ເຮັບເຣີ 6 - ພຣະຄຳພີລາວສະບັບສະໄໝໃໝ່1 ເຫດສະນັ້ນ ໃຫ້ພວກເຮົາຜ່ານຫລັກຄຳສອນເບື້ອງຕົ້ນກ່ຽວກັບພຣະຄຣິດເຈົ້າ ແລະ ຈົ່ງກ້າວໄປສູ່ຄວາມເປັນຜູ້ໃຫຍ່, ຢ່າວາງພື້ນຖານຂອງການກັບໃຈຊ້ຳອີກຈາກການກະທຳອັນນຳໄປສູ່ຄວາມຕາຍ ແລະ ໃນເລື່ອງຄວາມເຊື່ອໃນພຣະເຈົ້າ, 2 ຄຳສອນເລື່ອງບັບຕິສະມາ, ເລື່ອງການວາງມື, ເລື່ອງການເປັນຄືນມາຈາກຕາຍ ແລະ ເລື່ອງການພິພາກສາລົງໂທດເປັນນິດ. 3 ແລະ ຖ້າພຣະເຈົ້າອະນຸຍາດພວກເຮົາກໍຈະກະທຳຕໍ່ໄປ. 4 ເປັນໄປບໍ່ໄດ້ສຳລັບຜູ້ທີ່ເຄີຍເຫັນຈະແຈ້ງມາແລ້ວ, ຜູ້ທີ່ເຄີຍຊີມລົດຂອງປະທານຈາກສະຫວັນ, ຜູ້ທີ່ເຄີຍມີສ່ວນຮ່ວມໃນພຣະວິນຍານບໍລິສຸດເຈົ້າ, 5 ຜູ້ທີ່ເຄີຍຊີມລົດອັນດີເລີດຂອງຖ້ອຍຄຳຂອງພຣະເຈົ້າ ແລະ ລິດອຳນາດຂອງຍຸກໜ້າ 6 ແລະ ຜູ້ທີ່ຫລົງທາງໄປແລ້ວກໍເຫລືອວິໄສທີ່ຈະນຳພວກເຂົາມາສູ່ການກັບໃຈໄດ້ອີກ. ເພາະການຫລົງໄປຂອງພວກເຂົາໄດ້ຄຶງພຣະບຸດຂອງພຣະເຈົ້າເທິງໄມ້ກາງແຂນອີກ ແລະ ເຮັດໃຫ້ພຣະອົງໄດ້ຮັບຄວາມອັບອາຍຕໍ່ໜ້າຄົນຈຳນວນຫລາຍ. 7 ພື້ນດິນທີ່ໄດ້ຮັບນ້ຳຝົນຕົກໃສ່ຢູ່ເລື້ອຍໆ ແລະ ເກີດພືດຜົນອັນເປັນປະໂຫຍດແກ່ຜູ້ປູກຝັງນັ້ນກໍໄດ້ຮັບພອນຈາກພຣະເຈົ້າ. 8 ແຕ່ພື້ນດິນທີ່ເກີດໜາມ ແລະ ສ້ຽນກໍນັບວ່າບໍ່ມີຄ່າ ແລະ ຕົກຢູ່ໃນອັນຕະລາຍຈາກການຖືກສາບແຊ່ງ. ແລ້ວໃນທີ່ສຸດກໍຈະຖືກເຜົາໄຟ. 9 ເພື່ອນທີ່ຮັກເອີຍ, ເຖິງແມ່ນວ່າເຮົາເວົ້າຢ່າງນີ້ກໍຕາມ, ພວກເຮົາກໍຍັງໝັ້ນໃຈວ່າໃນກໍລະນີຂອງພວກເຈົ້າຍັງມີສິ່ງທີ່ດີກວ່າ ຄືສິ່ງຕ່າງໆທີ່ມາພ້ອມກັບຄວາມພົ້ນ. 10 ພຣະເຈົ້າຍຸຕິທຳ, ພຣະອົງຈະບໍ່ລືມການງານທີ່ພວກເຈົ້າເຮັດ ແລະ ຄວາມຮັກທີ່ພວກເຈົ້າໄດ້ສະແດງອອກໃຫ້ພຣະອົງເຫັນ ຄືການທີ່ພວກເຈົ້າຊ່ວຍເຫລືອຄົນຂອງພຣະອົງ ແລະ ຍັງຊ່ວຍເຫລືອພວກເຂົາຕໍ່ໄປ 11 ພວກເຮົາຢາກໃຫ້ພວກເຈົ້າແຕ່ລະຄົນສະແດງຄວາມພາກພຽນອັນດຽວກັນນີ້ຈົນເຖິງທີ່ສຸດ, ເພື່ອໃຫ້ແນ່ໃຈວ່າສິ່ງທີ່ພວກເຈົ້າຫວັງໄວ້ຈະເປັນຈິງຢ່າງຄົບຖ້ວນ. 12 ພວກເຮົາບໍ່ຢາກໃຫ້ພວກເຈົ້າກາຍເປັນຄົນຂີ້ຄ້ານ, ແຕ່ໃຫ້ຮຽນແບບຄົນເຫລົ່ານັ້ນທີ່ໄດ້ຮັບມໍລະດົກຕາມສັນຍາເພາະຄວາມເຊື່ອ ແລະ ຄວາມອົດທົນ. ສັນຍາຂອງພຣະເຈົ້ານັ້ນແນ່ນອນ 13 ເມື່ອພຣະເຈົ້າເຮັດຄຳສັນຍາຂອງພຣະອົງຕໍ່ອັບຣາຮາມນັ້ນ, ເນື່ອງຈາກບໍ່ມີຜູ້ໃດຍິ່ງໃຫຍ່ກວ່າທີ່ພຣະອົງຈະອ້າງເຖິງໃນຄຳສາບານ, ພຣະອົງຈຶ່ງສາບານໂດຍອ້າງເຖິງພຣະອົງເອງ, 14 ໂດຍກ່າວວ່າ, “ເຮົາຈະອວຍພອນເຈົ້າແນ່ນອນ ແລະ ຈະໃຫ້ເຈົ້າມີລູກຫລານຈຳນວນຫລວງຫລາຍ” 15 ແລະ ຫລັງຈາກທີ່ຄອຍຖ້າດ້ວຍຄວາມອົດທົນແລ້ວ, ອັບຣາຮາມກໍໄດ້ຮັບຕາມທີ່ໄດ້ສັນຍາໄວ້. 16 ມະນຸດນັ້ນສາບານໂດຍອ້າງເຖິງຜູ້ທີ່ຍິ່ງໃຫຍ່ກວ່າຕົນ ແລະ ຄຳສາບານກໍຢືນຢັນສິ່ງທີ່ກ່າວ ແລະ ເຮັດໃຫ້ການໂຕ້ຖຽງທັງໝົດຈົບລົງ. 17 ເພາະວ່າພຣະເຈົ້າປະສົງຈະໃຫ້ບັນດາທາຍາດຜູ້ຈະໄດ້ຮັບສິ່ງທີ່ສັນຍາໄວ້ໄດ້ຮູ້ຢ່າງຊັດເຈນວ່າຈຸດປະສົງຂອງພຣະອົງນັ້ນບໍ່ປ່ຽນແປງ, ພຣະອົງຈຶ່ງຢືນຢັນສັນຍານັ້ນດ້ວຍຄຳສາບານ. 18 ພຣະອົງກະທຳຢ່າງນີ້ກໍເພື່ອວ່າ, ໂດຍສອງສິ່ງທີ່ບໍ່ປ່ຽນແປງ ເພາະເປັນໄປບໍ່ໄດ້ທີ່ພຣະເຈົ້າຈະກ່າວຄຳຕົວະ, ພວກເຮົາຜູ້ໜີມາຢຶດຖືຄວາມຫວັງທີ່ມີຢູ່ຕໍ່ໜ້າພວກເຮົານັ້ນຈະໄດ້ຮັບກຳລັງໃຈຢ່າງຫລວງຫລາຍ. 19 ພວກເຮົາມີຄວາມຫວັງນີ້ເປັນສະໝໍອັນໝັ້ນຄົງ ແລະ ແນ່ນອນຂອງຈິດໃຈ. ຄວາມຫວັງນີ້ເຂົ້າສູ່ບ່ອນສັກສິດຊັ້ນໃນທາງຫລັງຜ້າກັ້ງ, 20 ບ່ອນທີ່ພຣະເຢຊູເຈົ້າຜູ້ໄດ້ນຳໜ້າພວກເຮົາ ໄດ້ເຂົ້າໄປກ່ອນແລ້ວເພື່ອພວກເຮົາ. ພຣະອົງຈຶ່ງໄດ້ເປັນມະຫາປະໂລຫິດຕະຫລອດໄປໃນລຳດັບດຽວກັບເມຄີເຊເດັກ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.