Biblia Todo Logo
Bìoball air-loidhne

- Sanasan -

ໂຢຮັນ 1 - ພຣະຄຳພີລາວສະບັບສະໄໝໃໝ່


ພຣະທຳ​ມາ​ບັງເກີດ​ເປັນ​ມະນຸດ

1 ເມື່ອ​ຕົ້ນເດີມ​ນັ້ນ​ພຣະທຳ​ດຳລົງ​ຢູ່ ແລະ ພຣະທຳ​ຢູ່​ກັບ​ພຣະເຈົ້າ, ແລະ ພຣະທຳ​ເປັນ​ພຣະເຈົ້າ.

2 ພຣະອົງ​ຢູ່​ກັບ​ພຣະເຈົ້າ​ຕັ້ງແຕ່​ຕົ້ນເດີມ.

3 ທຸກສິ່ງ​ຖືກ​ສ້າງຂຶ້ນ​ໂດຍ​ທາງ​ພຣະອົງ, ໃນ​ບັນດາ​ສິ່ງ​ທີ່​ຖືກ​ສ້າງຂຶ້ນ​ມາ​ນັ້ນ, ບໍ່​ມີ​ຈັກ​ສິ່ງ​ທີ່​ບໍ່​ໄດ້​ຖືກ​ສ້າງຂຶ້ນ​ໂດຍ​ທາງ​ພຣະອົງ.

4 ໃນ​ພຣະອົງ​ຄື​ຊີວິດ ແລະ ຊີວິດ​ນັ້ນ​ເປັນ​ຄວາມສະຫວ່າງ​ຂອງ​ມະນຸດ.

5 ຄວາມສະຫວ່າງ​ສ່ອງ​ເຂົ້າ​ມາ​ໃນ​ຄວາມມືດ ແລະ ຄວາມມືດ​ນັ້ນ​ກໍ​ບໍ່​ໄດ້​ຊະນະ​ຄວາມສະຫວ່າງ.

6 ພຣະເຈົ້າ​ໄດ້​ໃຊ້​ຜູ້​ໜຶ່ງ​ມາ​ຊື່​ວ່າ​ໂຢຮັນ.

7 ເພິ່ນ​ໄດ້​ມາ​ໃນ​ຖານະ​ເປັນພະຍານ​ເພື່ອ​ຢືນຢັນ​ກ່ຽວກັບ​ຄວາມສະຫວ່າງ​ນັ້ນ, ເພື່ອ​ວ່າ​ຄົນ​ທັງປວງ​ຈະ​ໄດ້​ເຊື່ອ​ຜ່ານ​ທາງ​ເພິ່ນ.

8 ເພິ່ນ​ເອງ​ບໍ່ແມ່ນ​ຄວາມສະຫວ່າງ​ນັ້ນ, ເພິ່ນ​ໄດ້​ມາ​ພຽງແຕ່​ເປັນພະຍານ​ຂອງ​ຄວາມສະຫວ່າງ​ນັ້ນ.

9 ເປັນ​ຄວາມສະຫວ່າງ​ແທ້​ທີ່​ໃຫ້​ຄວາມສະຫວ່າງ​ແກ່​ມະນຸດ​ທຸກຄົນ​ທີ່​ກຳລັງ​ເຂົ້າ​ມາ​ໃນ​ໂລກ.

10 ພຣະອົງ​ຢູ່​ໃນ​ໂລກ ແລະ ເຖິງແມ່ນວ່າ​ໂລກ​ຖືກ​ສ້າງຂຶ້ນ​ໂດຍ​ທາງ​ພຣະອົງ, ແຕ່​ໂລກ​ກໍ​ບໍ່​ໄດ້​ຮູ້ຈັກ​ພຣະອົງ.

11 ພຣະອົງ​ໄດ້​ເຂົ້າ​ມາ​ໃນ​ບ່ອນ​ຂອງ​ພຣະອົງ, ແຕ່​ຄົນ​ຂອງ​ພຣະອົງ​ເອງ​ບໍ່​ຕ້ອນຮັບ​ພຣະອົງ.

12 ແຕ່​ສ່ວນ​ບັນດາ​ຜູ້​ທີ່​ຕ້ອນຮັບ​ພຣະອົງ ຄື​ຜູ້​ທີ່​ເຊື່ອ​ໃນ​ນາມ​ຂອງ​ພຣະອົງ, ພຣະອົງ​ກໍ​ໃຫ້​ສິດ​ເປັນ​ບຸດ​ຂອງ​ພຣະເຈົ້າ

13 ຄື​ເປັນ​ລູກ​ທີ່​ບໍ່​ໄດ້​ເກີດ​ຈາກ​ການສືບເຊື້ອສາຍ​ຕາມ​ທຳມະຊາດ ຫລື ຄວາມຕ້ອງການ​ຂອງ​ມະນຸດ ຫລື ຈາກ​ຄວາມຕ້ອງການ​ຂອງ​ຜົວ, ແຕ່​ເກີດ​ຈາກ​ພຣະເຈົ້າ.

14 ພຣະທຳ​ໄດ້​ມາ​ບັງເກີດ​ເປັນ​ມະນຸດ ແລະ ສະຖິດ​ຢູ່​ທ່າມກາງ​ພວກເຮົາ​ທັງຫລາຍ. ພວກເຮົາ​ໄດ້​ເຫັນ​ສະຫງ່າລາສີ​ຂອງ​ພຣະອົງ ຄື​ສະຫງ່າລາສີ​ຂອງ​ພຣະບຸດ​ອົງ​ດຽວ, ຜູ້​ທີ່​ມາ​ຈາກ​ພຣະບິດາເຈົ້າ, ພຣະອົງ​ຜູ້​ເຕັມ​ດ້ວຍ​ພຣະຄຸນ ແລະ ຄວາມຈິງ.

15 (ໂຢຮັນ​ໄດ້​ເປັນພະຍານ​ກ່ຽວກັບ​ພຣະອົງ ເພິ່ນ​ໄດ້​ຮ້ອງ​ປະກາດ​ວ່າ, “ຜູ້​ນີ້​ຄື​ຜູ້​ທີ່​ເຮົາ​ໄດ້​ເວົ້າ​ເຖິງ​ເມື່ອ​ເຮົາ​ກ່າວ​ວ່າ, ‘ພຣະອົງ​ຜູ້​ທີ່​ມາ​ພາຍຫລັງ​ເຮົາ​ກໍ​ຍິ່ງໃຫຍ່​ກວ່າ​ເຮົາ ເພາະ​ພຣະອົງ​ເປັນຢູ່​ກ່ອນ​ເຮົາ’”.)

16 ພວກເຮົາ​ທຸກຄົນ​ໄດ້​ຮັບ​ພຣະຄຸນ​ຊ້ອນ​ພຣະຄຸນ​ຈາກ​ຄວາມບໍລິບູນ​ຂອງ​ພຣະອົງ​ແລ້ວ.

17 ເພາະ​ກົດບັນຍັດ​ໄດ້​ຖືກ​ມອບ​ໃຫ້​ຜ່ານ​ທາງ​ໂມເຊ, ສ່ວນ​ພຣະຄຸນ ແລະ ຄວາມຈິງ​ນັ້ນ​ໄດ້​ມາ​ໂດຍ​ທາງ​ພຣະເຢຊູຄຣິດເຈົ້າ.

18 ບໍ່​ມີ​ຜູ້ໃດ​ໄດ້​ເຫັນ​ພຣະເຈົ້າ​ຈັກເທື່ອ, ແຕ່​ພຣະບຸດ​ອົງ​ດຽວ​ເທົ່ານັ້ນ​ທີ່​ເປັນ​ພຣະເຈົ້າ ແລະ ເປັນ​ຜູ້​ທີ່​ມີ​ຄວາມສຳພັນ​ໃກ້ຊິດ​ທີ່ສຸດ​ກັບ​ພຣະບິດາເຈົ້າ ໄດ້​ເປີດເຜີຍ​ພຣະເຈົ້າ​ພວກເຮົາ​ຮູ້ຈັກ.


ໂຢຮັນ​ບັບຕິດສະໂຕ​ປະຕິເສດ​ວ່າ​ຕົນເອງ​ບໍ່​ແມ່ນ​ພຣະຄຣິດເຈົ້າ

19 ນີ້​ແມ່ນ​ຄຳພະຍານ​ຂອງ​ໂຢຮັນ ເມື່ອ​ພວກເຈົ້າໜ້າທີ່​ຊາວຢິວ​ທີ່​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ໄດ້​ໃຊ້​ບັນດາ​ປະໂລຫິດ ແລະ ພວກ​ເລວີ​ມາ​ຖາມ​ເພິ່ນ​ວ່າ​ທ່ານ​ແມ່ນ​ຜູ້ໃດ.

20 ເພິ່ນ​ກໍ​ບໍ່​ໄດ້​ປະຕິເສດ ແຕ່​ເພິ່ນ​ຍອມຮັບ​ຢ່າງ​ເປີດເຜີຍ​ວ່າ, “ເຮົາ​ບໍ່ແມ່ນ​ພຣະຄຣິດເຈົ້າ”.

21 ພວກເຂົາ​ຈຶ່ງ​ຖາມ​ເພິ່ນ​ວ່າ, “ຖ້າ​ດັ່ງນັ້ນ ທ່ານ​ແມ່ນ​ຜູ້ໃດ? ທ່ານ​ແມ່ນ​ເອລີຢາ​ບໍ?” ເພິ່ນ​ຕອບ​ວ່າ, “ເຮົາ​ບໍ່ແມ່ນ”. ພວກເຂົາ​ຖາມ​ວ່າ, “ທ່ານ​ແມ່ນ​ຜູ້ທຳນວາຍ​ບໍ?” ເພິ່ນ​ຕອບ​ວ່າ, “ບໍ່ແມ່ນ”.

22 ໃນ​ທີ່ສຸດ​ພວກເຂົາ​ຈຶ່ງ​ກ່າວ​ວ່າ, “ທ່ານ​ແມ່ນ​ຜູ້ໃດ? ຈົ່ງ​ຕອບ​ພວກເຮົາ​ມາ ເພື່ອ​ພວກເຮົາ​ຈະ​ໄດ້​ນໍາ​ເອົາ​ຄຳຕອບ​ໄປ​ບອກ​ບັນດາ​ຜູ້​ທີ່​ໃຊ້​ພວກເຮົາ​ມາ, ທ່ານ​ອ້າງ​ໂຕ​ທ່ານ​ເອງ​ວ່າ​ເປັນ​ຜູ້ໃດ?”

23 ໂຢຮັນ​ຈຶ່ງ​ຕອບ​ຕາມ​ທີ່​ເອຊາຢາ​ຜູ້ທຳນວາຍ​ໄດ້​ກ່າວ​ໄວ້​ວ່າ, “ເຮົາ​ເປັນ​ສຽງ​ຂອງ​ຜູ້​ຮ້ອງ​ໃນ​ຖິ່ນແຫ້ງແລ້ງກັນດານ​ວ່າ, ‘ຈົ່ງ​ເຮັດ​ຫົນທາງ​ສຳລັບ​ອົງພຣະຜູ້ເປັນເຈົ້າ​ໃຫ້​ຊື່​ໄປ’”.

24 ພວກ​ຟາຣີຊາຍ​ບາງຄົນ​ທີ່​ຖືກ​ໃຊ້​ມາ​ນັ້ນ

25 ຈຶ່ງ​ຖາມ​ເພິ່ນ​ວ່າ, “ຖ້າ​ທ່ານ​ບໍ່ແມ່ນ​ພຣະຄຣິດເຈົ້າ ບໍ່ແມ່ນ​ເອລີຢາ ຫລື ຜູ້ທຳນວາຍ​ນັ້ນ ເປັນຫຍັງ​ທ່ານ​ຈຶ່ງ​ໃຫ້​ຮັບ​ບັບຕິສະມາ?”

26 ໂຢຮັນ​ຕອບ​ວ່າ, “ເຮົາ​ໃຫ້​ບັບຕິສະມາ​ດ້ວຍ​ນ້ຳ ແຕ່​ມີ​ຜູ້​ໜຶ່ງ​ທີ່​ຢືນ​ຢູ່​ໃນ​ທ່າມກາງ​ພວກທ່ານ​ທີ່​ພວກທ່ານ​ບໍ່​ຮູ້ຈັກ.

27 ພຣະອົງ​ເປັນ​ຜູ້​ທີ່​ຈະ​ມາ​ພາຍຫລັງ​ເຮົາ, ເຮົາ​ບໍ່​ສົມຄວນ​ແມ່ນແຕ່​ຈະ​ແກ້​ສາຍ​ຮັດ​ເກີບ​ຂອງ​ເພິ່ນ”.

28 ເຫດການ​ທັງໝົດ​ນີ້​ເກີດ​ຂຶ້ນ​ທີ່​ບ້ານ​ເບັດທານີ ເຊິ່ງ​ຢູ່​ອີກ​ຟາກ​ໜຶ່ງ​ຂອງ​ແມ່ນ້ຳຈໍແດນ ບ່ອນ​ທີ່​ໂຢຮັນ​ກຳລັງ​ໃຫ້​ຮັບ​ບັບຕິສະມາ.


ໂຢຮັນ​ເປັນ​ພະຍານ​ເລື່ອງ​ພຣະເຢຊູເຈົ້າ

29 ໃນ​ວັນ​ຕໍ່ມາ​ໂຢຮັນ​ໄດ້​ເຫັນ​ພຣະເຢຊູເຈົ້າ​ກຳລັງ​ມາຫາ​ຕົນ ແລະ ຈຶ່ງ​ກ່າວ​ວ່າ, “ເບິ່ງ​ແມ! ລູກແກະ​ຂອງ​ພຣະເຈົ້າ ຜູ້​ຮັບ​ເອົາ​ບາບ​ຂອງ​ໂລກ​ໄປ!

30 ນີ້​ແຫລະ​ຄື​ຜູ້​ທີ່​ເຮົາ​ໝາຍ​ເຖິງ​ເມື່ອ​ເຮົາ​ກ່າວ​ວ່າ, ‘ພຣະອົງ​ຜູ້​ທີ່​ມາ​ພາຍຫລັງ​ເຮົາ​ກໍ​ຍິ່ງໃຫຍ່​ກວ່າ​ເຮົາ ເພາະ​ພຣະອົງ​ເປັນຢູ່​ກ່ອນ​ເຮົາ’.

31 ເຮົາ​ເອງ​ກໍ​ບໍ່​ຮູ້ຈັກ​ພຣະອົງ ແຕ່​ເຫດຜົນ​ທີ່​ເຮົາ​ມາ​ໃຫ້​ບັບຕິສະມາ​ດ້ວຍ​ນ້ຳ​ກໍ​ເພື່ອ​ໃຫ້​ພຣະອົງ​ເປັນ​ທີ່​ປາກົດແຈ້ງ​ແກ່​ປະຊາຊົນ​ອິດສະຣາເອນ”.

32 ແລ້ວ​ໂຢຮັນ​ກໍ​ເປັນພະຍານ​ດັ່ງນີ້​ວ່າ: “ເຮົາ​ໄດ້​ເຫັນ​ພຣະວິນຍານບໍລິສຸດເຈົ້າ​ເໝືອນດັ່ງ​ນົກເຂົາ​ລົງ​ມາ​ຈາກ​ສະຫວັນ ແລະ ມາ​ຢູ່​ເທິງ​ພຣະອົງ.

33 ແລະ ເຮົາ​ເອງ​ກໍ​ບໍ່​ຮູ້​ວ່າ​ພຣະອົງ​ເປັນ​ຜູ້ໃດ, ແຕ່​ຜູ້​ທີ່​ໃຊ້​ເຮົາ​ມາ​ໃຫ້​ບັບຕິສະມາ​ດ້ວຍ​ນ້ຳ​ໄດ້​ກ່າວ​ກັບ​ເຮົາ​ໄວ້​ວ່າ, ‘ເຈົ້າ​ເຫັນ​ພຣະວິນຍານ​ລົງມາ​ສະຖິດ​ຢູ່​ເທິງ​ຜູ້ໃດ ຜູ້​ນັ້ນ​ແຫລະ​ເປັນ​ຜູ້​ທີ່​ຈະ​ໃຫ້​ບັບຕິສະມາ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ’.

34 ເຮົາ​ໄດ້​ເຫັນ​ແລ້ວ ແລະ ເຮົາ​ເປັນພະຍານ​ໄດ້​ວ່າ ນີ້​ຄື​ຜູ້​ທີ່​ພຣະເຈົ້າ​ເລືອກ​ໄວ້”.


ພວກລູກສິດ​ຂອງ​ໂຢຮັນ​ຕິດຕາມ​ພຣະເຢຊູເຈົ້າ
(ມທ 4:18-22; ມຣກ 1:16-20; ລກ 5:2-11)

35 ວັນ​ຕໍ່ມາ ໂຢຮັນ​ກັບ​ລູກສິດ​ສອງ​ຄົນ​ກໍ​ຢູ່​ບ່ອນ​ນັ້ນ​ອີກ.

36 ເມື່ອ​ເພິ່ນ​ເຫັນ​ພຣະເຢຊູເຈົ້າ​ກຳລັງ​ຜ່ານ​ໄປ ເພິ່ນ​ຈຶ່ງ​ກ່າວ​ວ່າ, “ຈົ່ງ​ເບິ່ງ​ລູກແກະ​ຂອງ​ພຣະເຈົ້າ!”

37 ເມື່ອ​ລູກສິດ​ທັງ​ສອງ​ໄດ້​ຍິນ​ເພິ່ນ​ກ່າວ​ຢ່າງ​ນັ້ນ ຈຶ່ງ​ຕິດຕາມ​ພຣະເຢຊູເຈົ້າ​ໄປ.

38 ພຣະເຢຊູເຈົ້າ​ຫລຽວຄືນຫລັງ​ເຫັນ​ພວກເພິ່ນ​ຕິດຕາມ​ມາ ຈຶ່ງ​ຖາມ​ວ່າ, “ພວກທ່ານ​ຕ້ອງການ​ຫຍັງ​ບໍ?” ພວກເພິ່ນ​ຕອບ​ວ່າ, “ຣັບບີ (ເຊິ່ງ​ແປ​ວ່າ​ອາຈານ) ທ່ານ​ພັກ​ຢູ່​ທີ່​ໃດ?”

39 ພຣະອົງ​ຕອບ​ວ່າ, “ເຊີນ​ມາ ແລ້ວ​ພວກທ່ານ​ຈະ​ເຫັນ”. ພວກເພິ່ນ​ຈຶ່ງ​ໄປ ແລະ ໄດ້​ເຫັນ​ບ່ອນ​ທີ່​ພຣະອົງ​ພັກ​ຢູ່ ແລະ ພວກເພິ່ນ​ກໍ​ຢູ່​ກັບ​ພຣະອົງ​ໃນ​ວັນ​ນັ້ນ ເຊິ່ງ​ເປັນ​ເວລາ​ປະມານ​ບ່າຍ​ສີ່​ໂມງ.

40 ອັນເດອາ​ນ້ອງຊາຍ​ຂອງ​ຊີໂມນ​ເປໂຕ ເປັນ​ຜູ້​ໜຶ່ງ​ໃນ​ສອງ​ຄົນ​ທີ່​ໄດ້​ຍິນ​ໂຢຮັນ​ກ່າວ ແລະ ໄດ້​ຕິດຕາມ​ພຣະເຢຊູເຈົ້າ​ໄປ.

41 ສິ່ງ​ທຳອິດ​ທີ່​ອັນເດອາ​ເຮັດ​ກໍ​ຄື​ໄປ​ຫາ​ຊີໂມນ​ຜູ້​ເປັນ​ອ້າຍ ແລະ ບອກ​ເພິ່ນ​ວ່າ, “ພວກເຮົາ​ໄດ້​ພົບ​ພຣະເມຊີອາ​ແລ້ວ” (ຄື ພຣະຄຣິດເຈົ້າ)

42 ແລະ ກໍ​ພາ​ລາວ​ມາ​ຫາ​ພຣະເຢຊູເຈົ້າ. ພຣະເຢຊູເຈົ້າ​ແນມເບິ່ງ​ລາວ ແລະ ກ່າວ​ວ່າ, “ເຈົ້າ​ຄື​ຊີໂມນ​ລູກ​ຂອງ​ໂຢຮັນ ແຕ່​ເຈົ້າ​ຈະ​ໄດ້​ຊື່​ວ່າ​ເກຟາ” (ເຊິ່ງ​ແປວ່າ ເປໂຕ).


ພຣະເຢຊູເຈົ້າ​ເອີ້ນ​ເອົາ​ຟີລິບ ແລະ ນະທານາເອັນ

43 ວັນ​ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ຕັດສິນໃຈ​ທີ່​ຈະ​ໄປ​ແຂວງ​ຄາລີເລ, ພຣະອົງ​ໄດ້​ພົບ​ຟີລິບ ແລະ ກ່າວ​ກັບ​ລາວ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ”.

44 ຟີລິບ​ເປັນ​ຄົນ​ມາ​ຈາກ​ເມືອງ​ເບັດຊາອີດາ​ເໝືອນ​ກັນ​ກັບ​ອັນເດອາ ແລະ ເປໂຕ.

45 ຟີລິບ​ໄດ້​ພົບ​ນະທານາເອັນ ແລະ ບອກ​ລາວ​ວ່າ, “ພວກເຮົາ​ໄດ້​ພົບ​ຜູ້​ທີ່​ໂມເຊ​ໄດ້​ຂຽນ​ໄວ້​ໃນ​ໜັງສື​ກົດບັນຍັດ ແລະ ບັນດາ​ຜູ້ທຳນວາຍ​ກໍ​ໄດ້​ຂຽນ​ໄວ້​ເໝືອນ​ກັນ​ຄື ພຣະເຢຊູເຈົ້າ​ຊາວ​ນາຊາເຣັດ​ລູກ​ຂອງ​ໂຢເຊັບ”.

46 ນະທານາເອັນ​ໄດ້​ຖາມ​ວ່າ, “ນາຊາເຣັດ! ຈະ​ມີ​ສິ່ງ​ດີ​ອັນໃດ​ມາ​ຈາກ​ທີ່​ນັ້ນ​ໄດ້​ບໍ?” ຟີລິບ​ຕອບວ່າ, “ມາ​ເບິ່ງ​ສາ”.

47 ເມື່ອ​ພຣະເຢຊູເຈົ້າ​ເຫັນ​ນະທານາເອັນ​ເຂົ້າ​ມາ​ຫາ​ກໍ​ກ່າວ​ເຖິງ​ລາວ​ວ່າ, “ຜູ້​ນີ້​ເປັນ​ຄົນ​ອິດສະຣາເອນ​ແທ້ ໃນ​ໂຕ​ລາວ​ບໍ່​ມີ​ກົນອຸບາຍ​ອັນ​ໃດ​ເລີຍ”.

48 ນະທານາເອັນ​ຖາມ​ວ່າ, “ພຣະອົງ​ຮູ້ຈັກ​ຂ້ານ້ອຍ​ໄດ້​ຢ່າງໃດ?” ພຣະເຢຊູເຈົ້າ​ກ່າວ​ວ່າ, “ເຮົາ​ເຫັນ​ເຈົ້າ​ຂະນະ​ທີ່​ເຈົ້າ​ຍັງ​ຢູ່​ກ້ອງ​ຕົ້ນໝາກເດື່ອ​ນັ້ນ ກ່ອນ​ທີ່​ຟີລິບ​ຈະ​ເອີ້ນ​ເຈົ້າ”.

49 ນະທານາເອັນ​ຈຶ່ງ​ຮ້ອງ​ວ່າ, “ຣັບບີ ພຣະອົງ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ, ພຣະອົງ​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ”.

50 ພຣະເຢຊູເຈົ້າ​ຕອບ​ວ່າ, “ເຈົ້າ​ເຊື່ອ​ເພາະ​ເຮົາ​ບອກ​ເຈົ້າ​ວ່າ​ເຮົາ​ເຫັນ​ເຈົ້າ​ຢູ່​ກ້ອງ​ຕົ້ນໝາກເດື່ອ. ເຈົ້າ​ຈະ​ໄດ້​ເຫັນ​ສິ່ງ​ທີ່​ຍິ່ງໃຫຍ່​ກວ່າ​ນັ້ນ​ອີກ”.

51 ແລ້ວ​ພຣະອົງ​ກ່າວ​ຕໍ່ໄປ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ພວກເຈົ້າ​ຈະ​ເຫັນ​ສະຫວັນ​ເປີດອອກ ແລະ ບັນດາ​ເທວະດາ​ຂອງ​ພຣະເຈົ້າ​ຂຶ້ນ ແລະ ລົງ​ເທິງ​ບຸດມະນຸດ”.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan