ຢາໂກໂບ 2 - ພຣະຄຳພີລາວສະບັບສະໄໝໃໝ່ຫ້າມບໍ່ໃຫ້ເລືອກໜ້າຄົນ 1 ພີ່ນ້ອງທັງຫລາຍຂອງເຮົາເອີຍ, ໃນຖານະທີ່ພວກເຈົ້າເປັນຜູ້ເຊື່ອໃນພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຜູ້ມີສະຫງ່າລາສີຂອງພວກເຮົາຈະຕ້ອງບໍ່ລຳອຽງ. 2 ສົມມຸດວ່າມີຊາຍຄົນໜຶ່ງໃສ່ແຫວນຄຳ ແລະ ແຕ່ງກາຍງົດງາມເຂົ້າມາໃນທີ່ປະຊຸມຂອງພວກເຈົ້າ ແລະ ມີຄົນທຸກຍາກຄົນໜຶ່ງແຕ່ງກາຍດ້ວຍເຄື່ອງນຸ່ງເກົ່າເປື້ອນເປິເຂົ້າມາໃນທີ່ປະຊຸມເໝືອນກັນ. 3 ຖ້າພວກເຈົ້າໃຫ້ຄວາມສົນໃຈແກ່ຄົນທີ່ແຕ່ງກາຍງົດງາມເປັນພິເສດ ແລະ ກ່າວວ່າ, “ນີ້ເປັນບ່ອນນັ່ງທີ່ດີສຳລັບທ່ານ” ແຕ່ກ່າວກັບຄົນທຸກຍາກນັ້ນວ່າ, “ເຈົ້າຈົ່ງຢືນຢູ່ບ່ອນນີ້” ຫລື ກ່າວວ່າ, “ຈົ່ງນັ່ງທີ່ພື້ນໃກ້ຕີນຂອງເຮົາ” 4 ພວກເຈົ້າກໍມີການຈຳແນກໃນທ່າມກາງພວກເຈົ້າເອງ ແລະ ກາຍເປັນຜູ້ຕັດສິນຄົນດ້ວຍຄວາມຄິດຊົ່ວບໍ່ແມ່ນບໍ? 5 ພີ່ນ້ອງທີ່ຮັກທັງຫລາຍຂອງເຮົາ: ຈົ່ງຟັງ, ພຣະເຈົ້າເລືອກຜູ້ທີ່ຍາກຈົນໃນສາຍຕາຂອງຊາວໂລກໃຫ້ຮັ່ງມີໃນຄວາມເຊື່ອ ແລະ ໃຫ້ຄອບຄອງອານາຈັກທີ່ພຣະອົງສັນຍາໄວ້ກັບບັນດາຜູ້ທີ່ຮັກພຣະອົງບໍ່ແມ່ນບໍ? 6 ແຕ່ພວກເຈົ້າບໍ່ໃຫ້ກຽດຄົນຍາກຈົນ. ບໍ່ແມ່ນຄົນຮັ່ງມີບໍທີ່ຂູດຮີດພວກເຈົ້າ? ບໍ່ແມ່ນພວກເຂົານີ້ບໍທີ່ລາກພວກເຈົ້າໄປຂຶ້ນສານ? 7 ບໍ່ແມ່ນພວກເຂົາບໍທີ່ເວົ້າໝິ່ນປະໝາດນາມອັນສູງສົ່ງຂອງພຣະອົງຂອງພຣະອົງ? 8 ຖ້າພວກເຈົ້າຖືຮັກສາພຣະບັນຍັດທີ່ມີຢູ່ໃນພຣະຄຳພີແທ້ໆວ່າ, “ຈົ່ງຮັກເພື່ອນບ້ານເໝືອນຮັກຕົນເອງ” ພວກເຈົ້າກໍເຮັດຖືກແລ້ວ. 9 ແຕ່ຖ້າພວກເຈົ້າມີການເລືອກໜ້າຄົນ, ພວກເຈົ້າກໍເຮັດບາບ ແລະ ຖືກຕັດສິນໂດຍກົດບັນຍັດວ່າເປັນຜູ້ລະເມີດກົດບັນຍັດ. 10 ເພາະຜູ້ໃດກໍຕາມທີ່ເຮັດຕາມກົດບັນຍັດໄດ້ທັງໝົດແຕ່ເຮັດຜິດພາດພຽງຈຸດດຽວ ກໍມີຄວາມຜິດເທົ່າກັບລະເມີດກົດບັນຍັດທັງໝົດ. 11 ເພາະພຣະອົງຜູ້ກ່າວວ່າ, “ຢ່າຫລິ້ນຊູ້” ນັ້ນຍັງກ່າວອີກວ່າ, “ຢ່າຂ້າຄົນ” ຖ້າພວກເຈົ້າບໍ່ໄດ້ຫລິ້ນຊູ້ແຕ່ໄດ້ຂ້າຄົນ, ພວກເຈົ້າກໍໄດ້ກາຍມາເປັນຜູ້ລະເມີດກົດບັນຍັດ. 12 ຈົ່ງເວົ້າ ແລະ ເຮັດເໝືອນຢ່າງຄົນເຫລົ່ານັ້ນທີ່ກຳລັງຮັບການຕັດສິນດ້ວຍກົດບັນຍັດທີ່ໃຫ້ເສລີພາບ, 13 ເພາະວ່າການພິພາກສາທີ່ບໍ່ມີຄວາມເມດຕາຈະສະແດງແກ່ຜູ້ທີ່ບໍ່ມີຄວາມເມດຕາ. ຄວາມເມດຕາມີໄຊຊະນະເໜືອການພິພາກສາ! ຄວາມເຊື່ອ ແລະ ການປະຕິບັດ 14 ພີ່ນ້ອງທັງຫລາຍ, ຖ້າຄົນໜຶ່ງອ້າງວ່າຕົນມີຄວາມເຊື່ອແຕ່ບໍ່ມີການປະຕິບັດມັນຈະມີປະໂຫຍດອັນໃດ? ຄວາມເຊື່ອແບບນີ້ສາມາດຊ່ວຍພວກເຂົາໃຫ້ລອດພົ້ນໄດ້ບໍ? 15 ສົມມຸດວ່າມີພີ່ນ້ອງຄົນໃດບໍ່ມີເຄື່ອງນຸ່ງຫົ່ມ ແລະ ອາຫານປະຈຳວັນ. 16 ຖ້າມີຜູ້ໜຶ່ງໃນພວກເຈົ້າເວົ້າກັບພວກເຂົາວ່າ, “ຈົ່ງໄປເປັນສຸກ, ຮັກສາຮ່າງກາຍໃຫ້ອົບອຸ່ນ ແລະ ກິນໃຫ້ອີ່ມສາ”, ແຕ່ບໍ່ໄດ້ໃຫ້ສິ່ງຂອງໃດໆທີ່ຈຳເປັນຝ່າຍຮ່າງກາຍຂອງພວກເຂົາຈະມີປະໂຫຍດອັນໃດ? 17 ໃນທຳນອງດຽວກັນ, ຄວາມເຊື່ອພຽງຢ່າງດຽວໂດຍບໍ່ມີການປະຕິບັດກໍເປັນຄວາມເຊື່ອທີ່ຕາຍແລ້ວ. 18 ແຕ່ບາງຄົນຈະກ່າວວ່າ, “ເຈົ້າມີຄວາມເຊື່ອ ສ່ວນຂ້ອຍມີການປະຕິບັດ”. ຈົ່ງສະແດງຄວາມເຊື່ອຂອງເຈົ້າທີ່ບໍ່ມີການປະຕິບັດມາ ແລ້ວເຮົາຈະສະແດງຄວາມເຊື່ອຂອງເຮົາດ້ວຍການປະຕິບັດຂອງເຮົາ. 19 ເຈົ້າເຊື່ອວ່າມີພຣະເຈົ້າອົງດຽວກໍດີແລ້ວ! ແມ່ນແຕ່ພວກຜີມານຮ້າຍກໍຍັງເຊື່ອຢ່າງນັ້ນ ແລະ ຢ້ານຈົນໂຕສັ່ນ. 20 ຄົນໂງ່ເອີຍ, ພວກເຈົ້າຕ້ອງການຫລັກຖານວ່າຄວາມເຊື່ອທີ່ບໍ່ມີການປະຕິບັດນັ້ນໄຮ້ປະໂຫຍດແມ່ນບໍ? 21 ພຣະເຈົ້າຖືວ່າອັບຣາຮາມບັນພະບຸລຸດຂອງພວກເຮົາເປັນຜູ້ຊອບທຳກໍຍ້ອນການປະຕິບັດຂອງເພິ່ນທີ່ໄດ້ຖວາຍອີຊາກ ລູກຊາຍຂອງເພິ່ນເທິງແທ່ນບູຊາບໍ່ແມ່ນບໍ? 22 ພວກເຈົ້າກໍເຫັນແລ້ວວ່າຄວາມເຊື່ອ ແລະ ການປະຕິບັດຂອງເພິ່ນກໍເຮັດຄຽງຄູ່ກັນໄປ ແລະ ຄວາມເຊື່ອຂອງເພິ່ນຄົບຖ້ວນສົມບູນໂດຍສິ່ງທີ່ເພິ່ນໄດ້ປະຕິບັດ. 23 ແລະ ເປັນຈິງຕາມພຣະຄຳພີທີ່ກ່າວວ່າ, “ອັບຣາຮາມເຊື່ອພຣະເຈົ້າ ແລະ ເພາະຄວາມເຊື່ອນີ້ພຣະອົງຖືວ່າເປັນຄວາມຊອບທຳຂອງເພິ່ນ” ແລະ ເພິ່ນໄດ້ຖືກເອີ້ນວ່າເປັນສະຫາຍຂອງພຣະເຈົ້າ. 24 ພວກເຈົ້າກໍເຫັນແລ້ວວ່າຜູ້ທີ່ຈະຖືກນັບວ່າເປັນຜູ້ຊອບທຳກໍດ້ວຍການປະຕິບັດຂອງພວກເຂົາບໍ່ແມ່ນພຽງຄວາມເຊື່ອຢ່າງດຽວ. 25 ໃນທຳນອງດຽວກັນ ແມ່ນແຕ່ນາງຣາຮາບຍິງໂສເພນີຍັງຖືກນັບວ່າເປັນຄົນຊອບທຳເພາະການປະຕິບັດຂອງນາງໃນເວລາທີ່ນາງໃຫ້ທີ່ພັກແກ່ພວກສອດແນມ ແລະ ຊ່ວຍສົ່ງພວກເຂົາໄປອີກທາງໜຶ່ງບໍ່ແມ່ນບໍ? 26 ຮ່າງກາຍທີ່ບໍ່ມີວິນຍານ ກໍຕາຍແລ້ວສັນໃດ, ດັ່ງນັ້ນຄວາມເຊື່ອທີ່ບໍ່ມີການປະຕິບັດ ກໍຕາຍແລ້ວສັນນັ້ນ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.