Biblia Todo Logo
Bìoball air-loidhne

- Sanasan -

ເຮັບເຣີ 4 - ພຣະຄຳພີລາວສະບັບສະໄໝໃໝ່


ຊະບາໂຕ​ແຫ່ງ​ການ​ພັກສະຫງົບ​ສຳລັບ​ຄົນ​ຂອງ​ພຣະເຈົ້າ

1 ເຫດສະນັ້ນ ໃນ​ເມື່ອ​ສັນຍາ​ວ່າ​ດ້ວຍ​ການ​ເຂົ້າ​ສູ່​ການ​ພັກ​ສະຫງົບ​ຂອງ​ພຣະອົງ​ນັ້ນ​ຍັງ​ຕັ້ງ​ຢູ່, ກໍ​ໃຫ້​ພວກເຮົາ​ທັງຫລາຍ​ລະວັງ​ບໍ່​ໃຫ້​ຄົນໃດ​ໃນ​ພວກເຈົ້າ​ພາດ​ຈາກ​ການ​ພັກສະຫງົບ​ນີ້.

2 ເພາະ​ພວກເຮົາ​ທັງຫລາຍ​ກໍ​ໄດ້​ຮັບ​ຂ່າວປະເສີດ​ຢ່າງ​ດຽວກັນ​ກັບ​ຄົນ​ເຫລົ່ານັ້ນ​ເໝືອນກັນ, ແຕ່​ຂໍ້ຄວາມ​ທີ່​ພວກເຂົາ​ໄດ້​ຍິນ​ນັ້ນ​ບໍ່​ເປັນ​ປະໂຫຍດ​ແກ່​ພວກເຂົາ, ເພາະວ່າ​ພວກເຂົາ​ບໍ່​ໄດ້​ຮ່ວມ​ໃນ​ຄວາມເຊື່ອ​ຂອງ​ບັນດາ​ຄົນ​ເຫລົ່ານັ້ນ​ທີ່​ເຊື່ອຟັງ.

3 ບັດນີ້ ພວກເຮົາ​ຜູ້​ທີ່​ເຊື່ອ​ກໍ​ໄດ້​ເຂົ້າ​ສູ່​ການ​ພັກສະຫງົບ​ຕາມ​ທີ່​ພຣະເຈົ້າ​ໄດ້​ກ່າວ​ໄວ້​ວ່າ, “ດັ່ງນັ້ນ ເຮົາ​ຈຶ່ງ​ໄດ້​ປະກາດ​ຕາມ​ຄຳສາບານ​ດ້ວຍ​ຄວາມໂກດຮ້າຍ​ຂອງ​ເຮົາ​ວ່າ, ‘ພວກເຂົາ​ຈະ​ບໍ່​ມີ​ວັນ​ໄດ້​ເຂົ້າ​ສູ່​ການ​ພັກສະຫງົບ​ຂອງ​ເຮົາ’”. ແລະ ເຖິງແມ່ນວ່າ​ງານ​ຂອງ​ພຣະອົງ​ສຳເລັດ​ແລ້ວ​ຕັ້ງແຕ່​ການ​ສ້າງ​ໂລກ​ກໍ​ຕາມ.

4 ເພາະ​ມີ​ຕອນ​ໜຶ່ງ​ທີ່​ພຣະອົງ​ໄດ້​ເວົ້າ​ເຖິງ​ວັນ​ທີ​ເຈັດ​ວ່າ: “ໃນ​ວັນ​ທີ​ເຈັດ​ພຣະເຈົ້າ​ຢຸດ​ພັກ​ຈາກ​ການ​ງານ​ທັງໝົດ​ຂອງ​ພຣະອົງ”.

5 ແລະ ອີກ​ເທື່ອ​ໜຶ່ງ​ໃນ​ຂໍ້ຄວາມ​ຂ້າງເທິງ ພຣະອົງ​ເວົ້າ​ວ່າ, “ພວກເຂົາ​ຈະ​ບໍ່​ມີ​ວັນ​ໄດ້​ເຂົ້າ​ສູ່​ການ​ພັກສະຫງົບ​ຂອງ​ເຮົາ”.

6 ເຫດສະນັ້ນ ກໍ​ຍັງ​ຄົງ​ເປັນ​ຢ່າງ​ນີ້​ຄື​ບາງຄົນ​ຈະ​ໄດ້​ເຂົ້າ​ສູ່​ການ​ພັກສະຫງົບ ແລະ ບັນດາ​ຜູ້​ທີ່​ເຄີຍ​ໄດ້​ຍິນ​ຂ່າວປະເສີດ​ໃນ​ຄັ້ງ​ກ່ອນ​ນັ້ນ ບໍ່​ໄດ້​ເຂົ້າ​ກໍ​ເພາະ​ພວກເຂົາ​ບໍ່ເຊື່ອຟັງ,

7 ພຣະເຈົ້າ​ໄດ້​ກຳນົດ​ວັນ​ໜຶ່ງ​ຂຶ້ນ​ມາ​ອີກ ຄື​ວັນ​ທີ່​ເອີ້ນ​ວ່າ, “ວັນນີ້”. ສິ່ງ​ນີ້​ພຣະອົງ​ໄດ້​ກະທຳ​ເມື່ອ​ເວລາ​ດົນນານ​ຕໍ່ມາ ພຣະອົງ​ໄດ້​ກ່າວ​ເລື່ອງ​ນີ້​ຜ່ານທາງ​ດາວິດ​ເໝືອນ​ທີ່​ໄດ້​ກ່າວ​ໄວ້​ກ່ອນ​ແລ້ວ​ວ່າ: “ວັນນີ້, ຖ້າ​ພວກເຈົ້າ​ທັງຫລາຍ​ໄດ້​ຍິນ​ສຽງ​ຂອງ​ພຣະອົງ, ຢ່າ​ເຮັດ​ໃຫ້​ໃຈ​ຂອງ​ພວກເຈົ້າ​ແຂງກະດ້າງ”.

8 ເພາະ​ຖ້າ​ໂຢຊວຍ​ໄດ້​ໃຫ້​ພວກເຂົາ​ເຂົ້າ​ສູ່​ການ​ພັກສະຫງົບ ພຣະເຈົ້າ​ກໍ​ຄົງ​ບໍ່​ຕ້ອງ​ກ່າວ​ເຖິງ​ອີກ​ວັນ​ໜຶ່ງ​ໃນ​ພາຍຫລັງ.

9 ດັ່ງນັ້ນ ວັນຊະບາໂຕ​ແຫ່ງ​ການ​ພັກສະຫງົບ​ສຳລັບ​ຄົນ​ຂອງ​ພຣະເຈົ້າ​ຈຶ່ງ​ຍັງ​ຄົງ​ມີ​ຢູ່,

10 ເພາະວ່າ​ຜູ້​ທີ່​ໄດ້​ເຂົ້າ​ສູ່​ການ​ພັກສະຫງົບ​ຂອງ​ພຣະເຈົ້າ​ຍ່ອມ​ໄດ້​ຢຸດພັກ​ຈາກ​ກິດຈະການ​ຂອງ​ຕົນ​ເໝືອນ​ກັນ​ກັບ​ທີ່​ພຣະເຈົ້າ​ຢຸດພັກ​ຈາກ​ການ​ງານ​ຂອງ​ພຣະອົງ.

11 ເຫດສະນັ້ນ ໃຫ້​ພວກເຮົາ​ພະຍາຍາມ​ທຸກ​ວິຖີທາງ​ທີ່​ຈະ​ໄດ້​ເຂົ້າ​ສູ່​ການ​ພັກສະຫງົບ​ນັ້ນ. ເພື່ອວ່າ​ຈະ​ບໍ່​ມີ​ຜູ້ໃດ​ຈິບຫາຍ​ໄປ​ເພາະ​ເຮັດຕາມ​ແບບຢ່າງ​ການ​ບໍ່​ເຊື່ອຟັງ​ຂອງ​ພວກເຂົາ.

12 ເພາະວ່າ​ພຣະທຳ​ຂອງ​ພຣະເຈົ້າ​ນັ້ນ​ມີຊີວິດ ແລະ ລິດເດດ. ຄົມ​ກວ່າ​ດາບ​ສອງ​ຄົມ​ທຸກ​ດວງ, ແທງ​ຊອດ​ແມ່ນແຕ່​ຈິດໃຈ ແລະ ວິນຍານ, ຕະຫລອດ​ທັງ​ຄໍ່​ກະດູກ ແລະ ໄຂ​ໃນ​ກະດູກ, ທັງ​ສັງເກດ​ຮູ້​ຄວາມຄິດ ແລະ ທັດສະນະຄະຕິ​ຂອງ​ຫົວໃຈ​ໄດ້.

13 ບໍ່​ມີ​ສິ່ງໃດ​ໃນ​ສັບພະສິ່ງ​ທີ່​ຖືກ​ສ້າງ​ຈະ​ຖືກ​ເຊື່ອງ​ໄວ້​ຈາກ​ສາຍຕາ​ຂອງ​ພຣະເຈົ້າ​ໄດ້. ທຸກສິ່ງ​ຖືກ​ເປີດເຜີຍ ແລະ ຈະ​ປາກົດ​ຕໍ່​ສາຍຕາ​ຂອງ​ພຣະອົງ​ຜູ້​ທີ່​ພວກເຮົາ​ທັງຫລາຍ​ຈະ​ຕ້ອງ​ໃຫ້​ການ.


ພຣະເຢຊູເຈົ້າ​ມະຫາ​ປະໂລຫິດ​ຜູ້​ຍິ່ງໃຫຍ່

14 ເຫດສະນັ້ນ, ໃນ​ເມື່ອ​ພວກເຮົາ​ມີ​ມະຫາ​ປະໂລຫິດ​ຜູ້​ຍິ່ງໃຫຍ່​ຜູ້​ທີ່​ໄດ້​ຂຶ້ນ​ສູ່​ສະຫວັນ ຄື​ພຣະເຢຊູເຈົ້າ​ພຣະບຸດ​ຂອງ​ພຣະເຈົ້າ ກໍ​ໃຫ້​ພວກເຮົາ​ຢຶດໝັ້ນ​ໃນ​ຄວາມເຊື່ອ​ທີ່​ພວກເຮົາ​ໄດ້​ປະກາດ​ແລ້ວ​ນັ້ນ.

15 ເພາະ​ພວກເຮົາ​ບໍ່​ໄດ້​ມີ​ມະຫາ​ປະໂລຫິດ​ທີ່​ບໍ່​ສາມາດ​ຈະ​ເຫັນອົກເຫັນໃຈ​ໃນ​ຄວາມອ່ອນແອ​ທັງ​ຫລາຍ​ຂອງ​ພວກເຮົາ, ແຕ່​ພວກເຮົາ​ມີ​ພຣະອົງ​ຜູ້​ທີ່​ຖືກ​ທົດລອງ​ໃນ​ທຸກ​ທາງ​ເໝືອນ​ຢ່າງ​ພວກເຮົາ, ເຖິງປານນັ້ນ​ພຣະອົງ​ກໍ​ຍັງ​ບໍ່​ໄດ້​ເຮັດ​ບາບ.

16 ດັ່ງນັ້ນ ຂໍ​ໃຫ້​ພວກເຮົາ​ເຂົ້າ​ມາ​ໃກ້​ບັນລັງ​ແຫ່ງ​ພຣະຄຸນ​ດ້ວຍ​ຄວາມໝັ້ນໃຈ, ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ຮັບ​ຄວາມ​ເມດຕາ ແລະ ພົບ​ພຣະຄຸນ​ທີ່​ຈະ​ຊ່ວຍ​ພວກເຮົາ​ເມື່ອ​ເຖິງ​ເວລາ​ທີ່​ຕ້ອງການ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan