Biblia Todo Logo
Bìoball air-loidhne

- Sanasan -

ເຮັບເຣີ 13 - ພຣະຄຳພີລາວສະບັບສະໄໝໃໝ່


ຄຳແນະນຳ​ສຸດທ້າຍ

1 ຈົ່ງ​ສືບຕໍ່​ຮັກເຊິ່ງກັນແລະກັນ​ເໝືອນດັ່ງ​ພີ່ນ້ອງ.

2 ຢ່າ​ລືມ​ທີ່​ຈະ​ຕ້ອນຮັບ​ຄົນແປກໜ້າ, ເພາະ​ໂດຍ​ການ​ເຮັດ​ຢ່າງ​ນັ້ນ​ບາງຄົນ​ໄດ້​ຕ້ອນຮັບ​ເທວະດາ​ຢ່າງ​ບໍ່​ຮູ້​ໂຕ.

3 ຈົ່ງ​ສືບຕໍ່​ລະນຶກ​ເຖິງ​ບັນດາ​ຜູ້​ທີ່​ຖືກ​ຂັງຄຸກ​ຢູ່​ເໝືອນ​ກັບ​ວ່າ​ພວກເຈົ້າ​ໄດ້​ຖືກ​ຂັງຄຸກ​ຮ່ວມ​ກັນ​ກັບ​ພວກເຂົາ​ດ້ວຍ ແລະ ຈົ່ງ​ລະນຶກ​ເຖິງ​ບັນດາ​ຄົນ​ທີ່​ຖືກ​ຂົ່ມເຫັງ​ເໝືອນ​ກັບ​ວ່າ​ພວກເຈົ້າ​ເອງ​ກຳລັງ​ທຸກທໍລະມານ​ຢູ່.

4 ຈົ່ງ​ໃຫ້​ການແຕ່ງງານ​ເປັນ​ທີ່​ນັບຖື​ສຳລັບ​ທຸກຄົນ ແລະ ຮັກສາ​ຕຽງນອນ​ສົມລົດ​ໃຫ້​ບໍລິສຸດ, ເພາະ​ພຣະເຈົ້າ​ຈະ​ພິພາກສາ​ລົງໂທດ​ແກ່​ຄົນຫລິ້ນຊູ້ ແລະ ທຸກຄົນ​ທີ່​ເຮັດ​ຜິດສິນທຳທາງເພດ.

5 ຈົ່ງ​ຮັກສາ​ຊີວິດ​ຂອງ​ພວກເຈົ້າ​ໃຫ້​ເວັ້ນຈາກ​ການຮັກເງິນ ແລະ ຈົ່ງ​ພໍໃຈ​ກັບ​ສິ່ງ​ທີ່​ຕົນ​ມີ​ຢູ່, ເພາະວ່າ​ພຣະເຈົ້າ​ໄດ້​ກ່າວ​ໄວ້​ວ່າ, “ເຮົາ​ຈະ​ບໍ່​ໄປ​ຈາກ​ເຈົ້າ, ເຮົາ​ຈະ​ບໍ່​ປະຖິ້ມ​ເຈົ້າ​ຈັກເທື່ອ”.

6 ດັ່ງນັ້ນ ພວກເຮົາ​ຈຶ່ງ​ກ່າວ​ໄດ້​ຢ່າງ​ໝັ້ນໃຈ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເປັນ​ຜູ້ຊ່ວຍເຫລືອ​ຂອງ​ຂ້ານ້ອຍ, ຂ້ານ້ອຍ​ຈະ​ບໍ່​ຢ້ານກົວ. ມະນຸດ​ຈະ​ເຮັດຫຍັງ​ໃຫ້​ຂ້ານ້ອຍ​ໄດ້?”

7 ຈົ່ງ​ລະນຶກ​ເຖິງ​ບັນດາ​ຜູ້ນຳ​ຂອງ​ພວກເຈົ້າ ຜູ້​ທີ່​ໄດ້​ກ່າວ​ພຣະຄຳ​ຂອງ​ພຣະເຈົ້າ​ແກ່​ພວກເຈົ້າ. ຈົ່ງ​ພິຈາລະນາ​ເບິ່ງ​ຜົນ​ຂອງ​ວິຖີຊີວິດ​ຂອງ​ພວກເພິ່ນ​ເຫລົ່ານັ້ນ​ແລ້ວ​ປະຕິບັດ​ຕາມ​ແບບຢ່າງ​ຄວາມເຊື່ອ​ຂອງ​ພວກເພິ່ນ.

8 ພຣະເຢຊູຄຣິດເຈົ້າ​ເປັນ​ຢູ່​ທັງ​ໃນ​ເວລາ​ວານນີ້, ວັນນີ້ ແລະ ຕະຫລອດໄປ.

9 ຢ່າ​ຫລົງ​ໄປ​ກັບ​ບັນດາ​ຄຳສອນ​ແປກໆ​ທຸກ​ຊະນິດ. ເປັນ​ການ​ດີ​ທີ່​ຈະ​ໃຫ້​ຫົວໃຈ​ຂອງ​ພວກເຮົາ​ເຂັ້ມແຂງ​ຂຶ້ນ​ດ້ວຍ​ພຣະຄຸນ, ບໍ່​ແມ່ນ​ດ້ວຍ​ການ​ຮັບປະທານ​ອາຫານ​ຕາມ​ພິທີການ ເຊິ່ງ​ບໍ່​ມີ​ປະໂຫຍດ​ຫຍັງ​ແກ່​ບັນດາ​ຜູ້​ທີ່​ຮັບປະທານ.

10 ພວກເຮົາ​ມີ​ແທ່ນບູຊາ​ທີ່​ບັນດາ​ຜູ້​ປະຕິບັດ​ໜ້າທີ່​ໃນ​ຫໍເຕັນ​ຈະ​ບໍ່​ມີ​ສິດ​ຮັບປະທານ​ອາຫານ​ຈາກ​ແທ່ນບູຊາ​ນັ້ນ.

11 ມະຫາ​ປະໂລຫິດ​ນຳ​ເລືອດ​ຂອງ​ສັດ​ຕ່າງໆ​ເຂົ້າ​ໄປ​ໃນ​ສະຖານທີ່ສັກສິດ​ທີ່ສຸດ​ເພື່ອ​ເປັນ​ເຄື່ອງບູຊາ​ໄຖ່​ບາບ, ແຕ່​ຮ່າງກາຍ​ຂອງ​ສັດ​ເຫລົ່ານັ້ນ​ໄດ້​ຖືກ​ນຳ​ໄປ​ເຜົາ​ຢູ່​ນອກ​ຄ້າຍ.

12 ແລະ ພຣະເຢຊູຄຣິດເຈົ້າ​ກໍ​ເໝືອນ​ກັນ ພຣະອົງ​ທົນທຸກ​ຢູ່​ນອກ​ປະຕູ​ເມືອງ​ເພື່ອ​ຊຳລະ​ຄົນ​ຂອງ​ພຣະເຈົ້າ​ໃຫ້​ບໍລິສຸດ​ດ້ວຍ​ເລືອດ​ຂອງ​ພຣະອົງ​ເອງ.

13 ດັ່ງນັ້ນ ໃຫ້​ພວກເຮົາ​ທັງຫລາຍ​ອອກ​ໄປ​ຫາ​ພຣະອົງ​ທີ່​ນອກ​ຄ້າຍ, ແບກ​ຮັບ​ຄວາມອັບອາຍ​ທີ່​ພຣະອົງ​ໄດ້​ແບກ​ໄວ້​ນັ້ນ.

14 ເພາະ​ຢູ່​ທີ່​ນີ້​ພວກເຮົາ​ບໍ່​ມີ​ບ້ານເມືອງ​ອັນ​ຖາວອນ, ແຕ່​ພວກເຮົາ​ກຳລັງ​ສະແຫວງຫາ​ບ້ານເມືອງ​ທີ່​ຈະ​ມາ​ເຖິງ.

15 ເຫດສະນັ້ນ ໃຫ້​ພວກເຮົາ​ຖວາຍ​ການສັນລະເສີນ​ເປັນ​ເຄື່ອງບູຊາ​ແກ່​ພຣະເຈົ້າ​ຜ່ານທາງ​ພຣະເຢຊູຄຣິດເຈົ້າ​ຕະຫລອດໄປ ຄື​ຖວາຍ​ຜົນ​ແຫ່ງ​ຮີມສົບ​ທີ່​ກ່າວ​ຍອມຮັບ​ນາມ​ຂອງ​ພຣະອົງ.

16 ຢ່າ​ລືມ​ທີ່​ຈະ​ເຮັດ​ຄວາມດີ ແລະ ແບ່ງປັນ​ໃຫ້​ແກ່​ຜູ້ອື່ນ, ເພາະ​ພຣະເຈົ້າ​ພໍໃຈ​ເຄື່ອງບູຊາ​ຢ່າງ​ນີ້.

17 ຈົ່ງ​ເຊື່ອຟັງ ແລະ ຍອມ​ຢູ່​ໃຕ້​ອຳນາດ​ຂອງ​ຜູ້ນຳ​ຂອງ​ພວກເຈົ້າ, ເພາະ​ພວກເພິ່ນ​ເຝົ້າ​ເບິ່ງແຍງ​ພວກເຈົ້າ​ໃນ​ຖານະ​ຜູ້​ທີ່​ຈະ​ຕ້ອງ​ລາຍງານ. ຈົ່ງ​ເຮັດ​ຢ່າງ​ນີ້ ເພື່ອວ່າ​ພວກເພິ່ນ​ຈະ​ເຮັດ​ໜ້າທີ່​ຂອງ​ຕົນ​ດ້ວຍ​ຄວາມຍິນດີ, ບໍ່​ແມ່ນ​ຈໍາ​ໃຈ ເພາະ​ຈະ​ເປັນ​ປະໂຫຍດ​ແກ່​ພວກເຈົ້າ.

18 ຈົ່ງ​ອະທິຖານ​ເພື່ອ​ພວກເຮົາ. ພວກເຮົາ​ແນ່ໃຈ​ວ່າ​ພວກເຮົາ​ມີ​ຈິດສຳນຶກ​ອັນ​ໃສ​ສະອາດ ແລະ ປາຖະໜາ​ທີ່​ຈະ​ດຳເນີນຊີວິດ​ຢ່າງ​ມີ​ກຽດ​ໃນ​ທຸກ​ດ້ານ.

19 ເຮົາ​ຂໍຮ້ອງ​ພວກເຈົ້າ​ເປັນ​ພິເສດ​ໃຫ້​ອະທິຖານ​ຂໍ​ໃຫ້​ເຮົາ​ໄດ້​ກັບ​ມາ​ຫາ​ພວກເຈົ້າ​ໃນ​ໄວໆ​ນີ້.


ຄຳອວຍພອນ ແລະ ຄຳລົງທ້າຍ

20 ຂໍ​ໃຫ້​ພຣະເຈົ້າ​ແຫ່ງ​ສັນຕິສຸກ, ຜູ້​ທີ່​ຜ່ານ​ໂລຫິດ​ແຫ່ງ​ພັນທະສັນຍາ​ນິລັນດອນ​ໄດ້​ນໍາ​ເອົາ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ເປັນຄືນມາຈາກຕາຍ, ຜູ້​ເປັນ​ພຣະຜູ້ລ້ຽງ​ອົງ​ຍິ່ງໃຫຍ່​ຂອງ​ຝູງ​ແກະ​ນັ້ນ.

21 ໃຫ້​ພວກເຈົ້າ​ທັງຫລາຍ​ມີ​ທຸກສິ່ງ​ທີ່​ດີ​ເພື່ອ​ຈະ​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ ແລະ ຂໍ​ພຣະອົງ​ທຳງານ​ໃນ​ພວກເຮົາ​ທັງຫລາຍ​ຕາມ​ທີ່​ພຣະອົງ​ພໍໃຈ ໂດຍ​ທາງ​ພຣະເຢຊູຄຣິດເຈົ້າ, ຂໍ​ໃຫ້​ກຽດ​ຈົ່ງ​ມີ​ແກ່​ພຣະອົງ​ຕະຫລອດໄປ​ເປັນນິດ. ອາແມນ.

22 ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ຂໍຮ້ອງ​ພວກເຈົ້າ​ໃຫ້​ອົດທົນ​ຟັງ​ຄຳ​ເຕືອນສະຕິ​ຂອງ​ເຮົາ ເພາະ​ເຮົາ​ໄດ້​ຂຽນ​ເຖິງ​ພວກເຈົ້າ​ພຽງ​ແຕ່​ສັ້ນໆ.

23 ເຮົາ​ຂໍ​ໃຫ້​ພວກເຈົ້າ​ຮູ້​ວ່າ​ຕີໂມທຽວ​ພີ່ນ້ອງ​ຂອງ​ພວກເຮົາ​ໄດ້​ຮັບ​ການປ່ອຍໂຕ​ແລ້ວ. ຖ້າ​ລາວ​ມາ​ຮອດ​ໄວ, ເຮົາ​ຈະ​ມາ​ຫາ​ພວກເຈົ້າ​ພ້ອມ​ກັບ​ລາວ.

24 ເຮົາ​ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ບັນດາ​ຜູ້ນຳ​ຂອງ​ພວກເຈົ້າ ແລະ ຄົນ​ຂອງ​ພຣະເຈົ້າ. ບັນດາ​ພີ່ນ້ອງ​ທີ່​ມາ​ຈາກ​ອີຕາລີ​ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ທັງຫລາຍ.

25 ຂໍ​ໃຫ້​ພຣະຄຸນ​ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທຸກຄົນ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan