ຄາລາເຕຍ 2 - ພຣະຄຳພີລາວສະບັບສະໄໝໃໝ່ບັນດາອັກຄະສາວົກຍອມຮັບໂປໂລ 1 ແລ້ວສິບສີ່ປີຕໍ່ມາ, ເຮົາກໍຂຶ້ນໄປທີ່ນະຄອນເຢຣູຊາເລັມອີກ, ຄັ້ງນີ້ໄປພ້ອມກັບບາຣະນາບາ. ເຮົາໄດ້ພາຕີໂຕໄປນຳເໝືອນກັນ. 2 ເຮົາໄປເພື່ອຕອບສະໜອງຕາມການເປີດເຜີຍ ແລະ ໄດ້ພົບປະກັບບັນດາຜູ້ທີ່ຖືວ່າເປັນຜູ້ນຳເປັນການສ່ວນຕົວ, ເຮົາໄດ້ຊີ້ແຈງຂ່າວປະເສີດທີ່ເຮົາໄດ້ປະກາດທ່າມກາງຄົນຕ່າງຊາດໃຫ້ແກ່ພວກເຂົາ. ເຮົາຕ້ອງການໃຫ້ແນ່ໃຈວ່າທີ່ເຮົາກຳລັງແລ່ນແຂ່ງ ຫລື ໄດ້ແລ່ນແຂ່ງໄປແລ້ວນັ້ນຈະບໍ່ເສຍປະໂຫຍດ. 3 ແຕ່ເຖິງປານນັ້ນ ແມ່ນແຕ່ຕີໂຕຜູ້ທີ່ຢູ່ກັບເຮົາກໍບໍ່ໄດ້ຖືກບັງຄັບໃຫ້ຮັບພິທີຕັດ ເຖິງແມ່ນວ່າລາວເປັນຄົນກຣີກ. 4 ເລື່ອງນີ້ເກີດຂຶ້ນເພາະຜູ້ທີ່ເຊື່ອປອມບາງຄົນໄດ້ແຊກແຊງເຂົ້າມາໃນໝູ່ພວກເຮົາ ເພື່ອສືບເບິ່ງເສລີພາບທີ່ພວກເຮົາມີຢູ່ໃນພຣະເຢຊູຄຣິດເຈົ້າ ແລະ ເພື່ອຈະເຮັດໃຫ້ພວກເຮົາເປັນຂ້າທາດ. 5 ພວກເຮົາບໍ່ໄດ້ຍອມຈຳນົນຕໍ່ພວກເຂົາເລີຍແມ່ນແຕ່ຊົ່ວຂະນະໜຶ່ງ, ເພື່ອວ່າຄວາມຈິງຂອງຂ່າວປະເສີດຈະຖືກຮັກສາໄວ້ສຳລັບພວກເຈົ້າທັງຫລາຍ. 6 ສຳລັບບັນດາຜູ້ທີ່ໄດ້ຮັບການຍົກຍ້ອງຢ່າງສູງ, ບໍ່ວ່າພວກເຂົາຈະເປັນຢ່າງໃດກໍບໍ່ແຕກຕ່າງຫຍັງສຳລັບເຮົາ; ພຣະເຈົ້າບໍ່ໄດ້ສະແດງຄວາມລຳອຽງ ພວກເຂົາກໍບໍ່ໄດ້ເພີ່ມເຕີມສິ່ງໃດແກ່ຂໍ້ຄວາມຂອງເຮົາ. 7 ກົງກັນຂ້າມ ພວກເຂົາໄດ້ຍອມຮັບວ່າເຮົາໄດ້ຖືກມອບໝາຍດ້ວຍພາລະກິດຂອງການປະກາດຂ່າວປະເສີດແກ່ພວກທີ່ບໍ່ຮັບພິທີຕັດເຊັ່ນດຽວກັບເປໂຕທີ່ໄດ້ປະກາດແກ່ຄົນທີ່ຮັບພິທີຕັດ. 8 ເພາະພຣະເຈົ້າຜູ້ທຳງານໃນເປໂຕໃນຖານະອັກຄະສາວົກຂອງຜູ້ທີ່ໄດ້ຮັບພິທີຕັດແລ້ວ, ກໍທຳງານໃນເຮົາໃນຖານະອັກຄະສາວົກຂອງຄົນຕ່າງຊາດເໝືອນກັນ. 9 ຢາໂກໂບ, ເກຟາ ແລະ ໂຢຮັນ ຜູ້ທີ່ຖືວ່າເປັນເສົາຫລັກ ກໍໄດ້ຈັບມືຂວາຂອງເຮົາ ແລະ ບາຣະນາບາເພື່ອຄວາມສຳພັນກັນ ເມື່ອພວກເພິ່ນໄດ້ຮັບຮູ້ເຖິງພຣະຄຸນທີ່ເຮົາໄດ້ຮັບ. ພວກເພິ່ນເຫັນດີວ່າພວກເຮົາຄວນໄປຍັງຄົນຕ່າງຊາດ ແລະ ພວກເພິ່ນກໍໄປຫາຄົນທີ່ຮັບພິທີຕັດ. 10 ສິ່ງທັງໝົດທີ່ພວກເຂົາຂໍກໍຄືວ່າພວກເຮົາຄວນສືບຕໍ່ຄິດເຖິງຄົນຍາກຈົນ, ເຊິ່ງເປັນສິ່ງທີ່ເຮົາກະຕືລືລົ້ນທີ່ຈະເຮັດມາຕະຫລອດ. ໂປໂລຄັດຄ້ານເກຟາ 11 ເມື່ອເກຟາໄດ້ມາເຖິງອັນຕີໂອເຂຍ, ເຮົາກໍໄດ້ຄັດຄ້ານເພິ່ນຕໍ່ໜ້າ ເພາະວ່າເພິ່ນໄດ້ເຮັດຜິດຢ່າງຊັດເຈນ. 12 ເພາະກ່ອນທີ່ຄົນຂອງຢາໂກໂບບາງຄົນຈະມາເຖິງ, ເກຟາເຄີຍຮ່ວມຮັບປະທານອາຫານກັບຄົນຕ່າງຊາດ. ແຕ່ເມື່ອພວກເຂົາມາເຖິງ ເພິ່ນກໍເລີ່ມຖອຍຫ່າງອອກ ແລະ ແຍກຕົນເອງອອກຈາກຄົນຕ່າງຊາດ ເພາະເພິ່ນຢ້ານບັນດາຜູ້ທີ່ຢູ່ໃນກຸ່ມທີ່ຮັບພິທີຕັດ. 13 ສ່ວນຊາວຢິວຄົນອື່ນໆກໍໄດ້ຮ່ວມໃນຄວາມໜ້າຊື່ໃຈຄົດຂອງເພິ່ນ, ເພື່ອວ່າດ້ວຍຄວາມໜ້າຊື່ໃຈຄົດຂອງພວກເພິ່ນນັ້ນ ແມ່ນແຕ່ບາຣະນາບາກໍຍັງຖືກຊັກຈູງໃຫ້ຫລົງເຮັດຕາມ. 14 ເມື່ອເຮົາເຫັນວ່າ ພວກເພິ່ນປະຕິບັດບໍ່ສອດຄ່ອງກັບຄວາມຈິງຂອງຂ່າວປະເສີດ, ເຮົາຈຶ່ງເວົ້າກັບເກຟາຕໍ່ໜ້າພວກເຂົາທັງໝົດວ່າ, “ເຈົ້າເປັນຄົນຢິວແຕ່ດຳເນີນຊີວິດເໝືອນຄົນຕ່າງຊາດ ແລະ ບໍ່ເໝືອນຄົນຢິວ. ແລ້ວເປັນຫຍັງເຈົ້າຈຶ່ງບັງຄັບຄົນຕ່າງຊາດໃຫ້ຖືທຳນຽມຢິວ? 15 “ພວກເຮົາຜູ້ທີ່ເປັນຄົນຢິວໂດຍກຳເນີດ ແລະ ບໍ່ແມ່ນຄົນຕ່າງຊາດທີ່ມີບາບ 16 ຍັງຮູ້ວ່າບໍ່ມີຜູ້ໃດຖືກນັບວ່າເປັນຜູ້ຊອບທຳໄດ້ໂດຍການປະຕິບັດຕາມກົດບັນຍັດ, ແຕ່ໂດຍຄວາມເຊື່ອໃນພຣະເຢຊູຄຣິດເຈົ້າ. ດັ່ງນັ້ນ ພວກເຮົາກໍເໝືອນກັນ, ພວກເຮົາໄດ້ເຊື່ອໃນພຣະເຢຊູຄຣິດເຈົ້າເພື່ອຈະໄດ້ຖືກນັບວ່າເປັນຜູ້ຊອບທຳໂດຍຄວາມເຊື່ອໃນພຣະຄຣິດເຈົ້າ ບໍ່ແມ່ນໂດຍການປະຕິບັດຕາມກົດບັນຍັດ ເພາະວ່າບໍ່ມີຜູ້ໃດຖືກນັບວ່າເປັນຜູ້ຊອບທຳໄດ້ໂດຍການປະຕິບັດຕາມກົດບັນຍັດ. 17 “ແຕ່ຖ້າຫາກວ່າ, ໃນການສະແຫວງຫາເພື່ອຈະເປັນຜູ້ຊອບທຳໃນພຣະຄຣິດເຈົ້າ, ພວກເຮົາຊາວຢິວກໍພົບວ່າພວກເຮົາເອງກໍຢູ່ໃນບັນດາຄົນບາບເຫລົ່ານັ້ນດ້ວຍ, ນັ້ນບໍ່ໄດ້ໝາຍຄວາມວ່າພຣະຄຣິດເຈົ້າສົ່ງເສີມຄົນບາບບໍ? ບໍ່ແມ່ນຢ່າງນັ້ນແນ່ນອນ! 18 ຖ້າເຮົາສ້າງສິ່ງທີ່ເຮົາໄດ້ທຳລາຍລົງແລ້ວຂຶ້ນມາໃໝ່, ກໍສະແດງວ່າເຮົາເປັນຄົນລະເມີດກົດບັນຍັດແທ້ໆ. 19 “ເພາະໂດຍທາງກົດບັນຍັດເຮົາໄດ້ຕາຍຕໍ່ກົດບັນຍັດແລ້ວເພື່ອວ່າຈະໄດ້ມີຊີວິດຢູ່ເພື່ອພຣະເຈົ້າ. 20 ເຮົາໄດ້ຖືກຄຶງໄວ້ກັບພຣະຄຣິດເຈົ້າແລ້ວ ແລະ ເຮົາຈຶ່ງບໍ່ມີຊີວິດຢູ່ຕໍ່ໄປ, ແຕ່ພຣະຄຣິດເຈົ້າມີຊີວິດຢູ່ໃນເຮົາ. ຊີວິດທີ່ເຮົາມີຢູ່ໃນຮ່າງກາຍນີ້ ເຮົາດໍາເນີນຊີວິດຢູ່ໂດຍຄວາມເຊື່ອໃນພຣະບຸດຂອງພຣະເຈົ້າ ຜູ້ໄດ້ຮັກເຮົາ ແລະ ໄດ້ມອບພຣະອົງເອງເພື່ອເຮົາ. 21 ເຮົາບໍ່ໄດ້ປະຖິ້ມພຣະຄຸນຂອງພຣະເຈົ້າ ເພາະຖ້າຄວາມຊອບທຳສາມາດໄດ້ມາໂດຍທາງກົດບັນຍັດ ພຣະຄຣິດເຈົ້າກໍຕາຍໂດຍບໍ່ມີປະໂຫຍດ!” |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.