ເຮັບເຣີ 2 - ພຣະຄຳພີລາວສະບັບສະໄໝໃໝ່ການຕັກເຕືອນໃຫ້ເອົາໃຈໃສ່ 1 ເຫດສະນັ້ນ ພວກເຮົາຕ້ອງເອົາໃຈໃສ່ຢ່າງລະມັດລະວັງທີ່ສຸດໃນສິ່ງທີ່ພວກເຮົາໄດ້ຍິນ, ເພື່ອວ່າພວກເຮົາຈະບໍ່ໄດ້ຫລົງທາງໄປ. 2 ເພາະໃນເມື່ອຖ້ອຍຄຳທີ່ພຣະເຈົ້າໄດ້ກ່າວຜ່ານທາງບັນດາເທວະດາຍັງຜູກມັດ ແລະ ການລະເມີດກັບການບໍ່ເຊື່ອຟັງໃນຄວາມຈິງທຸກຢ່າງຍັງໄດ້ຮັບການລົງໂທດຢ່າງຍຸຕິທຳ 3 ແລ້ວພວກເຮົາຈະຫລຸດພົ້ນໄປໄດ້ຢ່າງໃດຖ້າພວກເຮົາລະເລີຍຄວາມພົ້ນອັນຍິ່ງໃຫຍ່ເຊັ່ນນີ້? ຄວາມພົ້ນນີ້ ເຊິ່ງໄດ້ຖືກປະກາດຄັ້ງທຳອິດໂດຍອົງພຣະຜູ້ເປັນເຈົ້າ, ໄດ້ຮັບການຢືນຢັນໃຫ້ພວກເຮົາໂດຍບັນດາຜູ້ທີ່ໄດ້ຍິນຈາກພຣະອົງ. 4 ພຣະເຈົ້າຍັງໄດ້ເປັນພະຍານເຖິງສິ່ງເຫລົ່ານີ້ໂດຍໝາຍສຳຄັນ, ການອັດສະຈັນ ແລະ ການປະຕິຫານຕ່າງໆ ແລະ ໂດຍຂອງປະທານແຫ່ງພຣະວິນຍານບໍລິສຸດເຈົ້າທີ່ໃຫ້ຕາມປະສົງຂອງພຣະອົງ. ເຮັດໃຫ້ພຣະເຢຊູເຈົ້າເປັນເໝືອນມະນຸດໂດຍສົມບູນ 5 ພຣະອົງບໍ່ໄດ້ຕັ້ງບັນດາເທວະດາໃຫ້ປົກຄອງເບິ່ງແຍງໂລກໃນອະນາຄົດ ເຊິ່ງພວກເຮົາກຳລັງກ່າວເຖິງ. 6 ແຕ່ມີຜູ້ກ່າວຢືນຢັນໄວ້ບ່ອນໜຶ່ງວ່າ: “ມະນຸດເປັນຜູ້ໃດນໍທີ່ພຣະອົງຈະຕ້ອງຄິດເຖິງພວກເຂົາ? ບຸດມະນຸດເປັນຜູ້ໃດນໍ ພຣະອົງຈຶ່ງຫ່ວງໃຍເພິ່ນ? 7 ພຣະອົງເຮັດພວກເຂົາໃຫ້ຕ່ຳກວ່າເທວະດາພຽງໜ້ອຍດຽວເທົ່ານັ້ນ, ພຣະອົງສວມມົງກຸດແຫ່ງສະຫງ່າລາສີ ແລະ ກຽດຕິຍົດໃຫ້ແກ່ພວກເຂົາ 8 ແລະ ວາງທຸກສິ່ງຢູ່ໃຕ້ຕີນຂອງພວກເຂົາ”. ໃນການທີ່ພຣະອົງເຮັດໃຫ້ທຸກສິ່ງຢູ່ພາຍໃຕ້ອຳນາດຂອງເພິ່ນນັ້ນ ພຣະເຈົ້າບໍ່ໃຫ້ມີສິ່ງໃດເລີຍທີ່ບໍ່ຢູ່ພາຍໃຕ້ອຳນາດຂອງເພິ່ນ. ແຕ່ໃນຂະນະນີ້ພວກເຮົາຍັງບໍ່ເຫັນວ່າທຸກສິ່ງຢູ່ພາຍໃຕ້ອຳນາດຂອງເພິ່ນ. 9 ແຕ່ພວກເຮົາເຫັນພຣະເຢຊູເຈົ້າຜູ້ຖືກເຮັດໃຫ້ຕ່ຳກວ່າເທວະດາພຽງຊົ່ວຂະນະໜຶ່ງນັ້ນ, ບັດນີ້ ໄດ້ສວມມົງກຸດແຫ່ງສະຫງ່າລາສີ ແລະ ກຽດຕິຍົດແລ້ວ ເພາະພຣະອົງໄດ້ທົນທຸກທໍລະມານຈົນຕາຍ ເພື່ອວ່າໂດຍພຣະຄຸນຂອງພຣະເຈົ້າ ພຣະອົງຈະໄດ້ຊິມລົດຄວາມຕາຍເພື່ອທຸກຄົນ. 10 ໃນການນຳລູກຊາຍ ແລະ ລູກຍິງຈໍານວນຫລວງຫລາຍມາສູ່ສະຫງ່າລາສີນັ້ນ ກໍເປັນການເໝາະສົມແລ້ວທີ່ພຣະເຈົ້າຜູ້ທີ່ສັບພະສິ່ງມີຢູ່ເພື່ອພຣະອົງ ແລະ ໂດຍທາງພຣະອົງ ຈະເຮັດໃຫ້ຜູ້ບຸກເບີກຄວາມພົ້ນຂອງພວກເຂົາທັງຫລາຍນັ້ນສົມບູນໂດຍການທົນທຸກທໍລະມານຂອງພຣະອົງ. 11 ທັງພຣະອົງຜູ້ທີ່ເຮັດໃຫ້ມະນຸດທັງຫລາຍບໍລິສຸດກັບບັນດາຜູ້ທີ່ພຣະອົງເຮັດໃຫ້ບໍລິສຸດນັ້ນເປັນຄອບຄົວດຽວກັນ. ດັ່ງນັ້ນ ພຣະເຢຊູເຈົ້າຈຶ່ງບໍ່ລະອາຍທີ່ຈະເອີ້ນພວກເຂົາເຫລົ່ານັ້ນວ່າພີ່ນ້ອງ. 12 ພຣະອົງກ່າວວ່າ, “ເຮົາຈະປະກາດນາມຂອງພຣະອົງແກ່ພີ່ນ້ອງຂອງເຮົາ ເຮົາຈະຮ້ອງເພງສັນເສີນພຣະອົງໃນທີ່ປະຊຸມ”. 13 ແລະ ກ່າວອີກວ່າ, “ເຮົາຈະໄວ້ໃຈໃນພຣະອົງ”. ແລະ ພຣະອົງກ່າວອີກວ່າ, “ເຮົາ ແລະ ລູກທັງຫລາຍທີ່ພຣະເຈົ້າໄດ້ໃຫ້ແກ່ເຮົາຢູ່ທີ່ນີ້ແລ້ວ”. 14 ໃນເມື່ອລູກທັງຫລາຍມີເນື້ອໜັງ ແລະ ເລືອດ, ພຣະອົງຈຶ່ງຮ່ວມໃນຄວາມເປັນມະນຸດຂອງພວກເຂົາ ເພື່ອວ່າໂດຍຄວາມຕາຍຂອງພຣະອົງ ພຣະອົງຈະໄດ້ທຳລາຍຜູ້ຄຸມອຳນາດແຫ່ງຄວາມຕາຍຄືມານຮ້າຍ 15 ແລະ ປົດປ່ອຍບັນດາຜູ້ທີ່ຕົກເປັນຂ້າທາດຕະຫລອດຊີວິດເນື່ອງຈາກການຢ້ານຄວາມຕາຍຂອງພວກເຂົາ. 16 ເພາະແນ່ນອນວ່າ ພຣະອົງບໍ່ໄດ້ຊ່ວຍບັນດາເທວະດາ, ແຕ່ຊ່ວຍເຊື້ອສາຍຂອງອັບຣາຮາມ. 17 ດ້ວຍເຫດນີ້ ພຣະອົງຈຶ່ງຕ້ອງເປັນເໝືອນກັບພວກເຂົາ, ເປັນມະນຸດໂດຍສົມບູນໃນທຸກດ້ານ ເພື່ອພຣະອົງຈະໄດ້ກາຍເປັນມະຫາປະໂລຫິດຜູ້ເຕັມດ້ວຍຄວາມເມດຕາ ແລະ ຄວາມສັດຊື່ໃນການຮັບໃຊ້ພຣະເຈົ້າ ແລະ ເພື່ອພຣະອົງຈະໄດ້ຊົດໃຊ້ຄວາມບາບຂອງຄົນທັງຫລາຍ. 18 ເພາະວ່າພຣະອົງເອງໄດ້ທົນທຸກໃນເວລາທີ່ພຣະອົງຖືກທົດລອງ, ພຣະອົງຈຶ່ງສາມາດຊ່ວຍບັນດາຜູ້ທີ່ກຳລັງຖືກທົດລອງໄດ້. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.