Biblia Todo Logo
Bìoball air-loidhne

- Sanasan -

ເຮັບເຣີ 1 - ພຣະຄຳພີລາວສະບັບສະໄໝໃໝ່


ຖ້ອຍຄຳ​ສຸດທ້າຍ​ຂອງ​ພຣະເຈົ້າ​ຄື: ພຣະບຸດ​ຂອງ​ພຣະອົງ

1 ໃນ​ອະດີດ​ພຣະເຈົ້າ​ໄດ້​ກ່າວ​ກັບ​ບັນພະບຸລຸດ​ຂອງ​ພວກເຮົາ​ຜ່ານທາງ​ຜູ້ທຳນວາຍ​ຫລາຍ​ເທື່ອ ແລະ ໂດຍ​ວິທີການ​ຕ່າງໆ,

2 ແຕ່​ໃນ​ຍຸກ​ສຸດທ້າຍ​ນີ້​ພຣະອົງ​ໄດ້​ກ່າວ​ກັບ​ພວກເຮົາ​ທັງຫລາຍ​ໂດຍ​ພຣະບຸດ​ຂອງ​ພຣະອົງ, ຜູ້​ທີ່​ພຣະອົງ​ໄດ້​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ຮັບມໍລະດົກ​ທຸກ​ສິ່ງ ແລະ ໄດ້​ສ້າງ​ຈັກກະວານ​ໂດຍ​ພຣະບຸດ​ນີ້.

3 ພຣະບຸດ​ເປັນ​ແສງສະທ້ອນ​ແຫ່ງ​ສະຫງ່າລາສີ​ຂອງ​ພຣະເຈົ້າ ແລະ ເປັນ​ເໝືອນ​ພຣະເຈົ້າ​ທຸກ​ປະການ ແລະ ໄດ້​ຄ້ຳຊູ​ສັບພະສິ່ງ​ໄວ້​ດ້ວຍ​ຖ້ອຍຄຳ​ທີ່​ມີ​ລິດອຳນາດ​ຂອງ​ພຣະອົງ. ຫລັງ​ຈາກ​ທີ່​ພຣະອົງ​ໄດ້​ຊຳລະ​ບາບ​ແລ້ວ, ພຣະອົງ​ຈຶ່ງ​ໄດ້​ນັ່ງ​ລົງ​ທີ່​ເບື້ອງຂວາ​ມື​ຂອງ​ອົງ​ຜູ້​ມີ​ບາລະມີ​ໃນ​ສະຫວັນ

4 ດັ່ງນັ້ນ ພຣະອົງ​ຈຶ່ງ​ຍິ່ງໃຫຍ່​ເໜືອ​ບັນດາ​ເທວະດາ ເພາະ​ນາມ​ທີ່​ພຣະອົງ​ໄດ້​ຮັບ​ນັ້ນ​ສູງສົ່ງ​ກວ່າ​ນາມ​ຂອງ​ບັນດາ​ເທວະດາ.


ພຣະບຸດ​ຜູ້​ຍິ່ງໃຫຍ່​ເໜືອ​ເທວະດາ

5 ເພາະ​ພຣະເຈົ້າ​ເຄີຍ​ກ່າວ​ກັບ​ເທວະດາ​ຕົນ​ໃດ​ວ່າ, “ທ່ານ​ເປັນ​ບຸດ​ຂອງ​ເຮົາ, ວັນນີ້ ເຮົາ​ໄດ້​ກາຍເປັນ​ບິດາ​ຂອງ​ທ່ານ”? ຫລື ອີກ​ຄັ້ງ​ໜຶ່ງ, “ເຮົາ​ຈະ​ເປັນ​ບິດາ​ຂອງ​ລາວ, ແລະ ລາວ​ຈະ​ເປັນ​ບຸດ​ຂອງ​ເຮົາ”?

6 ແລະ ອີກ​ຄັ້ງໜຶ່ງ, ເມື່ອ​ພຣະເຈົ້າ​ນຳ​ບຸດກົກ​ຂອງ​ພຣະອົງ​ເຂົ້າ​ມາ​ໃນ​ໂລກ ພຣະອົງ​ກ່າວ​ວ່າ, “ໃຫ້​ບັນດາ​ເທວະດາ​ຂອງ​ພຣະເຈົ້າ​ທຸກ​ຕົນ​ນະມັດສະການ​ພຣະອົງ”.

7 ພຣະອົງ​ກ່າວ​ເຖິງ​ບັນດາ​ເທວະດາ​ນັ້ນ​ວ່າ, “ພຣະອົງ​ເຮັດ​ໃຫ້​ເທວະດາ​ຂອງ​ພຣະອົງ​ເປັນ​ວິນຍານ, ແລະ ໃຫ້​ຜູ້ຮັບໃຊ້​ຂອງ​ພຣະອົງ​ເປັນ​ແປວໄຟ”.

8 ແຕ່​ສ່ວນ​ພຣະບຸດ​ນັ້ນ​ພຣະອົງ​ກ່າວ​ວ່າ, “ຂ້າແດ່​ພຣະເຈົ້າ, ບັນລັງ​ຂອງ​ພຣະອົງ​ຈະ​ຕັ້ງໝັ້ນຄົງ​ຕະຫລອດໄປ​ເປັນນິດ, ພຣະອົງ​ຈະ​ປົກຄອງ​ອານາຈັກ​ຂອງ​ພຣະອົງ​ດ້ວຍ​ກະບອງ​ແຫ່ງ​ຄວາມຊອບທຳ.

9 ພຣະອົງ​ຮັກ​ຄວາມຊອບທຳ ແລະ ກຽດຊັງ​ຄວາມ​ຊົ່ວ, ເຫດສະນັ້ນ ພຣະເຈົ້າ​ຜູ້​ເປັນ​ພຣະເຈົ້າ​ຂອງ​ພຣະອົງ ຈຶ່ງ​ໄດ້​ຕັ້ງ​ພຣະອົງ​ໄວ້​ເໜືອ​ສະຫາຍ​ທັງປວງ​ຂອງ​ພຣະອົງ ດ້ວຍ​ການ​ເຈີມ​ພຣະອົງ​ດ້ວຍ​ນ້ຳມັນ​ແຫ່ງ​ຄວາມຊື່ນຊົມຍິນດີ”.

10 ແລະ ພຣະອົງ​ກ່າວ​ອີກ​ວ່າ, “ຂ້າແດ່​ອົງພຣະຜູ້ເປັນເຈົ້າ ໃນ​ປະຖົມມະການ​ພຣະອົງ​ວາງຮາກ​ຂອງ​ແຜ່ນດິນໂລກ, ແລະ ຟ້າ​ສະຫວັນ​ດ້ວຍ​ມື​ຂອງ​ພຣະອົງ

11 ສິ່ງ​ເຫລົ່ານັ້ນ​ຈະ​ສູນຫາຍ​ໄປ ແຕ່​ພຣະອົງ​ດຳລົງ​ຢູ່, ສິ່ງ​ເຫລົ່ານັ້ນ​ທັງໝົດ​ຈະ​ເກົ່າ​ໄປ​ເໝືອນດັ່ງ​ເຄື່ອງນຸ່ງຫົ່ມ.

12 ພຣະອົງ​ຈະ​ມ້ວນ​ສິ່ງ​ເຫລົ່ານັ້ນ​ໄວ້​ເໝືອນດັ່ງ​ເສື້ອຄຸມ, ສິ່ງ​ເຫລົ່ານັ້ນ​ຈະ​ຖືກ​ປ່ຽນ​ໄປ​ເໝືອນດັ່ງ​ເສື້ອຜ້າ. ແຕ່​ພຣະອົງ​ຍັງ​ເໝືອນເດີມ, ແລະ ປີ​ທັງຫລາຍ​ຂອງ​ພຣະອົງ​ກໍ​ຈະ​ບໍ່​ສິ້ນສຸດ​ຈັກເທື່ອ”

13 ມີ​ເທວະດາ​ຕົນ​ໃດ​ແດ່​ທີ່​ພຣະເຈົ້າ​ເຄີຍ​ກ່າວ​ວ່າ, “ຈົ່ງ​ນັ່ງ​ທີ່​ເບື້ອງຂວາ​ມື​ຂອງ​ເຮົາ ຈົນກວ່າ​ເຮົາ​ຈະ​ເຮັດ​ໃຫ້​ສັດຕູ​ຂອງ​ທ່ານ ເປັນ​ບ່ອນຮອງຕີນ​ຂອງ​ທ່ານ”?

14 ເທວະດາ​ທັງປວງ​ນັ້ນ​ຄື​ວິນຍານ​ຮັບໃຊ້​ທີ່​ພຣະເຈົ້າ​ໃຊ້​ໄປ​ບົວລະບັດ​ບັນດາ​ຜູ້​ທີ່​ຈະ​ໄດ້​ຮັບ​ຄວາມພົ້ນ​ເປັນ​ມໍລະດົກ​ບໍ່​ແມ່ນ​ບໍ?

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan