ເຮັບເຣີ 5 - ພຣະຄຳພີລາວສະບັບສະໄໝໃໝ່1 ມະຫາປະໂລຫິດທຸກຄົນໄດ້ຖືກເລືອກຈາກມະນຸດ ແລະ ໄດ້ຮັບການແຕ່ງຕັ້ງໃຫ້ເຮັດໜ້າທີ່ແທນມະນຸດໃນສິ່ງສາລະພັດທີ່ກຽ່ວກັບພຣະເຈົ້າ ຄືການຖວາຍເຄື່ອງບູຊາ ແລະ ຂອງຖວາຍສຳລັບການອະໄພບາບ. 2 ເພິ່ນສາມາດປະຕິບັດຢ່າງອ່ອນໂຍນຕໍ່ຄົນທີ່ຮູ້ເທົ່າບໍ່ເຖິງການ ແລະ ຄົນຫລົງຜິດໄດ້ ເພາະເພິ່ນເອງກໍມີຄວາມອ່ອນແອເໝືອນກັນ. 3 ດ້ວຍເຫດນີ້ ມະຫາປະໂລຫິດຈຶ່ງຕ້ອງຖວາຍເຄື່ອງບູຊາສຳລັບບາບຂອງຕົນເອງເຊັ່ນດຽວກັນກັບບາບຂອງປະຊາຊົນ. 4 ບໍ່ມີຜູ້ໃດເອົາຕຳແໜ່ງອັນມີກຽດນີ້ມາເປັນຂອງຕົນເອງໄດ້, ແຕ່ລາວໄດ້ຮັບກຽດນີ້ເມື່ອພຣະເຈົ້າເອີ້ນ ເໝືອນກັບທີ່ອາໂຣນໄດ້ຮັບ. 5 ໃນທຳນອງດຽວກັນ, ພຣະຄຣິດເຈົ້າບໍ່ໄດ້ຍົກພຣະອົງເອງຂຶ້ນຮັບກຽດແຫ່ງການເປັນມະຫາປະໂລຫິດ. ແຕ່ພຣະເຈົ້າກ່າວກັບພຣະອົງວ່າ, “ທ່ານເປັນບຸດຂອງເຮົາ, ວັນນີ້ເຮົາໄດ້ກາຍເປັນບິດາຂອງທ່ານ”. 6 ແລະ ພຣະອົງກ່າວໄວ້ໃນອີກຕອນໜຶ່ງວ່າ, “ທ່ານເປັນປະໂລຫິດຕະຫລອດໄປ, ໃນລຳດັບດຽວກັນກັບເມຄີເຊເດັກ”. 7 ໃນລະຫວ່າງວັນທີ່ພຣະເຢຊູເຈົ້າຢູ່ໃນໂລກ, ພຣະອົງໄດ້ຖວາຍຄຳອະທິຖານ ແລະ ຄຳອ້ອນວອນດ້ວຍການຮ້ອງໄຫ້ຢ່າງໜັກ ແລະ ນໍ້າຕາໄຫລຕໍ່ພຣະເຈົ້າຜູ້ສາມາດຊ່ວຍພຣະອົງໃຫ້ພົ້ນຈາກຄວາມຕາຍ ແລະ ພຣະເຈົ້າຮັບຟັງເພາະພຣະເຢຊູເຈົ້າຍອມເຊື່ອຟັງ. 8 ເຖິງແມ່ນວ່າພຣະອົງເປັນພຣະບຸດກໍຕາມ ພຣະອົງກໍຮຽນຮູ້ທີ່ຈະເຊື່ອຟັງຈາກຄວາມທຸກທີ່ພຣະອົງປະເຊີນ. 9 ແລະ ເມື່ອພຣະເຈົ້າໄດ້ເຮັດໃຫ້ພຣະເຢຊູເຈົ້າສົມບູນແບບແລ້ວ ພຣະອົງຈຶ່ງເປັນແຫລ່ງຄວາມພົ້ນນິລັນດອນສຳລັບທຸກຄົນທີ່ເຊື່ອຟັງພຣະອົງ 10 ແລະ ພຣະເຈົ້າແຕ່ງຕັ້ງພຣະອົງເປັນມະຫາປະໂລຫິດໃນລຳດັບດຽວກັນກັບເມຄີເຊເດັກ. ການເຕືອນບໍ່ໃຫ້ຫລົງໄປ 11 ພວກເຮົາຍັງມີອີກຫລາຍຢ່າງທີ່ຈະກ່າວກ່ຽວກັບເລື່ອງນີ້, ແຕ່ກໍຍາກທີ່ຈະອະທິບາຍໃຫ້ຈະແຈ້ງແກ່ພວກເຈົ້າ ເພາະວ່າພວກເຈົ້າບໍ່ໄດ້ພະຍາຍາມທີ່ຈະເຂົ້າໃຈ. 12 ແທ້ຈິງແລ້ວ, ເຖິງແມ່ນວ່າຂະນະນີ້ພວກເຈົ້າສົມຄວນຈະເປັນຄູໄດ້ແລ້ວ, ແຕ່ພວກເຈົ້າຍັງຕ້ອງໃຫ້ຄົນອື່ນມາສອນຫລັກຄວາມຈິງເບື້ອງຕົ້ນຂອງພຣະຄຳຂອງພຣະເຈົ້າທັງໝົດອີກຢູ່. ພວກເຈົ້າຍັງຕ້ອງການນ້ຳນົມ ບໍ່ແມ່ນອາຫານແຂງ! 13 ຜູ້ໃດທີ່ຍັງກິນນົມຢູ່, ກໍຍັງເປັນເດັກນ້ອຍ ແລະ ບໍ່ຄຸ້ນເຄີຍກັບຄຳສອນເລື່ອງຄວາມຊອບທຳ. 14 ແຕ່ອາຫານແຂງນັ້ນມີໄວ້ສຳລັບຜູ້ໃຫຍ່, ຜູ້ທີ່ໄດ້ຝຶກຝົນຕົນເອງຢູ່ສະເໝີເພື່ອຈະໄຈ້ແຍກຄວາມດີອອກຈາກຄວາມຊົ່ວ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.