Biblia Todo Logo
Bìoball air-loidhne

- Sanasan -

ຢາໂກໂບ 5 - ພຣະຄຳພີລາວສະບັບສະໄໝໃໝ່


ຕັກເຕືອນ​ຄົນຮັ່ງມີ​ຜູ້​ທີ່​ຂົ່ມເຫັງ

1 ບັດນີ້ ພວກເຈົ້າ​ຄົນຮັ່ງມີ​ເອີຍ ຈົ່ງ​ຟັງ​ສາ, ຈົ່ງ​ຮ້ອງໄຫ້ ແລະ ໂອ່ຍຄາງ​ຍ້ອນ​ຄວາມທຸກທໍລະມານ​ທີ່​ຈະ​ເກີດຂຶ້ນ​ກັບ​ພວກເຈົ້າ.

2 ຊັບສົມບັດ​ຂອງ​ພວກເຈົ້າ​ໄດ້​ເສື່ອມສູນ​ໄປ ແລະ ໂຕມອດ​ກໍ​ໄດ້​ກັດກິນ​ເຄື່ອງນຸ່ງ​ຂອງ​ພວກເຈົ້າ​ແລ້ວ.

3 ຄຳ ແລະ ເງິນ​ຂອງ​ພວກເຈົ້າ​ກໍ​ເປັນ​ຂີ້ໝ້ຽງ. ຂີ້ໝ້ຽງ​ນັ້ນ​ຈະ​ເປັນ​ພະຍານ​ຕໍ່ສູ້​ພວກເຈົ້າ ແລະ ກັດກິນ​ເນື້ອໜັງ​ຂອງ​ພວກເຈົ້າ​ເໝືອນດັ່ງ​ໄຟ. ພວກເຈົ້າ​ໄດ້​ສະສົມ​ຊັບສົມບັດ​ໄວ້​ໃນ​ວັນ​ສຸດທ້າຍ

4 ເບິ່ງ​ແມ! ຄ່າຈ້າງ​ທີ່​ພວກເຈົ້າ​ສໍ້ໂກງ​ຄົນງານ​ທີ່​ກ່ຽວເຂົ້າ​ໃນ​ທົ່ງນາ​ຂອງ​ພວກເຈົ້າ​ນັ້ນ ກໍ​ກຳລັງ​ຮ້ອງ​ຕໍ່ສູ້​ພວກເຈົ້າ​ຢູ່. ສຽງ​ຮ້ອງທຸກ​ຂອງ​ຜູ້ເກັບກ່ຽວ​ໄດ້​ຂຶ້ນ​ໄປ​ເຖິງ​ຫູ​ຂອງ​ອົງພຣະຜູ້ເປັນເຈົ້າ​ຜູ້​ລິດອຳນາດຍິ່ງໃຫຍ່.

5 ພວກເຈົ້າ​ໄດ້​ໃຊ້​ຊີວິດ​ຢູ່​ໃນ​ໂລກ​ຢ່າງ​ຫລູຫລາ ແລະ ຕາມ​ໃຈ​ຂອງ​ຕົນເອງ. ພວກເຈົ້າ​ລ້ຽງ​ຕົນເອງ​ໄວ້​ລໍຖ້າ​ວັນ​ປະຫານ

6 ພວກເຈົ້າ​ຕັດສິນລົງໂທດ ແລະ ຂ້າ​ຜູ້ບໍລິສຸດ ຜູ້​ທີ່​ບໍ່​ໄດ້​ຕໍ່ຕ້ານ​ພວກເຈົ້າ.


ອົດທົນ​ໃນ​ຄວາມທຸກຍາກລຳບາກ

7 ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ອົດທົນ​ຈົນກວ່າ​ອົງພຣະຜູ້ເປັນເຈົ້າ​ຈະ​ມາ. ຈົ່ງ​ເບິ່ງ​ຊາວນາ​ທີ່​ລໍຖ້າ​ພືດຜົນ​ອັນ​ລ້ຳຄ່າ​ຈາກ​ແຜ່ນດິນ, ລໍຖ້າ​ຝົນ​ຕົ້ນລະດູ ແລະ ຝົນ​ປາຍ​ລະດູ​ດ້ວຍ​ຄວາມອົດທົນ​ຫລາຍ​ປານ​ໃດ.

8 ພວກເຈົ້າ​ກໍ​ເໝືອນກັນ, ຈົ່ງ​ອົດທົນ ແລະ ຕັ້ງໝັ້ນຄົງ​ຢູ່​ເພາະ​ວ່າ​ອົງພຣະຜູ້ເປັນເຈົ້າ​ໃກ້​ຈະ​ມາ​ແລ້ວ.

9 ພີ່ນ້ອງ​ທັງຫລາຍ​ເອີຍ, ຢ່າ​ຈົ່ມ​ໃຫ້​ກັນແລະກັນ​ເພື່ອ​ຈະ​ບໍ່​ຖືກ​ຕັດສິນ​ໂທດ. ອົງ​ຜູ້ພິພາກສາ​ຢືນ​ຢູ່​ທີ່​ປະຕູ​ແລ້ວ!

10 ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ເອົາ​ບັນດາ​ຜູ້ທຳນວາຍ​ໃນ​ນາມ​ຂອງ​ອົງພຣະຜູ້ເປັນເຈົ້າ​ເປັນ​ແບບຢ່າງ​ຂອງ​ຄວາມອົດທົນ​ໃນ​ການປະເຊີນ​ກັບ​ຄວາມທຸກຍາກລຳບາກ.

11 ດັ່ງ​ທີ່​ພວກເຈົ້າ​ຮູ້​ແລ້ວ​ວ່າ, ພວກເຮົາ​ຖືວ່າ​ບັນດາ​ຜູ້​ທີ່​ອົດທົນ​ນັ້ນ​ກໍ​ເປັນສຸກ. ພວກເຈົ້າ​ກໍ​ໄດ້​ຍິນ​ເຖິງ​ຄວາມອົດທົນ​ຂອງ​ໂຢບ ແລະ ໄດ້​ເຫັນ​ວ່າ​ໃນ​ທີ່ສຸດ​ອົງພຣະຜູ້ເປັນເຈົ້າ​ໃຫ້​ເກີດ​ຫຍັງ​ຂຶ້ນ. ອົງພຣະຜູ້ເປັນເຈົ້າ​ເຕັມ​ດ້ວຍ​ຄວາມ​ກະລຸນາ ແລະ ຄວາມເມດຕາ.

12 ພີ່ນ້ອງ​ທັງຫລາຍ​ເອີຍ, ເໜືອ​ສິ່ງ​ອື່ນ​ທັງໝົດ​ຄື: ຢ່າ​ສາບານ, ບໍ່​ວ່າ​ຈະ​ອ້າງ​ເຖິງ​ສະຫວັນ ຫລື ອ້າງ​ເຖິງ​ແຜ່ນດິນໂລກ ຫລື ອ້າງ​ເຖິງ​ສິ່ງ​ອື່ນ​ໃດ. ພວກເຈົ້າ​ຄວນ​ຈະ​ກ່າວ​ວ່າ “ແມ່ນ” ຫລື “ບໍ່ແມ່ນ” ບໍ່​ດັ່ງນັ້ນ​ພວກເຈົ້າ​ຈະ​ຖືກ​ຕັດສິນລົງໂທດ.


ຄຳອະທິຖານ​ດ້ວຍ​ຄວາມເຊື່ອ

13 ມີ​ຜູ້ໃດ​ໃນ​ທ່າມກາງ​ພວກເຈົ້າ​ຄວາມເດືອດຮ້ອນ​ບໍ? ໃຫ້​ພວກເຂົາ​ອະທິຖານ. ມີ​ຜູ້ໃດ​ມີ​ຄວາມສຸກ​ບໍ? ໃຫ້​ພວກເຂົາ​ຮ້ອງເພງ​ສັນລະເສີນ​ພຣະເຈົ້າ.

14 ມີ​ຜູ້ໃດ​ໃນ​ພວກເຈົ້າ​ເຈັບປ່ວຍ​ບໍ? ໃຫ້​ພວກເຂົາ​ເຊີນ​ບັນດາ​ຜູ້ປົກຄອງ​ຄຣິສຕະຈັກ​ມາ​ອະທິຖານ​ເພື່ອ ແລະ ເຈີມ​ພວກເຂົາ​ດ້ວຍ​ນ້ຳມັນ​ໃນ​ນາມ​ຂອງ​ອົງພຣະຜູ້ເປັນເຈົ້າ.

15 ແລະ ຄຳອະທິຖານ​ດ້ວຍ​ຄວາມເຊື່ອ​ຈະ​ເຮັດ​ໃຫ້​ຜູ້​ປ່ວຍ​ນັ້ນ​ຫາຍດີ. ອົງພຣະຜູ້ເປັນເຈົ້າ​ຈະ​ເຮັດ​ໃຫ້​ພວກເຂົາ​ຫາຍດີ. ຖ້າ​ວ່າ​ພວກເຂົາ​ໄດ້​ເຮັດ​ບາບ ພວກເຂົາ​ກໍ​ຈະ​ໄດ້​ຮັບ​ການ​ອະໄພ.

16 ເຫດສະນັ້ນ ຈົ່ງ​ສາລະພາບ​ຄວາມບາບ​ຂອງ​ພວກເຈົ້າ​ຕໍ່​ກັນແລະກັນ ແລະ ອະທິຖານ​ເພື່ອ​ກັນແລະກັນ ເພື່ອ​ວ່າ​ພວກເຈົ້າ​ຈະ​ຫາຍດີ. ຄຳອະທິຖານ​ຂອງ​ຄົນ​ຊອບທຳ​ນັ້ນ​ມີ​ພະລັງ ແລະ ເກີດຜົນ.

17 ເອລີຢາ​ກໍ​ເປັນ​ມະນຸດ​ເໝືອນ​ກັນ​ກັບ​ພວກເຮົາ​ທັງຫລາຍ. ເພິ່ນ​ໄດ້​ທຸ້ມເທ​ອະທິຖານ​ຂໍ​ບໍ່​ໃຫ້​ຝົນຕົກ, ຝົນ​ກໍ​ບໍ່​ຕົກ​ລົງ​ເທິງ​ແຜ່ນດິນ​ຕະຫລອດ​ສາມ​ປີ​ເຄິ່ງ.

18 ເມື່ອ​ເພິ່ນ​ອະທິຖານ​ອີກ ແລ້ວ​ຟ້າສະຫວັນ​ກໍ​ໃຫ້​ຝົນຕົກ ແລະ ແຜ່ນດິນໂລກ​ກໍ​ຜະລິດ​ພືດຜົນ.

19 ພີ່ນ້ອງ​ທັງຫລາຍ​ເອີຍ, ຖ້າ​ມີ​ຄົນ​ໜຶ່ງ​ໃນ​ພວກເຈົ້າ​ຫລົງທາງ​ໄປ​ຈາກ​ຄວາມຈິງ ແລະ ມີ​ບາງຄົນ​ນຳ​ເອົາ​ຄົນ​ນັ້ນ​ກັບ​ຄືນ​ມາ,

20 ຈົ່ງ​ຈົດຈຳ​ໄວ້​ວ່າ: ຜູ້ໃດ​ກໍ​ຕາມ​ເຮັດ​ໃຫ້​ຄົນບາບ​ຫັນໜີ​ຈາກ​ທາງ​ທີ່​ຫລົງຜິດ​ຂອງ​ພວກເຂົາ ກໍ​ຈະ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ​ຈາກ​ຄວາມຕາຍ ແລະ ລຶບລ້າງ​ຄວາມບາບ​ທັງຫລາຍ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan