ຄາລາເຕຍ 3 - ພຣະຄຳພີລາວສະບັບສະໄໝໃໝ່ຄວາມເຊື່ອ ຫລື ການປະຕິບັດຕາມກົດບັນຍັດ 1 ຊາວຄາລາເຕຍຜູ້ໂງ່ຈ້າເອີຍ! ຜູ້ໃດໃສ່ຄາຖາພວກເຈົ້າ? ພາບທີ່ພຣະເຢຊູຄຣິດເຈົ້າຖືກຄຶງເທິງໄມ້ກາງແຂນກໍຊັດເຈນຢູ່ຕໍ່ໜ້າຕໍ່ຕາຂອງພວກເຈົ້າແລ້ວ. 2 ເຮົາຢາກຮູ້ຈາກພວກເຈົ້າພຽງແຕ່ສິ່ງດຽວກໍຄື: ພວກເຈົ້າໄດ້ຮັບພຣະວິນຍານໂດຍການປະຕິບັດຕາມກົດບັນຍັດ ຫລື ໂດຍຄວາມເຊື່ອໃນສິ່ງທີ່ພວກເຈົ້າໄດ້ຍິນ? 3 ພວກເຈົ້າໂງ່ຫລາຍບໍ? ຫລັງຈາກທີ່ເລີ່ມຕົ້ນໂດຍວິທີການຂອງພຣະວິນຍານແລ້ວ, ບັດນີ້ ພວກເຈົ້າກຳລັງພະຍາຍາມຈະໃຫ້ຈົບລົງໂດຍວິທີການຂອງເນື້ອໜັງບໍ? 4 ພວກເຈົ້າໄດ້ປະສົບຢ່າງໜັກໂດຍໄຮ້ປະໂຫຍດບໍ ສິ່ງນີ້ໄຮ້ປະໂຫຍດແທ້ໆບໍ? 5 ດັ່ງນັ້ນ ເຮົາຈຶ່ງຂໍຖາມອີກວ່າ, ພຣະເຈົ້າໃຫ້ພຣະວິນຍານຂອງພຣະອົງແກ່ພວກເຈົ້າ ແລະ ໄດ້ກະທຳການອັດສະຈັນຕ່າງໆທ່າມກາງພວກເຈົ້າໂດຍການປະຕິບັດຕາມກົດບັນຍັດບໍ ຫລື ໂດຍຄວາມເຊື່ອຂອງພວກເຈົ້າໃນສິ່ງທີ່ພວກເຈົ້າໄດ້ຍິນບໍ່ແມ່ນບໍ? 6 ດັ່ງນັ້ນອັບຣາຮາມກໍເໝືອນກັນ “ເຊື່ອພຣະເຈົ້າ ແລະ ເພາະຄວາມເຊື່ອນີ້ພຣະອົງຖືວ່າເປັນຄວາມຊອບທຳຂອງເພິ່ນ”. 7 ດັ່ງນັ້ນ ຈົ່ງເຂົ້າໃຈວ່າ, ບັນດາຜູ້ທີ່ມີຄວາມເຊື່ອກໍເປັນລູກຫລານຂອງອັບຣາຮາມ. 8 ພຣະຄຳພີໄດ້ຮູ້ລ່ວງໜ້າແລ້ວວ່າພຣະເຈົ້າຈະນັບວ່າຄົນຕ່າງຊາດເປັນຜູ້ຊອບທຳໂດຍຄວາມເຊື່ອ ແລະ ໄດ້ປະກາດຂ່າວປະເສີດລ່ວງໜ້າແກ່ອັບຣາຮາມແລ້ວວ່າ: “ທຸກຊົນຊາດຈະໄດ້ຮັບພອນຜ່ານທາງເຈົ້າ”. 9 ດັ່ງນັ້ນ ບັນດາຜູ້ທີ່ອາໄສຄວາມເຊື່ອຈຶ່ງໄດ້ຮັບພອນຮ່ວມກັບອັບຣາຮາມ ຜູ້ທີ່ເປັນບຸລຸດແຫ່ງຄວາມເຊື່ອ. 10 ເພາະທຸກຄົນທີ່ອາໄສການປະຕິບັດຕາມກົດບັນຍັດກໍຢູ່ໃຕ້ຄຳສາບແຊ່ງ ດັ່ງທີ່ມີຂຽນໄວ້ວ່າ: “ທຸກຄົນທີ່ບໍ່ປະຕິບັດຕາມທຸກສິ່ງທີ່ຂຽນໄວ້ໃນໜັງສືກົດບັນຍັດກໍຖືກສາບແຊ່ງ”. 11 ເປັນທີ່ຊັດເຈນແລ້ວວ່າບໍ່ມີຜູ້ໃດທີ່ອາໄສການປະຕິບັດຕາມກົດບັນຍັດຈະຖືກນັບວ່າເປັນຜູ້ຊອບທຳຕໍ່ໜ້າພຣະເຈົ້າ, ເພາະວ່າ “ຄົນຊອບທຳຈະດຳເນີນຊີວິດໂດຍຄວາມເຊື່ອ”. 12 ກົດບັນຍັດບໍ່ໄດ້ຢູ່ເທິງພື້ນຖານຂອງຄວາມເຊື່ອ; ແຕ່ກົງກັນຂ້າມ, ກົດບັນຍັດໄດ້ກ່າວວ່າ, “ຜູ້ໃດທີ່ເຮັດສິ່ງເຫລົ່ານີ້ຈະມີຊີວິດຢູ່ໂດຍສິ່ງເຫລົ່ານີ້”. 13 ພຣະຄຣິດເຈົ້າໄດ້ໄຖ່ພວກເຮົາໃຫ້ພົ້ນຈາກຄຳສາບແຊ່ງຂອງກົດບັນຍັດໂດຍກາຍເປັນຜູ້ຖືກສາບແຊ່ງແທນພວກເຮົາ, ເພາະມີຄຳຂຽນໄວ້ວ່າ: “ຜູ້ໃດທີ່ຖືກແຂວນເທິງຕົ້ນໄມ້ກໍຖືກສາບແຊ່ງແລ້ວ”. 14 ພຣະອົງໄດ້ໄຖ່ພວກເຮົາເພື່ອວ່າພອນທີ່ໄດ້ໃຫ້ແກ່ອັບຣາຮາມນັ້ນ ຈະມາເຖິງຄົນຕ່າງຊາດໂດຍຜ່ານທາງພຣະເຢຊູຄຣິດເຈົ້າ, ເພື່ອວ່າໂດຍທາງຄວາມເຊື່ອ ພວກເຮົາຈະໄດ້ຮັບພຣະວິນຍານຕາມສັນຍາ. ກົດບັນຍັດ ແລະ ຄຳສັນຍາ 15 ພີ່ນ້ອງທັງຫລາຍເອີຍ, ເຮົາຂໍຍົກຕົວຢ່າງຈາກຊີວິດປະຈຳວັນ. ເຊັ່ນດຽວກັນກັບພັນທະສັນຍາຂອງມະນຸດເມື່ອຕົກລົງກັນແລ້ວກໍບໍ່ມີຜູ້ໃດຍົກເລີກ ຫລື ເພີ່ມເຕີມໄດ້ຢ່າງໃດ ແລະ ໃນກໍລະນີນີ້ກໍເປັນຢ່າງນັ້ນ. 16 ສັນຍາຕ່າງໆທີ່ພຣະເຈົ້າໄດ້ເຮັດໄວ້ກັບອັບຣາຮາມ ແລະ ລູກຫລານຂອງເພິ່ນ. ພຣະຄຳພີບໍ່ໄດ້ກ່າວວ່າ “ແກ່ບັນດາລູກຫລານ” ເຊິ່ງໝາຍເຖິງຄົນຈຳນວນຫລາຍ, ແຕ່ກ່າວວ່າ “ແກ່ລູກຫລານຂອງເຈົ້າ” ເຊິ່ງໝາຍເຖິງພຽງຜູ້ດຽວ, ຄືພຣະຄຣິດເຈົ້າ. 17 ເຮົາໝາຍຄວາມວ່າຢ່າງນີ້ຄື: ກົດບັນຍັດທີ່ໄດ້ຖືກນຳເຂົ້າມາພາຍຫລັງສີ່ຮ້ອຍສາມສິບປີ ກໍບໍ່ໄດ້ລຶບລ້າງພັນທະສັນຍາທີ່ພຣະເຈົ້າໄດ້ຕັ້ງໄວ້ກ່ອນໜ້ານັ້ນ ແລະ ດັ່ງນັ້ນກົດບັນຍັດຈຶ່ງບໍ່ໄດ້ເຮັດໃຫ້ພັນທະສັນຍາຖືກຍົກເລີກໄປ. 18 ເພາະວ່າຖ້າການຮັບມໍລະດົກນັ້ນຂຶ້ນກັບກົດບັນຍັດ, ດ້ວຍເຫດນີ້ການຮັບມໍລະດົກກໍບໍ່ໄດ້ຂຶ້ນກັບສັນຍາອີກຕໍ່ໄປ; ແຕ່ໂດຍພຣະຄຸນຂອງພຣະອົງ ພຣະເຈົ້າໄດ້ໃຫ້ມໍລະດົກນັ້ນແກ່ອັບຣາຮາມຜ່ານທາງສັນຍາ. 19 ຖ້າດັ່ງນັ້ນແລ້ວ, ກົດບັນຍັດມີໄວ້ເພື່ອຫຍັງ? ການທີ່ມີກົດບັນຍັດເພີ່ມຂຶ້ນ ກໍເພາະວ່າມີການລ່ວງລະເມີດຕ່າງໆຈົນກວ່າລູກຫລານຜູ້ທີ່ສັນຍາລະບຸໄວ້ຈະມາ. ກົດບັນຍັດໄດ້ຖືກມອບໃຫ້ໂດຍຜ່ານທາງບັນດາເທວະດາ ແລະ ໄດ້ມອບໝາຍໃຫ້ຄົນກາງ. 20 ເຖິງຢ່າງໃດກໍຕາມ ຄົນກາງບໍ່ໄດ້ເປັນຕົວແທນຂອງຝ່າຍດຽວເທົ່ານັ້ນ ແຕ່ພຣະເຈົ້າເປັນຝ່າຍດຽວ. 21 ເຫດສະນັ້ນ ກົດບັນຍັດໄດ້ຂັດກັບສັນຍາຂອງພຣະເຈົ້າບໍ? ບໍ່ແມ່ນຢ່າງນັ້ນແນ່ນອນ! ເພາະຖ້າກົດບັນຍັດທີ່ຖືກມອບໃຫ້ນັ້ນສາມາດໃຫ້ຊີວິດ, ແລ້ວຄວາມຊອບທຳກໍຈະໄດ້ມາໂດຍກົດບັນຍັດແນ່ນອນ. 22 ແຕ່ພຣະຄຳພີໄດ້ກັກທຸກສິ່ງໄວ້ຢູ່ພາຍໃຕ້ການຄວບຄຸມຂອງບາບ, ເພື່ອວ່າສິ່ງທີ່ພຣະເຈົ້າໄດ້ສັນຍາໄວ້ຈະໃຫ້ແກ່ບັນດາຜູ້ທີ່ເຊື່ອໂດຍຜ່ານທາງຄວາມເຊື່ອໃນພຣະເຢຊູຄຣິດເຈົ້າ. ບັນດາລູກຂອງພຣະເຈົ້າ 23 ກ່ອນທີ່ຄວາມເຊື່ອນີ້ຈະມາເຖິງ, ພວກເຮົາໄດ້ຖືກຄວບຄຸມຢູ່ພາຍໃຕ້ກົດບັນຍັດ, ຖືກກັກໄວ້ຈົນກວ່າຄວາມເຊື່ອທີ່ຈະມາເຖິງນັ້ນຈະຖືກເປີດເຜີຍ. 24 ດັ່ງນັ້ນ ກົດບັນຍັດຈຶ່ງເປັນຜູ້ປົກປ້ອງພວກເຮົາຈົນກວ່າພຣະຄຣິດເຈົ້າຈະມາ ເພື່ອພວກເຮົາຈະໄດ້ຖືກນັບວ່າເປັນຜູ້ຊອບທຳໂດຍທາງຄວາມເຊື່ອ. 25 ບັດນີ້ ຄວາມເຊື່ອນີ້ໄດ້ມາເຖິງແລ້ວ, ພວກເຮົາຈຶ່ງບໍ່ຢູ່ພາຍໃຕ້ຜູ້ປົກປ້ອງອີກຕໍ່ໄປ. 26 ດັ່ງນັ້ນ ໃນພຣະຄຣິດເຈົ້າເຢຊູ ພວກເຈົ້າທຸກຄົນຈຶ່ງເປັນລູກຂອງພຣະເຈົ້າໂດຍທາງຄວາມເຊື່ອ. 27 ເພາະພວກເຈົ້າທຸກຄົນຜູ້ທີ່ໄດ້ຮັບບັບຕິສະມາເຂົ້າສ່ວນໃນພຣະຄຣິດເຈົ້າກໍໄດ້ຮົ່ມກາຍຂອງຕົນເອງດ້ວຍພຣະຄຣິດເຈົ້າ. 28 ບໍ່ມີຄົນຢິວ ຫລື ຄົນຕ່າງຊາດ, ຂ້າທາດ ຫລື ອິດສະຫລະ, ຊາຍ ຫລື ຍິງ, ເພາະພວກເຈົ້າທັງໝົດເປັນອັນໜຶ່ງອັນດຽວກັນໃນພຣະຄຣິດເຈົ້າເຢຊູ. 29 ຖ້າພວກເຈົ້າເປັນຂອງພຣະຄຣິດເຈົ້າແລ້ວ, ພວກເຈົ້າກໍເປັນເຜົ່າພັນຂອງອັບຣາຮາມ ແລະ ເປັນຜູ້ຮັບມໍລະດົກຕາມສັນຍາ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.