Biblia Todo Logo
Bìoball air-loidhne

- Sanasan -

ເອເຟໂຊ 4 - ພຣະຄຳພີລາວສະບັບສະໄໝໃໝ່


ຄວາມ​ເປັນ​ອັນໜຶ່ງອັນດຽວກັນ ແລະ ຄວາມ​ເປັນ​ຜູ້ໃຫຍ່​ໃນ​ກາຍ​ຂອງ​ພຣະຄຣິດເຈົ້າ

1 ດັ່ງນັ້ນ, ເຮົາ​ຜູ້​ເປັນ​ນັກໂທດ​ເພື່ອ​ອົງພຣະຜູ້ເປັນເຈົ້າ​ຈຶ່ງ​ຂໍຮ້ອງ​ພວກເຈົ້າ​ໃຫ້​ດຳເນີນຊີວິດ​ສົມ​ກັບ​ການ​ເອີ້ນ​ທີ່​ພວກເຈົ້າ​ໄດ້​ຮັບ.

2 ຈົ່ງ​ຖ່ອມຕົວລົງ ແລະ ສຸພາບອ່ອນໂຍນ​ໃນ​ທຸກດ້ານ; ຈົ່ງ​ອົດທົນ ແລະ ຜ່ອນໜັກ​ຜ່ອນເບົາ​ຕໍ່​ກັນແລະກັນ​ດ້ວຍ​ຄວາມຮັກ.

3 ຈົ່ງ​ພຽນ​ພະຍາຍາມ​ຮັກສາ​ຄວາມ​ເປັນ​ນ້ຳໜຶ່ງໃຈດຽວກັນ​ໃນ​ພຣະວິນຍານ​ໂດຍ​ມີ​ສັນຕິສຸກ​ເປັນ​ເຄື່ອງ​ຜູກມັດ.

4 ມີ​ຮ່າງກາຍ​ດຽວ ແລະ ພຣະວິນຍານ​ອົງ​ດຽວ​ເໝືອນ​ກັບ​ທີ່​ພວກເຈົ້າ​ໄດ້​ຖືກ​ເອີ້ນ​ມາ​ສູ່​ຄວາມຫວັງ​ດຽວ​ເມື່ອ​ພວກເຈົ້າ​ໄດ້​ຖືກ​ເອີ້ນ​ນັ້ນ;

5 ມີ​ອົງພຣະຜູ້ເປັນເຈົ້າ​ອົງ​ດຽວ, ຄວາມເຊື່ອ​ດຽວ, ບັບຕິສະມາ​ດຽວ,

6 ມີ​ພຣະເຈົ້າ​ອົງ​ດຽວ ແລະ ພຣະບິດາເຈົ້າ​ຂອງ​ຄົນ​ທັງປວງ, ຜູ້​ສະຖິດ​ຢູ່​ເໜືອ​ຄົນ​ທັງປວງ ແລະ ທົ່ວ​ຄົນ​ທັງປວງ ແລະ ໃນ​ຄົນ​ທັງປວງ.

7 ແຕ່ວ່າ​ພຣະຄຸນ​ນັ້ນ​ມອບ​ໃຫ້​ແກ່​ພວກເຮົາ​ແຕ່ລະຄົນ​ຕາມ​ທີ່​ພຣະຄຣິດເຈົ້າ​ໄດ້​ກຳນົດ​ໄວ້.

8 ເຫດສະນັ້ນ ຈຶ່ງ​ມີ​ພຣະຄຳ​ກ່າວ​ໄວ້​ວ່າ: “ເມື່ອ​ພຣະອົງ​ໄດ້​ຂຶ້ນ​ສູ່​ເບື້ອງ​ເທິງ, ພຣະອົງ​ໄດ້​ນຳເອົາ​ບັນດາ​ຊະເລີຍ​ຫລາຍ​ຄົນ​ໄປ​ດ້ວຍ ແລະ ມອບ​ຂອງປະທານ​ໃຫ້​ແກ່​ປະຊາຊົນ​ຂອງ​ພຣະອົງ”.

9 (ທີ່​ວ່າ “ພຣະອົງ​ໄດ້​ຂຶ້ນ​ສູ່” ນັ້ນ​ຈະ​ໝາຍຄວາມ​ຢ່າງ​ອື່ນ​ບໍ່​ໄດ້ ນອກຈາກ​ວ່າ​ພຣະອົງ​ໄດ້​ລົງ​ສູ່​ເບື້ອງ​ລຸ່ມ​ຂອງ​ໂລກ​ດ້ວຍ.

10 ພຣະອົງ​ຜູ້​ລົງ​ໄປ​ນັ້ນ ກໍ​ຄື​ອົງ​ດຽວ​ແທ້ໆ​ກັບ​ທີ່​ໄດ້​ຂຶ້ນ​ເມືອ​ສູ່​ທີ່​ສູງ​ກວ່າ​ຟ້າສະຫວັນ​ທັງໝົດ, ເພື່ອ​ຈະໄດ້​ເຕີມເຕັມ​ທົ່ວ​ທັງ​ຈັກກະວານ.)

11 ດັ່ງນັ້ນ​ພຣະຄຣິດເຈົ້າ​ເອງ​ໄດ້​ໃຫ້​ບັນດາ​ອັກຄະສາວົກ, ບັນດາ​ຜູ້ທຳນວາຍ, ບັນດາ​ຜູ້ປະກາດຂ່າວປະເສີດ, ບັນດາ​ສິດຍາພິບານ ແລະ ບັນດາ​ອາຈານ,

12 ເພື່ອ​ຈັດຕຽມ​ຄົນ​ຂອງ​ພຣະອົງ​ສຳລັບ​ງານ​ຮັບໃຊ້, ເພື່ອ​ວ່າ​ກາຍ​ຂອງ​ພຣະຄຣິດເຈົ້າ​ຈະ​ໄດ້​ຮັບ​ການເສີມສ້າງ​ຂຶ້ນ

13 ຈົນ​ກວ່າ​ພວກເຮົາ​ທັງໝົດ​ຈະ​ບັນລຸ​ເຖິງ​ຄວາມ​ເປັນ​ອັນໜຶ່ງອັນດຽວກັນ​ໃນ​ຄວາມເຊື່ອ ແລະ ໃນ​ຄວາມຮູ້​ເຖິງ​ພຣະບຸດ​ຂອງ​ພຣະເຈົ້າ ແລະ ກາຍເປັນ​ຄົນ​ທີ່​ເຕີບໃຫຍ່ ຄື​ການ​ບັນລຸ​ເຖິງ​ຂະໜາດ​ຄວາມສົມບູນ​ຂອງ​ພຣະຄຣິດເຈົ້າ.

14 ແລ້ວ​ພວກເຮົາ​ຈະ​ບໍ່​ໄດ້​ເປັນ​ເດັກນ້ອຍ​ອີກ​ຕໍ່ໄປ, ເຊິ່ງ​ຖືກ​ຄື້ນ​ຊັດ​ໄປ​ມາ ແລະ ຖືກ​ພັດ​ໄປ​ທາງ​ນີ້​ທາງ​ນັ້ນ​ດ້ວຍ​ລົມປາກ​ແຫ່ງ​ຄຳສອນ ແລະ ດ້ວຍ​ກົນອຸບາຍ​ກັບ​ເລ່ລ່ຽມ​ຂອງ​ມະນຸດ​ໃນ​ແຜນການ​ຫລອກລວງ​ຂອງ​ພວກເຂົາ.

15 ແຕ່​ການ​ກ່າວຄວາມຈິງ​ດ້ວຍ​ຄວາມຮັກ, ພວກເຮົາ​ຈະ​ເຕີບໃຫຍ່​ຂຶ້ນ​ໃນ​ທຸກ​ດ້ານ​ຈົນ​ເຖິງ​ຄວາມ​ເປັນ​ຜູ້ໃຫຍ່​ໃນ​ພຣະ​ກາຍ​ຂອງ​ພຣະອົງ​ຜູ້​ເປັນ​ຫົວ, ຄື​ພຣະຄຣິດເຈົ້າ.

16 ຈາກ​ພຣະອົງ​ນັ້ນ ທົ່ວ​ທັງ​ຮ່າງກາຍ​ໄດ້​ເຊື່ອມຕໍ່ ແລະ ຕິດ​ເຂົ້າກັນ​ໂດຍ​ເສັ້ນເອັນ​ທຸກ​ເສັ້ນ, ຈຶ່ງ​ເຕີບໃຫຍ່​ຂຶ້ນ ແລະ ເສີມສ້າງ​ຕົນ​ເອງ​ຂຶ້ນ​ໃນ​ຄວາມຮັກ, ຂະນະ​ທີ່​ແຕ່​ລະ​ສ່ວນ​ເຮັດ​ໜ້າທີ່​ຂອງ​ຕົນ.


ຄຳແນະນຳ​ສຳລັບ​ການດຳເນີນຊີວິດ​ຂອງ​ຄຣິສຕຽນ

17 ເຫດສະນັ້ນ, ເຮົາ​ຈຶ່ງ​ຂໍ​ບອກ​ສິ່ງ​ນີ້ ແລະ ຢືນຢັນ​ສິ່ງ​ນີ້​ໃນ​ນາມ​ຂອງ​ອົງພຣະຜູ້ເປັນເຈົ້າ​ວ່າ ແຕ່​ນີ້​ຕໍ່ໄປ​ພວກເຈົ້າ​ຢ່າ​ດຳເນີນຊີວິດ​ເໝືອນດັ່ງ​ຄົນຕ່າງຊາດ​ອີກ, ຄື​ໃນ​ຄວາມຄິດ​ທີ່​ບໍ່ມີປະໂຫຍດ​ຂອງ​ພວກເຂົາ.

18 ພວກເຂົາ​ມີ​ຄວາມມືດມົວ​ໃນ​ຄວາມເຂົ້າໃຈ​ຂອງ​ພວກເຂົາ ແລະ ຖືກ​ແຍກ​ຈາກ​ຊີວິດ​ຝ່າຍ​ພຣະເຈົ້າ​ເພາະ​ຄວາມໂງ່​ທີ່​ຢູ່​ໃນ​ພວກເຂົາ​ເນື່ອງ​ຈາກ​ໃຈ​ທີ່​ແຂງກະດ້າງ​ຂອງ​ພວກເຂົາ.

19 ບໍ່​ມີ​ຄວາມ​ຢັ້ງ​ຄິດ, ພວກເຂົາ​ໄດ້​ປ່ອຍ​ຕົວ​ໄປ​ຕາມ​ຕັນຫາ ມົວເມົາ​ຢູ່​ໃນ​ຄວາມ​ເປື້ອນເປິ​ທຸກ​ຢ່າງ ແລະ ພວກເຂົາ​ເຕັມ​ໄປ​ດ້ວຍ​ຄວາມໂລບ.

20 ເຖິງຢ່າງໃດ​ກໍ​ຕາມ, ນັ້ນ​ບໍ່​ແມ່ນ​ວິທີທາງ​ຂອງ​ຊີວິດ​ທີ່​ພວກເຈົ້າ​ໄດ້​ຮຽນຮູ້

21 ເມື່ອ​ພວກເຈົ້າ​ໄດ້​ຍິນ​ເລື່ອງ​ຂອງ​ພຣະຄຣິດເຈົ້າ ແລະ ໄດ້​ຮັບ​ຄຳສັ່ງສອນ​ເລື່ອງ​ພຣະອົງ​ຕາມ​ຄວາມຈິງ​ທີ່​ຢູ່​ໃນ​ພຣະເຢຊູເຈົ້າ.

22 ພວກເຈົ້າ​ໄດ້​ຖືກ​ສອນ​ກ່ຽວກັບ​ວິຖີຊີວິດ​ເກົ່າ​ຂອງ​ພວກເຈົ້າ, ໃຫ້​ຖອດຖິ້ມ​ສະພາບ​ມະນຸດ​ຄົນ​ເກົ່າ​ຂອງ​ພວກເຈົ້າ ເຊິ່ງ​ກຳລັງ​ຖືກ​ເຮັດ​ໃຫ້​ເສື່ອມເສຍ​ໄປ​ໂດຍ​ຄວາມ​ປາຖະໜາ​ອັນ​ລໍ້ລວງ​ຂອງ​ມັນ;

23 ເພື່ອ​ຮັບ​ການ​ສ້າງ​ໃໝ່​ໃນ​ທັດສະນະຄະຕິ​ຂອງ​ຈິດໃຈ​ຂອງ​ພວກເຈົ້າ,

24 ແລະ ເພື່ອ​ສວມ​ສະພາບ​ມະນຸດ​ໃໝ່, ເຊິ່ງ​ຖືກ​ສ້າງຂຶ້ນ​ໃຫ້​ເປັນ​ເໝືອນ​ພຣະເຈົ້າ​ໃນ​ຄວາມຊອບທຳ ແລະ ຄວາມບໍລິສຸດ​ທີ່​ແທ້ຈິງ.

25 ເຫດສະນັ້ນ ພວກເຈົ້າ​ແຕ່ລະຄົນ​ຕ້ອງ​ປະຖິ້ມ​ຄວາມ​ບໍ່​ຈິງ ແລະ ຈົ່ງ​ເວົ້າ​ຄວາມຈິງ​ຕໍ່​ເພື່ອນບ້ານ​ຂອງ​ພວກເຈົ້າ, ເພາະ​ພວກເຮົາ​ທຸກ​ຄົນ​ເປັນ​ອະໄວຍະວະ​ໃນ​ກາຍ​ດຽວ​ກັນ.

26 “ໃນ​ຄວາມໃຈຮ້າຍ​ຂອງ​ພວກເຈົ້າ​ນັ້ນ​ຢ່າ​ໄດ້​ເຮັດ​ບາບ”. ຢ່າ​ໃຈຮ້າຍ​ຢູ່​ຈົນ​ເຖິງ​ຕາເວັນ​ຕົກ​ດິນ,

27 ແລະ ຢ່າ​ປ່ອຍ​ໂອກາດ​ໃຫ້​ມານຮ້າຍ.

28 ຜູ້​ທີ່​ເຄີຍ​ລັກ​ກໍ​ຢ່າ​ລັກ​ອີກ, ແຕ່​ຈົ່ງ​ເຮັດວຽກ, ຈົ່ງ​ໃຊ້​ມື​ຂອງ​ຕົນ​ເຮັດ​ສິ່ງ​ທີ່​ມີ​ປະໂຫຍດ ເພື່ອ​ຈະ​ມີ​ບາງສິ່ງ​ແບ່ງປັນ​ໃຫ້​ແກ່​ຜູ້​ທີ່​ມີ​ຄວາມຈຳເປັນ.

29 ຢ່າ​ໃຫ້​ຄຳເວົ້າ​ທີ່​ບໍ່​ສົມຄວນ​ອອກ​ຈາກ​ປາກ​ຂອງ​ພວກເຈົ້າ, ແຕ່​ໃຫ້​ໃຊ້​ຄຳເວົ້າ​ອັນ​ເປັນ​ປະໂຫຍດ​ເພື່ອ​ເສີມສ້າງ​ຜູ້ອື່ນ​ຂຶ້ນ​ຕາມ​ຄວາມຕ້ອງການ​ຂອງ​ພວກເຂົາ​ເທົ່ານັ້ນ, ເພື່ອ​ຈະ​ໄດ້​ຜົນ​ດີ​ແກ່​ບັນດາ​ຜູ້​ທີ່​ຟັງ.

30 ແລະ ຢ່າ​ເຮັດ​ໃຫ້​ພຣະວິນຍານບໍລິສຸດເຈົ້າ​ຂອງ​ພຣະເຈົ້າ​ເສຍໃຈ ເພາະ​ໂດຍ​ພຣະວິນຍານ​ນັ້ນ​ພວກເຈົ້າ​ໄດ້​ຖືກ​ປະທັບຕາ​ໝາຍ​ແລ້ວ​ສຳລັບ​ວັນ​ແຫ່ງ​ການໄຖ່ໃຫ້ພົ້ນ.

31 ຈົ່ງ​ກຳຈັດ​ຄວາມຂົມຂື່ນ​ທັງໝົດ, ຄວາມໂກດແຄ້ນ ແລະ ຄວາມໃຈຮ້າຍ, ການຜິດຖຽງກັນ ແລະ ການ​ໃສ່ຮ້າຍປ້າຍສີ ພ້ອມ​ທັງ​ການປອງຮ້າຍ​ທຸກ​ຮູບແບບ.

32 ຈົ່ງ​ເມດຕາ ແລະ ເຫັນໃຈ​ກັນແລະກັນ, ຍົກໂທດ​ໃຫ້​ກັນແລະກັນ, ເໝືອນດັ່ງ​ທີ່​ພຣະເຈົ້າ​ໄດ້​ຍົກໂທດ​ໃຫ້​ພວກເຈົ້າ​ໃນ​ພຣະຄິດເຈົ້າ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan