Biblia Todo Logo
Bìoball air-loidhne

- Sanasan -

ເຮັບເຣີ 8 - ພຣະຄຳພີລາວສະບັບສະໄໝໃໝ່


ມະຫາ​ປະໂລຫິດ​ແຫ່ງ​ພັນທະສັນຍາ​ໃໝ່

1 ບັດນີ້ ປະເດັນ​ຫລັກ​ທີ່​ພວກເຮົາ​ກຳລັງ​ກ່າວ​ກໍ​ຄື: ພວກເຮົາ​ມີ​ມະຫາ​ປະໂລຫິດ​ຢ່າງ​ນີ້, ຜູ້​ທີ່​ນັ່ງ​ຢູ່​ເບື້ອງຂວາ​ຂອງ​ບັນລັງ​ຂອງ​ອົງ​ຜູ້​ມີ​ບາລະມີ​ໃນ​ສະຫວັນ

2 ແລະ ຜູ້​ປະຕິບັດ​ໜ້າທີ່​ໃນ​ສະຖານ​ນະມັດສະການ​ອັນ​ເປັນ​ຫໍເຕັນ​ແທ້​ທີ່​ອົງພຣະຜູ້ເປັນເຈົ້າ​ຕັ້ງ​ຂຶ້ນ ບໍ່​ແມ່ນ​ມະນຸດ​ຕັ້ງ​ຂຶ້ນ.

3 ມະຫາ​ປະໂລຫິດ​ທຸກຄົນ​ໄດ້​ຮັບ​ການແຕ່ງຕັ້ງ​ໃຫ້​ຖວາຍ​ທັງ​ເຄື່ອງບູຊາ ແລະ ຂອງຖວາຍ, ດັ່ງນັ້ນ​ມະຫາ​ປະໂລຫິດ​ອົງ​ນີ້​ຈຳເປັນ​ຕ້ອງ​ມີ​ບາງ​ສິ່ງ​ທີ່​ຈະ​ຖວາຍ​ເໝືອນກັນ.

4 ຖ້າ​ພຣະອົງ​ຢູ່​ໃນ​ໂລກ, ພຣະອົງ​ຈະ​ບໍ່​ໄດ້​ເປັນ​ປະໂລຫິດ ເພາະ​ມີ​ຄົນ​ທີ່​ຈະ​ຖວາຍ​ຂອງຖວາຍ​ຕ່າງໆ​ຕາມ​ທີ່​ກົດບັນຍັດ​ກຳນົດ​ຢູ່​ແລ້ວ.

5 ປະໂລຫິດ​ເຫລົ່ານັ້ນ​ປະຕິບັດ​ໃນ​ສະຖານ​ນະມັດສະການ​ອັນ​ເປັນ​ແບບ​ຈຳລອງ ແລະ ເປັນ​ເງົາ​ຂອງ​ສິ່ງ​ທີ່​ຢູ່​ໃນ​ສະຫວັນ. ດ້ວຍເຫດນີ້ ໂມເຊ​ຈຶ່ງ​ໄດ້​ຮັບ​ຄຳເຕືອນ​ກ່ຽວກັບ​ການສ້າງ​ຫໍເຕັນ​ວ່າ: “ຈົ່ງ​ເຮັດ​ທຸກສິ່ງ​ຕາມ​ແບບ​ທີ່​ເຮົາ​ໄດ້​ສະແດງ​ແກ່​ເຈົ້າ​ຢູ່​ເທິງ​ພູເຂົາ​ນັ້ນ”

6 ແຕ່​ຄວາມຈິງ​ແລ້ວ​ພັນທະກິດ​ທີ່​ພຣະເຢຊູເຈົ້າ​ໄດ້ຮັບ​ມອບໝາຍ​ນັ້ນ​ຍິ່ງໃຫຍ່​ກວ່າ​ພັນທະກິດ​ຂອງ​ພວກເຂົາ ເໝືອນດັ່ງ​ພັນທະສັນຍາ​ທີ່​ພຣະອົງ​ເປັນ​ຜູ້ກາງ​ນັ້ນ​ກໍ​ເໜືອ​ກວ່າ​ພັນທະສັນຍາ​ເດີມ ແລະ ຕັ້ງ​ຢູ່​ເທິງ​ສັນຍາ​ຕ່າງໆ​ທີ່​ດີ​ຫລາຍ​ກວ່າ.

7 ເພາະ​ຖ້າ​ພັນທະສັນຍາເດີມ​ບໍ່ມີຂໍ້ບົກຜ່ອງ​ກໍ​ບໍ່​ຈຳເປັນ​ຕ້ອງ​ມີ​ພັນທະສັນຍາ​ໃໝ່​ອີກ.

8 ແຕ່​ພຣະເຈົ້າ​ເຫັນ​ຂໍ້ຜິດພາດ​ຂອງ​ບັນດາ​ປະຊາຊົນ ແລະ ກ່າວ​ວ່າ: “ອົງພຣະຜູ້ເປັນເຈົ້າ​ປະກາດ​ວ່າ, ວັນ​ນັ້ນ​ຈະ​ມາ​ເຖິງ, ເມື່ອ​ເຮົາ​ຈະ​ເຮັດ​ພັນທະສັນຍາ​ໃໝ່ ກັບ​ປະຊາຊົນ​ຂອງ​ອິດສະຣາເອນ ແລະ ກັບ​ປະຊາຊົນ​ຂອງ​ຢູດາ.

9 ເຊິ່ງ​ບໍ່​ເໝືອນ​ກັບ​ພັນທະສັນຍາ ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຂົາ ເມື່ອ​ເຮົາ​ຈູງ​ມື​ພວກເຂົາ ນຳ​ພວກເຂົາ​ອອກ​ມາ​ຈາກ​ດິນແດນ​ເອຢິບ, ເພາະວ່າ​ພວກເຂົາ​ບໍ່​ສັດຊື່​ຕໍ່​ພັນທະສັນຍາ​ຂອງ​ເຮົາ, ແລະ ເຮົາ​ຫັນໜີ​ຈາກ​ພວກເຂົາ, ອົງພຣະຜູ້ເປັນເຈົ້າ​ປະກາດ​ດັ່ງນັ້ນ.

10 ນີ້​ຄື​ພັນທະສັນຍາ​ທີ່​ເຮົາ​ຈະ​ເຮັດ​ກັບ​ປະຊາຊົນ​ຂອງ​ອິດສະຣາເອນ ຫລັງຈາກ​ສະໄໝ​ນັ້ນ, ອົງພຣະຜູ້ເປັນເຈົ້າ​ກ່າວ​ດັ່ງນີ້. ເຮົາ​ຈະ​ໃສ່​ກົດບັນຍັດ​ຂອງ​ເຮົາ​ໄວ້​ໃນ​ຈິດໃຈ​ຂອງ​ພວກເຂົາ ແລະ ຈາລຶກ​ກົດບັນຍັດ​ນັ້ນ​ເທິງ​ຫົວໃຈ​ຂອງ​ພວກເຂົາ. ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ ພວກເຂົາ​ຈະ​ເປັນ​ປະຊາຊົນ​ຂອງ​ເຮົາ.

11 ພວກເຂົາ​ຈະ​ບໍ່​ສອນ​ເພື່ອນບ້ານ​ຂອງ​ພວກເຂົາ ຫລື ກ່າວ​ຕໍ່​ກັນແລະກັນ​ວ່າ, ‘ຈົ່ງ​ຮູ້ຈັກ​ອົງພຣະຜູ້ເປັນເຈົ້າ’ ເພາະ​ພວກເຂົາ​ທຸກຄົນ​ຈະ​ຮູ້ຈັກ​ເຮົາ, ຕັ້ງແຕ່​ຜູ້ນ້ອຍ​ທີ່ສຸດ​ໃນ​ພວກເຂົາ​ໄປ​ຈົນ​ເຖິງ​ຜູ້ໃຫຍ່​ທີ່ສຸດ.

12 ເພາະ​ເຮົາ​ຈະ​ໃຫ້​ອະໄພ​ຄວາມ​ຊົ່ວຮ້າຍ​ຂອງ​ພວກເຂົາ ແລະ ຈະ​ບໍ່​ຈົດຈຳ​ຄວາມບາບ​ທັງຫລາຍ​ຂອງ​ພວກເຂົາ​ອີກ​ຕໍ່ໄປ”.

13 ໂດຍ​ການ​ກ່າວ​ເອີ້ນ​ພັນທະສັນຍາ​ນີ້​ວ່າ “ພັນທະສັນຍາ​ໃໝ່” ພຣະອົງ​ເຮັດ​ໃຫ້​ພັນທະສັນຍາເດີມ​ນັ້ນ​ພົ້ນ​ສະໄໝ​ໄປ ສິ່ງ​ທີ່​ພົ້ນ​ສະໄໝ ແລະ ເກົ່າ​ແລ້ວ​ນັ້ນ​ອີກ​ບໍ່​ດົນ​ກໍ​ຈະ​ເສື່ອມສູນ​ໄປ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan