Biblia Todo Logo
Bìoball air-loidhne

- Sanasan -

ຢາໂກໂບ 3 - ພຣະຄຳພີລາວສະບັບສະໄໝໃໝ່


ການຝຶກ​ລີ້ນ

1 ພີ່ນ້ອງ​ທີ່​ເຊື່ອ​ທັງຫລາຍ​ເອີຍ, ບໍ່​ແມ່ນ​ຫລາຍຄົນ​ໃນ​ພວກເຈົ້າ​ຈະ​ຕ້ອງ​ເປັນ​ອາຈານ, ເພາະ​ພວກເຈົ້າ​ກໍ​ຮູ້​ຢູ່​ວ່າ​ພວກເຮົາ​ທີ່​ເປັນ​ຜູ້ສອນ​ນັ້ນ​ຈະ​ຖືກ​ຕັດສິນ​ຢ່າງ​ເຂັ້ມງວດ​ກວ່າ​ຜູ້​ອື່ນ.

2 ພວກເຮົາ​ທຸກຄົນ​ລ້ວນ​ແຕ່​ຜິດພາດ​ໃນ​ຫລາຍ​ທາງ. ຜູ້​ທີ່​ບໍ່​ເຄີຍ​ເຮັດ​ຜິດ​ທາງ​ວາຈາ​ກໍ​ເປັນ​ຄົນ​ດີ​ຄົບຖ້ວນ ສາມາດ​ຄວບຄຸມ​ຮ່າງກາຍ​ທັງໝົດ​ຂອງ​ຕົນ​ໄດ້.

3 ເມື່ອ​ພວກເຮົາ​ເອົາ​ບັງຫງຽນ​ໃສ່​ປາກ​ມ້າ​ເພື່ອ​ເຮັດ​ໃຫ້​ມັນ​ເຊື່ອຟັງ​ພວກເຮົາ, ພວກເຮົາ​ກໍ​ສາມາດ​ບັງຄັບ​ສັດ​ນັ້ນ​ໄປ​ທາງໃດ​ກໍ​ໄດ້​ທັງ​ໂຕ.

4 ຫລື ໃຫ້​ເບິ່ງ​ເຮືອ​ເປັນ​ຕົວຢ່າງ. ເຖິງ​ແມ່ນ​ວ່າ​ມັນ​ຈະ​ມີ​ຂະໜາດ​ໃຫຍ່ ແລະ ແລ່ນ​ໄປ​ຕາມ​ແຮງ​ຂອງ​ລົມ ແຕ່​ມັນ​ກໍ​ມີ​ຫາງເສືອເຮືອ​ນ້ອຍໆ​ຄອຍ​ຖ້າ​ຂັດ​ທ້າຍເຮືອ​ໃຫ້​ໄປ​ໃນ​ທີ່​ຕ່າງໆ​ຕາມ​ທີ່​ນາຍ​ທ້າຍ​ຕ້ອງການ.

5 ລີ້ນ​ກໍ​ເໝືອນກັນ, ເປັນ​ອະໄວຍະວະ​ນ້ອຍໆ​ຂອງ​ຮ່າງກາຍ, ແຕ່​ລິ້ນ​ກໍ​ມັກ​ເວົ້າ​ໂອ້ອວດ. ຈົ່ງ​ພິຈາລະນາ​ເບິ່ງ​ແປວໄຟ​ນ້ອຍໆ​ຍັງ​ສາມາດ​ເຜົາໄໝ້​ປ່າ​ໃຫຍ່​ໄດ້.

6 ລີ້ນ​ກໍ​ເປັນ​ດັ່ງ​ໄຟ, ເປັນ​ໂລກ​ແຫ່ງ​ຄວາມ​ຊົ່ວຮ້າຍ​ທີ່​ຢູ່​ໃນ​ທ່າມກາງ​ອະໄວຍະວະ​ທັງຫລາຍ​ຂອງ​ຮ່າງກາຍ. ມັນ​ເຮັດ​ໃຫ້​ຮ່າງກາຍ​ທັງໝົດ​ເສຍຫາຍ, ເຮັດ​ໃຫ້​ຊີວິດ​ທັງ​ຊີວິດ​ລຸກ​ເປັນ​ໄຟ ແລະ ໂຕ​ມັນ​ເອງ​ກໍ​ຖືກ​ເຜົາ​ໂດຍ​ໄຟ​ນະລົກ.

7 ສັດ​ທຸກ​ຊະນິດ​ມີ​ນົກ, ສັດເລືອຄານ ແລະ ສັດທະເລ​ທັງຫລາຍ​ຍັງ​ຖືກ​ຝຶກແອບ​ໃຫ້​ເຊື່ອຟັງ​ໄດ້ ແລະ ຖືກ​ຝຶກແອບ​ໃຫ້​ເຊື່ອຟັງ​ໂດຍ​ມະນຸດ.

8 ແຕ່​ບໍ່​ມີ​ຜູ້ໃດ​ຝຶກແອບ​ລີ້ນ​ໃຫ້​ເຊື່ອຟັງ​ໄດ້. ລີ້ນ​ເປັນ​ສິ່ງ​ຊົ່ວຮ້າຍ​ທີ່​ບໍ່​ເຄີຍ​ຢຸດ​ຢູ່ ມັນ​ເຕັມ​ດ້ວຍ​ພິດ​ແຫ່ງ​ຄວາມຕາຍ.

9 ພວກເຮົາ​ທັງຫລາຍ​ສັນລະເສີນ​ອົງພຣະຜູ້ເປັນເຈົ້າ ແລະ ພຣະບິດາເຈົ້າ​ຂອງ​ພວກເຮົາ​ດ້ວຍ​ລີ້ນ ແລະ ພວກເຮົາ​ກໍ​ໃຊ້​ລີ້ນ​ນັ້ນ​ປ້ອຍດ່າ​ມະນຸດ​ຜູ້​ທີ່​ຖືກ​ສ້າງ​ຂຶ້ນ​ຕາມ​ແບບ​ຂອງ​ພຣະເຈົ້າ.

10 ຄຳສັນລະເສີນ ແລະ ຄຳປ້ອຍດ່າ​ຕ່າງ​ກໍ​ອອກ​ມາ​ຈາກ​ປາກ​ອັນ​ດຽວ​ກັນ. ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ, ຢ່າ​ໃຫ້​ເປັນ​ຢ່າງ​ນັ້ນ​ເລີຍ.

11 ທັງ​ນ້ຳ​ຈືດ ແລະ ນ້ຳ​ເຄັມ​ຈະ​ໄຫລ​ອອກ​ມາ​ຈາກ​ບໍ່ນ້ຳ​ດຽວ​ກັນ​ໄດ້​ບໍ?

12 ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ, ຕົ້ນໝາກເດື່ອ​ຈະ​ເກີດໝາກ​ເປັນ​ໝາກກອກ ຫລື ເຄືອອະງຸ່ນ​ຈະ​ເກີດໝາກ​ເປັນ​ໝາກເດື່ອ​ໄດ້​ບໍ? ເຊັ່ນ​ດຽວ​ກັນ ບໍ່ນ້ຳ​ເຄັມ​ກໍ​ບໍ່​ສາມາດ​ຜະລິດ​ນ້ຳຈືດ​ໄດ້.


ສະຕິປັນຍາ​ສອງ​ຢ່າງ

13 ຜູ້ໃດ​ໃນ​ທ່າມກາງ​ພວກເຈົ້າ​ເປັນ​ຄົນສະຫລາດ ແລະ ມີ​ຄວາມເຂົ້າໃຈ? ກໍ​ໃຫ້​ພວກເຂົາ​ສະແດງ​ສິ່ງ​ນັ້ນ​ອອກ​ມາ​ໃນ​ການ​ດຳເນີນຊີວິດ​ທີ່​ດີ​ຂອງ​ພວກເຂົາ ໂດຍ​ການກະທຳ​ອັນ​ຖ່ອມໂຕ​ລົງ​ທີ່​ມາ​ຈາກ​ສະຕິປັນຍາ.

14 ແຕ່​ຖ້າພວກເຈົ້າ​ຂົມຂື່ນ​ດ້ວຍ​ໃຈ​ອິດສາ ແລະ ທະເຍີທະຍານ​ຢ່າງ​ເຫັນແກ່ໂຕ​ຢູ່​ໃນ​ໃຈ​ຂອງ​ພວກເຈົ້າ ກໍ​ຢ່າ​ໂອ້ອວດ​ເຖິງ​ເລື່ອງ​ນັ້ນ ຫລື ປະຕິເສດ​ຄວາມຈິງ.

15 “ສະຕິປັນຍາ” ຢ່າງ​ນີ້​ບໍ່​ໄດ້​ມາ​ຈາກ​ສະຫວັນ​ແຕ່​ເປັນ​ຂອງ​ຝ່າຍ​ໂລກ, ບໍ່​ຢູ່​ຝ່າຍວິນຍານ ແລະ ເປັນ​ຂອງ​ຝ່າຍມານ.

16 ເພາະ​ທີ່​ໃດ​ມີ​ຄວາມອິດສາ ແລະ ຄວາມທະເຍີທະຍານ​ຢ່າງ​ເຫັນແກ່ໂຕ, ທີ່​ນັ້ນ​ກໍ​ມີ​ຄວາມວຸ້ນວາຍ ແລະ ມີ​ການກະທຳ​ທີ່​ຊົ່ວຮ້າຍ​ທຸກຊະນິດ.

17 ແຕ່​ສະຕິປັນຍາ​ທີ່​ມາ​ຈາກ​ສະຫວັນ​ກ່ອນອື່ນ​ໝົດ​ນັ້ນ​ຄື​ບໍລິສຸດ, ຈາກ​ນັ້ນ​ຄື​ການ​ຮັກ​ສັນຕິສຸກ, ເຫັນອົກເຫັນໃຈ, ຍອມເຊື່ອຟັງ, ເຕັມ​ດ້ວຍ​ຄວາມເມດຕາ ແລະ ເກີດຜົນ​ດີ, ບໍ່​ລໍາອຽງ ແລະ ຈິງໃຈ.

18 ຜູ້ສ້າງສັນຕິສຸກ​ກໍ​ຫວ່ານ​ໃນ​ສັນຕິສຸກ ຍ່ອມ​ເກັບກ່ຽວ​ຜົນ​ແຫ່ງ​ຄວາມຊອບທຳ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan