Biblia Todo Logo
Bìoball air-loidhne

- Sanasan -

ເຮັບເຣີ 9 - ພຣະຄຳພີລາວສະບັບສະໄໝໃໝ່


ການນະມັດສະການ​ໃນ​ຫໍເຕັນ​ຂອງ​ໂລກ​ນີ້

1 ພັນທະສັນຍາເດີມ​ນັ້ນ​ມີ​ກົດລະບຽບ​ກ່ຽວກັບ​ການນະມັດສະການ ແລະ ມີ​ສະຖານ​ນະມັດສະການ​ຂອງ​ໂລກ​ນີ້

2 ຫໍເຕັນ​ຖືກ​ຕັ້ງ​ຂຶ້ນ. ໃນ​ຫ້ອງ​ທຳອິດ​ມີ​ຫລັກຕະກຽງ ແລະ ໂຕະ​ກັບ​ເຂົ້າຈີ່​ສັກສິດ ເອີ້ນ​ຫ້ອງ​ນີ້​ວ່າ​ສະຖານທີ່ບໍລິສຸດ.

3 ທາງຫລັງ​ຜ້າກັ້ງ​ຊັ້ນ​ທີ​ສອງ​ແມ່ນ​ຫ້ອງ​ທີ່​ເອີ້ນ​ວ່າ​ສະຖານທີ່​ສັກສິດ​ທີ່ສຸດ,

4 ໃນ​ຫ້ອງ​ນີ້​ມີ​ແທ່ນບູຊາ​ທີ່​ເຮັດ​ດ້ວຍ​ຄຳ​ສຳລັບ​ເຜົາ​ເຄື່ອງຫອມ ແລະ ມີ​ຫີບພັນທະສັນຍາ​ທີ່​ໂອບ​ດ້ວຍ​ຄຳ. ພາຍໃນ​ຫີບ​ນີ້​ມີ​ຂັນ​ຄຳ​ທີ່​ບັນຈຸ​ມານາ, ໄມ້ຄ້ອນເທົ້າ​ຂອງ​ອາໂຣນ​ທີ່​ແຕກໜໍ່​ອອກມາ ແລະ ແຜ່ນຫີນ​ແຫ່ງ​ພັນທະສັນຍາ.

5 ຢູ່​ເທິງ​ຫີບ​ນັ້ນ​ມີ​ຮູບ​ເຄຣຸບ​ແຫ່ງ​ສະຫງ່າລາສີ ກາງປີກ​ປົກຄຸມ​ຝາອັດຫີບ. ແຕ່​ພວກເຮົາ​ບໍ່​ສາມາດ​ກ່າວ​ເຖິງ​ລາຍລະອຽດ​ຂອງ​ສິ່ງ​ຕ່າງໆ​ເຫລົ່ານີ້​ໃນ​ເວລາ​ນີ້.

6 ເມື່ອ​ທຸກສິ່ງ​ໄດ້​ຖືກ​ຈັດ​ຕາມ​ນີ້​ແລ້ວ, ບັນດາ​ປະໂລຫິດ​ກໍ​ເຂົ້າ​ໄປ​ປະຕິບັດ​ຫນ້າທີ່​ໃນ​ຫ້ອງຊັ້ນນອກ​ນັ້ນ​ເປັນ​ປະຈໍາ.

7 ແຕ່​ມີ​ພຽງ​ມະຫາ​ປະໂລຫິດ​ຜູ້ດຽວ​ເທົ່ານັ້ນ​ທີ່​ເຂົ້າ​ໄປ​ຫ້ອງຊັ້ນໃນ​ໄດ້​ປີ​ລະ​ເທື່ອ ແລະ ຕ້ອງ​ນຳ​ເລືອດ​ສັດ​ເຂົ້າ​ໄປ​ຖວາຍ​ເພື່ອ​ຕົນເອງ ແລະ ເພື່ອ​ຄວາມບາບ​ຂອງ​ປະຊາຊົນ​ທີ່​ໄດ້​ເຮັດ​ໂດຍ​ບໍ່​ເຈດຕະນາ.

8 ພຣະວິນຍານບໍລິສຸດເຈົ້າ​ສະແດງ​ໂດຍ​ສິ່ງ​ເຫລົ່ານີ້​ວ່າ​ທາງ​ເຂົ້າ​ສູ່​ສະຖານທີ່ບໍລິສຸດ​ທີ່ສຸດ​ຍັງ​ບໍ່​ເປີດ ຕາບໃດ​ທີ່​ຫໍເຕັນ​ທຳອິດ​ຍັງ​ຕັ້ງ​ຢູ່.

9 ນີ້​ເປັນ​ພາບ​ສຳລັບ​ຍຸກ​ປັດຈຸບັນ, ຊີ້ບອກ​ວ່າ​ຂອງຖວາຍ ແລະ ເຄື່ອງບູຊາ​ເຫລົ່ານັ້ນ​ບໍ່​ສາມາດ​ຊຳລະ​ຈິດສຳນຶກ​ຂອງ​ຜູ້​ນະມັດສະການ​ໄດ້.

10 ສິ່ງ​ເຫລົ່ານີ້​ເປັນ​ພຽງ​ເລື່ອງ​ຂອງ​ອາຫານ ແລະ ເຄື່ອງດື່ມ ແລະ ການຊຳລະ​ຕ່າງໆ​ຕາມ​ລະບຽບ​ພິທີ ເຊິ່ງ​ເປັນ​ຂໍ້ປະຕິບັດ​ພາຍນອກ​ຈົນ​ກວ່າ​ຈະ​ເຖິງ​ເວລາ​ຂອງ​ລະບົບ​ໃໝ່.


ໂລຫິດ​ຂອງ​ພຣະຄຣິດເຈົ້າ

11 ແຕ່​ເມື່ອ​ພຣະຄຣິດເຈົ້າ​ມາ​ໃນ​ຖານະ​ມະຫາ​ປະໂລຫິດ​ຂອງ​ສິ່ງ​ປະເສີດ​ຕ່າງໆ ເຊິ່ງ​ບັດນີ້​ໄດ້​ມາ​ເຖິງ​ແລ້ວ, ພຣະອົງ​ຜ່ານ​ເຂົ້າ​ສູ່​ຫໍເຕັນ​ທີ່​ຍິ່ງໃຫຍ່​ກວ່າ ແລະ ສົມບູນ​ກວ່າ ເຊິ່ງ​ບໍ່​ໄດ້​ສ້າງ​ຂຶ້ນ​ດ້ວຍ​ມື​ມະນຸດ, ຄື​ບໍ່​ໄດ້​ເປັນ​ສ່ວນໜຶ່ງ​ຂອງ​ສິ່ງ​ທີ່​ສ້າງ​ນີ້.

12 ພຣະອົງ​ບໍ່​ໄດ້​ເຂົ້າໄປ​ດ້ວຍ​ເລືອດ​ແບ້ ແລະ ລູກງົວ, ແຕ່​ພຣະອົງ​ໄດ້​ເຂົ້າ​ໄປ​ສູ່​ສະຖານ​ສັກສິດ​ທີ່ສຸດ​ດ້ວຍ​ເລືອດ​ຂອງ​ພຣະອົງ​ເອງ​ພຽງ​ຄັ້ງ​ດຽວ​ເປັນ​ການສິ້ນສຸດ, ຈຶ່ງ​ໄດ້​ການໄຖ່​ຕະຫລອດໄປ​ເປັນນິດ​ມາ.

13 ເລືອດ​ແບ້ ແລະ ເລືອດ​ງົວ ຫລື ຂີ້ເຖົ່າ​ຈາກ​ງົວແມ່​ທີ່​ໂຮຍ​ລົງ​ເທິງ​ບັນດາ​ຜູ້​ມີ​ມົນທິນ​ຕາມ​ລະບຽບ​ພິທີ​ຍັງ​ຊຳລະ​ພວກເຂົາ​ເພື່ອ​ພວກເຂົາ​ຈະ​ສະອາດ​ພາຍນອກ.

14 ແລ້ວ​ຫລາຍກວ່ານັ້ນ​ຈັກ​ເທົ່າໃດ, ໂລຫິດ​ຂອງ​ພຣະຄຣິດເຈົ້າ​ຜູ້​ໄດ້​ຖວາຍ​ພຣະອົງ​ເອງ​ຢ່າງ​ບໍ່ມີຕຳໜິ​ແກ່​ພຣະເຈົ້າ ໂດຍ​ທາງ​ພຣະວິນຍານ​ຕະຫລອດໄປ​ເປັນນິດ ກໍ​ຈະ​ຊຳລະ​ຈິດສຳນຶກ​ຂອງ​ພວກເຮົາ​ຈາກ​ການກະທຳ​ອັນ​ນຳ​ໄປ​ສູ່​ຄວາມຕາຍ, ເພື່ອ​ພວກເຮົາ​ຈະ​ໄດ້​ຮັບໃຊ້​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່!

15 ດ້ວຍເຫດ​ນີ້ ພຣະຄຣິດເຈົ້າ​ຈຶ່ງ​ເປັນ​ຜູ້ກາງ​ຂອງ​ພັນທະສັນຍາ​ໃໝ່, ເພື່ອ​ບັນດາ​ຜູ້​ທີ່​ພຣະອົງ​ເອີ້ນ​ນັ້ນ​ຈະ​ໄດ້​ຮັບ​ມໍລະດົກ​ຕະຫລອດໄປ​ເປັນນິດ​ຕາມ​ທີ່​ໄດ້​ສັນຍາ​ໄວ້ ເພາະ​ພຣະຄຣິດ​ໄດ້​ຕາຍ​ເປັນ​ຄ່າ​ໄຖ່​ເພື່ອ​ປົດປ່ອຍ​ພວກເຂົາ​ໃຫ້​ເປັນ​ອິດສະຫລະ​ຈາກ​ບາບ​ທີ່​ໄດ້​ເຮັດ​ພາຍໃຕ້​ພັນທະສັນຍາ​ເດີມ.

16 ໃນ​ກໍລະນີ​ຂອງ​ພິໄນກຳ ຈຳເປັນ​ຕ້ອງ​ພິສູດ​ວ່າ​ຜູ້​ເຮັດ​ພິໄນກຳ​ນັ້ນ​ໄດ້​ຕາຍ​ແລ້ວ,

17 ເພາະວ່າ​ພິໄນກຳ​ຈະ​ມີ​ຜົນ​ບັງຄັບໃຊ້​ກໍ​ຕໍ່​ເມື່ອ​ຜູ້​ເຮັດ​ນັ້ນ​ຕາຍ​ແລ້ວ, ຖ້າ​ຜູ້​ເຮັດ​ນັ້ນ​ຍັງ​ມີຊີວິດ​ຢູ່​ພິໄນກຳ​ຈະ​ບໍ່​ມີ​ຜົນ​ອັນໃດ.

18 ດ້ວຍເຫດນີ້ ແມ່ນແຕ່​ພັນທະສັນຍາເດີມ​ຈະ​ບໍ່​ມີ​ຜົນ​ບັງຄັບໃຊ້​ຖ້າ​ປາດສະຈາກ​ເລືອດ.

19 ເມື່ອ​ໂມເຊ​ປະກາດ​ກົດບັນຍັດ​ທຸກ​ຂໍ້​ແກ່​ປະຊາຊົນ​ທັງໝົດ​ແລ້ວ, ເພິ່ນ​ກໍ​ໄດ້​ເອົາ​ເລືອດ​ລູກງົວ​ພ້ອມ​ດ້ວຍ​ນ້ຳ, ຂົນແກະ​ສີແດງເຂັ້ມ ແລະ ກິ່ງ​ຫູສົບ​ມາ ແລ້ວ​ຊິດ​ໃສ່​ໜັງສືມ້ວນ​ນັ້ນ ແລະ ຊິດ​ໃສ່​ຄົນ​ທັງໝົດ.

20 ເພິ່ນ​ກ່າວ​ວ່າ, “ນີ້​ຄື​ເລືອດ​ແຫ່ງ​ພັນທະສັນຍາ, ເຊິ່ງ​ພຣະເຈົ້າ​ໄດ້​ສັ່ງ​ພວກເຈົ້າ​ທັງຫລາຍ​ໃຫ້​ຮັກສາ​ໄວ້”.

21 ໃນ​ທຳນອງ​ດຽວ​ກັນ​ນັ້ນ ເພິ່ນ​ກໍ​ເອົາ​ເລືອດ​ຊິດ​ໃສ່​ຫໍເຕັນ ແລະ ທຸກສິ່ງ​ທີ່​ໃຊ້​ໃນ​ພິທີ​ຕ່າງໆ​ເໝືອນກັນ.

22 ແທ້ຈິງແລ້ວ, ກົດບັນຍັດ​ໄດ້​ລະບຸ​ໃຫ້​ຊຳລະ​ເກືອບ​ໝົດ​ທຸກສິ່ງ​ດ້ວຍ​ເລືອດ ແລະ ຖ້າ​ບໍ່​ມີ​ເລືອດໄຫລອອກ​ແລ້ວ​ກໍ​ບໍ່​ມີ​ການອະໄພ​ບາບ.

23 ດັ່ງນັ້ນ, ຈຶ່ງ​ຈຳເປັນ​ຕ້ອງ​ຊຳລະ​ສິ່ງ​ຕ່າງໆ ອັນ​ເປັນ​ແບບຈຳລອງ​ຂອງ​ສະຫວັນ​ດ້ວຍ​ເຄື່ອງບູຊາ​ເຫລົ່ານີ້, ແຕ່​ສິ່ງຂອງ​ໃນ​ສະຫວັນ​ເອງ​ຕ້ອງ​ຊຳລະ​ດ້ວຍ​ເຄື່ອງບູຊາ​ທີ່​ດີ​ຫລາຍ​ກວ່າ​ນີ້.

24 ເພາະ​ພຣະຄຣິດເຈົ້າ​ບໍ່​ໄດ້​ເຂົ້າ​ສູ່​ສະຖານ​ນະມັດສະການ​ທີ່​ມະນຸດ​ສ້າງ​ຂຶ້ນ ເຊິ່ງ​ເປັນ​ພຽງ​ແບບຈຳລອງ​ມາ​ຈາກ​ຂອງ​ແທ້, ພຣະອົງ​ເຂົ້າ​ສູ່​ສະຫວັນ​ໂດຍ​ກົງ, ບັດນີ້ ໄດ້​ປາກົດ​ຢູ່​ຕໍ່ໜ້າ​ພຣະເຈົ້າ​ເພື່ອ​ພວກເຮົາ​ທັງຫລາຍ.

25 ພຣະອົງ​ບໍ່​ໄດ້​ເຂົ້າ​ສູ່​ສະຫວັນ​ເພື່ອ​ຖວາຍ​ພຣະອົງ​ອີກ​ຫລາຍ​ເທື່ອ​ເໝືອນ​ກັບ​ມະຫາ​ປະໂລຫິດ​ທີ່​ເຂົ້າ​ສູ່​ສະຖານທີ່ສັກສິດ​ທີ່ສຸດ​ທຸກໆ​ປີ​ພ້ອມ​ດ້ວຍ​ເລືອດ​ທີ່​ບໍ່ແມ່ນ​ເລືອດ​ຂອງ​ຕົນ​ເອງ.

26 ບໍ່​ດັ່ງນັ້ນ​ພຣະຄຣິດເຈົ້າ​ຄົງ​ຈະ​ຕ້ອງ​ທົນທຸກທໍລະມານ​ຫລາຍ​ເທື່ອ​ນັບ​ຕັ້ງແຕ່​ສ້າງ​ໂລກ​ມາ. ແຕ່​ບັດນີ້​ພຣະອົງ​ປາກົດ​ໃນ​ຕອນທ້າຍ​ຍຸກ​ພຽງ​ຄັ້ງ​ດຽວ​ເປັນ​ການສິ້ນສຸດ ເພື່ອ​ກຳຈັດ​ຄວາມບາບ​ໃຫ້​ໝົດ​ໄປ​ໂດຍ​ຖວາຍ​ພຣະອົງ​ເອງ​ເປັນ​ເຄື່ອງບູຊາ.

27 ເໝືອນດັ່ງ​ມະນຸດ​ຖືກ​ກຳນົດ​ໃຫ້​ຕາຍ​ຄັ້ງ​ດຽວ ແລະ ຫລັງຈາກນັ້ນ​ຈະ​ຕ້ອງ​ພົບ​ກັບ​ການພິພາກສາ,

28 ດັ່ງນັ້ນ ພຣະຄຣິດເຈົ້າ​ກໍ​ຖວາຍ​ພຣະອົງ​ເອງ​ຄັ້ງ​ດຽວ​ເພື່ອ​ລຶບລ້າງ​ບາບ​ຂອງ​ປະຊາຊົນ​ເປັນ​ຈຳນວນ​ຫລວງຫລາຍ ແລະ ພຣະອົງ​ຈະ​ມາ​ປາກົດ​ເປັນ​ຄັ້ງ​ທີ​ສອງ ບໍ່ແມ່ນ​ເພື່ອ​ຮັບແບກ​ຄວາມບາບ​ແຕ່​ເພື່ອ​ນຳ​ເອົາ​ຄວາມພົ້ນ​ມາ​ສູ່​ບັນດາ​ຜູ້​ທີ່​ລໍຄອຍ​ພຣະອົງ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan