ເອເຟໂຊ 3 - ພຣະຄຳພີລາວສະບັບສະໄໝໃໝ່ແຜນການອັນມະຫັດສະຈັນຂອງພຣະເຈົ້າເພື່ອຄົນຕ່າງຊາດ 1 ດ້ວຍເຫດນີ້, ເຮົາຄືໂປໂລ ຜູ້ເປັນນັກໂທດຂອງພຣະຄຣິດເຈົ້າເຢຊູເພາະເຫັນແກ່ພວກເຈົ້າທີ່ເປັນຄົນຕ່າງຊາດ. 2 ແນ່ນອນ ພວກເຈົ້າຄົງໄດ້ຍິນເຖິງພາລະກິດແຫ່ງພຣະຄຸນຂອງພຣະເຈົ້າທີ່ໄດ້ໃຫ້ແກ່ເຮົາເພື່ອພວກເຈົ້າທັງຫລາຍ, 3 ຄືຂໍ້ລັບເລິກທີ່ກະທຳໃຫ້ເປັນທີ່ຮູ້ຈັກແກ່ເຮົາໂດຍການເປີດເຜີຍ, ເໝືອນດັ່ງທີ່ເຮົາໄດ້ຂຽນໄວ້ແລ້ວຢ່າງຫຍໍ້ໆ. 4 ເມື່ອພວກເຈົ້າອ່ານແລ້ວກໍຈະເຂົ້າໃຈເຖິງຄວາມຮູ້ແຈ້ງຂອງເຮົາໃນຄວາມລັບເລິກຂອງພຣະຄຣິດເຈົ້າ, 5 ເຊິ່ງບໍ່ໄດ້ກະທຳໃຫ້ເປັນທີ່ຮູ້ຈັກແກ່ປະຊາຊົນໃນຍຸກອື່ນໆ ເໝືອນດັ່ງໃນເວລານີ້ໄດ້ເປີດເຜີຍໂດຍພຣະວິນຍານແກ່ບັນດາອັກຄະສາວົກ ແລະ ຜູ້ທຳນວາຍບໍລິສຸດຂອງພຣະເຈົ້າ. 6 ຂໍ້ລັບເລິກນີ້ແມ່ນໂດຍທາງຂ່າວປະເສີດນັ້ນຄົນຕ່າງຊາດກໍເປັນທາຍາດຮ່ວມກັບຊົນອິດສະຣາເອນ, ເປັນອະໄວຍະວະຮ່ວມໃນກາຍດຽວກັນ ແລະ ເປັນຜູ້ມີສ່ວນຮ່ວມຮັບຕາມຄຳສັນຍາໃນພຣະຄຣິດເຈົ້າເຢຊູ. 7 ເຮົາໄດ້ກາຍເປັນຜູ້ຮັບໃຊ້ຂອງຂ່າວປະເສີດນີ້ໂດຍຂອງປະທານທີ່ມາຈາກພຣະຄຸນຂອງພຣະເຈົ້າທີ່ໄດ້ໃຫ້ແກ່ເຮົາໂດຍການທຳງານແຫ່ງລິດອຳນາດຂອງພຣະອົງ. 8 ເຖິງແມ່ນວ່າເຮົາເປັນຜູ້ຕ່ຳຕ້ອຍກວ່າຜູ້ເລັກນ້ອຍທີ່ສຸດຂອງບັນດາຄົນທັງໝົດຂອງພຣະເຈົ້າກໍຕາມ ພຣະຄຸນນີ້ກໍໄດ້ຖືກມອບໃຫ້ແກ່ເຮົາຄື: ເພື່ອປະກາດແກ່ບັນດາຄົນຕ່າງຊາດເຖິງຄວາມບໍລິບູນອັນຫາທີ່ປຽບບໍ່ໄດ້ຂອງພຣະຄຣິດເຈົ້າ, 9 ແລະ ໄດ້ກະທຳໃຫ້ທຸກຄົນເຫັນເຖິງພາລະກິດອັນເລິກລັບນີ້ຢ່າງຊັດເຈນ ເຊິ່ງຕະຫລອດຍຸກທີ່ຜ່ານມາໄດ້ຖືກເຊື່ອງຊ້ອນໄວ້ໃນພຣະເຈົ້າ, ຜູ້ທີ່ໄດ້ສ້າງສິ່ງທັງປວງ. 10 ຄວາມຕັ້ງໃຈຂອງພຣະອົງໃນເວລານີ້ຄື ປັນຍາອັນຫລວງຫລາຍຂອງພຣະເຈົ້າຄວນຈະເຮັດໃຫ້ເປັນທີ່ຮູ້ຈັກແກ່ບັນດາຜູ້ປົກຄອງ ແລະ ຜູ້ມີອຳນາດໃນສະຫວັນສະຖານ ຜ່ານທາງຄຣິສຕະຈັກ, 11 ຕາມຈຸດປະສົງອັນຖາວອນຂອງພຣະອົງທີ່ໄດ້ກະທຳໃຫ້ສຳເລັດໃນພຣະຄຣິດເຈົ້າເຢຊູອົງພຣະຜູ້ເປັນເຈົ້າຂອງພວກເຮົາ. 12 ໃນພຣະອົງ ແລະ ໂດຍຄວາມເຊື່ອໃນພຣະອົງ ພວກເຮົາຈຶ່ງຈະເຂົ້າໃກ້ພຣະເຈົ້າໄດ້ດ້ວຍເສລີພາບ ແລະ ຄວາມໝັ້ນໃຈ. 13 ເຫດສະນັ້ນ, ເຮົາຈຶ່ງຂໍຮ້ອງໃຫ້ພວກເຈົ້າຢ່າໄດ້ທໍ້ຖອຍໃຈຍ້ອນຄວາມທຸກຍາກລໍາບາກຂອງເຮົາເພື່ອພວກເຈົ້າ, ເຊິ່ງເປັນກຽດຂອງພວກເຈົ້າ. ຄຳອະທິຖານເພື່ອຊາວເອເຟໂຊ 14 ດ້ວຍເຫດນີ້ ເຮົາຈຶ່ງຄຸເຂົ່າລົງຕໍ່ໜ້າພຣະບິດາເຈົ້າ, 15 ຜູ້ເປັນທີ່ມາຂອງທຸກຄອບຄົວໃນສະຫວັນ ແລະ ເທິງແຜ່ນດິນໂລກກໍມາຈາກນາມນັ້ນ. 16 ເຮົາອະທິຖານວ່າຈາກຄວາມອຸດົມສົມບູນອັນຮຸ່ງເຮືອງຂອງພຣະອົງ ຂໍໃຫ້ພຣະອົງເຮັດໃຫ້ພວກເຈົ້າເຂັ້ມແຂງຂຶ້ນດ້ວຍລິດອຳນາດຜ່ານທາງພຣະວິນຍານຂອງພຣະອົງທີ່ຢູ່ພາຍໃນພວກເຈົ້າ, 17 ເພື່ອວ່າພຣະຄຣິດເຈົ້າຈະສະຖິດຢູ່ໃນໃຈຂອງພວກເຈົ້າໂດຍທາງຄວາມເຊື່ອ. ແລະ ເຮົາອະທິຖານວ່າ, ເມື່ອພວກເຈົ້າໄດ້ວາງຮາກລົງ ແລະ ຕັ້ງໝັ້ນຄົງໃນຄວາມຮັກແລ້ວ, 18 ຈະມີລິດອຳນາດ ພ້ອມກັບຄົນບໍລິສຸດທັງປວງຂອງອົງພຣະຜູ້ເປັນເຈົ້າກໍຈະມີຄວາມສາມາດເຂົ້າໃຈເຖິງຄວາມກວ້າງ, ຄວາມຍາວ, ຄວາມສູງ ແລະ ຄວາມເລິກຂອງຄວາມຮັກຂອງພຣະຄຣິດເຈົ້າ, 19 ແລະ ຮູ້ຈັກຄວາມຮັກນີ້ທີ່ເກີນຄວາມຮູ້ ເພື່ອພວກເຈົ້າຈະເຕັມຂະໜາດຂອງຄວາມສົມບູນທັງໝົດຂອງພຣະເຈົ້າ. 20 ບັດນີ້ ຂໍຖວາຍກຽດແກ່ພຣະອົງຜູ້ສາມາດກະທຳທຸກສິ່ງເກີນກວ່າທີ່ພວກເຮົາຈະຂໍ ຫລື ຄິດໄດ້ຕາມລິດອຳນາດຂອງພຣະອົງທີ່ກະທຳການຢູ່ພາຍໃນພວກເຮົາ, 21 ຂໍໃຫ້ກຽດຈົ່ງມີແກ່ພຣະອົງໃນຄຣິສຕະຈັກ ແລະ ໃນພຣະຄຣິດເຈົ້າເຢຊູຕະຫລອດທຸກຍຸກ, ຕະຫລອດໄປເປັນນິດ! ອາແມນ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.