ຄາລາເຕຍ 5 - ພຣະຄຳພີລາວສະບັບສະໄໝໃໝ່ເສລີພາບໃນພຣະຄຣິດເຈົ້າ 1 ພຣະຄຣິດເຈົ້າປົດປ່ອຍພວກເຮົາໃຫ້ເປັນອິດສະຫລະກໍເພື່ອເສລີພາບ. ດັ່ງນັ້ນ ຈົ່ງຕັ້ງໝັ້ນຢູ່ ແລະ ຢ່າປ່ອຍໃຫ້ຕົນເອງ ຕົກຢູ່ໃຕ້ແອກແຫ່ງຄວາມເປັນຂ້າທາດອີກ. 2 ຈົ່ງຈົດຈຳຄຳເວົ້າຂອງເຮົາ! ເຮົາຄືໂປໂລ ຂໍບອກພວກເຈົ້າວ່າ ຖ້າພວກເຈົ້າຍອມໃຫ້ຕົນເອງຮັບພິທີຕັດ, ພຣະຄຣິດເຈົ້າກໍຈະບໍ່ມີຄ່າຫຍັງເລີຍສຳລັບພວກເຈົ້າ. 3 ເຮົາຂໍປະກາດແກ່ຜູ້ຊາຍທຸກຄົນທີ່ຍອມຮັບພິທີຕັດອີກວ່າ ລາວຈຳເປັນຕ້ອງປະຕິບັດຕາມກົດບັນຍັດທັງໝົດ. 4 ພວກເຈົ້າຜູ້ທີ່ພະຍາຍາມເປັນຜູ້ຊອບທຳໂດຍກົດບັນຍັດ ຜູ້ນັ້ນກໍໄດ້ຕັດຂາດຈາກພຣະຄຣິດເຈົ້າ; ພວກເຈົ້າໄດ້ຕົກຈາກພຣະຄຸນເສຍແລ້ວ. 5 ແຕ່ໂດຍຄວາມເຊື່ອພວກເຮົາຈົດຈໍ່ຄອຍຖ້າທີ່ຈະໄດ້ຮັບຄວາມຊອບທຳຜ່ານທາງພຣະວິນຍານຕາມທີ່ພວກເຮົາໄດ້ຫວັງໄວ້. 6 ເພາະວ່າໃນພຣະຄຣິດເຈົ້າເຢຊູການຮັບພິທີຕັດ ຫລື ບໍ່ຮັບພິທີຕັດນັ້ນກໍບໍ່ມີຄ່າອັນໃດ. ສິ່ງດຽວທີ່ສຳຄັນຄືຄວາມເຊື່ອທີ່ສະແດງອອກດ້ວຍຄວາມຮັກ. 7 ພວກເຈົ້າກຳລັງແລ່ນແຂ່ງຂັນດີຢູ່ແລ້ວ. ຜູ້ໃດຂັດຂວາງພວກເຈົ້າບໍ່ໃຫ້ເຊື່ອຟັງຄວາມຈິງ? 8 ການຊັກຊວນແບບນັ້ນບໍ່ໄດ້ມາຈາກພຣະອົງຜູ້ເອີ້ນພວກເຈົ້າ. 9 “ເຊື້ອແປ້ງພຽງແຕ່ໜ້ອຍດຽວກໍເຮັດໃຫ້ແປ້ງນວດທັງກ້ອນຟູຂຶ້ນ”. 10 ເຮົາໝັ້ນໃຈໃນອົງພຣະຜູ້ເປັນເຈົ້າວ່າ ພວກເຈົ້າຈະບໍ່ຍອມຮັບຄວາມຄິດຢ່າງອື່ນ. ຜູ້ທີ່ເຮັດໃຫ້ພວກເຈົ້າສັບສົນວຸ້ນວາຍນັ້ນ ບໍ່ວ່າລາວຈະເປັນຜູ້ໃດກໍຕາມ ຈະຕ້ອງໄດ້ຮັບໂທດ. 11 ພີ່ນ້ອງທັງຫລາຍເອີຍ ຖ້າເຮົາຍັງເທດສະໜາໃຫ້ຮັບພິທີຕັດຢູ່ ເປັນຫຍັງເຮົາຍັງຕ້ອງຖືກຂົ່ມເຫັງຢູ່? ຖ້າເປັນດັ່ງນັ້ນ ເລື່ອງໄມ້ກາງແຂນກໍບໍ່ຖືກຕໍ່ຕ້ານແລ້ວ. 12 ສ່ວນຜູ້ກໍ່ກວນເຫລົ່ານັ້ນ ເຮົາປາຖະໜາໃຫ້ພວກເຂົາຕອນຕົນເອງສາ! ຊີວິດໂດຍພຣະວິນຍານ 13 ພີ່ນ້ອງທັງຫລາຍເອີຍ, ພວກເຈົ້າໄດ້ຖືກເອີ້ນນັ້ນກໍເພື່ອເສລີພາບ. ແຕ່ຢ່າໃຊ້ເສລີພາບຂອງພວກເຈົ້າເພື່ອເຮັດຕາມເນື້ອໜັງ; ແຕ່ຈົ່ງຮັບໃຊ້ກັນແລະກັນດ້ວຍຄວາມຖ່ອມຕົວໃນຄວາມຮັກ. 14 ເພາະກົດບັນຍັດທັງໝົດກໍສຳເລັດໄດ້ດ້ວຍການຮັກສາຄຳສັ່ງອັນດຽວນີ້ຄື: “ຈົ່ງຮັກເພື່ອນບ້ານເໝືອນຮັກຕົນເອງ”. 15 ຖ້າພວກເຈົ້າຍັງກັດກິນກັນເອງ, ຈົ່ງລະວັງໃຫ້ດີ ບໍ່ດັ່ງນັ້ນພວກເຈົ້າຈະຖືກທຳລາຍດ້ວຍກັນ. 16 ດັ່ງນັ້ນ ເຮົາຈຶ່ງບອກວ່າ, ຈົ່ງດຳເນີນຊີວິດຕາມພຣະວິນຍານ ແລະ ພວກເຈົ້າຈະບໍ່ເຮັດຕາມຄວາມປາຖະໜາຂອງເນື້ອໜັງ. 17 ເພາະວ່າເນື້ອໜັງປາຖະໜາໃນສິ່ງທີ່ກົງກັນຂ້າມກັບພຣະວິນຍານ ແລະ ພຣະວິນຍານກໍຂັດກັບເນື້ອໜັງ. ທັງສອງຂັດແຍ້ງກັນ, ດັ່ງນັ້ນ ພວກເຈົ້າຈຶ່ງບໍ່ໄດ້ເຮັດໃນສິ່ງທີ່ພວກເຈົ້າຕ້ອງການ. 18 ແຕ່ຖ້າພຣະວິນຍານນຳພາພວກເຈົ້າ ພວກເຈົ້າກໍບໍ່ໄດ້ຢູ່ໃຕ້ກົດບັນຍັດ. 19 ການກະທຳຂອງເນື້ອໜັງແມ່ນເຫັນໄດ້ຊັດເຈນຄື: ການຜິດສິນທຳທາງເພດ, ຄວາມບໍ່ສະອາດ ແລະ ການລາມົກ; 20 ການຂາບໄຫວ້ຮູບເຄົາລົບ ແລະ ການໃຊ້ຄາຖາ; ການກຽດຊັງ, ການແຕກແຍກ, ການຫຶງຫວງ, ຄຽດແຄ້ນ, ຄວາມທະເຍີທະຍານທີ່ເຫັນແກ່ຕົວ, ການຂັດແຍ້ງ, ການແບ່ງພັກແບ່ງພວກ 21 ແລະ ການອິດສາ, ການເມົາເຫລົ້າ, ການຮ່ວມເພດເປັນກຸ່ມ ແລະ ອື່ນໆ. ເຮົາຂໍເຕືອນພວກເຈົ້າເໝືອນທີ່ເຄີຍເຕືອນກ່ອນໜ້ານີ້ແລ້ວວ່າ, ບັນດາຜູ້ທີ່ດໍາເນີນຊີວິດຢ່າງນີ້ຈະບໍ່ໄດ້ຮັບອານາຈັກຂອງພຣະເຈົ້າເປັນມໍລະດົກ. 22 ແຕ່ຜົນຂອງພຣະວິນຍານນັ້ນຄືຄວາມຮັກ, ຄວາມຊື່ນຊົມຍິນດີ, ສັນຕິສຸກ, ຄວາມອົດທົນ, ຄວາມປານີ, ຄວາມດີ, ຄວາມສັດຊື່, 23 ຄວາມສຸພາບອ່ອນຫວານ ແລະ ການຄວບຄຸມຕົນເອງ. ສິ່ງເຫລົ່ານີ້ບໍ່ມີກົດບັນຍັດຂໍ້ໃດຫ້າມເລີຍ. 24 ບັນດາຜູ້ທີ່ຢູ່ໃນພຣະຄຣິດເຈົ້າເຢຊູໄດ້ຄຶງເນື້ອໜັງພ້ອມກັບຕັນຫາ ແລະ ຄວາມປາຖະໜາໄວ້ທີ່ໄມ້ກາງແຂນແລ້ວ. 25 ເນື່ອງຈາກພວກເຮົາມີຊີວິດຢູ່ໂດຍພຣະວິນຍານ, ກໍໃຫ້ພວກເຮົາກ້າວໄປຕາມພຣະວິນຍານນັ້ນ. 26 ຢ່າໃຫ້ພວກເຮົາກາຍເປັນຄົນຈອງຫອງ, ທ້າທາຍ ແລະ ອິດສາກັນ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.