Biblia Todo Logo
Bìoball air-loidhne

- Sanasan -

ເອເຟໂຊ 5 - ພຣະຄຳພີລາວສະບັບສະໄໝໃໝ່

1 ເຫດສະນັ້ນ ພວກເຈົ້າ​ທັງຫລາຍ​ຈົ່ງ​ເຮັດ​ຕາມ​ແບບຢ່າງ​ຂອງ​ພຣະເຈົ້າ ໃຫ້​ສົມ​ກັບ​ເປັນ​ບຸດ​ທີ່ຮັກ

2 ແລະ ຈົ່ງ​ເດີນ​ໃນ​ທາງ​ແຫ່ງ​ຄວາມຮັກ, ເໝືອນດັ່ງ​ທີ່​ພຣະຄຣິດເຈົ້າ​ໄດ້​ຮັກ​ພວກເຮົາ​ທັງຫລາຍ ແລະ ສະຫລະ​ພຣະອົງ​ເອງ​ເພື່ອ​ພວກເຮົາ​ໃຫ້​ເປັນ​ເຄື່ອງຖວາຍ​ທີ່​ມີ​ກິ່ນຫອມ ແລະ ຖວາຍບູຊາ​ແກ່​ພຣະເຈົ້າ.

3 ແຕ່​ໃນ​ທ່າມກາງ​ພວກເຈົ້າ​ຕ້ອງ​ບໍ່​ໃຫ້​ມີ​ແມ່ນແຕ່​ເອີ່ຍ​ເຖິງ​ເລື່ອງ​ການ​ຜິດສິນທຳທາງເພດ ຫລື ຄວາມ​ເປື້ອນເປິ​ໃດໆ ຫລື ຄວາມໂລບ ເພາະ​ສິ່ງ​ເຫລົ່ານີ້​ເປັນ​ສິ່ງ​ທີ່​ບໍ່​ເໝາະສົມ​ສຳລັບ​ບັນດາ​ຄົນ​ບໍລິສຸດ​ຂອງ​ພຣະເຈົ້າ.

4 ຫລື ບໍ່​ຄວນ​ເວົ້າ​ລາມົກ, ເວົ້າ​ບໍ່​ມີ​ແກ່ນສານ, ຫລື ເວົ້າ​ຕະຫລົກ​ຫຍາບຄາຍ ເຊິ່ງ​ບໍ່​ສົມຄວນ, ແຕ່​ໃຫ້​ຂອບພຣະຄຸນ​ພຣະເຈົ້າ​ກໍ​ດີ​ກວ່າ.

5 ສຳລັບ​ສິ່ງ​ນີ້​ພວກເຈົ້າ​ສາມາດ​ແນ່ໃຈ​ໄດ້​ວ່າ: ຄົນ​ຜິດສິນທຳ, ຄົນ​ບໍ່ບໍລິສຸດ ຫລື ຄົນ​ໂລບ ຄົນ​ເຫລົ່ານີ້​ເປັນ​ຜູ້ຂາບໄຫວ້​ຮູບເຄົາລົບ ຈະ​ບໍ່​ໄດ້​ຮັບ​ມໍລະດົກ​ໃດໆ​ໃນ​ອານາຈັກ​ຂອງ​ພຣະຄຣິດເຈົ້າ ແລະ ຂອງ​ພຣະເຈົ້າ.

6 ຢ່າ​ໃຫ້​ຜູ້ໃດ​ລໍ້ລວງ​ພວກເຈົ້າ​ດ້ວຍ​ຄຳເວົ້າ​ອັນ​ໄຮ້ປະໂຫຍດ ເພາະ​ຍ້ອນ​ສິ່ງ​ດັ່ງກ່າວ​ນັ້ນ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ​ຈຶ່ງ​ມາ​ເຖິງ​ບັນດາ​ຜູ້​ທີ່​ບໍ່ເຊື່ອຟັງ.

7 ເຫດສະນັ້ນ ຢ່າ​ເປັນ​ຫຸ້ນສ່ວນ​ກັບ​ພວກເຂົາ.

8 ເພາະ​ເມື່ອກ່ອນ​ພວກເຈົ້າ​ຢູ່​ໃນ​ຄວາມມືດ, ແຕ່​ດຽວນີ້​ພວກເຈົ້າ​ເປັນ​ຄວາມສະຫວ່າງ​ໃນ​ອົງພຣະຜູ້ເປັນເຈົ້າ. ຈົ່ງ​ດຳເນີນຊີວິດ​ເໝືອນດັ່ງ​ລູກ​ຂອງ​ຄວາມສະຫວ່າງ

9 (ດ້ວຍວ່າ​ຜົນ​ຂອງ​ຄວາມສະຫວ່າງ​ປະກອບ​ດ້ວຍ​ຄວາມດີ, ຄວາມຊອບທຳ ແລະ ຄວາມຈິງ​ທຸກ​ຢ່າງ)

10 ແລະ ຈົ່ງ​ພິສູດ​ວ່າ​ອັນໃດ​ເປັນ​ທີ່​ອົງພຣະຜູ້ເປັນເຈົ້າ​ພໍໃຈ.

11 ຢ່າ​ມີສ່ວນ​ກັບ​ກິດຈະການ​ຂອງ​ຄວາມມືດ​ທີ່​ບໍ່​ມີ​ຜົນ, ແຕ່​ຈົ່ງ​ເປີດເຜີຍ​ການກະທຳ​ເຫລົ່ານັ້ນ​ອອກມາ​ກໍ​ດີ​ກວ່າ.

12 ເພາະ​ແມ່ນແຕ່​ເອີ່ຍ​ເຖິງ​ສິ່ງ​ທີ່​ຜູ້​ບໍ່ເຊື່ອຟັງ​ເຮັດ​ໃນ​ທີ່​ລັບລີ້​ນັ້ນ​ກໍ​ຍັງ​ໜ້າອັບອາຍ.

13 ແຕ່​ທຸກ​ສິ່ງ​ທີ່​ຖືກ​ເປີດເຜີຍ​ອອກມາ​ໂດຍ​ຄວາມສະຫວ່າງ​ກໍ​ປາກົດ​ແຈ້ງ ແລະ ທຸກສິ່ງ​ທີ່​ສ່ອງແສງ​ອອກ​ກໍ​ກາຍເປັນ​ຄວາມສະຫວ່າງ.

14 ດ້ວຍເຫດນີ້​ຈຶ່ງ​ມີ​ຄຳ​ກ່າວ​ວ່າ: “ຄົນ​ທີ່​ຫລັບ​ເອີຍ, ຈົ່ງ​ຕື່ນຂຶ້ນ, ຈົ່ງ​ຟື້ນຄືນ​ມາ​ຈາກ​ຄວາມຕາຍ, ແລະ ພຣະຄຣິດເຈົ້າ​ຈະ​ສ່ອງສະຫວ່າງ​ໃສ່​ເຈົ້າ”.

15 ດັ່ງນັ້ນ ພວກເຈົ້າ​ທັງຫລາຍ​ຈົ່ງ​ລະວັງ​ໃນ​ການດຳເນີນຊີວິດ​ໃຫ້​ດີ ຢ່າ​ດຳເນີນຊີວິດ​ເໝືອນ​ຄົນ​ໄຮ້ປັນຍາ ແຕ່​ຈົ່ງ​ດຳເນີນຊີວິດ​ໃຫ້​ເໝືອນ​ຄົນ​ມີປັນຍາ,

16 ຈົ່ງ​ຮູ້ຈັກ​ໃຊ້​ທຸກ​ໂອກາດ ເພາະ​ເວລາ​ນີ້​ເປັນ​ຍຸກ​ຊົ່ວຮ້າຍ.

17 ເຫດສະນັ້ນ ຢ່າ​ເປັນ​ຄົນໂງ່ ແຕ່​ຈົ່ງ​ເຂົ້າໃຈ​ຄວາມ​ປະສົງ​ຂອງ​ອົງພຣະຜູ້ເປັນເຈົ້າ​ວ່າ​ເປັນ​ຢ່າງໃດ.

18 ຢ່າ​ເມົາ​ເຫລົ້າອະງຸ່ນ​ທີ່​ພາ​ໃຫ້​ເສຍ​ຄົນ. ແຕ່​ຈົ່ງ​ເຕັມລົ້ນ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ​ກໍ​ດີ​ກວ່າ.

19 ຈົ່ງ​ສົນທະນາ​ກັນ​ດ້ວຍ​ເພງສັນລະເສີນ, ເພງ​ນະມັດສະການ ແລະ ບົດເພງ​ຈາກ​ພຣະວິນຍານ. ຈົ່ງ​ຮ້ອງ ແລະ ບັນເລງ​ເພງ​ຈາກ​ຈິດໃຈ​ຂອງ​ພວກເຈົ້າ​ຖວາຍ​ແກ່​ອົງພຣະຜູ້ເປັນເຈົ້າ,

20 ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ພຣະບິດາ​ຢູ່​ສະເໝີ​ສຳລັບ​ທຸກສິ່ງ​ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.

21 ຈົ່ງ​ຍອມ​ເຊື່ອຟັງ​ກັນແລະກັນ​ດ້ວຍ​ຄວາມ​ຢຳເກງ​ພຣະຄຣິດເຈົ້າ.


ຄຳສັ່ງສອນ​ສຳລັບ​ຄອບຄົວ​ຄຣິສຕຽນ
( ກລຊ 3:18–4:1 )

22 ຝ່າຍ​ເມຍ​ທັງຫລາຍ ຈົ່ງ​ຍອມ​ເຊື່ອຟັງ​ຜົວ​ຂອງ​ຕົນ​ເໝືອນດັ່ງ​ທີ່​ພວກເຈົ້າ​ຍອມ​ເຊື່ອຟັງ​ອົງພຣະຜູ້ເປັນເຈົ້າ,

23 ເພາະ​ຜົວ​ເປັນ​ຫົວ​ຂອງ​ເມຍ​ເໝືອນດັ່ງ​ທີ່​ພຣະຄຣິດເຈົ້າ​ເປັນ​ຫົວ​ຂອງ​ຄຣິສຕະຈັກ, ກາຍ​ຂອງ​ພຣະອົງ ພຣະອົງ​ຍັງ​ເປັນ​ພຣະຜູ້ຊ່ວຍໃຫ້ພົ້ນ.

24 ບັດນີ້ ຂະນະ​ທີ່​ຄຣິສຕະຈັກ​ຍອມ​ເຊື່ອຟັງ​ພຣະຄຣິດເຈົ້າ, ດັ່ງນັ້ນ ເມຍ​ກໍ​ຄວນ​ຍອມ​ເຊື່ອຟັງ​ຜົວ​ຂອງ​ຕົນ​ໃນ​ທຸກ​ສິ່ງ​ເໝືອນກັນ.

25 ຝ່າຍ​ຜົວ​ທັງຫລາຍ ຈົ່ງ​ຮັກ​ເມຍ​ຂອງ​ຕົນ ເໝືອນ​ດັ່ງ​ທີ່​ພຣະຄຣິດເຈົ້າ​ຮັກ​ຄຣິສຕະຈັກ ແລະ ໄດ້​ສະຫລະ​ພຣະອົງ​ເອງ​ເພື່ອ​ຄຣິສຕະຈັກ

26 ເພື່ອ​ເຮັດ​ໃຫ້​ຄຣິສຕະຈັກ​ບໍລິສຸດ​ໂດຍ​ການ​ຊຳລະ​ຄຣິສຕະຈັກ​ນັ້ນ​ດ້ວຍ​ນ້ຳ​ຜ່ານທາງ​ພຣະຄຳ,

27 ແລະ ເພື່ອ​ຖວາຍ​ຄຣິສຕະຈັກ​ນັ້ນ​ແກ່​ພຣະອົງ​ເອງ​ເປັນ​ຄຣິສຕະຈັກ​ທີ່​ສະຫງ່າງາມ, ປາດສະຈາກ​ຮອຍ​ດ່າງ ຫລື ຮອຍ​ຫຍໍ່ ຫລື ຕຳໜິ​ໃດໆ ແຕ່​ບໍລິສຸດ ແລະ ບໍ່ມີຕຳໜິ.

28 ດັ່ງນັ້ນ​ແຫລະ ຜົວ​ຈຶ່ງ​ຄວນ​ຮັກ​ເມຍ​ຂອງ​ຕົນ​ເໝືອນດັ່ງ​ຮັກ​ຮ່າງກາຍ​ຂອງ​ຕົນເອງ. ຜູ້​ທີ່​ຮັກ​ເມຍ​ຂອງ​ຕົນ​ກໍ​ຮັກ​ຕົນເອງ.

29 ເຖິງຢ່າງໃດ​ກໍ​ຕາມ ບໍ່​ມີ​ຜູ້ໃດ​ກຽດຊັງ​ຮ່າງກາຍ​ຂອງ​ຕົນເອງ, ແຕ່​ພວກເຂົາ​ລ້ຽງດູ ແລະ ທະນຸຖະໜອມ​ຮ່າງກາຍ​ຂອງ​ພວກເຂົາ​ເໝືອນ​ດັ່ງ​ພຣະຄຣິດເຈົ້າ​ກະທຳ​ແກ່​ຄຣິສຕະຈັກ.

30 ເພາະວ່າ​ພວກເຮົາ​ທັງຫລາຍ​ເປັນ​ອະໄວຍະວະ​ໃນ​ກາຍ​ຂອງ​ພຣະອົງ.

31 “ດ້ວຍເຫດນີ້ ຜູ້ຊາຍ​ຈຶ່ງ​ອອກ​ຈາກ​ພໍ່ແມ່​ຂອງ​ຕົນ​ໄປ​ຜູກພັນ​ຢູ່​ກັບ​ເມຍ​ຂອງ​ຕົນ ແລະ ທັງ​ສອງ​ກໍ​ເປັນ​ກາຍ​ດຽວ​ກັນ”.

32 ນີ້​ແມ່ນ​ຄວາມເລິກລັບ​ອັນ​ເລິກເຊິ່ງ ແຕ່​ຂ້າພະເຈົ້າ​ກຳລັງ​ເວົ້າ​ເຖິງ​ພຣະຄຣິດເຈົ້າ ແລະ ຄຣິສຕະຈັກ.

33 ເຖິງຢ່າງໃດ​ກໍ​ຕາມ ພວກເຈົ້າ​ແຕ່ລະຄົນ​ຕ້ອງ​ຮັກ​ເມຍ​ຂອງ​ຕົນ​ເໝືອນດັ່ງ​ຮັກ​ຕົນເອງ ແລະ ເມຍ​ກໍ​ຕ້ອງ​ເຄົາລົບ​ຜົວ​ຂອງ​ຕົນ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan