Biblia Todo Logo
Bìoball air-loidhne

- Sanasan -

ເຮັບເຣີ 11 - ພຣະຄຳພີລາວສະບັບສະໄໝໃໝ່


ເລື່ອງ​ຄວາມເຊື່ອ​ໃນ​ການກະທຳ

1 ຄວາມເຊື່ອ​ຄື​ຄວາມແນ່ໃຈ​ໃນ​ສິ່ງ​ທີ່​ພວກເຮົາ​ຫວັງ​ໄວ້ ແລະ ໝັ້ນໃຈ​ໃນ​ສິ່ງ​ທີ່​ພວກເຮົາ​ເບິ່ງ​ບໍ່​ເຫັນ

2 ເພາະ​ຄວາມເຊື່ອ​ແບບ​ນີ້​ເອງ​ທີ່​ຄົນ​ໃນ​ສະໄໝ​ກ່ອນ​ໄດ້​ຮັບ​ການຍົກຍ້ອງ.

3 ໂດຍ​ຄວາມເຊື່ອ​ພວກເຮົາ​ຈຶ່ງ​ເຂົ້າໃຈ​ວ່າ​ຈັກກະວານ​ໄດ້​ຖືກສ້າງຂຶ້ນ​ໂດຍ​ຄຳສັ່ງ​ຂອງ​ພຣະເຈົ້າ, ດັ່ງນັ້ນ​ສິ່ງ​ທີ່​ເບິ່ງເຫັນ​ຢູ່​ຈຶ່ງ​ບໍ່​ໄດ້​ເກີດ​ຈາກ​ສິ່ງ​ທີ່​ພວກເຮົາ​ເຫັນ​ໄດ້​ດ້ວຍ​ຕາ.

4 ໂດຍ​ຄວາມເຊື່ອ​ອາເບັນ​ໄດ້​ນຳ​ເອົາ​ເຄື່ອງບູຊາ​ທີ່​ດີ​ກວ່າ​ຂອງ​ກາອິນ​ມາ​ຖວາຍ​ແກ່​ພຣະເຈົ້າ. ໂດຍ​ຄວາມເຊື່ອ​ອາເບັນ​ໄດ້​ຮັບ​ການຍົກຍ້ອງ​ວ່າ​ເປັນ​ຜູ້ຊອບທຳ​ເມື່ອ​ພຣະເຈົ້າ​ຊົມເຊີຍ​ເຄື່ອງຖວາຍ​ຂອງ​ເພິ່ນ. ແລະ ໂດຍ​ຄວາມເຊື່ອ​ອາເບັນ​ຈຶ່ງ​ຍັງ​ຖືກ​ເວົ້າ​ເຖິງ​ຢູ່, ເຖິງແມ່ນວ່າ​ເພິ່ນ​ໄດ້​ຕາຍ​ແລ້ວ.

5 ໂດຍ​ຄວາມເຊື່ອ​ເອນົກ​ຈຶ່ງ​ຖືກ​ຮັບ​ຂຶ້ນ​ໄປ​ຈາກ​ຊີວິດ​ນີ້, ເພື່ອ​ວ່າ​ເພິ່ນ​ຈະ​ບໍ່​ຕ້ອງ​ພົບ​ກັບ​ຄວາມຕາຍ​ຄື: “ຊອກຫາ​ເພິ່ນ​ບໍ່​ພົບ, ເພາະ​ພຣະເຈົ້າ​ໄດ້​ຮັບ​ເພິ່ນ​ໄປ​ແລ້ວ”. ເພາະ​ກ່ອນ​ທີ່​ເພິ່ນ​ຖືກ​ຮັບ​ໄປ, ເພິ່ນ​ໄດ້​ຮັບ​ການຍົກຍ້ອງ​ວ່າ​ເປັນ​ຜູ້​ທີ່​ພຣະເຈົ້າ​ພໍໃຈ.

6 ແລະ ຖ້າ​ບໍ່​ມີ​ຄວາມເຊື່ອ​ກໍ​ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​ເຮັດ​ໃຫ້​ພຣະເຈົ້າ​ພໍໃຈ, ເພາະວ່າ​ທຸກ​ຄົນ​ທີ່​ຈະ​ມາ​ຫາ​ພຣະເຈົ້າ​ນັ້ນ​ຕ້ອງ​ເຊື່ອ​ວ່າ​ພຣະອົງ​ມີ​ຊີວິດ​ຢູ່ ແລະ ພຣະອົງ​ໃຫ້​ລາງວັນ​ແກ່​ບັນດາ​ຜູ້​ທີ່​ສະແຫວງຫາ​ພຣະອົງ​ຢ່າງ​ຈິງຈັງ.

7 ໂດຍ​ຄວາມເຊື່ອ ເມື່ອ​ໂນອາ​ໄດ້​ຮັບ​ຄຳເຕືອນ​ເຖິງ​ສິ່ງ​ຕ່າງໆ​ທີ່​ຍັງ​ເບິ່ງ​ບໍ່​ເຫັນ, ດ້ວຍ​ຄວາມຢ້ານກົວ​ພຣະເຈົ້າ​ເພິ່ນ​ຈຶ່ງ​ໄດ້​ສ້າງ​ເຮືອ​ໃຫຍ່​ເພື່ອ​ຊ່ວຍ​ຄອບຄົວ​ຂອງ​ເພິ່ນ​ໃຫ້​ພົ້ນ. ໂດຍ​ຄວາມເຊື່ອ​ຂອງ​ເພິ່ນ ເພິ່ນ​ຈຶ່ງ​ໄດ້​ຕັດສິນລົງໂທດ​ໂລກ ແລະ ໄດ້​ກາຍເປັນ​ຜູ້ສືບທອດມໍລະດົກ​ແຫ່ງ​ຄວາມຊອບທຳ​ທີ່​ມີ​ມາ​ໂດຍ​ຄວາມເຊື່ອ.

8 ໂດຍ​ຄວາມເຊື່ອ ເມື່ອ​ອັບຣາຮາມ​ໄດ້​ຮັບ​ການ​ເອີ້ນ​ໃຫ້​ໄປ​ຍັງ​ສະຖານທີ່​ໜຶ່ງ​ທີ່​ເພິ່ນ​ຈະ​ໄດ້​ຮັບ​ເປັນ​ມໍລະດົກ​ຂອງ​ເພິ່ນ​ໃນ​ພາຍຫລັງ, ເພິ່ນ​ໄດ້​ເຊື່ອຟັງ ແລະ ອອກ​ເດີນທາງໄປ​ເຖິງແມ່ນວ່າ​ເພິ່ນ​ບໍ່​ຮູ້​ວ່າ​ຈະ​ໄປ​ບ່ອນ​ໃດ.

9 ໂດຍ​ຄວາມເຊື່ອ ເພິ່ນ​ໄດ້​ອາໄສ​ຢູ່​ໃນ​ດິນແດນ​ແຫ່ງ​ສັນຍາ​ເໝືອນດັ່ງ​ຄົນຕ່າງດ້າວ​ທີ່​ຢູ່​ໃນ​ຕ່າງ​ຖິ່ນ; ເພິ່ນ​ໄດ້​ອາໄສ​ຢູ່​ໃນ​ເຕັນ, ເໝືອນດັ່ງ​ທີ່​ອີຊາກ ແລະ ຢາໂຄບ​ໄດ້​ເຮັດ, ເຊິ່ງ​ເປັນ​ຜູ້​ສືບທອດ​ມໍລະດົກ​ໃນ​ສັນຍາ​ດຽວ​ກັນ​ກັບ​ເພິ່ນ.

10 ເພາະ​ເພິ່ນ​ຕັ້ງໃຈ​ລໍຖ້າ​ເມືອງ​ທີ່​ມີ​ຮາກຖານ ເຊິ່ງ​ມີ​ພຣະເຈົ້າ​ເປັນ​ສະຖາປະນິກ ແລະ ເປັນ​ຜູ້ສ້າງ.

11 ແລະ ໂດຍ​ຄວາມເຊື່ອ​ແມ່ນ​ແຕ່​ນາງ​ຊາຣາ ຜູ້​ທີ່​ເກີນ​ໄວ​ທີ່​ຈະ​ມີ​ລູກ​ແລ້ວ, ແຕ່​ກໍ​ຍັງ​ສາມາດ​ມີ​ລູກ​ໄດ້​ເພາະ​ນາງ​ຖື​ວ່າ​ພຣະອົງ​ຜູ້​ສັນຍາ​ນັ້ນ​ສັດຊື່.

12 ແລະ ດັ່ງນັ້ນ​ຈາກ​ຊາຍ​ຄົນ​ດຽວ​ນີ້ ເຊິ່ງ​ເປັນ​ເໝືອນ​ຄົນ​ທີ່​ຕາຍ​ແລ້ວ​ກໍ​ເກີດ​ມີ​ລູກ​ຫລານ​ສືບ​ເຊື້ອສາຍ​ຈໍານວນ​ຫລວງຫລາຍ​ເໝືອນດັ່ງ​ດວງດາວ​ໃນ​ທ້ອງຟ້າ ແລະ ເໝືອນດັ່ງ​ເມັດຊາຍ​ຢູ່​ແຄມທະເລ​ທີ່​ນັບ​ບໍ່​ຖ້ວນ.

13 ຄົນ​ທັງປວງ​ເຫລົ່ານີ້​ໄດ້​ຕາຍ​ໄປ​ຂະນະ​ທີ່​ດຳເນີນຊີວິດ​ໂດຍ​ຄວາມເຊື່ອ. ພວກເພິ່ນ​ບໍ່​ໄດ້​ຮັບ​ສິ່ງ​ທີ່​ສັນຍາ​ໄວ້, ພວກເພິ່ນ​ພຽງ​ແຕ່​ໄດ້​ເຫັນ ແລະ ຕ້ອນຮັບ​ໄວ້​ຕັ້ງແຕ່​ຢູ່​ໄກ ແລະ ຍອມຮັບ​ວ່າ​ພວກເພິ່ນ​ເປັນ​ພຽງ​ຄົນຕ່າງຖິ່ນ ແລະ ຄົນແປກໜ້າ​ໃນ​ໂລກ​ນີ້.

14 ຄົນ​ທີ່​ເວົ້າ​ຢ່າງ​ນີ້​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ພວກເພິ່ນ​ກຳລັງ​ຊອກຫາ​ບ້ານເມືອງ​ທີ່​ຈະ​ເປັນ​ຂອງ​ຕົນ.

15 ຖ້າ​ພວກເພິ່ນ​ຄິດຮອດ​ບ້ານເມືອງ​ທີ່​ຕົນ​ຈາກ​ມາ, ພວກເພິ່ນ​ກໍ​ຄົງ​ມີ​ໂອກາດ​ທີ່​ຈະ​ກັບ​ຄືນ​ໄປ​ໄດ້.

16 ແຕ່​ພວກເພິ່ນ​ປາຖະໜາ​ຫາ​ບ້ານເມືອງ​ທີ່​ດີ​ກວ່າ​ຄື​ເມືອງ​ສະຫວັນ. ເຫດສະນັ້ນ ພຣະເຈົ້າ​ຈຶ່ງ​ບໍ່​ໄດ້​ລະອາຍ​ເມື່ອ​ພວກເພິ່ນ​ເອີ້ນ​ພຣະອົງ​ວ່າ​ພຣະເຈົ້າ​ຂອງ​ພວກເພິ່ນ, ເພາະ​ພຣະອົງ​ໄດ້​ຈັດຕຽມ​ເມືອງ​ໜຶ່ງ​ໄວ້​ໃຫ້​ພວກເພິ່ນ​ແລ້ວ.

17 ໂດຍ​ຄວາມເຊື່ອ​ເມື່ອ​ພຣະເຈົ້າ​ໄດ້​ທົດສອບ​ອັບຣາຮາມ, ເພິ່ນ​ຈຶ່ງ​ໄດ້​ຖວາຍ​ອີຊາກ​ເປັນ​ເຄື່ອງບູຊາ. ເພິ່ນ​ຜູ້​ທີ່​ໄດ້​ຮັບ​ສັນຍາ​ພ້ອມ​ທີ່​ຈະ​ຖວາຍ​ລູກຊາຍ​ພຽງ​ຄົນ​ດຽວ​ຂອງ​ຕົນ,

18 ເຖິງແມ່ນວ່າ​ພຣະເຈົ້າ​ໄດ້​ກ່າວ​ກັບ​ເພິ່ນ​ວ່າ, “ເຊື້ອສາຍ​ຂອງ​ເຈົ້າ​ຈະ​ນັບ​ມາ​ທາງ​ອີຊາກ”.

19 ອັບຣາຮາມ​ເຊື່ອ​ວ່າ​ພຣະເຈົ້າ​ສາມາດ​ບັນດານ​ໃຫ້​ຄົນຕາຍ​ເປັນຄືນມາ​ໄດ້ ແລະ ດັ່ງນັ້ນ​ຈຶ່ງ​ກ່າວ​ປຽບທຽບ​ໄດ້​ວ່າ​ເພິ່ນ​ໄດ້​ອີຊາກ​ຄືນ​ມາ​ຈາກ​ຄວາມຕາຍ.

20 ໂດຍ​ຄວາມເຊື່ອ​ອີຊາກ​ອວຍພອນ​ໃຫ້​ຢາໂຄບ​ກັບ​ເອຊາວ​ສຳລັບ​ອະນາຄົດ​ຂອງ​ພວກເພິ່ນ.

21 ໂດຍ​ຄວາມເຊື່ອ ເມື່ອ​ຢາໂຄບ​ກຳລັງ​ຈະ​ຕາຍ​ຈຶ່ງ​ອວຍພອນ​ໃຫ້​ລູກ​ຂອງ​ໂຢເຊັບ​ແຕ່ລະຄົນ ແລະ ນະມັດສະການ​ຂະນະ​ທີ່​ເພິ່ນ​ເອື່ອຍໂຕ​ໃສ່​ເທິງ​ຫົວ​ໄມ້ຄ້ອນເທົ້າ​ຂອງ​ຕົນ.

22 ໂດຍ​ຄວາມເຊື່ອ ເມື່ອ​ໂຢເຊັບ​ໃກ້​ຈະ​ສິ້ນໃຈ​ຕາຍ​ຈຶ່ງ​ກ່າວ​ເຖິງ​ການອົບພະຍົບ​ອອກຈາກ​ເອຢິບ​ຂອງ​ຊົນຊາດ​ອິດສະຣາເອນ ແລະ ໄດ້​ໃຫ້​ຄຳແນະນໍາ​ກ່ຽວກັບ​ການຝັງ​ກະດູກ​ຂອງ​ເພິ່ນ.

23 ໂດຍ​ຄວາມເຊື່ອ ພໍ່ແມ່​ຂອງ​ໂມເຊ​ໄດ້​ເຊື່ອງ​ເພິ່ນ​ໄວ້​ເປັນ​ເວລາ​ສາມ​ເດືອນ​ຫລັງ​ຈາກ​ເກີດ​ມາ, ເພາະ​ພວກເພິ່ນ​ເຫັນ​ວ່າ​ໂມເຊ​ແຕກຕ່າງ​ຈາກ​ເດັກນ້ອຍ​ທຳມະດາ​ທົ່ວໄປ ແລະ ພວກເພິ່ນ​ບໍ່​ໄດ້​ຢ້ານກົວ​ຄຳສັ່ງ​ຂອງ​ກະສັດ​ເລີຍ.

24 ໂດຍ​ຄວາມເຊື່ອ ເມື່ອ​ໂມເຊ​ເຕີບໃຫຍ່​ຂຶ້ນ​ມາ​ກໍ​ປະຕິເສດ​ທີ່​ຈະ​ເປັນ​ທີ່​ຮູ້ຈັກ​ໃນ​ຖານະ​ເປັນ​ລູກຊາຍ​ຂອງ​ລູກສາວ​ຂອງ​ຟາໂຣ.

25 ເພິ່ນ​ເລືອກ​ທີ່​ຈະ​ຖືກ​ຂົ່ມເຫັງ​ຮ່ວມ​ກັບ​ບັນດາ​ປະຊາຊົນ​ຂອງ​ພຣະເຈົ້າ​ແທນ​ການມ່ວນຊື່ນ​ໄປ​ກັບ​ຄວາມສຸກ​ຊົ່ວຄາວ​ໃນ​ບາບ.

26 ເພິ່ນ​ຖື​ວ່າ​ການ​ອັບອາຍຂາຍໜ້າ​ເພື່ອ​ພຣະຄຣິດເຈົ້າ​ນັ້ນ ກໍ​ມີ​ຄ່າ​ຫລາຍ​ກວ່າ​ຊັບສົມບັດ​ທັງຫລາຍ​ຂອງ​ເອຢິບ, ເພາະວ່າ​ເພິ່ນ​ເບິ່ງ​ໄປ​ຂ້າງໜ້າ​ທີ່​ບຳເໜັດ​ຂອງ​ເພິ່ນ.

27 ໂດຍ​ຄວາມເຊື່ອ ເພິ່ນ​ຈຶ່ງ​ໄດ້​ອອກຈາກ​ເອຢິບ​ໄປ​ໂດຍ​ບໍ່​ໄດ້​ຢ້ານກົວ​ຕໍ່​ຄວາມໂກດຮ້າຍ​ຂອງ​ກະສັດ, ເພິ່ນ​ອົດທົນ​ບາກບັ່ນ​ເພາະ​ເພິ່ນ​ໄດ້​ເຫັນ​ພຣະເຈົ້າ​ຜູ້​ທີ່​ເບິ່ງ​ບໍ່​ເຫັນ.

28 ໂດຍ​ຄວາມເຊື່ອ ເພິ່ນ​ຖື​ເທດສະການ​ປັດສະຄາ ແລະ ພິທີ​ຊິດ​ເລືອດ, ເພື່ອ​ວ່າ​ຜູ້ທຳລາຍ​ລູກກົກ​ຈະ​ບໍ່​ມາ​ແຕະຕ້ອງ​ລູກກົກ​ຂອງ​ຊາວ​ອິດສະຣາເອນ.

29 ໂດຍ​ຄວາມເຊື່ອ ປະຊາຊົນ​ຊາວ​ອິດສະຣາເອນ​ສາມາດ​ຍ່າງ​ຂ້າມ​ທະເລແດງ​ເໝືອນ​ກັບ​ວ່າ​ຍ່າງ​ເທິງ​ພື້ນດິນ​ແຫ້ງ, ແຕ່​ເມື່ອ​ຊາວເອຢິບ​ພະຍາຍາມ​ຈະ​ຂ້າມ​ໄປ​ເໝືອນກັນ ພວກເຂົາ​ກໍ​ຈົມນ້ຳ​ຕາຍ​ໝົດ.

30 ໂດຍ​ຄວາມເຊື່ອ ກຳແພງເມືອງ​ເຢຣີໂກ​ຈຶ່ງ​ພັງ​ລົງ, ຫລັງຈາກ​ຊາວ​ອິດສະຣາເອນ​ຍ່າງ​ອ້ອມ​ກຳແພງ​ເປັນ​ເວລາ​ເຈັດ​ວັນ.

31 ໂດຍ​ຄວາມເຊື່ອ ຣາຮາບ​ຍິງ​ໂສເພນີ​ຈຶ່ງ​ບໍ່​ຖືກ​ຂ້າ​ພ້ອມ​ກັບ​ບັນດາ​ຜູ້​ທີ່​ບໍ່​ເຊື່ອຟັງ ເພາະ​ນາງ​ໄດ້​ຕ້ອນຮັບ​ນັກສືບ.

32 ແລະ ເຮົາ​ຈະ​ກ່າວ​ແນວໃດ​ອີກ? ເຮົາ​ບໍ່​ມີ​ເວລາ​ພໍ​ທີ່​ຈະ​ກ່າວ​ເຖິງ​ກິເດໂອນ, ບາຣັກ, ແຊມຊັນ, ເຢັບທາ, ດາວິດ, ຊາມູເອນ ແລະ ບັນດາ​ຜູ້ທຳນວາຍ​ທັງຫລາຍ,

33 ຜູ້​ທີ່​ໂດຍ​ຜ່ານທາງ​ຄວາມເຊື່ອ​ໄດ້​ເອົາ​ຊະນະ​ອານາຈັກ​ຕ່າງໆ, ໄດ້​ປົກຄອງ​ດ້ວຍ​ຄວາມ​ຍຸຕິທຳ ແລະ ໄດ້​ຮັບ​ສິ່ງ​ທີ່​ສັນຍາ​ໄວ້, ຜູ້​ໄດ້​ງັບ​ປາກ​ສິງ,

34 ໄດ້​ດັບ​ແປວໄຟ​ອັນ​ຮ້ອນກ້າ ແລະ ໄດ້​ລອດພົ້ນ​ຈາກ​ຄົມດາບ, ຜູ້​ອ່ອນແອ​ກໍ​ກາຍເປັນ​ເຂັ້ມແຂງ ແລະ ຜູ້​ໄດ້​ກາຍເປັນ​ຄົນ​ອົງອາດກ້າຫານ​ໃນ​ການສູ້ຮົບ ແລະ ໄດ້​ໄລ່​ຕີ​ບັນດາ​ກອງທັບ​ຂອງ​ຊາວ​ຕ່າງຊາດ.

35 ພວກ​ຜູ້ຍິງ​ໄດ້​ຮັບ​ຄົນ​ຂອງ​ພວກເພິ່ນ​ທີ່​ເປັນຄືນມາ​ມີຊີວິດ​ອີກ. ມີ​ຄົນ​ອື່ນ​ອີກ​ທີ່​ຖືກ​ທໍລະມານ ແລະ ບໍ່​ຍອມຮັບ​ການປົດປ່ອຍ​ເພື່ອ​ວ່າ​ພວກເພິ່ນ​ຈະ​ໄດ້​ຮັບ​ການເປັນຄືນມາຈາກຕາຍ​ທີ່​ດີ​ກວ່າ.

36 ບາງຄົນ​ປະເຊີນ​ກັບ​ການ​ເຢາະເຢີ້ຍ ແລະ ການ​ຂ້ຽນຕີ, ແມ່ນແຕ່​ບາງຄົນ​ກໍ​ຖືກ​ລ່າມໂສ້ ແລະ ຖືກ​ຂັງ​ຄຸກ

37 ພວກເພິ່ນ​ຖືກ​ແກວ່ງ​ກ້ອນຫີນ​ໃສ່​ຈົນ​ຕາຍ. ພວກເພິ່ນ​ຖືກ​ເລື່ອຍ​ເປັນ​ສອງ​ທ່ອນ, ພວກເພິ່ນ​ຖືກ​ຂ້າ​ດ້ວຍ​ດາບ. ພວກເພິ່ນ​ນຸ່ງຫົ່ມ​ໜັງແກະ ແລະ ໜັງ​ແບ້, ຍາກຈົນ, ຖືກ​ຂົ່ມເຫັງ ແລະ ຖືກ​ກົດຂີ່.

38 ໂລກ​ກໍ​ບໍ່​ສົມ​ກັບ​ຄົນ​ເຫລົ່ານັ້ນ. ພວກເພິ່ນ​ເດີນທາງ​ໄປ​ຕາມ​ຖິ່ນແຫ້ງແລ້ງກັນດານ ແລະ ຕາມ​ພູເຂົາ​ຕ່າງໆ, ອາໄສ​ຢູ່​ໃນ​ຖໍ້າ ແລະ ໃນ​ຂຸມ.

39 ຄົນ​ເຫລົ່ານີ້​ໄດ້​ຮັບ​ການຍົກຍ້ອງ​ເພາະ​ຄວາມເຊື່ອ​ຂອງ​ພວກເພິ່ນ. ແຕ່​ກໍ​ຍັງ​ບໍ່​ມີ​ຄົນ​ໃດ​ໄດ້​ຮັບ​ສິ່ງ​ທີ່​ສັນຍາ​ໄວ້

40 ພຣະເຈົ້າ​ວາງແຜນ​ຈັດຕຽມ​ສິ່ງ​ທີ່​ດີ​ກວ່າ​ໄວ້​ສຳລັບ​ພວກເຮົາ ເພື່ອ​ວ່າ​ພວກເພິ່ນ​ຈະ​ໄດ້​ຮັບ​ຄວາມສົມບູນ​ຮ່ວມ​ກັບ​ພວກເຮົາ​ທັງຫລາຍ​ເທົ່ານັ້ນ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan