Biblia Todo Logo
Bìoball air-loidhne

- Sanasan -

ເຮັບເຣີ 10 - ພຣະຄຳພີລາວສະບັບສະໄໝໃໝ່


ພຣະຄຣິດເຈົ້າ​ເປັນ​ເຄື່ອງບູຊາ​ພຽງ​ຄັ້ງດຽວ

1 ກົດບັນຍັດ​ເປັນ​ພຽງແຕ່​ເງົາ​ຂອງ​ສິ່ງ​ປະເສີດ​ທັງຫລາຍ​ທີ່​ກຳລັງ​ຈະ​ມາ​ເຖິງ ບໍ່ແມ່ນ​ຕົວຈິງ​ຂອງ​ສິ່ງ​ເຫລົ່ານັ້ນ. ດ້ວຍ​ເຫດ​ນີ້ ຈຶ່ງ​ບໍ່​ສາມາດ​ເຮັດ​ໃຫ້​ຜູ້​ທີ່​ເຂົ້າ​ເຝົ້າ​ນະມັດສະການ​ນັ້ນ​ສົມບູນ​ຄົບຖ້ວນ​ດ້ວຍ​ເຄື່ອງຖວາຍ​ບູຊາ​ແບບ​ເດີມ​ຊ້ຳກັນ ເຊິ່ງ​ຖວາຍແລ້ວ​ຖວາຍອີກ​ທຸກໆ​ປີ​ບໍ່​ສິ້ນສຸດ​ຈັກເທື່ອ.

2 ເພາະ​ຖ້າ​ເຮັດ​ຢ່າງ​ນັ້ນ​ໄດ້ ພວກເຂົາ​ຈະ​ບໍ່​ຢຸດ​ຖວາຍ​ເຄື່ອງບູຊາ​ບໍ? ເພາະ​ຜູ້​ນະມັດສະການ​ຈະ​ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍລິສຸດ​ພຽງ​ຄັ້ງ​ດຽວ​ເປັນ​ການສິ້ນສຸດ ແລະ ຈະ​ບໍ່​ຮູ້ສຶກ​ຜິດ​ກັບ​ຄວາມບາບ​ຂອງ​ພວກເຂົາ​ອີກ​ຕໍ່ໄປ.

3 ແຕ່​ເຄື່ອງບູຊາ​ເຫລົ່ານັ້ນ​ເປັນ​ສິ່ງ​ເຕືອນ​ໃຫ້​ສຳນຶກ​ບາບ​ທຸກ​ປີ.

4 ເພາະ​ເລືອດ​ແບ້ ແລະ ເລືອດ​ງົວ​ບໍ່​ສາມາດ​ລຶບລ້າງ​ບາບ​ໃຫ້​ຫມົດ​ໄປ​ໄດ້.

5 ເຫດສະນັ້ນ, ເມື່ອ​ພຣະຄຣິດເຈົ້າ​ເຂົ້າ​ມາ​ໃນ​ໂລກ ພຣະອົງ​ໄດ້​ກ່າວ​ວ່າ: “ເຄື່ອງບູຊາ ແລະ ຂອງຖວາຍ​ພຣະອົງ​ບໍ່​ຕ້ອງການ, ແຕ່​ພຣະອົງ​ໄດ້​ຈັດຕຽມ​ຮ່າງກາຍ​ໜຶ່ງ​ໄວ້​ສຳລັບ​ຂ້ານ້ອຍ.

6 ເຄື່ອງເຜົາບູຊາ ແລະ ເຄື່ອງບູຊາ​ໄຖ່​ບາບ ພຣະອົງ​ບໍ່​ໄດ້​ພໍໃຈ.

7 ແລ້ວ​ຂ້ານ້ອຍ​ຈຶ່ງ​ຕອບ​ວ່າ, ‘ຂ້ານ້ອຍ​ຢູ່​ທີ່​ນີ້ ດັ່ງ​ທີ່​ໃນ​ໜັງສື​ມ້ວນ​ໄດ້​ຂຽນ​ເຖິງ​ຂ້ານ້ອຍ​ໄວ້​ນັ້ນ ຂ້າແດ່​ພຣະເຈົ້າ, ຂ້ານ້ອຍ​ໄດ້​ມາ​ເພື່ອ​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ’”.

8 ປະການທຳອິດ​ພຣະອົງ​ໄດ້​ກ່າວ​ວ່າ, “ເຄື່ອງບູຊາ ແລະ ຂອງຖວາຍ, ເຄື່ອງເຜົາບູຊາ ແລະ ເຄື່ອງບູຊາ​ໄຖ່​ບາບ​ພຣະອົງບໍ່​ຕ້ອງການ ແລະ ພຣະອົງ​ບໍ່​ໄດ້​ພໍໃຈ​ໃນ​ສິ່ງ​ເຫລົ່ານັ້ນ” ເຖິງ​ແມ່ນ​ວ່າ​ພວກເຂົາ​ໄດ້​ຖວາຍ​ໂດຍ​ອີງຕາມ​ກົດບັນຍັດ​ກໍ​ຕາມ.

9 ຕໍ່ມາ​ພຣະອົງ​ໄດ້​ກ່າວ​ວ່າ, “ຂ້ານ້ອຍ​ຢູ່​ທີ່​ນີ້, ຂ້ານ້ອຍ​ໄດ້​ມາ​ເພື່ອ​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ”. ພຣະອົງ​ຍົກເລີກ​ລະບົບ​ທຳອິດ​ເພື່ອ​ຕັ້ງ​ລະບົບ​ທີ​ສອງ.

10 ແລະ ໂດຍ​ຄວາມ​ປະສົງ​ນີ້, ພວກເຮົາ​ທັງຫລາຍ​ຈຶ່ງ​ໄດ້​ຮັບ​ການຊຳລະ​ໃຫ້​ບໍລິສຸດ​ໂດຍ​ການ​ຖວາຍ​ກາຍ​ຂອງ​ພຣະເຢຊູຄຣິດເຈົ້າ​ເປັນ​ເຄື່ອງບູຊາ​ພຽງ​ຄັ້ງ​ດຽວ​ເປັນ​ການສິ້ນສຸດ.

11 ແຕ່ລະວັນ​ປະໂລຫິດ​ທຸກຄົນ​ຢືນ​ປະຕິບັດໜ້າທີ່​ທາງ​ສາສະໜາ​ຂອງ​ຕົນ, ທຸກຄັ້ງ​ເພິ່ນ​ກໍ​ໄດ້​ຖວາຍ​ເຄື່ອງບູຊາ​ແບບ​ດຽວ​ກັນ ເຊິ່ງ​ບໍ່​ສາມາດ​ລຶບລ້າງ​ບາບ​ໃຫ້​ຫມົດ​ສິ້ນ​ໄປ​ໄດ້​ເລີຍ.

12 ແຕ່​ເມື່ອ​ປະໂລຫິດ​ອົງ​ນີ້​ຖວາຍ​ເຄື່ອງບູຊາ​ລຶບລ້າງ​ບາບ​ຄັ້ງ​ດຽວ​ສຳລັບ​ຕະຫລອດໄປ​ແລ້ວ, ພຣະອົງ​ກໍ​ໄດ້​ນັ່ງ​ທີ່​ເບື້ອງຂວາ​ມື​ຂອງ​ພຣະເຈົ້າ,

13 ແລະ ນັບ​ແຕ່​ນັ້ນ​ມາ​ພຣະອົງ​ລໍຄອຍ​ຈົນ​ກວ່າ​ສັດຕູ​ທັງຫລາຍ​ຂອງ​ພຣະອົງ​ຈະ​ຖືກ​ເຮັດ​ໃຫ້​ເປັນ​ເຄື່ອງຮອງຕີນ​ຂອງ​ພຣະອົງ.

14 ເພາະ​ໂດຍ​ການຖວາຍບູຊາ​ພຽງ​ຄັ້ງ​ດຽວ​ພຣະອົງ​ໄດ້​ເຮັດ​ໃຫ້​ບັນດາ​ຜູ້​ທີ່​ກຳລັງ​ຮັບ​ການຊຳລະ​ໃຫ້​ບໍລິສຸດ​ນັ້ນ​ເຖິງ​ຄວາມສົມບູນ​ຕະຫລອດໄປ.

15 ພຣະວິນຍານບໍລິສຸດເຈົ້າ​ຍັງ​ຢືນຢັນ​ຂໍ້​ນີ້​ແກ່​ພວກເຮົາ​ເໝືອນກັນ. ພຣະອົງ​ໄດ້​ກ່າວ​ເປັນ​ປະການ​ທຳອິດ​ວ່າ:

16 ອົງ​ພຣະຜູ້ເປັນເຈົ້າ​ກ່າວ​ວ່າ, “ນີ້​ຄື​ພັນທະສັນຍາ​ທີ່​ເຮົາ​ຈະ​ເຮັດ​ກັບ​ພວກເຂົາ ຫລັງຈາກ​ສະໄໝ​ນັ້ນ. ເຮົາ​ຈະ​ໃສ່​ກົດບັນຍັດ​ຂອງ​ເຮົາ​ໄວ້​ໃນ​ຫົວໃຈ​ຂອງ​ພວກເຂົາ, ແລະ ເຮົາ​ຈະ​ຈາລຶກ​ກົດບັນຍັດ​ນັ້ນ​ເທິງ​ຈິດໃຈ​ຂອງ​ພວກເຂົາ”.

17 ແລ້ວ​ພຣະອົງ​ກ່າວ​ອີກ​ວ່າ: “ຄວາມບາບ ແລະ ການ​ອະທຳ​ທັງຫລາຍ​ຂອງ​ພວກເຂົາ ເຮົາ​ຈະ​ບໍ່​ຈົດຈຳ​ອີກ​ຕໍ່ໄປ”.

18 ແລະ ເມື່ອ​ອະໄພ​ຄວາມບາບ​ໃຫ້​ແລ້ວ, ກໍ​ບໍ່​ຕ້ອງ​ມີ​ການຖວາຍ​ເຄື່ອງບູຊາ​ສຳລັບ​ການໄຖ່ບາບ​ອີກ​ຕໍ່ໄປ.


ຮຽກຮ້ອງ​ໃຫ້​ອົດທົນ​ໃນ​ຄວາມເຊື່ອ

19 ເຫດສະນັ້ນ, ພີ່ນ້ອງ​ທັງຫລາຍ​ເອີຍ, ໃນ​ເມື່ອ​ພວກເຮົາ​ໝັ້ນໃຈ​ທີ່​ຈະ​ເຂົ້າ​ສູ່​ສະຖານທີ່ສັກສິດ​ທີ່ສຸດ​ໂດຍ​ໂລຫິດ​ຂອງ​ພຣະເຢຊູເຈົ້າ​ແລ້ວ,

20 ໂດຍ​ຫົນທາງ​ໃໝ່​ອັນ​ມີຊີວິດ​ທີ່​ເປີດ​ໃຫ້​ພວກເຮົາ​ຜ່ານທາງ​ຜ້າກັ້ງ​ຄື​ກາຍ​ຂອງ​ພຣະອົງ,

21 ແລະ ໃນ​ເມື່ອ​ພວກເຮົາ​ມີ​ມະຫາ​ປະໂລຫິດ​ຍິ່ງໃຫຍ່​ເໜືອ​ຄົວເຮືອນ​ຂອງ​ພຣະເຈົ້າ​ແລ້ວ,

22 ກໍ​ໃຫ້​ພວກເຮົາ​ເຂົ້າ​ໃກ້​ພຣະເຈົ້າ​ດ້ວຍ​ໃຈ​ຈິງ ແລະ ດ້ວຍ​ຄວາມໝັ້ນໃຈ​ຢ່າງ​ເຕັມທີ່​ໃນ​ຄວາມເຊື່ອ ໂດຍ​ທີ່​ຈິດໃຈ​ຂອງ​ພວກເຮົາ​ໄດ້​ຮັບ​ການຊິດໃສ່​ເພື່ອ​ຊຳລະ​ພວກເຮົາ​ໃຫ້​ໝົດ​ຈາກ​ຈິດສຳນຶກ​ທີ່​ຟ້ອງ​ວ່າ​ຕົນ​ຜິດ ແລະ ຮ່າງກາຍ​ຂອງ​ພວກເຮົາ​ໄດ້​ຮັບ​ການຊຳລະລ້າງ​ດ້ວຍ​ນ້ຳ​ບໍລິສຸດ​ແລ້ວ.

23 ໃຫ້​ພວກເຮົາ​ຢຶດໝັ້ນ​ຢ່າງ​ບໍ່​ຫວັ່ນໄຫວ​ໃນ​ຄວາມຫວັງ​ທີ່​ພວກເຮົາ​ໄດ້​ປະກາດ​ຮັບ​ໄວ້, ເພາະ​ພຣະອົງ​ຜູ້​ສັນຍາ​ນັ້ນ​ສັດຊື່.

24 ແລະ ໃຫ້​ພວກເຮົາ​ພິຈາລະນາ​ເບິ່ງ​ວ່າ​ພວກເຮົາ​ຈະ​ປຸກ​ໃຈ​ກັນ​ໃນ​ເລື່ອງ​ຄວາມຮັກ ແລະ ໃນ​ການ​ກະທຳ​ດີ​ໄດ້​ຢ່າງໃດ,

25 ຢ່າ​ໃຫ້​ພວກເຮົາ​ປະ​ການ​ປະຊຸມ​ກັນ​ເໝືອນດັ່ງ​ບາງ​ຄົນ​ເຮັດ​ເປັນ​ປະຈຳ, ແຕ່​ໃຫ້​ພວກເຮົາ​ໜູນໃຈ​ກັນ​ຫລາຍ​ຂຶ້ນ ແລະ ເຮັດ​ຢ່າງ​ນັ້ນ​ໃຫ້​ຫລາຍ​ຂຶ້ນ​ອີກ ເພາະ​ພວກເຈົ້າ​ກໍ​ເຫັນ​ແລ້ວ​ວ່າ​ວັນ​ນັ້ນ​ໃກ້​ເຂົ້າ​ມາ​ແລ້ວ.

26 ຫລັງຈາກ​ທີ່​ພວກເຮົາ​ໄດ້​ຮູ້​ຄວາມຈິງ​ແລ້ວ ຖ້າ​ພວກເຮົາ​ຍັງ​ເຈດຕະນາ​ເຮັດ​ບາບ​ຕໍ່ໄປ​ກໍ​ຈະ​ບໍ່​ເຫລືອ​ເຄື່ອງບູຊາ​ລຶບລ້າງ​ບາບ​ໃດໆ,

27 ແຕ່​ມີ​ພຽງ​ແຕ່​ລໍຖ້າ​ດ້ວຍ​ຄວາມ​ຢ້ານກົວ​ຕໍ່​ການພິພາກສາ ແລະ ໄຟ​ອັນ​ຮ້ອນກ້າ​ທີ່​ຈະ​ເຜົາຜານ​ບັນດາ​ສັດຕູ​ຂອງ​ພຣະເຈົ້າ.

28 ຄົນ​ໃດ​ທີ່​ປະຕິເສດ​ກົດບັນຍັດ​ຂອງ​ໂມເຊ ຖ້າ​ມີ​ພະຍານ​ສອງ ຫລື ສາມ​ຄົນ​ກໍ​ຈະ​ຕ້ອງ​ຕາຍ​ໂດຍ​ປາດສະຈາກ​ຄວາມເມດຕາ.

29 ພວກເຈົ້າ​ຄິດ​ວ່າ​ຜູ້​ທີ່​ຢຽບຢ່ຳ​ພຣະບຸດ​ຂອງ​ພຣະເຈົ້າ, ຜູ້​ທີ່​ປະຕິບັດ​ຕໍ່​ໂລຫິດ​ແຫ່ງ​ພັນທະສັນຍາ​ທີ່​ຊຳລະ​ພວກເຂົາ​ໃຫ້​ບໍລິສຸດ​ນັ້ນ​ເໝືອນ​ບໍ່​ແມ່ນ​ສິ່ງ​ສັກສິດ ແລະ ຜູ້​ທີ່​ດູຖູກ​ພຣະວິນຍານ​ແຫ່ງ​ພຣະຄຸນ​ສົມຄວນ​ໄດ້​ຮັບ​ໂທດ​ໜັກ​ຫລາຍກວ່າ​ນັ້ນ​ຈັກ​ເທົ່າ​ໃດ?

30 ເພາະ​ພວກເຮົາ​ຮູ້ຈັກ​ພຣະອົງ​ຜູ້​ກ່າວ​ວ່າ, “ການ​ແກ້ແຄ້ນ​ເປັນ​ໜ້າທີ່​ຂອງ​ເຮົາ​ເອງ, ເຮົາ​ເອງ​ຈະ​ເປັນ​ຜູ້​ຕອບແທນ” ແລະ ໄດ້​ກ່າວ​ອີກ​ວ່າ, “ອົງພຣະຜູ້ເປັນເຈົ້າ​ຈະ​ພິພາກສາ​ປະຊາຊົນ​ຂອງ​ພຣະອົງ”.

31 ການ​ຕົກ​ຢູ່​ໃນ​ມື​ຂອງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່​ນັ້ນ​ກໍ​ເປັນ​ສິ່ງ​ທີ່​ໜ້າ​ຢ້ານກົວ​ຫລາຍ.

32 ຈົ່ງ​ລະນຶກ​ເຖິງ​ວັນ​ກ່ອນໜ້າ​ນັ້ນ​ຫລັງຈາກ​ທີ່​ພວກເຈົ້າ​ໄດ້​ຮັບ​ຄວາມສະຫວ່າງ, ເມື່ອ​ພວກເຈົ້າ​ອົດທົນ​ໃນ​ຍາມ​ທີ່​ຖືກ​ຕໍ່ຕ້ານ​ຢ່າງໜັກ​ທີ່​ເຕັມ​ໄປ​ດ້ວຍ​ຄວາມທຸກຍາກລໍາບາກ.

33 ບາງເທື່ອ​ພວກເຈົ້າ​ກໍ​ຖືກ​ດູຖູກ ແລະ ຖືກ​ຂົ່ມເຫັງ​ຕໍ່ໜ້າ​ຄົນ​ທັງຫລາຍ, ບາງເທື່ອ​ພວກເຈົ້າ​ກໍ​ເຂົ້າ​ຢືນ​ຄຽງຂ້າງ​ບັນດາ​ຜູ້​ທີ່​ຖືກ​ປະຕິບັດ​ຢ່າງ​ນັ້ນ​ດ້ວຍ.

34 ພວກເຈົ້າ​ທົນທຸກ​ກັບ​ບັນດາ​ຜູ້​ທີ່​ຢູ່​ໃນ​ຄຸກ ແລະ ເມື່ອ​ຖືກ​ຢຶດ​ຊັບສິນ​ພວກເຈົ້າ​ກໍ​ຍອມຮັບ​ດ້ວຍ​ຄວາມຍິນດີ ເພາະ​ພວກເຈົ້າ​ຮູ້​ວ່າ​ພວກເຈົ້າ​ເອງ​ມີ​ຊັບສິນ​ທີ່​ດີ​ກວ່າ ແລະ ຍືນຍົງ​ກວ່າ.

35 ດັ່ງນັ້ນ ຢ່າ​ປະຖິ້ມ​ຄວາມຫມັ້ນໃຈ​ຂອງ​ພວກເຈົ້າ, ສິ່ງ​ນີ້​ຈະ​ນຳ​ບຳເໜັດ​ອັນ​ຍິ່ງໃຫຍ່​ມາ.

36 ພວກເຈົ້າ​ທັງຫລາຍ​ຈໍາເປັນ​ຕ້ອງ​ມີ​ຄວາມອົດທົນ​ເພື່ອ​ວ່າ​ເມື່ອ​ພວກເຈົ້າ​ໄດ້​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ແລ້ວ, ພວກເຈົ້າ​ກໍ​ຈະ​ໄດ້​ຮັບ​ສິ່ງ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້

37 ເພາະວ່າ, “ໃນ​ອີກ​ບໍ່​ດົນ, ພຣະອົງ​ຜູ້​ທີ່​ກຳລັງ​ມາ​ກໍ​ຈະ​ມາ​ເຖິງ ແລະ ຈະ​ບໍ່​ຊັກຊ້າ”.

38 ແລະ, “ແຕ່​ຄົນຊອບທຳ​ຂອງ​ເຮົາ​ຈະ​ດຳເນີນຊີວິດ​ໂດຍ​ຄວາມເຊື່ອ. ແລະ ເຮົາ​ຈະ​ບໍ່​ພໍໃຈ ໃນ​ຄົນ​ທີ່​ຫລົບຖອຍຫລັງ”.

39 ສ່ວນ​ພວກເຮົາ​ບໍ່​ໄດ້​ຢູ່​ຝ່າຍ​ຄົນ​ທີ່​ຫລົບຖອຍຫລັງ ແລະ ຖືກ​ທຳລາຍ, ແຕ່​ຢູ່​ຝ່າຍ​ຄົນ​ທີ່​ມີ​ຄວາມເຊື່ອ ແລະ ໄດ້​ຮັບ​ການຊ່ວຍ​ໃຫ້​ພົ້ນ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan