ເຮັບເຣີ 7 - ພຣະຄຳພີລາວສະບັບສະໄໝໃໝ່ປະໂລຫິດເມຄີເຊເດັກ 1 ເມຄີເຊເດັກຜູ້ນີ້ເປັນກະສັດເມືອງຊາເລັມ ແລະ ເປັນປະໂລຫິດຂອງພຣະເຈົ້າຜູ້ສູງສຸດ. ເມຄີເຊເດັກໄດ້ພົບອັບຣາຮາມ ແລະ ອວຍພອນເພິ່ນຫລັງຈາກທີ່ເພິ່ນກັບມາຈາກການຮົບຊະນະບັນດາກະສັດທັງຫລາຍ, 2 ແລະ ອັບຣາຮາມໄດ້ຖວາຍໜຶ່ງສວ່ນສິບຈາກສິ່ງຂອງທັງໝົດໃຫ້ແກ່ເພິ່ນ. ປະການທຳອິດ, ເມຄີເຊເດັກມີຄວາມຫມາຍວ່າ “ກະສັດແຫ່ງຄວາມຊອບທຳ” ແລະ ປະການຕໍ່ມາ, “ກະສັດແຫ່ງຊາເລັມ” ກໍໝາຍເຖິງ “ກະສັດແຫ່ງສັນຕິສຸກ”. 3 ບໍ່ມີບັນທຶກວ່າຜູ້ໃດເປັນບິດາ ຫລື ມານດາ, ບໍ່ມີລຳດັບວົງຕະກູນ, ບໍ່ມີວັນເລີ່ມຕົ້ນ ຫລື ວັນສິ້ນສຸດຊີວິດ, ເໝືອນກັນກັບພຣະບຸດຂອງພຣະເຈົ້າ, ເພິ່ນເປັນປະໂລຫິດຕະຫລອດໄປ. 4 ຈົ່ງຄິດເບິ່ງວ່າເມຄີເຊເດັກຍິ່ງໃຫຍ່ຂະໜາດໃດ, ແມ່ນແຕ່ອັບຣາຮາມບັນພະບຸລຸດຂອງພວກເຮົາຍັງໄດ້ຖວາຍໜຶ່ງສ່ວນສິບຈາກສິ່ງຂອງທີ່ຢຶດມາໃຫ້ແກ່ເພິ່ນ. 5 ກົດບັນຍັດໄດ້ຮຽກຮ້ອງໃຫ້ເຊື້ອສາຍຂອງເລວີຜູ້ເປັນປະໂລຫິດນັ້ນຮັບໜຶ່ງສ່ວນສິບຈາກປະຊາຊົນ ຄືຈາກພີ່ນ້ອງຊາວອິດສະຣາເອນຂອງຕົນເຖິງແມ່ນວ່າພວກເຂົາຈະສືບເຊື້ອສາຍມາຈາກອັບຣາຮາມກໍຕາມ. 6 ເຖິງຢ່າງໃດກໍຕາມ, ເມຄີເຊເດັກບໍ່ໄດ້ສືບເຊື້ອສາຍມາຈາກຊາວເລວີ, ແຕ່ເພິ່ນກໍໄດ້ຮັບໜຶ່ງສ່ວນສິບຈາກອັບຣາຮາມ ແລະ ໄດ້ອວຍພອນອັບຣາຮາມຜູ້ທີ່ຮັບສັນຍາ. 7 ແລະ ແນ່ນອນວ່າຜູ້ນ້ອຍຍ່ອມຮັບພອນຈາກຜູ້ໃຫຍ່. 8 ໃນກໍລະນີໜຶ່ງ, ຜູ້ຮັບໜຶ່ງສ່ວນສິບເປັນມະນຸດທີ່ຕ້ອງຕາຍ, ແຕ່ໃນກໍລະນີໜຶ່ງອີກຜູ້ຮັບໜຶ່ງສ່ວນສິບຄືຜູ້ທີ່ໄດ້ຮັບການປະກາດວ່າມີຊີວິດຢູ່. 9 ເວົ້າໄດ້ອີກຢ່າງໜຶ່ງວ່າເລວີຜູ້ທີ່ຮັບໜຶ່ງສ່ວນສິບນັ້ນໄດ້ຖວາຍໜຶ່ງສ່ວນສິບຜ່ານທາງອັບຣາຮາມ, 10 ເພາະວ່າເມື່ອເມຄີເຊເດັກໄດ້ພົບກັບອັບຣາຮາມນັ້ນ ເລວີຍັງຢູ່ໃນກາຍຂອງບັນພະບຸລຸດຂອງເພິ່ນ. ພຣະເຢຊູເຈົ້າເປັນເໝືອນເມຄີເຊເດັກ 11 ຖ້າຫາກມະນຸດມາເຖິງຄວາມບໍລິບູນຄົບຖ້ວນໃນພຣະເຈົ້າໄດ້ໂດຍທາງລະບົບປະໂລຫິດຕາມແບບຂອງເລວີແລ້ວ ແລະ ເພາະໂດຍພື້ນຖານຂອງລະບົບປະໂລຫິດນີ້ກົດບັນຍັດຈຶ່ງມີມາເຖິງບັນດາປະຊາຊົນ ເປັນຫຍັງຍັງຕ້ອງມີປະໂລຫິດອີກຄົນໜຶ່ງ ເຊິ່ງເປັນປະໂລຫິດໃນລຳດັບດຽວກັນກັບເມຄີເຊເດັກ, ບໍ່ແມ່ນໃນລຳດັບດຽວກັນກັບອາໂຣນ? 12 ເພາະເມື່ອມີການປ່ຽນແປງລະບົບປະໂລຫິດກໍຈະຕ້ອງມີການປ່ຽນແປງກົດບັນຍັດເໝືອນກັນ. 13 ພຣະອົງຜູ້ທີ່ສິ່ງຕ່າງໆເຫລົ່ານີ້ໄດ້ກ່າວເຖິງນັ້ນມາຈາກຕະກູນອື່ນ ແລະ ບໍ່ມີຜູ້ໃດທີ່ມາຈາກຕະກູນນັ້ນເຄີຍຮັບໃຊ້ທີ່ແທ່ນບູຊາ. 14 ເພາະເປັນທີ່ຈະແຈ້ງແລ້ວວ່າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາໄດ້ສືບເຊື້ອສາຍມາຈາກຕະກູນຢູດາ ແລະ ເປັນຕະກຸນທີ່ໂມເຊບໍ່ໄດ້ກ່າວເຖິງເລື່ອງບັນດາປະໂລຫິດ. 15 ແລະ ສິ່ງທີ່ພວກເຮົາໄດ້ກ່າວນັ້ນຈະເຫັນຈະແຈ້ງຫລາຍຂຶ້ນຖ້າມີປະໂລຫິດອີກຜູ້ໜຶ່ງເໝືອນເມຄີເຊເດັກປາກົດຂຶ້ນ, 16 ຜູ້ທີ່ເປັນປະໂລຫິດໂດຍບໍ່ໄດ້ອາໄສກົດລະບຽບການສືບທອດຕາມບັນພະບຸລຸດຂອງພວກເຂົາ ແຕ່ໂດຍອາໄສລິດອຳນາດແຫ່ງຊີວິດທີ່ບໍ່ສາມາດທຳລາຍໄດ້. 17 ຕາມທີ່ປະກາດໄວ້ວ່າ: “ທ່ານເປັນປະໂລຫິດຕະຫລອດໄປ, ໃນລຳດັບດຽວກັນກັບເມຄີເຊເດັກ”. 18 ກົດລະບຽບເດີມຖືກຍົກເລີກໄປເນື່ອງຈາກບໍ່ມີປະສິດທິພາບ ແລະ ບໍ່ມີປະໂຫຍດ 19 (ເພາະກົດບັນຍັດບໍ່ໄດ້ເຮັດໃຫ້ສິ່ງໃດຄົບຖ້ວນສົມບູນໄດ້ເລີຍ), ແລະ ມີຄວາມຫວັງອັນດີກວ່າກໍເຂົ້າມາ, ໂດຍຄວາມຫວັງນັ້ນພວກເຮົາຈຶ່ງເຂົ້າໃກ້ພຣະເຈົ້າໄດ້. 20 ແລະ ພຣະເຈົ້າຢືນຢັນເລື່ອງນີ້ດ້ວຍຄຳສາບານ! ຂະນະທີ່ຄົນອື່ນໆຂຶ້ນເປັນປະໂລຫິດໂດຍບໍ່ມີຄຳສາບານໃດໆ, 21 ແຕ່ພຣະເຢຊູເຈົ້າຂຶ້ນເປັນປະໂລຫິດດ້ວຍຄຳສາບານເມື່ອພຣະເຈົ້າກ່າວກັບພຣະອົງວ່າ: “ອົງພຣະຜູ້ເປັນເຈົ້າໄດ້ປະຕິຍານແລ້ວ ແລະ ຈະບໍ່ປ່ຽນໃຈຄື: ‘ທ່ານເປັນປະໂລຫິດຕະຫລອດໄປ’”. 22 ເພາະດ້ວຍຄຳສາບານນີ້ ພຣະເຢຊູເຈົ້າຈຶ່ງເປັນຜູ້ຄ້ຳປະກັນພັນທະສັນຍາອັນດີກວ່າ. 23 ບັດນີ້ ກໍມີປະໂລຫິດຈຳນວນຫລາຍແລ້ວ ເພາະຄວາມຕາຍໄດ້ຂັດຂວາງພວກເຂົາບໍ່ໃຫ້ຢູ່ໃນຕຳແໜ່ງນັ້ນຕະຫລອດໄປ; 24 ແຕ່ເພາະພຣະເຢຊູເຈົ້າມີຊີວິດຢູ່ເປັນນິດ ພຣະອົງຈຶ່ງເປັນປະໂລຫິດຕະຫລອດໄປ. 25 ເຫດສະນັ້ນ ພຣະອົງຈຶ່ງສາມາດຊ່ວຍບັນດາຜູ້ທີ່ມາຫາພຣະເຈົ້າໂດຍທາງພຣະອົງໄດ້ຢ່າງສົມບູນ ເພາະພຣະອົງມີຊີວິດຢູ່ເພື່ອຈະອ້ອນວອນເພື່ອພວກເຂົາສະເໝີ. 26 ມະຫາປະໂລຫິດຢ່າງນີ້ແຫລະທີ່ຕອບສະຫນອງຄວາມຈຳເປັນຂອງພວກເຮົາໄດ້ ຄືປະໂລຫິດຜູ້ບໍລິສຸດ, ບໍ່ມີຕຳໜິ, ບໍ່ມີມົນທິນ, ແຍກຈາກບັນດາຄົນບາບ, ເປັນທີ່ເທີດທູນເໜືອຟ້າສະຫວັນ. 27 ພຣະເຢຊູເຈົ້າບໍ່ຈຳເປັນຕ້ອງຖວາຍເຄື່ອງບູຊາທຸກໆວັນເໝືອນກັບມະຫາປະໂລຫິດອື່ນໆ, ເຊິ່ງຕ້ອງໄດ້ຖວາຍເຄື່ອງບູຊາສຳລັບຄວາມບາບຂອງຕົນເອງກ່ອນ ແລະ ຫລັງຈາກນັ້ນຈຶ່ງຖວາຍເຄື່ອງບູຊາສຳລັບຄວາມບາບຂອງປະຊາຊົນ. ພຣະເຢຊູເຈົ້າຖວາຍພຣະອົງເອງເປັນເຄື່ອງບູຊາສຳລັບຄວາມບາບຂອງພວກເຂົາທັງຫລາຍພຽງຄັ້ງດຽວເປັນການສິ້ນສຸດ. 28 ເພາະກົດບັນຍັດນັ້ນໄດ້ແຕ່ງຕັ້ງມະນຸດຜູ້ອ່ອນແອໃຫ້ເປັນມະຫາປະໂລຫິດ ແຕ່ຄຳສາບານຂອງພຣະເຈົ້າທີ່ມາພາຍຫລັງກົດບັນຍັດໄດ້ແຕ່ງຕັ້ງພຣະບຸດ ຜູ້ທີ່ຖືກເຮັດໃຫ້ສົມບູນແລ້ວຕະຫລອດໄປ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.