ໂຢຮັນ 12 - ພຣະຄຳພີລາວສະບັບສະໄໝໃໝ່ພຣະເຢຊູເຈົ້າໄດ້ຮັບການຫົດສົງທີ່ເບັດທານີ 1 ຫົກວັນກ່ອນເຖິງເທດສະການປັດສະຄາ ພຣະເຢຊູເຈົ້າມາຮອດບ້ານເບັດທານີ, ເຊິ່ງເປັນທີ່ຢູ່ຂອງລາຊາໂຣຜູ້ທີ່ພຣະເຢຊູເຈົ້າໄດ້ເຮັດໃຫ້ເປັນຄືນມາຈາກຕາຍ. 2 ມີການຈັດງານລ້ຽງຢູ່ທີ່ນັ້ນເພື່ອເປັນກຽດແກ່ພຣະເຢຊູເຈົ້າ, ນາງມາທາກໍຮັບໃຊ້ຢູ່, ໃນຂະນະນັ້ນລາຊາໂຣເປັນຜູ້ໜຶ່ງໃນທ່າມກາງຜູ້ທີ່ນັ່ງຮ່ວມໂຕະກັບພຣະອົງ. 3 ແລ້ວນາງມາຣີກໍໄດ້ເອົານ້ຳຫອມບໍລິສຸດປະມານເຄິ່ງລິດທີ່ມີລາຄາແພງມາ ນາງໄດ້ຖອກນໍ້າຫອມນັ້ນຫົດຕີນຂອງພຣະເຢຊູເຈົ້າ ແລະ ໃຊ້ຜົມຂອງຕົນເຊັດຕີນຂອງພຣະອົງ. ຈົນທົ່ວທັງເຮືອນຫອມກຸ້ມດ້ວຍກິ່ນນ້ຳຫອມນັ້ນ. 4 ແຕ່ສາວົກຄົນໜຶ່ງຂອງພຣະອົງ ຄືຢູດາອິດສະກາຣິອົດ ຜູ້ທີ່ຈະທໍລະຍົດຕໍ່ພຣະອົງໄດ້ຄັດຄ້ານຂຶ້ນມາວ່າ, 5 “ເປັນຫຍັງຈຶ່ງບໍ່ຂາຍນ້ຳຫອມນີ້ ແລະ ເອົາເງິນໄປແຈກຢາຍໃຫ້ຄົນຍາກຈົນ? ນ້ຳຫອມນີ້ມີມູນຄ່າເທົ່າກັບຄ່າຈ້າງຂອງຄົນງານຜູ້ໜຶ່ງໝົດທັງປີ”. 6 ການທີ່ລາວເວົ້າຢ່າງນີ້ບໍ່ແມ່ນເພາະລາວຫ່ວງໃຍນໍາຄົນຍາກຈົນແຕ່ເພາະລາວເປັນຄົນຂີ້ລັກ, ໃນຖານະເປັນຜູ້ຖືຖົງເງິນ ລາວເຄີຍຍັກຍອກເອົາເງິນທີ່ໃສ່ໄວ້ໃນຖົງນັ້ນໄປ. 7 ພຣະເຢຊູເຈົ້າຕອບວ່າ, “ປ່ອຍນາງເທາະ ຕັ້ງໃຈວ່ານາງຄວນຈະເກັບນ້ຳຫອມນີ້ໄວ້ສຳລັບວັນຝັງສົບຂອງເຮົາ. 8 ພວກເຈົ້າຈະມີຄົນຍາກຈົນຢູ່ໃນທ່າມກາງພວກເຈົ້າສະເໝີ ແຕ່ພວກເຈົ້າຈະບໍ່ມີເຮົາຢູ່ນໍາສະເໝີໄປ”. 9 ໃນຂະນະດຽວກັນນັ້ນກໍມີຊາວຢິວຈໍານວນຫລວງຫລາຍຮູ້ວ່າພຣະເຢຊູເຈົ້າຢູ່ໃນທີ່ນັ້ນຈຶ່ງພາກັນມາ, ພວກເຂົາບໍ່ໄດ້ມາພຽງເພາະພຣະອົງເທົ່ານັ້ນແຕ່ເພື່ອຈະໄດ້ເຫັນລາຊາໂຣເໝືອນກັນ, ຜູ້ທີ່ພຣະເຢຊູເຈົ້າເຮັດໃຫ້ເປັນຄືນມາຈາກຕາຍນັ້ນ. 10 ດັ່ງນັ້ນ ພວກຫົວໜ້າປະໂລຫິດຈຶ່ງວາງແຜນຈະຂ້າລາຊາໂຣເໝືອນກັນ, 11 ເພາະລາຊາໂຣ ເປັນຕົ້ນເຫດໃຫ້ຊາວຢິວຫລາຍຄົນໄປຫາພຣະເຢຊູເຈົ້າ ແລະ ເຊື່ອໃນພຣະອົງ. ພຣະເຢຊູເຈົ້າມາທີ່ນະຄອນເຢຣູຊາເລັມຢ່າງຜູ້ມີໄຊ (ມທ 21:4-9; ມຣກ 11:7-10; ລກ 19:35-38) 12 ໃນວັນຕໍ່ມາ ມີປະຊາຊົນຈໍານວນຫລວງຫລາຍທີ່ມາງານເທດສະການໄດ້ຍິນວ່າພຣະເຢຊູເຈົ້າກຳລັງມານະຄອນເຢຣູຊາເລັມ. 13 ພວກເຂົາກໍພາກັນຖືກ້ານຕານອອກມາຕ້ອນຮັບພຣະອົງ ແລະ ຮ້ອງຂຶ້ນວ່າ, “ໂຮຊັນນາ!” “ສັນລະເສີນພຣະອົງຜູ້ທີ່ມາໃນນາມຂອງອົງພຣະຜູ້ເປັນເຈົ້າ!” “ສັນລະເສີນອົງກະສັດຂອງຊາດອິດສະຣາເອນ!” 14 ພຣະເຢຊູເຈົ້າພົບລໍນ້ອຍໂຕໜຶ່ງ ແລະ ຂຶ້ນຂີ່ລໍນັ້ນຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ: 15 “ຢ່າຢ້ານເລີຍ, ລູກສາວແຫ່ງຊີໂອນ; ເບິ່ງແມ, ກະສັດຂອງເຈົ້າກຳລັງມາ ນັ່ງຢູ່ເທິງລໍ”. 16 ໃນຕອນທຳອິດນັ້ນພວກສາວົກຂອງພຣະອົງບໍ່ທັນເຂົ້າໃຈເຫດການທັງໝົດນີ້. ແຕ່ເມື່ອຫລັງຈາກພຣະເຢຊູເຈົ້າໄດ້ຮັບສະຫງ່າລາສີແລ້ວ ພວກເພິ່ນຈຶ່ງຮູ້ວ່າສິ່ງເຫລົ່ານີ້ມີຂຽນໄວ້ໃນພຣະຄຳພີກ່ຽວກັບພຣະອົງ ແລະ ໄດ້ກະທຳສິ່ງເຫລົ່ານີ້ຕໍ່ພຣະອົງ. 17 ຝ່າຍຄົນທັງປວງທີ່ຢູ່ກັບພຣະອົງເມື່ອພຣະອົງເອີ້ນລາຊາໂຣອອກຈາກອຸບມຸງຝັງສົບ ແລະ ເຮັດໃຫ້ລາວເປັນຄືນມາຈາກຕາຍນັ້ນກໍພາກັນສືບຕໍ່ເຜີຍແຜ່ຂ່າວອອກໄປ. 18 ປະຊາຊົນຈໍານວນຫລວງຫລາຍຈຶ່ງພາກັນອອກໄປພົບພຣະອົງ ເພາະໄດ້ຍິນວ່າພຣະອົງສະແດງໝາຍສຳຄັນນີ້. 19 ດັ່ງນັ້ນ ພວກຟາຣີຊາຍຈຶ່ງເວົ້າຕໍ່ກັນວ່າ, “ເຫັນບໍ, ພວກເຮົາເຮັດຫຍັງບໍ່ໄດ້ເລີຍ. ເບິ່ງແມ ໝົດທັງໂລກກໍຕິດຕາມມັນໄປ!” ພຣະເຢຊູເຈົ້າທຳນວາຍເຖິງການຕາຍຂອງພຣະອົງ 20 ດຽວນີ້ມີຊາວກຣີກບາງຄົນໃນບັນດາຄົນທັງຫລາຍທີ່ຂຶ້ນໄປເພື່ອນະມັດສະການໃນເທດສະການນັ້ນ. 21 ພວກເຂົາໄດ້ໄປຫາຟີລິບ ຜູ້ທີ່ມາຈາກເບັດຊາອີດາໃນແຂວງຄາລີເລ ດ້ວຍຄຳຂໍຮ້ອງວ່າ, “ນາຍເອີຍ, ພວກຂ້ານ້ອຍຢາກເຫັນພຣະເຢຊູເຈົ້າ”. 22 ຟີລິບຈຶ່ງໄປບອກອັນເດອາ ແລ້ວອັນເດອາ ແລະ ຟີລິບກໍກັບໄປບອກພຣະເຢຊູເຈົ້າ. 23 ພຣະເຢຊູເຈົ້າຕອບວ່າ, “ເວລານັ້ນກໍມາເຖິງແລ້ວທີ່ບຸດມະນຸດຈະຕ້ອງໄດ້ຮັບກຽດ. 24 ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຖ້າເມັດເຂົ້າຫວີດບໍ່ຕົກລົງພື້ນດິນ ແລະ ຕາຍໄປ ກໍຄົງຈະມີຢູ່ພຽງແຕ່ເມັດດຽວ. ແຕ່ຖ້າເມັດນັ້ນໄດ້ຕາຍໄປກໍຈະເກີດຜົນໃຫ້ມີເມັດອື່ນໆຫລາຍຂຶ້ນ. 25 ຜູ້ທີ່ຮັກຊີວິດຂອງຕົນກໍຈະເສຍຊີວິດ ສ່ວນຜູ້ທີ່ຊັງຊີວິດຂອງຕົນໃນໂລກນີ້ກໍຈະຮັກສາຊີວິດໄວ້ ແລະ ມີຊີວິດນິລັນດອນ. 26 ຜູ້ໃດກໍຕາມທີ່ຮັບໃຊ້ເຮົາຜູ້ນັ້ນຕ້ອງຕິດຕາມເຮົາມາ ແລະ ເຮົາຢູ່ບ່ອນໃດ, ຜູ້ຮັບໃຊ້ຂອງເຮົາກໍຈະຢູ່ບ່ອນນັ້ນເໝືອນກັນ. ພຣະບິດາເຈົ້າຂອງເຮົາຈະໃຫ້ກຽດແກ່ຜູ້ທີ່ຮັບໃຊ້ເຮົາ. 27 “ເວລານີ້ຈິດໃຈຂອງເຮົາວຸ້ນວາຍ ແລະ ເຮົາຈະກ່າວວ່າຢ່າງໃດ? ຈະວ່າ ‘ຂ້າແດ່ພຣະບິດາເຈົ້າ, ຂໍຊ່ວຍຂ້ານ້ອຍໃຫ້ພົ້ນຈາກຊົ່ວໂມງນີ້ໄປແດ່ທ້ອນ’ ຢ່າງນັ້ນບໍ? ບໍ່ເລີຍ, ເພາະເຮົາມາເຖິງຊົ່ວໂມງນີ້ກໍເພື່ອການນີ້ແຫລະ. 28 ຂ້າແດ່ພຣະບິດາເຈົ້າ ຂໍເຮັດໃຫ້ນາມຂອງພຣະອົງໄດ້ຮັບກຽດ!” ແລ້ວກໍມີສຽງມາຈາກສະຫວັນວ່າ, “ເຮົາໄດ້ເຮັດໃຫ້ນາມຂອງເຮົາໄດ້ຮັບກຽດແລ້ວ ແລະ ເຮົາຈະເຮັດໃຫ້ນາມຂອງເຮົາໄດ້ຮັບກຽດອີກ”. 29 ຄົນທັງຫລາຍທີ່ຢູ່ທີ່ນັ້ນ ແລະ ໄດ້ຍິນສຽງນີ້ກໍກ່າວວ່າເກີດຟ້າຮ້ອງ, ຄົນອື່ນໆກໍເວົ້າວ່າມີເທວະດາຕົນໜຶ່ງໄດ້ເວົ້າກັບພຣະອົງ. 30 ພຣະເຢຊູເຈົ້າກ່າວວ່າ, “ສຽງນີ້ເກີດຂຶ້ນເພື່ອຜົນປະໂຫຍດຂອງພວກເຈົ້າທັງຫລາຍບໍ່ແມ່ນເພື່ອເຮົາ. 31 ບັດນີ້ ເຖິງເວລາພິພາກສາໂລກນີ້ແລ້ວ ແລະ ຜູ້ປົກຄອງໂລກນີ້ຈະຖືກຂັບໄລ່ອອກໄປ. 32 ແຕ່ເມື່ອເຮົາຖືກຍົກຂຶ້ນຈາກແຜ່ນດິນໂລກນີ້ແລ້ວ, ເຮົາຈະນຳຄົນທັງຫລາຍມາຫາເຮົາ”. 33 ພຣະອົງກ່າວດັ່ງນີ້ກໍເພື່ອສະແດງໃຫ້ເຫັນວ່າພຣະອົງຈະຕາຍຢ່າງໃດ. 34 ຄົນທັງຫລາຍຈຶ່ງເວົ້າຂຶ້ນວ່າ, “ພວກເຮົາໄດ້ຍິນຈາກພຣະບັນຍັດວ່າພຣະຄຣິດເຈົ້າຈະມີຊີວິດນິລັນດອນ, ແລ້ວດ້ວຍເຫດໃດ ທ່ານຈຶ່ງເວົ້າວ່າ, ‘ບຸດມະນຸດຈະຕ້ອງຖືກຍົກຂຶ້ນ’? ‘ບຸດມະນຸດ’ ນີ້ຄືຜູ້ໃດ?” 35 ແລ້ວພຣະເຢຊູເຈົ້າໄດ້ບອກພວກເຂົາວ່າ, “ພວກເຈົ້າຈະມີຄວາມສະຫວ່າງອີກໜ້ອຍໜຶ່ງ. ຈົ່ງເດີນຕໍ່ໄປຂະນະທີ່ຍັງມີແສງສະຫວ່າງຢູ່ ກ່ອນທີ່ຄວາມມືດຈະຄອບຄອງພວກເຈົ້າ, ຜູ້ທີ່ເດີນຢູ່ໃນຄວາມມືດນັ້ນບໍ່ຮູ້ວ່າຕົນກຳລັງໄປໃສ. 36 ຈົ່ງເຊື່ອໃນຄວາມສະຫວ່າງຂະນະທີ່ພວກເຈົ້າຍັງມີຄວາມສະຫວ່າງ ເພື່ອພວກເຈົ້າຈະໄດ້ກາຍເປັນລູກຂອງຄວາມສະຫວ່າງ”. ເມື່ອພຣະເຢຊູເຈົ້າກ່າວຈົບແລ້ວພຣະອົງກໍຈາກໄປ ແລະ ຫລົບຫລີກໃຫ້ພົ້ນຈາກພວກເຂົາ. ຜູ້ເຊື່ອ ແລະ ຜູ້ທີ່ບໍ່ເຊື່ອໃນທ່າມກາງຊາວຢິວ 37 ເຖິງແມ່ນວ່າພຣະເຢຊູເຈົ້າໄດ້ສະແດງໝາຍສຳຄັນຫລາຍຢ່າງຕໍ່ໜ້າພວກເຂົາກໍຕາມ, ພວກເຂົາກໍຍັງບໍ່ເຊື່ອໃນພຣະອົງ. 38 ເພື່ອໃຫ້ເປັນໄປຕາມຄຳຂອງຜູ້ທຳນວາຍເອຊາຢາທີ່ວ່າ: “ຂ້າແດ່ອົງພຣະຜູ້ເປັນເຈົ້າ ຜູ້ໃດໄດ້ເຊື່ອໃນຖ້ອຍຄຳຂອງພວກເຮົາ ແລະ ແຂນຂອງອົງພຣະຜູ້ເປັນເຈົ້າໄດ້ສະແດງແກ່ຜູ້ໃດ?” 39 ດ້ວຍເຫດນີ້ພວກເຂົາຈຶ່ງບໍ່ສາມາດເຊື່ອ ເພາະຕາມທີ່ເອຊາຢາກ່າວໄວ້ອີກຕອນໜຶ່ງວ່າ: 40 “ພຣະອົງໄດ້ເຮັດໃຫ້ຕາຂອງພວກເຂົາບອດ ແລະ ເຮັດໃຫ້ຈິດໃຈຂອງພວກເຂົາແຂງກະດ້າງ, ດັ່ງນັ້ນ ພວກເຂົາຈຶ່ງບໍ່ສາມາດເຫັນດ້ວຍຕາ ບໍ່ເຂົ້າໃຈດ້ວຍຫົວໃຈຂອງພວກເຂົາ ບໍ່ຫັນກັບຄືນມາ ແລະ ເຮົາຈະຮັກສາພວກເຂົາໃຫ້ຫາຍດີ”. 41 ເອຊາຢາໄດ້ກ່າວຢ່າງນີ້ກໍເພາະເພິ່ນໄດ້ເຫັນສະຫງ່າລາສີຂອງພຣະເຢຊູເຈົ້າ ແລະ ໄດ້ກ່າວເຖິງພຣະອົງ. 42 ເຖິງຢ່າງໃດ ໃນເວລາດຽວກັນນັ້ນເຖິງວ່າໃນທ່າມກາງພວກຜູ້ນຳກໍມີຫລາຍຄົນໄດ້ເຊື່ອໃນພຣະອົງ. ແຕ່ພວກເຂົາບໍ່ຍອມຮັບຄວາມເຊື່ອຂອງຕົນຢ່າງເປີດເຜີຍເພາະຢ້ານຈະຖືກພວກຟາຣີຊາຍໄລ່ອອກຈາກທຳມະສາລາ, 43 ດ້ວຍວ່າ ພວກເຂົາຮັກການຍ້ອງຍໍຈາກມະນຸດຫລາຍກວ່າການຍ້ອງຍໍຈາກພຣະເຈົ້າ. 44 ແລ້ວພຣະເຢຊູເຈົ້າໄດ້ຮ້ອງຂຶ້ນວ່າ, “ຜູ້ໃດກໍຕາມທີ່ເຊື່ອໃນເຮົາກໍບໍ່ໄດ້ເຊື່ອໃນເຮົາເທົ່ານັ້ນ, ແຕ່ຍັງເຊື່ອໃນພຣະອົງຜູ້ໃຊ້ເຮົາມາ. 45 ຜູ້ທີ່ເບິ່ງເຮົາກໍເຫັນພຣະອົງຜູ້ໃຊ້ເຮົາມາ. 46 ເຮົາໄດ້ເຂົ້າມາໃນໂລກນີ້ໃນຖານະທີ່ເປັນຄວາມສະຫວ່າງ ເພື່ອທຸກຄົນທີ່ເຊື່ອໃນເຮົາຈະບໍ່ຢູ່ໃນຄວາມມືດ. 47 “ຖ້າຜູ້ໃດໄດ້ຍິນຖ້ອຍຄຳຂອງເຮົາແຕ່ບໍ່ປະຕິບັດຕາມຖ້ອຍຄຳນັ້ນ, ເຮົາກໍບໍ່ພິພາກສາຜູ້ນັ້ນ. ເພາະເຮົາບໍ່ໄດ້ມາເພື່ອພິພາກສາໂລກ ແຕ່ມາເພື່ອຊ່ວຍໂລກໃຫ້ພົ້ນ. 48 ມີຜູ້ພິພາກສາສຳລັບຄົນທີ່ປະຕິເສດເຮົາ ແລະ ບໍ່ຍອມຮັບຖ້ອຍຄຳຂອງເຮົາ, ຖ້ອຍຄຳທີ່ເຮົາກ່າວນີ້ແຫລະຈະຕັດສິນລົງໂທດພວກເຂົາໃນວັນສຸດທ້າຍ. 49 ເພາະເຮົາບໍ່ໄດ້ກ່າວຕາມໃຈຂອງເຮົາເອງ, ແຕ່ພຣະບິດາເຈົ້າຜູ້ທີ່ໄດ້ໃຊ້ເຮົາມານັ້ນບັນຊາເຮົາໃຫ້ກ່າວທຸກຄຳທີ່ເຮົາຕ້ອງກ່າວ. 50 ເຮົາຮູ້ວ່າຄຳສັ່ງຂອງພຣະອົງນຳໄປສູ່ຊີວິດນິລັນດອນ. ດັ່ງນັ້ນ, ສິ່ງໃດກໍຕາມທີ່ເຮົາກ່າວກໍຄືສິ່ງທີ່ພຣະບິດາເຈົ້າໄດ້ບອກໃຫ້ເຮົາກ່າວ”. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.