Biblia Todo Logo
Bìoball air-loidhne

- Sanasan -

ຄາລາເຕຍ 6 - ພຣະຄຳພີລາວສະບັບສະໄໝໃໝ່


ເຮັດດີ​ຕໍ່​ຄົນ​ທັງປວງ

1 ພີ່ນ້ອງ​ທັງຫລາຍ​ເອີຍ, ຖ້າ​ຜູ້ໃດ​ຖືກ​ຈັບ​ໄດ້​ວ່າ​ເຮັດ​ບາບ, ພວກເຈົ້າ​ຜູ້​ທີ່​ມີຊີວິດ​ໂດຍ​ພຣະ​ວິນຍານ​ຄວນ​ຊ່ວຍ​ຜູ້​ນັ້ນ​ໃຫ້​ລາວ​ກັບໃຈໃໝ່​ຢ່າງ​ອ່ອນສຸພາບ. ແຕ່​ຈົ່ງ​ລະວັງ​ຕົວ​ໄວ້​ໃຫ້​ດີ, ບໍ່​ດັ່ງນັ້ນ​ພວກເຈົ້າ​ເອງ​ກໍ​ຈະ​ຫລົງ​ເຮັດ​ບາບ​ເໝືອນກັນ.

2 ຈົ່ງ​ຊ່ວຍ​ຮັບ​ພາລະ​ຂອງ​ກັນແລະກັນ ແລະ ເມື່ອ​ເຮັດ​ວິທີ​ນີ້​ແລ້ວ ພວກເຈົ້າ​ກໍ​ຈະ​ປະຕິບັດ​ຕາມ​ກົດບັນຍັດ​ຂອງ​ພຣະຄຣິດເຈົ້າ.

3 ຖ້າ​ຜູ້ໃດ​ຄິດ​ວ່າ​ຕົນເອງ​ເປັນ​ຄົນ​ສຳຄັນ​ທັງ​ທີ່​ບໍ່​ສຳຄັນ, ພວກເຂົາ​ກໍ​ຫລອກລວງ​ຕົນເອງ.

4 ແຕ່ລະຄົນ​ຄວນ​ສຳຫລວດ​ການກະທຳ​ຂອງ​ຕົນເອງ. ແລ້ວ​ພວກເຂົາ​ຈຶ່ງ​ສາມາດ​ພາກພູມໃຈ​ໃນ​ຕົນເອງ​ພຽງ​ຜູ້​ດຽວ, ໂດຍ​ບໍ່​ຕ້ອງ​ປຽບທຽບ​ຕົນເອງ​ກັບ​ຄົນ​ອື່ນ.

5 ເພາະ​ແຕ່ລະຄົນ​ຄວນ​ແບກ​ພາລະ​ຂອງ​ຕົນເອງ.

6 ເຖິງຢ່າງໃດ​ກໍ​ຕາມ, ຜູ້​ທີ່​ຮັບ​ຄຳສັ່ງສອນ​ໃນ​ຖ້ອຍຄຳ​ກໍ​ຄວນ​ແບ່ງປັນ​ສິ່ງ​ທີ່​ດີ​ທັງປວງ​ໃຫ້​ແກ່​ຜູ້ສອນ​ຂອງ​ຕົນ.

7 ຢ່າ​ໄດ້​ຖືກ​ຫລອກ​ຄື: ພວກເຈົ້າ​ບໍ່​ສາມາດ​ເຢາະເຢີ້ຍ​ພຣະເຈົ້າ​ໄດ້. ມະນຸດ​ເກັບກ່ຽວ​ໃນ​ສິ່ງ​ທີ່​ຕົນ​ຫວ່ານ.

8 ຜູ້ໃດ​ກໍ​ຕາມ​ທີ່​ຫວ່ານ​ຕາມ​ຄວາມພໍໃຈ​ຂອງ​ເນື້ອໜັງ​ຂອງ​ຕົນ, ກໍ​ຈະ​ເກັບກ່ຽວ​ຄວາມພິນາດ​ຈາກ​ເນື້ອໜັງ​ນັ້ນ, ຜູ້​ທີ່​ຫວ່ານ​ຕາມ​ຄວາມພໍໃຈ​ຂອງ​ພຣະວິນຍານ ກໍ​ຈະ​ເກັບກ່ຽວ​ຊີວິດ​ນິລັນດອນ​ຈາກ​ພຣະວິນຍານ.

9 ຢ່າ​ໃຫ້​ພວກເຮົາ​ເມື່ອຍລ້າ​ໃນ​ການເຮັດດີ, ເພາະ​ຖ້າ​ພວກເຮົາ​ບໍ່​ທໍ້ຖອຍ ພວກເຮົາ​ກໍ​ຈະ​ເກັບກ່ຽວ​ຜົນ​ໃນ​ເວລາ​ອັນ​ເໝາະສົມ.

10 ເຫດສະນັ້ນ, ເມື່ອ​ພວກເຮົາ​ມີ​ໂອກາດ ໃຫ້​ພວກເຮົາ​ເຮັດ​ດີ​ຕໍ່​ທຸກຄົນ ໂດຍສະເພາະ​ຕໍ່​ຄົນ​ທີ່​ຢູ່​ໃນ​ຄອບຄົວ​ແຫ່ງ​ຄວາມເຊື່ອ.


ບໍ່ແມ່ນ​ການ​ຮັບ​ພິທີຕັດ​ແຕ່​ຮັບ​ການ​ສ້າງ​ໃໝ່

11 ເບິ່ງແມ ເຮົາ​ໃຊ້​ຕົວອັກສອນ​ຂະໜາດ​ໃຫຍ່​ເທົ່າໃດ ເມື່ອ​ເຮົາ​ຂຽນ​ເຖິງ​ພວກເຈົ້າ​ດ້ວຍ​ມື​ຂອງ​ເຮົາ​ເອງ!

12 ບັນດາ​ຜູ້​ທີ່​ຢາກ​ສ້າງ​ຄວາມປະທັບໃຈ​ຕໍ່​ຄົນ​ໂດຍ​ທາງ​ເນື້ອໜັງ ກໍ​ກຳລັງ​ພະຍາຍາມ​ບັງຄັບ​ພວກເຈົ້າ​ໃຫ້​ຮັບ​ພິທີຕັດ. ເຫດຜົນ​ດຽວ​ທີ່​ພວກເຂົາ​ເຮັດ​ຢ່າງນີ້ ກໍ​ເພື່ອ​ຫລີກເວັ້ນ​ບໍ່​ໃຫ້​ຕົນເອງ​ຖືກ​ຂົ່ມເຫັງ​ເພາະ​ເລື່ອງ​ໄມ້ກາງແຂນ​ຂອງ​ພຣະຄຣິດເຈົ້າ.

13 ແມ່ນແຕ່​ຄົນ​ທີ່​ຮັບ​ພິທີຕັດ​ແລ້ວ​ກໍ​ຍັງ​ບໍ່​ເຊື່ອຟັງ​ກົດບັນຍັດ ແຕ່​ພວກເຂົາ​ຕ້ອງການ​ໃຫ້​ພວກເຈົ້າ​ຮັບ​ພິທີຕັດ​ເພື່ອ​ພວກເຂົາ​ຈະ​ໄດ້​ອວດອ້າງ​ກ່ຽວກັບ​ການ​ຮັບ​ພິທີຕັດ​ໃນ​ເນື້ອໜັງ​ຂອງ​ພວກເຈົ້າ.

14 ຂໍ​ຢ່າ​ໃຫ້​ເຮົາ​ອວດອ້າງ​ສິ່ງໃດ​ຍົກເວັ້ນ​ໃນ​ເລື່ອງ​ໄມ້ກາງແຂນ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ, ໂດຍ​ໄມ້ກາງແຂນ​ນັ້ນ​ໂລກ​ຖືກ​ຄຶງ​ໄວ້​ສຳລັບ​ເຮົາ​ແລ້ວ ແລະ ເຮົາ​ຖືກ​ຄຶງ​ໄວ້​ສຳລັບ​ໂລກ​ແລ້ວ.

15 ຮັບ​ພິທີຕັດ ຫລື ບໍ່​ຮັບ​ພິທີຕັດ​ກໍ​ບໍ່​ມີ​ຄວາມໝາຍ​ຫຍັງ; ສິ່ງ​ສຳຄັນ​ແມ່ນ​ການ​ສ້າງຂຶ້ນ​ໃໝ່.

16 ຂໍ​ໃຫ້​ສັນຕິສຸກ ແລະ ຄວາມ​ເມດຕາ ຈົ່ງ​ມີ​ແກ່​ທຸກຄົນ​ທີ່​ເຮັດ​ຕາມ​ກົດ​ນີ້ ຄື​ແກ່​ອິດສະຣາເອນ​ຂອງ​ພຣະເຈົ້າ.

17 ຈາກ​ນີ້​ໄປ, ຢ່າ​ໃຫ້​ຜູ້ໃດ​ກໍ່​ຄວາມເດືອດຮ້ອນ​ແກ່​ເຮົາ​ອີກ, ເພາະ​ເຮົາ​ມີ​ເຄື່ອງໝາຍ​ຂອງ​ພຣະເຢຊູເຈົ້າ​ຢູ່​ເທິງ​ຮ່າງກາຍ​ຂອງ​ເຮົາ.

18 ພີ່ນ້ອງ​ທັງຫລາຍ​ເອີຍ, ຂໍ​ໃຫ້​ພຣະຄຸນ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ຈົ່ງ​ສະຖິດ​ຢູ່​ກັບ​ຈິດວິນຍານ​ຂອງ​ພວກເຈົ້າ​ທັງຫລາຍ. ອາແມນ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan