Biblia Todo Logo
Bìoball air-loidhne

- Sanasan -

ຄາລາເຕຍ 4 - ພຣະຄຳພີລາວສະບັບສະໄໝໃໝ່

1 ສິ່ງ​ທີ່​ເຮົາ​ກຳລັງ​ກ່າວ​ຢູ່​ນີ້​ກໍ​ຄື ຕາບ​ໃດ​ທີ່​ຜູ້ຮັບມໍລະດົກ​ຍັງ​ເປັນ​ຍັງ​ບໍ່​ເປັນ​ຜູ້​ໃຫຍ່, ລາວ​ກໍ​ບໍ່​ແຕກຕ່າງ​ຫຍັງ​ກັບ​ຂ້າທາດ, ເຖິງແມ່ນວ່າ​ລາວ​ຈະ​ເປັນ​ເຈົ້າຂອງ​ຊັບສິນ​ທັງໝົດ.

2 ຜູ້​ຮັບ​ມໍລະດົກ​ກໍ​ຍັງ​ຢູ່​ໃຕ້​ບັງຄັບ​ຂອງ​ຜູ້​ປົກຄອງ ແລະ ຜູ້ດູແລ​ຊັບສິນ​ຈົນ​ກວ່າ​ຈະ​ເຖິງ​ເວລາ​ທີ່​ພໍ່​ຂອງ​ລາວ​ໄດ້​ກຳນົດ​ໄວ້.

3 ເຊັ່ນດຽວ​ກັນ ເມື່ອ​ພວກເຮົາ​ຍັງ​ບໍ່​ເປັນ​ຜູ້ໃຫຍ່ ພວກເຮົາ​ໄດ້​ເປັນ​ຂ້າທາດ​ຢູ່​ໃຕ້​ບັງຄັບ​ຂອງ​ພວກ​ວິນຍານ​ຂອງ​ໂລກ​ນີ້.

4 ແຕ່​ເມື່ອ​ເຖິງ​ເວລາ​ທີ່​ໄດ້​ກຳນົດ​ໄວ້​ມາເຖິງ, ພຣະເຈົ້າ​ໄດ້​ສົ່ງ​ພຣະບຸດ​ຂອງ​ພຣະອົງ​ມາ, ບັງເກີດ​ຈາກ​ແມ່ຍິງ, ເຊິ່ງ​ເກີດ​ພາຍໃຕ້​ກົດບັນຍັດ,

5 ເພື່ອ​ໄຖ່​ຄົນ​ທັງຫລາຍ​ທີ່​ຢູ່​ໃຕ້​ກົດບັນຍັດ, ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ຮັບ​ສິດທິ​ເປັນ​ບຸດ​ໂດຍ​ສົມບູນ.

6 ເພາະວ່າ​ພວກເຈົ້າ​ທັງຫລາຍ​ເປັນ​ລູກ​ຂອງ​ພຣະອົງ, ພຣະເຈົ້າ​ຈຶ່ງ​ໄດ້​ສົ່ງ​ພຣະວິນຍານ​ແຫ່ງ​ພຣະບຸດ​ຂອງ​ພຣະອົງ​ເຂົ້າ​ມາ​ໃນ​ໃຈ​ຂອງ​ພວກເຮົາ, ພຣະວິນຍານ​ຜູ້​ຮ້ອງ​ວ່າ, “ອັບບາ, ພໍ່”.

7 ດັ່ງນັ້ນ ພວກເຈົ້າ​ຈຶ່ງ​ບໍ່​ເປັນ​ຂ້າທາດ​ອີກ​ຕໍ່ໄປ ແຕ່​ເປັນ​ລູກ​ຂອງ​ພຣະເຈົ້າ ແລະ ເມື່ອ​ພວກເຈົ້າ​ເປັນ​ລູກ​ຂອງ​ພຣະອົງ​ແລ້ວ ພຣະເຈົ້າ​ກໍ​ຍັງ​ໄດ້​ເຮັດ​ໃຫ້​ພວກເຈົ້າ​ເປັນ​ຜູ້ຮັບມໍລະດົກ​ດ້ວຍ.


ຄວາມຫ່ວງໃຍ​ຂອງ​ໂປໂລ​ທີ່​ມີ​ຕໍ່​ຊາວຄາລາເຕຍ

8 ໃນ​ເມື່ອ​ກ່ອນ ພວກເຈົ້າ​ຍັງ​ບໍ່​ຮູ້​ຈັກ​ພຣະເຈົ້າ, ພວກເຈົ້າ​ໄດ້​ເປັນ​ຂ້າທາດ​ຂອງ​ບັນດາ​ຜູ້​ທີ່​ໂດຍ​ທຳມະດາ​ແລ້ວ​ບໍ່ແມ່ນ​ພະ​ທັງຫລາຍ​ເລີຍ.

9 ແຕ່​ບັດນີ້ ພວກເຈົ້າ​ຮູ້​ຈັກ​ພຣະເຈົ້າ​ແລ້ວ ຫລື ເວົ້າ​ໃຫ້​ຖືກ​ວ່າ​ພຣະເຈົ້າ​ຮູ້​ຈັກ​ພວກເຈົ້າ​ແລ້ວ ດ້ວຍເຫດໃດ​ພວກເຈົ້າ​ຈຶ່ງ​ຈະ​ກັບຄືນ​ໄປ​ຫາ​ຫລັກການ​ເກົ່າໆ​ເຫລົ່ານັ້ນ ເຊິ່ງ​ອ່ອນແອ ແລະ ບໍ່​ມີ​ປະໂຫຍດ? ພວກເຈົ້າ​ຢາກ​ຕົກ​ເປັນ​ຂ້າທາດ​ໂດຍ​ສິ່ງ​ທັງປວງ​ນີ້​ອີກ​ບໍ?

10 ພວກເຈົ້າ​ທັງຫລາຍ​ກຳລັງ​ສັງເກດ​ວັນພິເສດ​ຕ່າງໆ, ເດືອນ​ຕ່າງໆ, ລະດູ​ຕ່າງໆ ແລະ ປີ​ຕ່າງໆ!

11 ເຮົາ​ຢ້ານກົວ​ແທນ​ພວກເຈົ້າ ຄື​ຢ້ານ​ວ່າ​ການ​ທີ່​ເຮົາ​ບາກບັ່ນ​ທຸ້ມເທ​ໃຫ້​ພວກເຈົ້າ​ນັ້ນ​ຈະ​ບໍ່ມີ​ປະໂຫຍດ​ຫຍັງ.

12 ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ຂໍຮ້ອງ​ພວກເຈົ້າ ຂໍ​ໃຫ້​ພວກເຈົ້າ​ເປັນ​ເໝືອນ​ເຮົາ ເພາະ​ເຮົາ​ໄດ້​ເປັນ​ເໝືອນ​ພວກເຈົ້າ. ພວກເຈົ້າ​ບໍ່​ໄດ້​ເຮັດ​ສິ່ງໃດ​ຜິດ​ຕໍ່​ເຮົາ.

13 ພວກເຈົ້າ​ທັງຫລາຍ​ກໍ​ຮູ້​ຢູ່​ວ່າ ຕອນ​ທຳອິດ​ທີ່​ເຮົາ​ປະກາດ​ຂ່າວປະເສີດ​ແກ່​ພວກເຈົ້າ​ນັ້ນ​ກໍ​ເພາະ​ຄວາມເຈັບປ່ວຍ.

14 ແລະ ເຖິງ​ວ່າ​ຄວາມ​ເຈັບປ່ວຍ​ຂອງ​ເຮົາ​ເປັນ​ການ​ທົດລອງ​ສຳລັບ​ພວກເຈົ້າ, ພວກເຈົ້າ​ກໍ​ບໍ່​ໄດ້​ດູຖູກ ຫລື ເຢາະເຢີ້ຍ​ເຮົາ​ເລີຍ. ແຕ່​ພວກເຈົ້າ​ໄດ້​ຕ້ອນຮັບ​ເຮົາ​ເໝືອນ​ວ່າ​ເຮົາ​ເປັນ​ເທວະດາ​ຂອງ​ພຣະເຈົ້າ, ເໝືອນ​ວ່າ​ເຮົາ​ເປັນ​ອົງ​ພຣະຄຣິດເຈົ້າເຢຊູ​ເອງ.

15 ບັດນີ້ ຄວາມຍິນດີ​ຂອງ​ພວກເຈົ້າ​ທີ່​ມີ​ຕໍ່​ເຮົາ​ຫາຍ​ໄປ​ໃສ​ໝົດ​ແລ້ວ? ເຮົາ​ສາມາດ​ຢືນຢັນ​ວ່າ, ຖ້າ​ພວກເຈົ້າ​ເຮັດໄດ້ ພວກເຈົ້າ​ກໍ​ຄົງ​ຈະ​ຄວັດ​ໜ່ວຍຕາ​ຂອງ​ພວກເຈົ້າ​ອອກ ແລະ ມອບ​ໜ່ວຍຕາ​ນັ້ນ​ໃຫ້​ເຮົາ​ແລ້ວ.

16 ບັດນີ້ ເຮົາ​ໄດ້​ກາຍເປັນ​ສັດຕູ​ຂອງ​ພວກເຈົ້າ​ແລ້ວ​ໂດຍ​ການ​ກ່າວຄວາມຈິງ​ແກ່​ພວກເຈົ້າ​ບໍ?

17 ຄົນ​ເຫລົ່ານັ້ນ​ຮ້ອນຮົນ​ເພື່ອ​ຊະນະ​ໃຈ​ພວກເຈົ້າ, ແຕ່​ບໍ່ແມ່ນ​ເພາະ​ຄວາມຫວັງດີ. ສິ່ງ​ທີ່​ພວກເຂົາ​ຕ້ອງການ​ຄື​ແຍກ​ພວກເຈົ້າ​ອອກ​ໄປ​ຈາກ​ພວກເຮົາ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ຮ້ອນຮົນ​ເພື່ອ​ພວກເຂົາ.

18 ຖ້າ​ຮ້ອນຮົນ​ເພາະ​ຄວາມຫວັງດີ​ກໍ​ດີ​ຢູ່ ແລະ ໃຫ້​ເປັນ​ເຊັ່ນ​ນັ້ນ​ຕະຫລອດ, ບໍ່ແມ່ນ​ສະເພາະ​ແຕ່​ເວລາ​ທີ່​ເຮົາ​ຢູ່​ກັບ​ພວກເຈົ້າ.

19 ລູກ​ທີ່​ຮັກ​ຂອງ​ເຮົາ​ເອີຍ, ເຮົາ​ຍັງ​ຕ້ອງ​ເຈັບປວດ​ເໝືອນ​ກັບ​ແມ່​ທີ່​ເຈັບທ້ອງ​ເກີດລູກ​ເພື່ອ​ພວກເຈົ້າ​ອີກ ຈົນ​ກວ່າ​ພຣະຄຣິດເຈົ້າ​ຈະ​ກໍ່​ຮ່າງ​ຂຶ້ນ​ໃນ​ພວກເຈົ້າ,

20 ເຮົາ​ປາຖະໜາ​ຢາກ​ຢູ່​ກັບ​ພວກເຈົ້າ​ໃນ​ເວລາ​ນີ້ ແລະ ປ່ຽນ​ສຽງເວົ້າ​ຂອງ​ເຮົາ​ຂະໜາດ​ໃດ​ນໍ ເພາະ​ເຮົາ​ສັບສົນ​ກ່ຽວກັບ​ພວກເຈົ້າ!


ນາງ​ຮາກາ ແລະ ນາງ​ຊາຣາ

21 ພວກເຈົ້າ​ຜູ້​ທີ່​ຢາກ​ຢູ່​ໃຕ້​ກົດບັນຍັດ ຈົ່ງ​ບອກ​ເຮົາ​ມາ, ພວກເຈົ້າ​ບໍ່​ຮູ້​ເຖິງ​ສິ່ງ​ທີ່​ກົດບັນຍັດ​ກ່າວ​ໄວ້​ບໍ?

22 ເພາະ​ມີ​ຂຽນ​ໄວ້​ວ່າ ອັບຣາຮາມ​ມີ​ລູກຊາຍ​ສອງ​ຄົນ, ຄົນ​ໜຶ່ງ​ເກີດ​ຈາກ​ຍິງ​ທີ່​ເປັນ​ຂ້າທາດ ແລະ ອີກ​ຄົນ​ໜຶ່ງ​ເກີດ​ຈາກ​ຍິງ​ທີ່​ເປັນ​ອິດສະຫລະ.

23 ລູກຊາຍ​ຂອງ​ເພິ່ນ​ຜູ້​ທີ່​ເກີດ​ຈາກ​ແມ່ຍິງ​ທີ່​ເປັນ​ຂ້າທາດ​ແມ່ນ​ເກີດ​ຕາມ​ເນື້ອໜັງ, ສ່ວນ​ລູກຊາຍ​ຂອງ​ເພິ່ນ​ຜູ້​ທີ່​ເກີດ​ຈາກ​ຍິງ​ທີ່​ເປັນ​ອິດສະຫລະ​ນັ້ນ ແມ່ນ​ເກີດ​ຕາມ​ສັນຍາ​ຂອງ​ພຣະເຈົ້າ.

24 ເລື່ອງ​ເຫລົ່ານີ້​ຖືກ​ຍົກຂຶ້ນ​ມາ​ເປັນ​ການ​ປຽບທຽບ​ຄື ແມ່ຍິງ​ນັ້ນ​ໝາຍ​ເຖິງ​ສອງ​ພັນທະສັນຍາ. ພັນທະສັນຍາ​ໜຶ່ງ​ມາ​ຈາກ​ພູເຂົາ​ຊີນາຍ ຄື​ນາງ​ຮາກາ​ທີ່​ໄດ້​ໃຫ້​ກຳເນີດ​ລູກ​ທີ່​ເປັນ​ຂ້າທາດ.

25 ບັດນີ້ ນາງ​ຮາກາ​ໝາຍ​ເຖິງ​ພູເຂົາ​ຊີນາຍ​ໃນ​ປະເທດ​ອາຣາເບຍ ແລະ ກົງ​ກັບ​ນະຄອນ​ເຢຣູຊາເລັມ​ໃນ​ປັດຈຸບັນ ເພາະວ່າ​ນາງ​ກັບ​ບັນດາ​ລູກ​ຂອງ​ນາງ​ເປັນ​ຂ້າທາດ​ຢູ່.

26 ແຕ່​ເຢຣູຊາເລັມ​ທີ່​ຢູ່​ເບື້ອງ​ເທິງ​ນັ້ນ​ເປັນ​ອິດສະຫລະ ແລະ ເປັນ​ແມ່​ຂອງ​ພວກເຮົາ.

27 ຕາມ​ທີ່​ມີ​ຂຽນ​ໄວ້​ວ່າ: “ຈົ່ງ​ຍິນດີ, ແມ່ຍິງ​ທີ່​ເປັນໝັນ, ເຈົ້າ​ຜູ້​ບໍ່​ເຄີຍ​ເກີດ​ລູກ; ຈົ່ງ​ໂຮ່ຮ້ອງ​ດ້ວຍ​ຄວາມຍິນດີ ແລະ ຮ້ອງ​ດັງໆ, ເຈົ້າ​ຜູ້​ບໍ່​ເຄີຍ​ເຈັບ​ທ້ອງ​ເກີດ​ລູກ; ເພາະວ່າ​ລູກ​ຂອງ​ຍິງ​ທີ່​ໂດດດ່ຽວ ກໍ​ຍັງ​ມີ​ຫລາຍ​ກວ່າ​ລູກ​ຂອງ​ຍິງ​ຜູ້​ທີ່​ມີ​ຜົວ”.

28 ພີ່ນ້ອງ​ທັງຫລາຍ, ບັດນີ້ ພວກເຈົ້າ​ກໍ​ເປັນ​ລູກ​ແຫ່ງ​ສັນຍາ​ເໝືອນ​ກັນ​ກັບ​ອີຊາກ.

29 ໃນ​ເວລາ​ນັ້ນ ລູກຊາຍ​ທີ່​ເກີດ​ຕາມ​ເນື້ອໜັງ​ໄດ້​ຂົ່ມເຫັງ​ລູກ​ທີ່​ເກີດ​ໂດຍ​ລິດອຳນາດ​ຂອງ​ພຣະວິນຍານ. ບັດນີ້​ກໍ​ເຊັ່ນດຽວ​ກັນ.

30 ແຕ່​ພຣະຄຳພີ​ກ່າວ​ວ່າ​ຢ່າງໃດ? “ຈົ່ງ​ກຳຈັດ​ຍິງ​ທີ່​ເປັນ​ຂ້າທາດ ແລະ ລູກຊາຍ​ຂອງ​ນາງ​ອອກ​ໄປ, ເພາະ​ລູກຊາຍ​ຂອງ​ຍິງ​ທີ່​ເປັນ​ຂ້າທາດ​ນັ້ນ​ຈະ​ບໍ່​ມີ​ສ່ວນຮ່ວມ​ໃນ​ມໍລະດົກ​ກັບ​ລູກຊາຍ​ຂອງ​ຍິງ​ທີ່​ເປັນ​ອິດສະຫລະ”.

31 ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ບໍ່​ແມ່ນ​ລູກ​ຂອງ​ຍິງ​ທີ່​ເປັນ​ຂ້າທາດ ແຕ່​ເປັນ​ລູກ​ຂອງ​ຍິງ​ທີ່​ເປັນ​ອິດສະຫລະ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan