ຢາໂກໂບ 1 - ພຣະຄຳພີລາວສະບັບສະໄໝໃໝ່1 ຈົດໝາຍສະບັບນີ້ຈາກເຮົາຢາໂກໂບ, ຜູ້ຮັບໃຊ້ຂອງພຣະເຈົ້າ ແລະ ຂອງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າ, ເຖິງຄົນສິບສອງເຜົ່າທີ່ກະຈັດກະຈາຍຢູ່ໃນຊາດຕ່າງໆ: ການທົດລອງ ແລະ ການລໍ້ລວງ 2 ພີ່ນ້ອງທັງຫລາຍເອີຍ, ເມື່ອໃດທີ່ພວກເຈົ້າປະເຊີນກັບການທົດລອງໃນຫລາຍຮູບແບບຈົ່ງຖືເປັນເລື່ອງທີ່ໜ້າຍິນດີແທ້ໆ, 3 ເພາະພວກເຈົ້າກໍຮູ້ຢູ່ວ່າການທົດລອງຄວາມເຊື່ອຂອງພວກເຈົ້ານັ້ນເຮັດໃຫ້ເກີດມີຄວາມອົດທົນ. 4 ຈົ່ງໃຫ້ຄວາມອົດທົນບັນລຸເຖິງເປົ້າໝາຍເພື່ອວ່າພວກເຈົ້າຈະໄດ້ເປັນຜູ້ໃຫຍ່ຂຶ້ນ ແລະ ຄວບຖ້ວນໂດຍບໍ່ຂາດຫຍັງ. 5 ຖ້າຜູ້ໃດໃນພວກເຈົ້າຂາດສະຕິປັນຍາ ຜູ້ນັ້ນກໍຈົ່ງຂໍຈາກພຣະເຈົ້າ ຜູ້ໃຫ້ແກ່ທຸກຄົນດ້ວຍໃຈກວ້າງຂວາງໂດຍບໍ່ຕຳໜິ ແລ້ວຜູ້ນັ້ນກໍຈະໄດ້ຮັບ. 6 ແຕ່ໃນເວລາທີ່ພວກເຈົ້າຂໍນັ້ນ ພວກເຈົ້າຕ້ອງເຊື່ອ ແລະ ບໍ່ສົງໄສ, ເພາະວ່າຜູ້ໃດທີ່ສົງໄສກໍເປັນເໝືອນຄື້ນໃນທະເລທີ່ຖືກລົມພັດຊັດໄປມາ. 7 ຜູ້ນັ້ນຢ່າຫວັງວ່າຈະໄດ້ຮັບສິ່ງໃດຈາກອົງພຣະຜູ້ເປັນເຈົ້າ. 8 ເຊິ່ງເປັນຄົນສອງໃຈ ແລະ ບໍ່ໝັ້ນຄົງໃນທຸກສິ່ງທີ່ພວກເຂົາກະທຳ. 9 ບັນດາຜູ້ທີ່ເຊື່ອທີ່ຕ່ຳຕ້ອຍນັ້ນຈົ່ງພູມໃຈໃນຖານະອັນສູງສົ່ງຂອງຕົນ. 10 ແຕ່ຄົນຮັ່ງມີນັ້ນຄວນພາກພູມໃຈໃນຄວາມອັບອາຍຂອງຕົນ ເພາະຜູ້ທີ່ຮັ່ງມີນັ້ນຈະລ່ວງລັບໄປເໝືອນດັ່ງດອກໄມ້ປ່າ. 11 ເພາະເມື່ອຕາເວັນຂຶ້ນດ້ວຍຄວາມຮ້ອນກ້າ ແລະ ເຮັດໃຫ້ພືດຫ່ຽວແຫ້ງ, ດອກຂອງມັນກໍຫລົ່ນລົງ ແລະ ຄວາມງາມກໍຖືກທຳລາຍ. ໃນທຳນອງດຽວກັນນີ້ ຄົນຮັ່ງມີກໍຈະເສື່ອມສູນໄປແມ່ນແຕ່ໃນຂະນະທີ່ພວກເຂົາດຳເນີນກິດຈະການຂອງຕົນຢູ່. 12 ຄວາມສຸກມີແກ່ຜູ້ທີ່ອົດທົນຕໍ່ການທົດລອງ ເພາະເມື່ອຜ່ານການທົດສອບແລ້ວຜູ້ນັ້ນກໍຈະໄດ້ຮັບມົງກຸດແຫ່ງຊີວິດທີ່ອົງພຣະຜູ້ເປັນເຈົ້າໄດ້ສັນຍາໄວ້ກັບບັນດາຜູ້ທີ່ຮັກພຣະອົງ. 13 ເມື່ອຖືກລໍ້ລວງໃຫ້ເຮັດບາບ ຢ່າໃຫ້ຜູ້ໃດເວົ້າວ່າ, “ພຣະເຈົ້າລໍ້ລວງຂ້ານ້ອຍ” ເພາະວ່າຄວາມຊົ່ວບໍ່ສາມາດລໍ້ລວງພຣະເຈົ້າໃຫ້ເຮັດບາບໄດ້ ແລະ ພຣະອົງກໍບໍ່ໄດ້ລໍ້ລວງຜູ້ໃດ, 14 ແຕ່ວ່າແຕ່ລະຄົນຖືກລໍ້ລວງກໍເມື່ອພວກເຂົາຖືກຊັກຈູງໄປໂດຍຄວາມປາຖະໜາຊົ່ວຂອງຕົນ ແລະ ຖືກລໍ້ລວງ. 15 ຫລັງຈາກທີ່ຄວາມປາຖະໜາຊົ່ວໄດ້ກໍ່ໃຫ້ເກີດຂຶ້ນແລ້ວ, ກໍເຮັດໃຫ້ເກີດມີບາບ ແລະ ເມື່ອບາບຈະເລີນຂຶ້ນຢ່າງເຕັມຂະໜາດແລ້ວກໍກໍ່ໃຫ້ເກີດມີຄວາມຕາຍ. 16 ພີ່ນ້ອງທີ່ຮັກທັງຫລາຍຂອງເຮົາເອີຍ, ຢ່າໃຫ້ຜູ້ໃດຖືກລໍ້ລວງເລີຍ. 17 ຂອງປະທານທຸກຢ່າງທີ່ດີ ແລະ ລ້ຳເລີດນັ້ນລ້ວນແຕ່ມາຈາກເບື້ອງເທິງ, ລົງມາຈາກພຣະບິດາແຫ່ງດວງສະຫວ່າງທັງຫລາຍໃນສະຫວັນ ຜູ້ບໍ່ປ່ຽນແປງເໝືອນດັ່ງເງົາທີ່ເຄື່ອນຍ້າຍ. 18 ພຣະອົງເລືອກທີ່ຈະໃຫ້ພວກເຮົາບັງເກີດຜ່ານທາງຖ້ອຍຄຳແຫ່ງຄວາມຈິງເພື່ອພວກເຮົາຈະໄດ້ເປັນຜົນທຳອິດຂອງທຸກສິ່ງທີ່ໄດ້ພຣະອົງສ້າງ. ຈົ່ງຟັງ ແລະ ເຮັດຕາມ 19 ພີ່ນ້ອງທີ່ຮັກທັງຫລາຍຂອງເຮົາເອີຍ, ໃຫ້ຈົດຈຳຂໍ້ນີ້ຄື: ທຸກຄົນຈະຕ້ອງໄວໃນການຟັງ, ຊ້າໃນການເວົ້າ ແລະ ຊ້າໃນການໃຈຮ້າຍ, 20 ເພາະວ່າຄວາມຄຽດຮ້າຍຂອງມະນຸດບໍ່ໄດ້ກໍ່ໃຫ້ເກີດຄວາມຊອບທຳທີ່ພຣະເຈົ້າປະສົງ. 21 ເຫດສະນັ້ນ ຈົ່ງກຳຈັດຄວາມເປື້ອນເປິທາງສິນທຳທຸກຢ່າງ ແລະ ຄວາມຊົ່ວຊ້າທີ່ແຜ່ຫລາຍ ແລ້ວຖ່ອມໂຕລົງຮັບເອົາພຣະຄຳທີ່ໄດ້ປູກໄວ້ໃນພວກເຈົ້າ ເຊິ່ງສາມາດຊ່ວຍພວກເຈົ້າໃຫ້ພົ້ນໄດ້. 22 ຢ່າພຽງແຕ່ຟັງພຣະຄຳ ແລະ ຫລອກລວງຕົນເອງເທົ່ານັ້ນ, ແຕ່ຈົ່ງປະຕິບັດຕາມພຣະຄຳນັ້ນ. 23 ຜູ້ໃດທີ່ຟັງພຣະຄຳແຕ່ບໍ່ໄດ້ປະຕິບັດຕາມ, ຜູ້ນັ້ນກໍເປັນເໝືອນຄົນທີ່ແຍງເບິ່ງໜ້າຂອງຕົນເອງໃນແວ່ນ 24 ແລະ ຫລັງຈາກແຍງເບິ່ງແລ້ວກໍໄປ ແລະ ໃນທັນໃດນັ້ນກໍລືມວ່າໜ້າຂອງຕົນເອງເປັນຢ່າງໃດ. 25 ແຕ່ຜູ້ໃດກໍຕາມທີ່ຕັ້ງໃຈເບິ່ງກົດບັນຍັດອັນສົມບູນທີ່ໃຫ້ເສລີພາບ ແລະ ສືບຕໍ່ໃນເສລີພາບນັ້ນ ໂດຍບໍ່ລືມສິ່ງທີ່ພວກເຂົາໄດ້ຍິນ, ແຕ່ປະຕິບັດຕາມ ພວກເຂົາກໍຈະໄດ້ຮັບພອນໃນສິ່ງທີ່ຕົນກະທຳ. 26 ບັນດາຜູ້ທີ່ຄິດວ່າຕົນເອງເຄັ່ງສາສະໜາແຕ່ບໍ່ຄວບຄຸມລີ້ນຂອງຕົນໃຫ້ດີກໍຫລອກລວງຕົນເອງ ແລະ ສາສະໜາຂອງພວກເຂົາກໍໄຮ້ຄ່າ. 27 ສາສະໜາທີ່ພຣະເຈົ້າພຣະບິດາຂອງພວກເຮົາຍອມຮັບວ່າບໍລິສຸດ ແລະ ບໍ່ມີຂໍ້ບົກພ່ອງຄື: ການເບິ່ງແຍງບັນດາເດັກກ່ຳພ້າ ແລະ ແມ່ໝ້າຍທີ່ທຸກຍາກຂອງ ແລະ ໃນການຮັກສາຕົນເອງໃຫ້ພົ້ນຈາກມົນທິນຂອງໂລກ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.