Biblia Todo Logo
Bìoball air-loidhne

- Sanasan -

ເຮັບເຣີ 12 - ພຣະຄຳພີລາວສະບັບສະໄໝໃໝ່

1 ເຫດສະນັ້ນ ໃນ​ເມື່ອ​ພວກເຮົາ​ມີ​ພະຍານ​ຈໍານວນ​ຫລວງຫລາຍ​ຢູ່​ອ້ອມຂ້າງ​ຢ່າງ​ນີ້​ແລ້ວ ກໍ​ໃຫ້​ພວກເຮົາ​ຖິ້ມ​ທຸກ​ຢ່າງ​ທີ່​ຖ່ວງ​ຢູ່ ແລະ ບາບ​ທີ່​ຕິດແໜ້ນ​ໂດຍ​ງ່າຍ. ໃຫ້​ພວກເຮົາ​ແລ່ນ​ດ້ວຍ​ຄວາມອົດທົນ​ໃນ​ການແຂ່ງຂັນ​ທີ່​ກຳນົດ​ໄວ້​ສຳລັບ​ພວກເຮົາ,

2 ໃຫ້​ພວກເຮົາ​ປັກຕາ​ເບິ່ງ​ທີ່​ພຣະເຢຊູເຈົ້າ, ພຣະອົງ​ເປັນ​ຜູ້​ບຸກເບີກ​ຄວາມເຊື່ອ ແລະ ເປັນ​ຜູ້​ເຮັດໃຫ້​ຄວາມເຊື່ອ​ສົມບູນ. ເພາະ​ເຫັນ​ແກ່​ຄວາມຍິນດີ​ທີ່​ຕັ້ງ​ໄວ້​ຢູ່​ຕໍ່ໜ້າ​ພຣະອົງ ພຣະອົງ​ຈຶ່ງ​ໄດ້​ອົດທົນ​ຕໍ່​ໄມ້ກາງແຂນ ແລະ ບໍ່​ໃສ່ໃຈ​ໃນ​ຄວາມອັບອາຍ​ຂອງ​ໄມ້ກາງແຂນ ແລະ ໄດ້​ນັ່ງ​ລົງ​ທີ່​ເບື້ອງຂວາ​ຂອງ​ບັນລັງ​ຂອງ​ພຣະເຈົ້າ.

3 ຈົ່ງ​ພິຈາລະນາ​ເຖິງ​ພຣະອົງ​ຜູ້​ໄດ້​ອົດທົນ​ຕໍ່​ການຕໍ່ຕ້ານ​ຢ່າງ​ນັ້ນ​ຈາກ​ຄົນບາບ​ທັງຫລາຍ, ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ບໍ່​ອິດເມື່ອຍ ແລະ ທໍ້ຖອຍ​ໃຈ.


ພຣະເຈົ້າ​ຕີສອນ​ລູກ​ຂອງ​ພຣະອົງ

4 ໃນ​ການຕໍ່ສູ້​ກັບ​ຄວາມບາບ​ນັ້ນ, ພວກເຈົ້າ​ຍັງ​ບໍ່​ໄດ້​ຕໍ່ສູ້​ຈົນ​ເຖິງ​ຂັ້ນ​ເລືອດ​ຕົກ.

5 ແລະ ພວກເຈົ້າ​ໄດ້​ລືມ​ຖ້ອຍຄຳ​ແຫ່ງ​ການ​ໃຫ້​ກຳລັງໃຈ​ທີ່​ເວົ້າ​ກັບ​ພວກເຈົ້າ​ໃນ​ຖານະ​ພໍ່​ເວົ້າ​ກັບ​ລູກ​ຂອງ​ຕົນ​ແລ້ວ​ບໍ? ທີ່​ກ່າວ​ວ່າ, “ລູກ​ຂອງ​ເຮົາ​ເອີຍ, ຢ່າ​ລະເລີຍ​ຕໍ່​ການຕີສອນ​ຂອງ​ອົງພຣະຜູ້ເປັນເຈົ້າ, ແລະ ຢ່າ​ທໍ້ຖອຍໃຈ​ເມື່ອ​ພຣະອົງ​ຕຳໜິ​ເຈົ້າ,

6 ເພາະວ່າ​ອົງພຣະຜູ້ເປັນເຈົ້າ​ຕີສອນ​ຜູ້​ທີ່​ພຣະອົງ​ຮັກ, ແລະ ພຣະອົງ​ລົງໂທດ​ທຸກຄົນ​ທີ່​ພຣະອົງ​ຮັບ​ເປັນ​ລູກ”

7 ຈົ່ງ​ອົດທົນ​ຕໍ່​ຄວາມລຳບາກ​ໂດຍ​ຖື​ວ່າ​ເປັນ​ການຕີສອນ. ພຣະເຈົ້າ​ປະຕິບັດ​ຕໍ່​ພວກເຈົ້າ​ໃນ​ຖານະ​ເປັນ​ລູກ​ຂອງ​ພຣະອົງ. ເພາະ​ມີ​ລູກ​ຄົນ​ໃດ​ທີ່​ພໍ່​ບໍ່​ເຄີຍ​ຕີສອນ?

8 ຖ້າ​ພວກເຈົ້າ​ບໍ່​ຖືກ​ຕີສອນ ແລະ ທຸກຄົນ​ໄດ້​ຮັບ​ການຕີສອນ​ນັ້ນ ພວກເຈົ້າ​ກໍ​ເປັນ​ລູກ​ນອກ​ກົດໝາຍ ແລະ ບໍ່​ແມ່ນ​ລູກ​ແທ້.

9 ຫລາຍ​ກວ່າ​ນັ້ນ, ພວກເຮົາ​ທັງຫລາຍ​ມີ​ພໍ່​ທີ່​ເປັນ​ມະນຸດ ຜູ້​ຕີສອນ​ພວກເຮົາ ແລະ ພວກເຮົາ​ກໍ​ຍັງ​ນັບຖື​ເພິ່ນ​ທີ່​ເຮັດ​ຢ່າງ​ນັ້ນ. ຫລາຍ​ກວ່າ​ນັ້ນ​ຈັກ​ເທົ່າໃດ​ນໍ​ທີ່​ພວກເຮົາ​ຄວນ​ຢູ່​ໃນ​ໂອວາດ​ຂອງ​ພຣະບິດາ​ແຫ່ງ​ຈິດວິນຍານ​ທັງຫລາຍ ແລະ ມີຊີວິດ​ຢູ່!

10 ພໍ່​ຂອງ​ພວກເຮົາ​ຕີສອນ​ພວກເຮົາ​ໃນ​ຂະນະ​ໜຶ່ງ​ຕາມ​ທີ່​ພວກເພິ່ນ​ຄິດ​ເຫັນ​ວ່າ​ດີ​ທີ່ສຸດ. ແຕ່​ພຣະເຈົ້າ​ຕີສອນ​ພວກເຮົາ​ເພື່ອ​ຜົນປະໂຫຍດ​ຂອງ​ພວກເຮົາ ເພື່ອ​ພວກເຮົາ​ຈະ​ໄດ້​ມີ​ສ່ວນ​ໃນ​ຄວາມບໍລິສຸດ​ຂອງ​ພຣະອົງ.

11 ໃນ​ເວລາ​ທີ່​ມີ​ການຕີສອນ​ນັ້ນ​ບໍ່​ເປັນ​ໜ້າ​ຊື່ນໃຈ​ເລີຍ, ມີ​ແຕ່​ຄວາມເຈັບປວດ. ແຕ່​ເຖິງຢ່າງໃດ​ກໍ​ຕາມ, ພາຍຫລັງ​ມາ​ຈະ​ເກີດຜົນ​ເປັນ​ຄວາມຊອບທຳ ແລະ ສັນຕິສຸກ​ແກ່​ບັນດາ​ຜູ້​ທີ່​ໄດ້​ຮັບ​ການຝຶກຝົນ​ດ້ວຍ​ການຕີສອນ​ນັ້ນ.

12 ເຫດສະນັ້ນ, ຈົ່ງ​ເຮັດ​ໃຫ້​ແຂນ​ທີ່​ອ່ອນແຮງ ແລະ ຫົວເຂົ່າ​ທີ່​ອ່ອນກຳລັງ​ນັ້ນ​ເຂັ້ມແຂງ​ຂຶ້ນ.

13 “ຈົ່ງ​ເຮັດ​ທາງ​ໃຫ້​ຮາບພຽງ​ສຳລັບ​ຕີນ​ຂອງ​ເຈົ້າ” ເພື່ອວ່າ​ຄົນຂາເປັ້ຍ​ນັ້ນ​ຈະ​ບໍ່​ພິການ, ແຕ່​ຈະ​ຫາຍດີ​ເປັນ​ປົກກະຕິ.


ຄຳຕັກເຕືອນ ແລະ ຄຳໜູນໃຈ

14 ຈົ່ງ​ພະຍາຍາມ​ທີ່​ຈະ​ຢູ່​ຢ່າງ​ສະຫງົບສຸກ​ຮ່ວມ​ກັບ​ທຸກຄົນ ແລະ ເປັນ​ຜູ້​ບໍລິສຸດ, ເພາະ​ຖ້າ​ປາດສະຈາກ​ຄວາມບໍລິສຸດ​ແລ້ວ​ກໍ​ບໍ່​ມີ​ຜູ້ໃດ​ຈະ​ໄດ້​ເຫັນ​ອົງພຣະຜູ້ເປັນເຈົ້າ.

15 ຈົ່ງ​ລະວັງ​ຢ່າ​ໃຫ້​ຜູ້ໃດ​ຕົກ​ຈາກ​ພຣະຄຸນ​ຂອງ​ພຣະເຈົ້າ ແລະ ຢ່າ​ໃຫ້​ມີ​ຮາກ​ຂົມຂື່ນ​ງອກຂຶ້ນ​ເພື່ອ​ສ້າງ​ຄວາມເດືອດຮ້ອນ ແລະ ເຮັດ​ໃຫ້​ຫລາຍ​ຄົນ​ເປັນມົນທິນ.

16 ຈົ່ງ​ລະວັງ​ຢ່າ​ໃຫ້​ຜູ້ໃດ​ເຮັດ​ຜິດສິນທຳທາງເພດ, ຫລື ບໍ່​ຢູ່​ໃນ​ທາງ​ຂອງ​ພຣະເຈົ້າ​ເໝືອນດັ່ງ​ເອຊາວ​ຜູ້​ຂາຍ​ສິດທິ​ອ້າຍກົກ​ໃນ​ການ​ຮັບມໍລະດົກ​ເພື່ອ​ແລກ​ກັບ​ອາຫານ​ພຽງ​ແຕ່​ຄາບ​ດຽວ.

17 ພວກເຈົ້າ​ກໍ​ຮູ້​ຢູ່​ວ່າ​ພາຍຫລັງ​ມາ, ເມື່ອ​ເອຊາວ​ຕ້ອງການ​ຈະ​ຮັບ​ພອນ​ນີ້​ເປັນ​ມໍລະດົກ, ລາວ​ກໍ​ຖືກ​ປະຕິເສດ. ເຖິງ​ແມ່ນ​ວ່າ​ລາວ​ຈະ​ສະແຫວງ​ຫາ​ພອນ​ນັ້ນ​ດ້ວຍ​ນ້ຳຕາ, ລາວ​ກໍ​ບໍ່​ສາມາດ​ແກ້ໄຂ​ສິ່ງ​ທີ່​ລາວ​ໄດ້​ກະທຳ​ນັ້ນ​ໄດ້.


ພູເຂົາ​ແຫ່ງ​ຄວາມຢ້ານກົວ ແລະ ພູເຂົາ​ແຫ່ງ​ຄວາມສຸກ

18 ພວກເຈົ້າ​ທັງຫລາຍ​ບໍ່​ໄດ້​ມາ​ຍັງ​ພູເຂົາ​ທີ່​ສາມາດ​ຈັບຕ້ອງ​ໄດ້ ແລະ ທີ່​ລຸກໄໝ້​ຢູ່​ດ້ວຍ​ໄຟ, ບໍ່​ໄດ້​ມາ​ຍັງ​ຄວາມມືດ, ຄວາມມືດມົວ ແລະ ລົມພະຍຸ

19 ບໍ່​ໄດ້​ມາ​ຍັງ​ສຽງແກ​ທີ່​ດັງ​ສະໜັ່ນ ຫລື ສຽງ​ທີ່​ກ່າວ​ຖ້ອຍຄຳ ເຊິ່ງ​ບັນດາ​ຜູ້​ທີ່​ໄດ້​ຍິນ​ແລ້ວ​ຮ້ອງຂໍ​ບໍ່​ໃຫ້​ກ່າວ​ຄຳ​ໃດ​ກັບ​ພວກເຂົາ​ອີກ,

20 ເພາະວ່າ​ພວກເຂົາ​ບໍ່​ສາມາດ​ທົນ​ກັບ​ຂໍ້ຄຳສັ່ງ​ທີ່​ວ່າ: “ແມ່ນ​ແຕ່​ສັດ​ທີ່​ແຕະຕ້ອງ​ພູເຂົາ​ນັ້ນ​ກໍ​ຈະ​ຕ້ອງ​ຖືກ​ກ້ອນຫີນ​ແກວ່ງ​ໃສ່​ຈົນ​ຕາຍ”.

21 ສິ່ງ​ທີ່​ເຫັນ​ນັ້ນ​ໜ້າ​ຢ້ານກົວ​ຫລາຍ​ຈົນ​ໂມເຊ​ກ່າວ​ວ່າ, “ຂ້ານ້ອຍ​ຢ້ານ​ຈົນ​ໂຕ​ສັ່ນ”.

22 ແຕ່​ພວກເຈົ້າ​ໄດ້​ມາ​ເຖິງ​ພູເຂົາ​ຊີໂອນ, ມາ​ເຖິງ​ນະຄອນ​ຂອງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່, ຄື​ນະຄອນ​ເຢຣູຊາເລັມ​ແຫ່ງ​ສະຫວັນ. ພວກເຈົ້າ​ໄດ້​ມາ​ເຖິງ​ບ່ອນ​ທີ່​ເທວະດາ​ເປັນ​ຈໍານວນ​ພັນໆ​ໄດ້​ຊຸມນຸມ​ກັນ​ຢ່າງ​ຊື່ນຊົມຍິນດີ,

23 ມາ​ສູ່​ຄຣິສຕະຈັກ​ຂອງ​ບັນດາ​ລູກກົກ​ຜູ້​ທີ່​ມີ​ຊື່​ບັນທຶກ​ໄວ້​ໃນ​ສະຫວັນ. ພວກເຈົ້າ​ໄດ້​ມາ​ເຖິງ​ພຣະເຈົ້າ​ຜູ້ພິພາກສາ​ມະນຸດ​ທຸກຄົນ, ມາ​ຍັງ​ຈິດວິນຍານ​ຂອງ​ຜູ້ຊອບທຳ​ທີ່​ເຮັດ​ໃຫ້​ສົມບູນ​ແລ້ວ,

24 ມາ​ເຖິງ​ພຣະເຢຊູເຈົ້າ​ຜູ້​ເປັນ​ຜູ້ກາງ​ແຫ່ງ​ພັນທະສັນຍາ​ໃໝ່ ແລະ ມາ​ເຖິງ​ການຊິດເລືອດ ເຊິ່ງ​ກ່າວ​ເຖິງ​ສິ່ງ​ທີ່​ດີ​ກວ່າ​ເລືອດ​ຂອງ​ອາເບັນ.

25 ຈົ່ງ​ລະວັງ​ຢ່າ​ປະຕິເສດ​ພຣະອົງ​ຜູ້​ກ່າວ​ຢູ່​ນັ້ນ. ຖ້າ​ພວກເຂົາ​ຍັງ​ໜີ​ບໍ່​ພົ້ນ​ເມື່ອ​ປະຕິເສດ​ພຣະອົງ​ຜູ້​ກ່າວ​ເຕືອນ​ພວກເຂົາ​ໃນ​ໂລກ​ນີ້, ພວກເຮົາ​ຍິ່ງ​ຈະ​ໜີ​ບໍ່​ພົ້ນ​ຖ້າ​ພວກເຮົາ​ຫັນໜີ​ຈາກ​ພຣະອົງ​ຜູ້​ເຕືອນ​ພວກເຮົາ​ຈາກ​ສະຫວັນ?

26 ເວລາ​ນັ້ນ​ສຽງ​ຂອງ​ພຣະອົງ​ຈະ​ເຮັດ​ໃຫ້​ໂລກ​ສັ່ນສະເທືອນ, ແຕ່​ບັດນີ້​ພຣະອົງ​ໄດ້​ສັນຍາ​ໄວ້​ວ່າ, “ອີກ​ຄັ້ງໜຶ່ງ ເຮົາ​ບໍ່​ພຽງ​ແຕ່​ຈະ​ສັ່ນສະເທືອນ​ໂລກ​ນີ້​ເທົ່ານັ້ນ​ແຕ່​ຈະ​ສັ່ນສະເທືອນ​ຟ້າສະຫວັນ​ເໝືອນກັນ”.

27 ຄຳ​ວ່າ “ອີກ​ຄັ້ງໜຶ່ງ” ບົ່ງ​ບອກ​ວ່າ​ສິ່ງ​ທີ່​ສາມາດ​ສັ່ນສະເທືອນ​ໄດ້​ຄື​ສິ່ງ​ທີ່​ສ້າງຂຶ້ນ​ນັ້ນ​ຈະ​ຖືກ​ກຳຈັດ​ຖິ້ມ ເພື່ອ​ໃຫ້​ເຫລືອ​ຢູ່​ແຕ່​ສິ່ງ​ທີ່​ບໍ່​ສາມາດ​ສັ່ນສະເທືອນ.

28 ເຫດສະນັ້ນ, ໃນ​ເມື່ອ​ພວກເຮົາ​ກຳລັງ​ໄດ້​ຮັບ​ອານາຈັກ​ທີ່​ບໍ່​ສາມາດ​ສັ່ນສະເທືອນ​ໄດ້, ກໍ​ໃຫ້​ພວກເຮົາ​ໂມທະນາ​ຂອບພຣະຄຸນ ແລະ ນະມັດສະການ​ພຣະເຈົ້າ​ຕາມ​ທີ່​ສົມຄວນ​ດ້ວຍ​ຄວາມເຄົາລົບ ແລະ ຢຳເກງ,

29 ເພາະວ່າ “ພຣະເຈົ້າ​ຂອງ​ພວກເຮົາ​ເປັນ​ໄຟ​ທີ່​ເຜົາໄໝ້”.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan