Biblia Todo Logo
Bìoball air-loidhne

- Sanasan -

ເຮັບເຣີ 3 - ພຣະຄຳພີລາວສະບັບສະໄໝໃໝ່


ພຣະເຢຊູເຈົ້າ​ຍິ່ງໃຫຍ່​ກວ່າ​ໂມເຊ

1 ເຫດສະນັ້ນ ພີ່ນ້ອງ​ຜູ້​ບໍລິສຸດ​ທັງຫລາຍ, ຜູ້​ຮ່ວມ​ໃນ​ການ​ເອີ້ນ​ຈາກ​ສະຫວັນ, ຈົ່ງ​ໃຫ້​ຄວາມຄິດ​ຂອງ​ພວກເຈົ້າ​ຈົດຈໍ່​ຢູ່​ທີ່​ພຣະເຢຊູເຈົ້າ, ຜູ້​ທີ່​ພວກເຮົາ​ຍອມຮັບ​ວ່າ​ເປັນ​ອັກຄະສາວົກ ແລະ ເປັນ​ມະຫາ​ປະໂລຫິດ​ຂອງ​ພວກເຮົາ.

2 ພຣະອົງ​ສັດຊື່​ຕໍ່​ພຣະເຈົ້າ​ຜູ້​ແຕ່ງຕັ້ງ​ພຣະອົງ ເໝືອນດັ່ງ​ທີ່​ໂມເຊ​ສັດຊື່​ໃນ​ທຸກ​ເລື່ອງ​ກ່ຽວກັບ​ຄົວເຮືອນ​ຂອງ​ພຣະເຈົ້າ

3 ເປັນ​ທີ່​ຮູ້ຈັກ​ແລ້ວ​ວ່າ​ພຣະເຢຊູເຈົ້າ​ສົມຄວນ​ໄດ້​ຮັບ​ກຽດ​ຫລາຍກວ່າ​ໂມເຊ ເໝືອນດັ່ງ​ຜູ້​ທີ່​ສ້າງ​ເຮືອນ​ກໍ​ມີ​ກຽດ​ຫລາຍ​ກວ່າ​ເຮືອນ​ນັ້ນ.

4 ເພາະ​ເຮືອນ​ທຸກ​ຫລັງ​ຍ່ອມ​ມີ​ຜູ້​ສ້າງ ແລະ ພຣະເຈົ້າ​ເປັນ​ຜູ້​ສ້າງ​ທຸກສິ່ງ.

5 “ໂມເຊ​ໄດ້​ສັດຊື່​ໃນ​ຖານະ​ຜູ້ຮັບໃຊ້​ໃນ​ທຸກ​ເລື່ອງ​ກ່ຽວກັບ​ຄົວເຮືອນ​ຂອງ​ພຣະເຈົ້າ”, ເປັນ​ພະຍານ​ເຖິງ​ສິ່ງ​ທີ່​ພຣະເຈົ້າ​ຈະ​ກ່າວ​ໃນ​ພາຍໜ້າ.

6 ສ່ວນ​ພຣະຄຣິດເຈົ້າ​ສັດຊື່​ໃນ​ຖານະ​ພຣະບຸດ​ຜູ້​ຄອບຄອງ​ຄົວເຮືອນ​ຂອງ​ພຣະເຈົ້າ. ແລະ ພວກເຮົາ​ທັງຫລາຍ​ກໍ​ຄື​ເຮືອນ​ຂອງ​ພຣະອົງ ຖ້າ​ຫາກ​ພວກເຮົາ​ຢຶດໝັ້ນ​ໃນ​ຄວາມໝັ້ນໃຈ ແລະ ຄວາມຫວັງ​ທີ່​ພວກເຮົາ​ພາກພູມໃຈ​ຢູ່​ນັ້ນ.


ການຕັກເຕືອນ​ເລື່ອງ​ຄວາມບໍ່ເຊື່ອ

7 ດັ່ງນັ້ນ, ຕາມ​ທີ່​ພຣະວິນຍານບໍລິສຸດເຈົ້າ​ກ່າວ​ໄວ້​ວ່າ: “ວັນນີ້, ຖ້າ​ພວກເຈົ້າ​ທັງຫລາຍ​ໄດ້​ຍິນ​ສຽງ​ຂອງ​ພຣະອົງ,

8 ຢ່າ​ເຮັດ​ໃຫ້​ໃຈ​ຂອງ​ພວກເຈົ້າ​ແຂງກະດ້າງ ເໝືອນດັ່ງ​ທີ່​ພວກເຈົ້າ​ໄດ້​ກະທຳ​ໃນ​ການກະບົດ, ໃນ​ຊ່ວງ​ເວລາ​ຂອງ​ການທົດລອງ​ໃນ​ຖິ່ນແຫ້ງແລ້ງກັນດານ,

9 ເຊິ່ງ​ເປັນ​ບ່ອນ​ທີ່​ບັນພະບຸລຸດ​ຂອງ​ພວກເຈົ້າ​ໄດ້​ທົດລອງ ແລະ ພິສູດ​ເຮົາ, ເຖິງແມ່ນວ່າ​ເປັນ​ເວລາ​ສີ່ສິບ​ປີ​ທີ່​ພວກເຂົາ​ໄດ້​ເຫັນ​ສິ່ງ​ທີ່​ເຮົາ​ໄດ້​ກະທຳ.

10 ດ້ວຍເຫດນີ້ ເຮົາ​ຈຶ່ງ​ໂກດຮ້າຍ​ຄົນ​ໃນ​ສະໄໝ​ນັ້ນ, ແລະ ເຮົາ​ໄດ້​ກ່າວ​ວ່າ, ‘ໃຈ​ຂອງ​ພວກເຂົາ​ຫລົງຜິດ​ຢູ່​ສະເໝີ ແລະ ພວກເຂົາ​ບໍ່​ຮູ້​ຈັກ​ວິທີ​ທາງ​ຂອງ​ເຮົາ’

11 ດັ່ງນັ້ນ ເຮົາ​ຈຶ່ງ​ປະກາດ​ເທິງ​ຄຳສາບານ​ດ້ວຍ​ຄວາມໂກດຮ້າຍ​ຂອງ​ເຮົາ​ວ່າ, ‘ພວກເຂົາ​ຈະ​ບໍ່​ມີ​ວັນ​ໄດ້​ເຂົ້າ​ສູ່​ການ​ພັກສະຫງົບ​ຂອງ​ເຮົາ’”.

12 ພີ່ນ້ອງ​ທັງຫລາຍ​ຈົ່ງ​ລະວັງ​ໃຫ້​ດີ, ເພື່ອ​ຈະ​ບໍ່​ມີ​ຈັກ​ຄົນ​ໃນ​ພວກເຈົ້າ​ມີ​ໃຈ​ບາບ ບໍ່ເຊື່ອ​ແລ້ວ​ຫັນໜີ​ໄປ​ຈາກ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່.

13 ຈົ່ງ​ໜູນໃຈ​ກັນແລະກັນ​ທຸກໆ​ວັນ​ຕາບໃດ​ທີ່​ຍັງ​ເອີ້ນ​ວ່າ “ວັນ​ນີ້” ເພື່ອວ່າ​ຈະ​ບໍ່​ມີ​ຜູ້ໃດ​ໃນ​ພວກເຈົ້າ​ດື້ດ້ານ​ເພາະ​ການຫລອກລວງ​ຂອງ​ບາບ.

14 ພວກເຮົາ​ໄດ້​ມາ​ມີ​ສ່ວນຮ່ວມ​ໃນ​ພຣະຄຣິດເຈົ້າ ຖ້າ​ພວກເຮົາ ຢຶດຖື​ໃນ​ຄວາມໝັ້ນໃຈ​ທີ່​ພວກເຮົາ​ມີ​ໃນ​ທຳອິດ​ນັ້ນ​ຈົນ​ເຖິງ​ທີ່ສຸດ.

15 ຕາມ​ທີ່​ໄດ້​ກ່າວ​ມາ​ແລ້ວ​ວ່າ: “ວັນນີ້, ຖ້າ​ພວກເຈົ້າ​ທັງຫລາຍ​ໄດ້​ຍິນ​ສຽງ​ຂອງ​ພຣະອົງ ຢ່າ​ເຮັດ​ໃຫ້​ໃຈ​ຂອງ​ພວກເຈົ້າ​ແຂງກະດ້າງ​ເໝືອນດັ່ງ ທີ່​ພວກເຈົ້າ​ໄດ້​ກະທຳ​ໃນ​ການກະບົດ”

16 ແມ່ນ​ຜູ້ໃດ​ຜູ້​ທີ່​ໄດ້​ຍິນ​ແລ້ວ​ຍັງ​ກະບົດ? ກໍ​ຄື​ທຸກຄົນ​ທີ່​ໂມເຊ​ໄດ້​ພາ​ອອກ​ມາ​ຈາກ​ເອຢິບ​ບໍ່​ແມ່ນ​ບໍ?

17 ແລະ ຜູ້ໃດ​ທີ່​ພຣະອົງ​ໂກດຮ້າຍ​ຕະຫລອດ​ສີ່ສິບ​ປີ? ກໍ​ຄື​ບັນດາ​ຜູ້​ທີ່​ເຮັດ​ບາບ ເຊິ່ງ​ໄດ້​ຖິ້ມ​ຮ່າງກາຍ​ຂອງ​ຕົນ​ຢູ່​ໃນ​ຖິ່ນແຫ້ງແລ້ງກັນດານ​ບໍ່​ແມ່ນ​ບໍ?

18 ແລະ ຜູ້ໃດ​ທີ່​ພຣະເຈົ້າ​ສາບານ​ວ່າ​ພວກເຂົາ​ຈະ​ບໍ່​ມີ​ວັນ​ໄດ້​ເຂົ້າ​ສູ່​ການ​ພັກສະຫງົບ​ຂອງ​ພຣະອົງ​ຖ້າ​ບໍ່​ແມ່ນ​ບັນດາ​ຄົນ​ທີ່​ບໍ່ເຊື່ອຟັງ?

19 ດັ່ງນັ້ນ ພວກເຮົາ​ຈຶ່ງ​ເຫັນ​ໄດ້​ວ່າ​ພວກເຂົາ​ເຫລົ່ານັ້ນ​ບໍ່​ສາມາດ​ເຂົ້າ​ໄປ​ກໍ​ເພາະ​ພວກເຂົາ​ບໍ່ເຊື່ອ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan