນຮັບຜູ້ທີ່ເຮົາໃຊ້ໄປກໍຕ້ອນຮັບເຮົາເໝືອນກັນ ແລະ ຜູ້ທີ່ຕ້ອນຮັບເຮົາກໍຕ້ອນຮັບພຣະອົງຜູ້ທີ່ໃຊ້ເຮົາມາ”. 21 ເມື່ອພຣະເຢຊູເຈົ້າກ່າວດັ່ງນີ້ແລ້ວ ພຣະອົງກໍເປັນທຸກໃຈ ແລະ ກ່າວຢືນຢັນວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຜູ້ໜຶ່ງໃນພວກເຈົ້າຈະທໍລະຍົດຕໍ່ເຮົາ”. 22 ພວກສາວົກແນມເບິ່ງໜ້າກັນ ບໍ່ຮູ້ວ່າພຣະອົງໝາຍເຖິງຄົນໃດໃນພວກເພິ່ນ. 23 ມີຜູ້ໜຶ່ງໃນພວກສາວົກທີ່ພຣະເຢຊູເຈົ້າຮັກກຳລັງນັ່ງເອນໂຕໃກ້ກັບພຣະອົງ. 24 ຊີໂມນເປໂຕຍິກໜ້າບອກສາວົກຜູ້ນີ້ ແລະ ເວົ້າວ່າ, “ຈົ່ງຖາມພຣະອົງວ່າພຣະອົງໝາຍເຖິງຄົນໃດ”. 25 ຂະນະທີ່ເນີ້ງໂຕອີງພຣະເຢຊູເຈົ້າຢູ່ນັ້ນ ເພິ່ນຈຶ່ງຖາມພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ຄົນນັ້ນແມ່ນຜູ້ໃດ?” 26 ພຣະເຢຊູເຈົ້າຕອບວ່າ, “ເຮົາຈະເອົາເຂົ້າຈີ່ປ່ຽງນີ້ຈ້ຳແລ້ວຍື່ນໃຫ້ຜູ້ໃດກໍແມ່ນຜູ້ນັ້ນແຫລະ”. ແລ້ວພຣະອົງກໍຈັບເຂົ້າຈີ່ປ່ຽງໜຶ່ງຈ້ຳ ແລະ ຍື່ນໃຫ້ແກ່ຢູດາລູກຂອງຊີໂມນ ອິດສະກາຣີອົດ. 27 ທັນທີທີ່ຢູດາຮັບເອົາເຂົ້າຈີ່ນັ້ນ ມານຊາຕານກໍເຂົ້າສິງຢູ່ໃນລາວ. ພຣະເຢຊູເຈົ້າບອກລາວວ່າ, “ສິ່ງທີ່ເຈົ້າກຳລັງຈະເຮັດ ກໍຈົ່ງຟ້າວເຮັດສາ”. 28 ແຕ່ບໍ່ມີຜູ້ໃດຈັກຄົນທີ່ນັ່ງຮ່ວມໂຕະອາຫານເຂົ້າໃຈວ່າເປັນຫຍັງພຣະເຢຊູເຈົ້າຈຶ່ງກ່າວກັບລາວຢ່າງນີ້. 29 ເນື່ອງຈາກວ່າ ຢູດາເປັນຄົນຖືເງິນ ບາງຄົນຈຶ່ງຄິດວ່າພຣະເຢຊູເຈົ້າບອກໃຫ້ລາວໄປຊື້ສິ່ງຂອງຈຳເປັນສຳລັບງານສະຫລອງເທດສະການ ຫລື ໃຫ້ລາວເອົາເຄື່ອງຂອງໄປໃຫ້ແກ່ຄົນຍາກຈົນ. 30 ເມື່ອຢູດາຮັບເຂົ້າຈີ່ປ່ຽງນັ້ນແລ້ວ, ລາວກໍອອກໄປທັນທີ. ຂະນະນັ້ນເປັນເວລາກາງຄືນ. ພຣະເຢຊູເຈົ້າທຳນວາຍວ່າເປໂຕຈະປະຕິເສດພຣະອົງ (ມທ 26:33-35; ມຣກ 14:29-31; ລກ 22:33 , 34 ) 31 ເມື່ອຢູດາອອກໄປແລ້ວ ພຣະເຢຊູເຈົ້າກ່າວວ່າ, “ບັດນີ້ ບຸດມະນຸດໄດ້ຮັບກຽດຕິຍົດແລ້ວ ແລະ ພຣະເຈົ້າກໍໄດ້ຮັບກຽດເພາະບຸດມະນຸດ. 32 ຖ້າພຣະເຈົ້າໄດ້ຮັບກຽດເພາະບຸດມະນຸດ, ພຣະເຈົ້າເອງກໍຈະໃຫ້ບຸດມະນຸດໄດ້ຮັບກຽດຕິຍົດຮ່ວມກັນກັບພຣະອົງ ແລະ ຈະໃຫ້ບຸດມະນຸດໄດ້ຮັບກຽດຕິຍົດໃນທັນທີ. 33 “ລູກນ້ອຍທັງຫລາຍຂອງເຮົາເອີຍ, ເຮົາຈະຢູ່ກັບພວກເຈົ້າອີກບໍ່ດົນ. ພວກເຈົ້າຈະຊອກຫາເຮົາ, ແລະ ດັ່ງທີ່ເຮົາໄດ້ບອກພວກຢິວໄວ້ແລ້ວ, ດັ່ງນັ້ນເຮົາຈຶ່ງບອກພວກເຈົ້າໃນເວລານີ້ວ່າ: ບ່ອນທີ່ເຮົາຈະໄປນັ້ນ, ພວກເຈົ້າບໍ່ສາມາດໄປໄດ້. 34 “ເຮົາໃຫ້ບັນຍັດໃໝ່ແກ່ພວກເຈົ້າທັງຫລາຍຄື: ຈົ່ງຮັກເຊິ່ງກັນແລະກັນ. ເຮົາຮັກພວກເຈົ້າຢ່າງໃດ ພວກເຈົ້າກໍ່ຈົ່ງຮັກເຊິ່ງກັນແລະກັນຢ່າງນັ້ນ. 35 ຖ້າພວກເຈົ້າຮັກເຊິ່ງກັນແລະກັນ ທຸກຄົນກໍຈະຮູ້ວ່າພວກເຈົ້າເປັນສາວົກຂອງເຮົາ”. 36 ຊີໂມນເປໂຕຖາມພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ພຣະອົງກຳລັງຈະໄປໃສ?” ພຣະເຢຊູເຈົ້າຕອບວ່າ, “ບ່ອນທີ່ເຮົາກຳລັງຈະໄປໃນເວລານີ້ນັ້ນ ເຈົ້າຕາມໄປບໍ່ໄດ້ ແຕ່ພາຍຫລັງເຈົ້າຈະຕາມໄປ”. 37 ເປໂຕຖາມວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ເປັນຫຍັງຂ້ານ້ອຍຈຶ່ງຕາມພຣະອົງໄປໃນເວລານີ້ບໍ່ໄດ້? ຂ້ານ້ອຍຍອມສະຫລະຊີວິດເພື່ອພຣະອົງ”. 38 ພຣະເຢຊູເຈົ້າຈຶ່ງຕອບວ່າ, “ເຈົ້າຈະສະຫລະຊີວິດຂອງເຈົ້າເພື່ອເຮົາແທ້ບໍ? ເຮົາບອກເຈົ້າຕາມຄວາມຈິງວ່າ, ກ່ອນໄກ່ຂັນເຈົ້າຈະປະຕິເສດເຮົາເຖິງສາມເທື່ອ! |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.