ຢາໂກໂບ 4 - ພຣະຄຳພີລາວສະບັບສະໄໝໃໝ່ຈົ່ງຍອມຈຳນົນຕໍ່ພຣະເຈົ້າ 1 ອັນໃດເປັນສາເຫດຂອງການຕໍ່ສູ້ ແລະ ການຜິດຖຽງກັນໃນທ່າມກາງພວກເຈົ້າ? ກໍແມ່ນຄວາມປາຖະໜາຂອງພວກເຈົ້າທີ່ເຮັດໃຫ້ມີການຕໍ່ສູ້ກັນຢູ່ບໍ່ຂາດພາຍໃນພວກເຈົ້າບໍ່ແມ່ນບໍ? 2 ພວກເຈົ້າປາຖະໜາຫາແຕ່ບໍ່ໄດ້, ດັ່ງນັ້ນພວກເຈົ້າຈຶ່ງຂ້າກັນ. ພວກເຈົ້າຢາກໄດ້ແຕ່ບໍ່ໄດ້ໃນສິ່ງທີ່ພວກເຈົ້າຕ້ອງການ ດັ່ງນັ້ນພວກເຈົ້າຈຶ່ງຜິດຖຽງກັນ ແລະ ຕໍ່ສູ້ກັນ. ພວກເຈົ້າບໍ່ມີເພາະພວກເຈົ້າບໍ່ໄດ້ຂໍພຣະເຈົ້າ. 3 ເມື່ອພວກເຈົ້າຂໍແລ້ວພວກເຈົ້າບໍ່ໄດ້ຮັບກໍເພາະພວກເຈົ້າຂໍດ້ວຍແຮງຈູງໃຈທີ່ຜິດ ເພື່ອຈະນຳໄປສະໜອງຕາມຄວາມຕ້ອງການຂອງຕົນເອງ. 4 ພວກເຈົ້າຄົນຫລິ້ນຊູ້, ພວກເຈົ້າບໍ່ຮູ້ບໍວ່າການເປັນມິດກັບໂລກກໍຄືການເປັນສັດຕູຕໍ່ສູ້ພຣະເຈົ້າ? ດ້ວຍເຫດນີ້, ຜູ້ໃດທີ່ເລືອກຈະເປັນມິດກັບໂລກກໍກາຍເປັນສັດຕູຕໍ່ພຣະເຈົ້າ 5 ຫລື ພວກເຈົ້າຄິດວ່າພຣະຄຳພີກ່າວໂດຍບໍ່ມີເຫດຜົນວ່າຈິດວິນຍານທີ່ພຣະເຈົ້າໃຫ້ທີ່ຢູ່ໃນພວກເຮົານັ້ນ ກໍຢາກໃຫ້ພວກເຮົາເປັນຂອງພຣະເຈົ້າເທົ່ານັ້ນ? 6 ແຕ່ພຣະອົງມີພຣະຄຸນໃຫ້ແກ່ພວກເຮົາຫລາຍກວ່ານັ້ນອີກ. ດ້ວຍເຫດນີ້ ພຣະຄຳພີຈຶ່ງກ່າວວ່າ: “ພຣະເຈົ້າຕໍ່ສູ້ຜູ້ທີ່ຈອງຫອງ ແຕ່ມີພຣະຄຸນໃຫ້ແກ່ຜູ້ທີ່ຖ່ອມຕົວລົງ”. 7 ດັ່ງນັ້ນ ພວກເຈົ້າຈົ່ງຍອມຈຳນົນຕໍ່ພຣະເຈົ້າ. ຈົ່ງຕໍ່ສູ້ກັບມານ ແລະ ມັນຈະໜີໄປຈາກພວກເຈົ້າໄປ. 8 ຈົ່ງຫຍັບເຂົ້າໃກ້ພຣະເຈົ້າ ແລະ ພຣະອົງຈະມາໃກ້ພວກເຈົ້າ. ຄົນບາບທັງຫລາຍເອີຍ, ຈົ່ງລ້າງມືຂອງຕົນໃຫ້ສະອາດ ແລະ ພວກເຈົ້າຄົນສອງໃຈເອີຍ, ຈົ່ງຊຳລະໃຈຂອງພວກເຈົ້າໃຫ້ບໍລິສຸດ. 9 ຈົ່ງໂສກເສົ້າເສຍໃຈ, ຈົ່ງໄວ້ທຸກ ແລະ ຮ້ອງໄຫ້. ຈົ່ງປ່ຽນຈາກສຽງຫົວມາເປັນການໄວ້ທຸກ ແລະ ຈາກຄວາມຍິນດີຂອງພວກເຈົ້າມາເປັນຄວາມເສົ້າໝອງ. 10 ພວກເຈົ້າຈົ່ງຖ່ອມໂຕລົງຕໍ່ອົງພຣະຜູ້ເປັນເຈົ້າ ແລະ ພຣະອົງຈະຍົກພວກເຈົ້າຂຶ້ນ. 11 ພີ່ນ້ອງທັງຫລາຍເອີຍ, ຢ່າໃສ່ຮ້າຍປ້າຍສີກັນ, ຜູ້ໃດທີ່ກ່າວຕໍ່ຕ້ານພີ່ນ້ອງ ຫລື ຕັດສິນພວກເຂົາກໍກ່າວຕໍ່ຕ້ານ ແລະ ຕັດສິນກົດບັນຍັດ. ເມື່ອພວກເຈົ້າຕັດສິນກົດບັນຍັດ ພວກເຈົ້າກໍບໍ່ໄດ້ຖືຮັກສາກົດບັນຍັດນັ້ນ, ແຕ່ຕັ້ງຕົນເອງເປັນຜູ້ຕັດສິນກົດບັນຍັດ. 12 ມີຜູ້ປະທານກົດບັນຍັດ ແລະ ຜູ້ພິພາກສາພຽງຜູ້ດຽວຄືພຣະອົງຜູ້ສາມາດຊ່ວຍໃຫ້ພົ້ນ ແລະ ທຳລາຍໄດ້. ແຕ່ພວກເຈົ້າເປັນຜູ້ໃດຄືຕັດສິນເພື່ອນບ້ານຂອງຕົນ? ການອວດເຖິງມື້ອື່ນ 13 ບັດນີ້ຈົ່ງຟັງ, ພວກເຈົ້າທີ່ເວົ້າວ່າ, “ວັນນີ້ ຫລື ມື້ອື່ນພວກເຮົາຈະໄປເມືອງນັ້ນ ຫລື ເມືອງນີ້, ຈະຢູ່ທີ່ນັ້ນໜຶ່ງປີ, ຈະເຮັດທຸລະກິດ ແລະ ສະສົມເງິນໄວ້”. 14 ພວກເຈົ້າບໍ່ຮູ້ເລີຍວ່າມື້ອື່ນຈະມີເກີດຫຍັງຂຶ້ນ. ຊີວິດຂອງພວກເຈົ້າຈະເປັນຢ່າງໃດ? ພວກເຈົ້າເປັນເໝືອນນ້ຳໝອກທີ່ປາກົດຢູ່ພຽງຊົ່ວຄາວແລ້ວກໍຈາງຫາຍໄປ. 15 ແທນທີ່ຈະກ່າວຢ່າງນັ້ນ ພວກເຈົ້າຄວນຈະກ່າວວ່າ, “ຖ້າເປັນຄວາມປະສົງຂອງອົງພຣະຜູ້ເປັນເຈົ້າ, ພວກເຮົາຈະມີຊີວິດຢູ່ເພື່ອເຮັດສິ່ງນີ້ ຫລື ສິ່ງນັ້ນ”. 16 ດັ່ງທີ່ເປັນຢູ່, ພວກເຈົ້າເວົ້າໂອ້ອວດໃນຄວາມຍິ່ງຈອງຫອງຂອງພວກເຈົ້າ. ການໂອ້ອວດທັງໝົດນັ້ນເປັນສິ່ງຊົ່ວຮ້າຍ. 17 ດັ່ງນັ້ນ ຖ້າຜູ້ໃດຮູ້ວ່າສິ່ງໃດເປັນສິ່ງດີທີ່ພວກເຂົາຄວນຈະເຮັດ ແລະ ບໍ່ໄດ້ເຮັດ, ສິ່ງນັ້ນກໍເປັນບາບສຳລັບພວກເຂົາ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.