ເອເຟໂຊ 6 - ພຣະຄຳພີລາວສະບັບສະໄໝໃໝ່ລູກກັບພໍ່ແມ່ 1 ຝ່າຍລູກທັງຫລາຍ ຈົ່ງເຊື່ອຟັງພໍ່ແມ່ຂອງຕົນໃນອົງພຣະຜູ້ເປັນເຈົ້າ ເພາະນີ້ເປັນສິ່ງທີ່ຖືກຕ້ອງ. 2 “ຈົ່ງໃຫ້ກຽດພໍ່ ແລະ ແມ່ຂອງພວກເຈົ້າ” ເຊິ່ງເປັນພຣະບັນຍັດຂໍ້ທຳອິດທີ່ມີມາພ້ອມກັບຄຳສັນຍາ 3 “ເພື່ອວ່າພວກເຈົ້າຈະຢູ່ເຢັນເປັນສຸກ ແລະ ມີຊີວິດຍືນຍາວຢູ່ເທິງແຜ່ນດິນໂລກ”. 4 ຝ່າຍພໍ່ທັງຫລາຍ, ຢ່າເຮັດໃຫ້ລູກຂອງຕົນຂັດເຄືອງໃຈ; ແຕ່ຈົ່ງນຳພວກເຂົາເຂົ້າມາສູ່ການອົບຮົມ ແລະ ການສັ່ງສອນຂອງອົງພຣະຜູ້ເປັນເຈົ້າ. 5 ຜູ້ທີ່ເປັນຂ້າທາດ, ຈົ່ງນັບຖືນາຍຂອງພວກເຈົ້າທີ່ຢູ່ໂລກນີ້ດ້ວຍຄວາມເຄົາລົບ ແລະ ຢຳເກງດ້ວຍຄວາມຈິງໃຈ ເໝືອນດັ່ງພວກເຈົ້າເຊື່ອຟັງພຣະຄຣິດເຈົ້າ. 6 ບໍ່ພຽງແຕ່ເຊື່ອຟັງນາຍເມື່ອຢູ່ຕໍ່ໜ້າເພື່ອໃຫ້ພວກເພິ່ນພໍໃຈເທົ່ານັ້ນ, ແຕ່ໃຫ້ເປັນເໝືອນຂ້າທາດຂອງພຣະຄຣິດເຈົ້າ ຄືເຮັດຕາມຄວາມປະສົງຂອງພຣະເຈົ້າຈາກໃຈຂອງພວກເຈົ້າ. 7 ຈົ່ງຮັບໃຊ້ດ້ວຍຄວາມເຕັມໃຈເໝືອນກັບກຳລັງຮັບໃຊ້ອົງພຣະຜູ້ເປັນເຈົ້າ ບໍ່ແມ່ນຮັບໃຊ້ມະນຸດ, 8 ເພາະພວກເຈົ້າຮູ້ແລ້ວວ່າອົງພຣະຜູ້ເປັນເຈົ້າຈະໃຫ້ບຳເໜັດແກ່ທຸກຄົນໃນທຸກສິ່ງທີ່ພວກເຂົາເຮັດດີ, ບໍ່ວ່າຄົນນັ້ນຈະເປັນຂ້າທາດ ຫລື ເປັນອິດສະຫລະ. 9 ແລະ ຜູ້ທີ່ເປັນນາຍ ກໍຈົ່ງປະຕິບັດຕໍ່ຂ້າທາດຂອງຕົນໃນທຳນອງດຽວກັນນີ້. ຢ່າຂົ່ມຂູ່ພວກເຂົາ, ດ້ວຍວ່າພວກເຈົ້າກໍຮູ້ແລ້ວວ່າພຣະອົງຜູ້ເປັນທັງເຈົ້ານາຍຂອງພວກເຂົາ ແລະ ເຈົ້ານາຍຂອງພວກເຈົ້ານັ້ນຢູ່ໃນສະຫວັນ ແລະ ພຣະອົງບໍ່ໄດ້ມີຄວາມລຳອຽງ. ຍຸດທະພັນຂອງພຣະເຈົ້າ 10 ສຸດທ້າຍນີ້ ຈົ່ງເຂັ້ມແຂງໃນອົງພຣະຜູ້ເປັນເຈົ້າ ແລະ ໃນລິດອຳນາດອັນຍິ່ງໃຫຍ່ຂອງພຣະອົງ. 11 ຈົ່ງສວມຍຸດທະພັນຄົບຊຸດຂອງພຣະເຈົ້າ ເພື່ອວ່າພວກເຈົ້າຈະສາມາດຢືນຕົວຕໍ່ສູ້ກັບກົນອຸບາຍຂອງມານຮ້າຍໄດ້. 12 ເພາະພວກເຮົາບໍ່ໄດ້ຕໍ່ສູ້ກັບເນື້ອໜັງ ແລະ ເລືອດ, ແຕ່ຕໍ່ສູ້ກັບບັນດາຜູ້ປົກຄອງ, ຕໍ່ສູ້ກັບຜູ້ມີສິດອຳນາດ, ຕໍ່ສູ້ກັບອຳນາດແຫ່ງຄວາມມືດຂອງໂລກນີ້ ແລະ ຕໍ່ສູ້ກັບບັນດາວິນຍານຝ່າຍຄວາມຊົ່ວຮ້າຍໃນອາກາດສະຖານ. 13 ເຫດສະນັ້ນ ຈົ່ງສວມຍຸດທະພັນຄົບຊຸດຂອງພຣະເຈົ້າ ເພື່ອວ່າເມື່ອວັນຊົ່ວຮ້າຍມາເຖິງ ພວກເຈົ້າຈະສາມາດຢືນຕົວໄດ້ ແລະ ຫລັງຈາກພວກເຈົ້າໄດ້ເຮັດທຸກສິ່ງແລ້ວກໍຢືນຕົວຢູ່ໄດ້. 14 ດັ່ງນັ້ນ ພວກເຈົ້າທັງຫລາຍຈົ່ງຢືດໝັ້ນໂດຍເອົາສາຍແອວແຫ່ງຄວາມຈິງຮັດແອວຂອງພວກເຈົ້າໄວ້, ສວມເສື້ອເກາະປ້ອງກັນເອິກແຫ່ງຄວາມຊອບທຳ 15 ແລະ ເອົາຄວາມພ້ອມທີ່ມາຈາກຂ່າວປະເສີດແຫ່ງສັນຕິສຸກມາສຸບໃສ່ຕີນຂອງພວກເຈົ້າ. 16 ນອກຈາກທີ່ກ່າວມາທັງໝົດນີ້ແລ້ວ ຈົ່ງຢຶດເອົາກຳບັງແຫ່ງຄວາມເຊື່ອ ດ້ວຍກຳບັງນັ້ນພວກເຈົ້າຈຶ່ງສາມາດດັບລູກສອນໄຟທັງໝົດຂອງມານຮ້າຍໄດ້. 17 ຈົ່ງສວມໝວກເກາະແຫ່ງຄວາມພົ້ນ ແລະ ຖືດາບແຫ່ງພຣະວິນຍານ ເຊິ່ງແມ່ນພຣະຄຳຂອງພຣະເຈົ້າ. 18 ແລະ ຈົ່ງອະທິຖານໃນພຣະວິນຍານໃນທຸກໂອກາດດ້ວຍການອະທິຖານ ແລະ ການຮ້ອງຂໍທຸກຮູບແບບ. ໂດຍຄຳນຶງເຖິງສິ່ງນີ້, ຈົ່ງເຝົ້າລະວັງໃນການອະທິຖານເພື່ອຄົນຂອງອົງພຣະຜູ້ເປັນເຈົ້າຢູ່ສະເໝີ. 19 ແລະ ຂໍໃຫ້ອະທິຖານເພື່ອເຮົາດ້ວຍ, ເພື່ອວ່າເມື່ອໃດທີ່ເຮົາກ່າວ ພຣະອົງຈະໃຫ້ຖ້ອຍຄຳແກ່ເຮົາ ເພື່ອວ່າເຮົາຈະກ້າຫານໃນການເຮັດໃຫ້ຄວາມເລິກລັບຂອງຂ່າວປະເສີດເປັນທີ່ຮູ້ຈັກ, 20 ເພາະຍ້ອນຂ່າວປະເສີດນີ້ແຫລະ ເຮົາຈຶ່ງເປັນທູດທີ່ຖືກລ່າມໂສ້ຢູ່. ຈົ່ງອະທິຖານເພື່ອວ່າເຮົາຈະປະກາດຂ່າວປະເສີດນັ້ນຢ່າງກ້າຫານຕາມທີ່ເຮົາຄວນຈະກ່າວ. ຄຳທັກທາຍສຸດທ້າຍ 21 ຕີຂີໂກ ນ້ອງຊາຍທີ່ຮັກ ແລະ ເປັນຜູ້ຮັບໃຊ້ທີ່ສັດຊື່ໃນອົງພຣະຜູ້ເປັນເຈົ້າ ຈະເລົ່າທຸກສິ່ງໃຫ້ພວກເຈົ້າຟັງ ເພື່ອວ່າພວກເຈົ້າຈະໄດ້ຮູ້ວ່າເຮົາຢູ່ຢ່າງໃດ ແລະ ກຳລັງເຮັດຫຍັງ. 22 ເຮົາກຳລັງສົ່ງລາວມາຫາພວກເຈົ້າກໍເພາະຈຸດປະສົງນີ້ແທ້, ເພື່ອໃຫ້ພວກເຈົ້າຮູ້ວ່າພວກເຮົາຢູ່ຢ່າງໃດ ແລະ ເພື່ອລາວຈະໄດ້ໜູນໃຈພວກເຈົ້າ. 23 ຂໍໃຫ້ສັນຕິສຸກ ແລະ ຄວາມຮັກພ້ອມດ້ວຍຄວາມເຊື່ອຈາກພຣະເຈົ້າພຣະບິດາ ແລະ ຈາກພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າ ຈົ່ງມີແກ່ພີ່ນ້ອງທັງຫລາຍ. 24 ຂໍໃຫ້ພຣະຄຸນຈົ່ງຢູ່ກັບບັນດາຄົນທັງປວງທີ່ຮັກພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາດ້ວຍຄວາມຮັກທີ່ບໍ່ຮູ້ເສື່ອມສູນ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.