ຄາລາເຕຍ 1 - ພຣະຄຳພີລາວສະບັບສະໄໝໃໝ່1 ຈົດໝາຍສະບັບນີ້ຈາກເຮົາໂປໂລ, ຜູ້ເປັນອັກຄະສາວົກຄົນໜຶ່ງ ເຊິ່ງບໍ່ໄດ້ຖືກສົ່ງມາຈາກມະນຸດ ຫລື ໂດຍມະນຸດຄົນໃດ, ແຕ່ໂດຍພຣະເຢຊູຄຣິດເຈົ້າ ແລະ ພຣະເຈົ້າພຣະບິດາ, ຜູ້ເຮັດໃຫ້ພຣະອົງເປັນຄືນມາຈາກຕາຍ, 2 ແລະ ພີ່ນ້ອງທຸກຄົນທີ່ຢູ່ກັບເຮົາ, ເຖິງຄຣິສຕະຈັກຕ່າງໆໃນແຂວງຄາລາເຕຍ: 3 ຂໍໃຫ້ພຣະຄຸນ ແລະ ສັນຕິສຸກທີ່ມາຈາກພຣະເຈົ້າພຣະບິດາ ແລະ ຈາກພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ ຈົ່ງມີແກ່ພວກເຈົ້າທັງຫລາຍ, 4 ພຣະອົງຜູ້ໄດ້ສະຫລະພຣະອົງເອງເພື່ອຄວາມບາບທັງຫລາຍຂອງພວກເຮົາ ເພື່ອຊ່ວຍຊີວິດພວກເຮົາຈາກຍຸກປັດຈຸບັນອັນຊົ່ວຮ້າຍນີ້, ຕາມຄວາມປະສົງຂອງພຣະເຈົ້າ ແລະ ພຣະບິດາເຈົ້າຂອງພວກເຮົາ, 5 ຂໍໃຫ້ກຽດຈົ່ງມີແກ່ພຣະອົງຕະຫລອດໄປເປັນນິດ! ອາແມນ. ບໍ່ມີຂ່າວປະເສີດອື່ນ 6 ເຮົາປະຫລາດໃຈທີ່ພວກເຈົ້າທັງຫລາຍໄດ້ປະຖິ້ມພຣະອົງ ຜູ້ເອີ້ນພວກເຈົ້າໃຫ້ດໍາເນີນຊີວິດຢູ່ໃນພຣະຄຸນຂອງພຣະຄຣິດເຈົ້າໄປຢ່າງໄວວາ ແລະ ຫັນໄປຫາຂ່າວປະເສີດທີ່ແຕກຕ່າງ 7 ເຊິ່ງບໍ່ແມ່ນຂ່າວປະເສີດເລີຍ. ເຫັນໄດ້ຊັດເຈນວ່າບາງຄົນກຳລັງໂຍນພວກເຈົ້າເຂົ້າສູ່ຄວາມສັບສົນ ແລະ ພະຍາຍາມບິດເບືອນຂ່າວປະເສີດຂອງພຣະຄຣິດເຈົ້າ. 8 ແຕ່ຖ້າຫາກວ່າພວກເຮົາ ຫລື ເທວະດາຈາກສະຫວັນຈະປະກາດຂ່າວປະເສີດອື່ນ ເຊິ່ງແຕກຕ່າງໄປຈາກຂ່າວປະເສີດທີ່ພວກເຮົາໄດ້ປະກາດແກ່ພວກເຈົ້ານັ້ນ, ກໍໃຫ້ພວກເຂົາຢູ່ໃຕ້ການສາບແຊ່ງຂອງພຣະເຈົ້າ! 9 ດັ່ງທີ່ພວກເຮົາໄດ້ກ່າວໄວ້ແລ້ວ, ດັ່ງນັ້ນ ບັດນີ້ເຮົາຂໍກ່າວອີກວ່າ: ຖ້າຜູ້ໃດກໍຕາມປະກາດຂ່າວປະເສີດອື່ນໃຫ້ແກ່ພວກເຈົ້ານອກເໜືອຈາກສິ່ງທີ່ພວກເຈົ້າໄດ້ຮັບໄວ້ແລ້ວນັ້ນ, ກໍໃຫ້ພວກເຂົາຢູ່ໃຕ້ການສາບແຊ່ງຂອງພຣະເຈົ້າ! 10 ເວລານີ້ເຮົາກຳລັງພະຍາຍາມທີ່ຈະໃຫ້ມະນຸດ ຫລື ພຣະເຈົ້າຍອມຮັບ? ຫລື ເຮົາກຳລັງພະຍາຍາມເຮັດໃຫ້ມະນຸດພໍໃຈບໍ? ຖ້າເຮົາຍັງກຳລັງພະຍາຍາມເຮັດໃຫ້ມະນຸດພໍໃຈ, ເຮົາກໍບໍ່ແມ່ນຜູ້ຮັບໃຊ້ຂອງພຣະຄຣິດເຈົ້າ. ພຣະເຈົ້າໄດ້ເອີ້ນເອົາໂປໂລ 11 ພີ່ນ້ອງທັງຫລາຍເອີຍ, ເຮົາຢາກໃຫ້ພວກເຈົ້າຮູ້ວ່າ, ຂ່າວປະເສີດທີ່ເຮົາໄດ້ປະກາດນັ້ນແມ່ນບໍ່ໄດ້ມາຈາກມະນຸດ. 12 ເຮົາບໍ່ໄດ້ຮັບຂ່າວປະເສີດນີ້ມາຈາກມະນຸດຄົນໃດ ຫລື ເຮົາບໍ່ໄດ້ຮັບການສິດສອນຂ່າວປະເສີດນີ້, ແຕ່ເຮົາໄດ້ຮັບຂ່າວປະເສີດໂດຍການເປີດເຜີຍຈາກພຣະເຢຊູຄຣິດເຈົ້າ. 13 ເພາະວ່າພວກເຈົ້າກໍເຄີຍໄດ້ຍິນເຖິງວິຖີຊີວິດຂອງເຮົາທີ່ຜ່ານມາໃນສາສະໜາຢິວ, ເຮົາໄດ້ຂົ່ມເຫັງຄຣິສຕະຈັກຂອງພຣະເຈົ້າຢ່າງຮຸນແຮງ ແລະ ພະຍາຍາມຈະທຳລາຍຄຣິສຕະຈັກ. 14 ເມື່ອເຮົາຢູ່ໃນສາສະໜາຢິວເຮົາກ້າວໜ້າກວ່າພີ່ນ້ອງຄົນຢິວຫລາຍຄົນໃນລຸ້ນດຽວກັນ ແລະ ກະຕືລືລົ້ນທີ່ສຸດຕໍ່ປະເພນີຂອງບັນພະບຸລຸດຂອງເຮົາ. 15 ແຕ່ເມື່ອພຣະເຈົ້າ ຜູ້ແຍກເຮົາໄວ້ຕັ້ງແຕ່ຢູ່ໃນທ້ອງແມ່ ແລະ ເອີ້ນເຮົາໂດຍພຣະຄຸນຂອງພຣະອົງ, ພຣະອົງພໍໃຈ 16 ທີ່ຈະເປີດເຜີຍພຣະບຸດຂອງພຣະອົງໃນເຮົາ ເພື່ອວ່າເຮົາຈະປະກາດພຣະອົງທ່າມກາງບັນດາຄົນຕ່າງຊາດ, ເຮົາກໍຕອບສະໜອງທັນທີໂດຍບໍ່ໄດ້ປຶກສາມະນຸດຄົນໃດ. 17 ເຮົາບໍ່ໄດ້ຂຶ້ນໄປຍັງນະຄອນເຢຣູຊາເລັມເພື່ອພົບກັບບັນດາຄົນທີ່ເປັນອັກຄະສາວົກກ່ອນເຮົາ, ແຕ່ເຮົາໄດ້ເຂົ້າໄປໃນປະເທດອາຣາເບຍ. ຫລັງຈາກນັ້ນເຮົາຈຶ່ງໄດ້ກັບຄືນມາເມືອງດາມັສກັດ. 18 ແລ້ວຫລັງຈາກສາມປີ, ເຮົາຈຶ່ງຂຶ້ນໄປຍັງນະຄອນເຢຣູຊາເລັມເພື່ອທຳຄວາມຮູ້ຈັກກັບເກຟາ ແລະ ພັກຢູ່ກັບເພິ່ນສິບຫ້າວັນ. 19 ເຮົາບໍ່ໄດ້ເຫັນອັກຄະສາວົກຄົນອື່ນເລີຍ ນອກຈາກຢາໂກໂບນ້ອງຊາຍຂອງອົງພຣະຜູ້ເປັນເຈົ້າ. 20 ເຮົາຂໍຢືນຢັນຕໍ່ພວກເຈົ້າຕໍ່ໜ້າພຣະເຈົ້າວ່າສິ່ງທີ່ເຮົາຂຽນເຖິງພວກເຈົ້ານັ້ນບໍ່ໄດ້ຕົວະ. 21 ຫລັງຈາກນັ້ນ ເຮົາໄດ້ໄປຍັງຊີເຣຍ ແລະ ກີລີເກຍ. 22 ຄຣິສຕະຈັກຕ່າງໆໃນພຣະຄຣິດເຈົ້າທີ່ຢູ່ໃນແຂວງຢູດາຍບໍ່ໄດ້ຮູ້ຈັກເຮົາເປັນການສ່ວນຕົວ. 23 ພວກເຂົາພຽງແຕ່ໄດ້ຍິນລາຍງານວ່າ: “ຜູ້ຊາຍທີ່ໃນເມື່ອກ່ອນເຄີຍຂົ່ມເຫັງພວກເຮົານັ້ນ ດຽວນີ້ກຳລັງປະກາດຄວາມເຊື່ອ ເຊິ່ງຄັ້ງໜຶ່ງລາວເຄີຍພະຍາຍາມທີ່ຈະທຳລາຍ”. 24 ແລະ ພວກເຂົາໄດ້ສັນລະເສີນພຣະເຈົ້າກໍເພາະເຮົາ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.