ເອເຟໂຊ 2 - ພຣະຄຳພີລາວສະບັບສະໄໝໃໝ່ເຮັດໃຫ້ມີຊີວິດໃນພຣະຄຣິດເຈົ້າ 1 ສ່ວນພວກເຈົ້ານັ້ນ, ພວກເຈົ້າໄດ້ຕາຍແລ້ວໃນການລ່ວງລະເມີດ ແລະ ໃນຄວາມບາບຂອງພວກເຈົ້າ, 2 ເຊິ່ງພວກເຈົ້າເຄີຍດຳເນີນຊີວິດເມື່ອພວກເຈົ້າໄດ້ຕິດຕາມທາງຂອງໂລກນີ້ ແລະ ວິຖີຂອງຜູ້ມີອຳນາດແຫ່ງຍ່ານຟ້າອາກາດ, ເຊິ່ງເປັນວິນຍານທີ່ເວລານີ້ທຳງານຢູ່ໃນບັນດາຜູ້ທີ່ບໍ່ເຊື່ອຟັງ. 3 ຄັ້ງໜຶ່ງ ພວກເຮົາທຸກຄົນກໍເຄີຍດໍາເນີນຊີວິດຢູ່ໃນທ່າມກາງຄົນເຫລົ່ານັ້ນ, ເຊິ່ງເປັນການສະໜອງຕັນຫາຂອງເນື້ອໜັງຂອງພວກເຮົາ ແລະ ປະຕິບັດຕາມຄວາມປາຖະໜາ ແລະ ຕາມຄວາມຄິດຂອງເນື້ອໜັງນັ້ນ. ພວກເຮົາຈຶ່ງສົມຄວນໄດ້ຮັບຄວາມໂກດຮ້າຍເໝືອນກັບຄົນອື່ນ. 4 ແຕ່ຍ້ອນຄວາມຮັກອັນຍິ່ງໃຫຍ່ຂອງພຣະອົງທີ່ມີຕໍ່ພວກເຮົາ, ພຣະເຈົ້າຜູ້ອຸດົມສົມບູນດ້ວຍຄວາມເມດຕາ 5 ຈຶ່ງເຮັດໃຫ້ພວກເຮົາມີຊີວິດຢູ່ກັບພຣະຄຣິດເຈົ້າ ແມ່ນແຕ່ເມື່ອພວກເຮົາໄດ້ຕາຍແລ້ວໃນການລ່ວງລະເມີດ ຄືພວກເຈົ້າໄດ້ຮັບຄວາມພົ້ນນັ້ນກໍດ້ວຍພຣະຄຸນ. 6 ແລະ ພຣະເຈົ້າໄດ້ໃຫ້ພວກເຮົາເປັນຄືນມາດ້ວຍກັນກັບພຣະຄຣິດເຈົ້າ ແລະ ໃຫ້ພວກເຮົານັ່ງກັບພຣະອົງໃນສະຫວັນສະຖານໃນພຣະຄຣິດເຈົ້າເຢຊູ, 7 ເພື່ອວ່າໃນຍຸກທີ່ຈະມາເຖິງ ພຣະອົງຈະໄດ້ສະແດງຄວາມອຸດົມສົມບູນອັນຫາທີ່ປຽບບໍ່ໄດ້ເຖິງພຣະຄຸນຂອງພຣະອົງ, ເຊິ່ງໄດ້ສະແດງອອກດ້ວຍຄວາມເມດຕາຂອງພຣະອົງທີ່ມີຕໍ່ພວກເຮົາໃນພຣະຄຣິດເຈົ້າເຢຊູ. 8 ດ້ວຍວ່າ ພວກເຈົ້າໄດ້ຮັບຄວາມພົ້ນນັ້ນກໍໂດຍພຣະຄຸນຜ່ານທາງຄວາມເຊື່ອ ແລະ ຄວາມລອດພົ້ນນີ້ບໍ່ໄດ້ມາຈາກພວກເຈົ້າເອງ, ແຕ່ເປັນຂອງປະທານຈາກພຣະເຈົ້າ 9 ບໍ່ແມ່ນໂດຍການປະຕິບັດ, ດັ່ງນັ້ນເພື່ອວ່າບໍ່ໃຫ້ຜູ້ໃດສາມາດອວດໄດ້. 10 ເພາະພວກເຮົາເປັນຜົນງານຂອງພຣະເຈົ້າ ເຊິ່ງໄດ້ສ້າງຂຶ້ນໃນພຣະຄຣິດເຈົ້າເຢຊູ ເພື່ອໃຫ້ເຮັດການດີທີ່ພຣະເຈົ້າໄດ້ຈັດຕຽມໄວ້ລ່ວງໜ້າເພື່ອໃຫ້ພວກເຮົາປະຕິບັດ. ຄົນຢິວ ແລະ ຄົນຕ່າງຊາດໄດ້ຮັບການຄືນດີໂດຍທາງພຣະຄຣິດເຈົ້າ 11 ເຫດສະນັ້ນ, ຈົ່ງລະນຶກວ່າແຕ່ກ່ອນພວກເຈົ້າເຄີຍເປັນຄົນຕ່າງຊາດໂດຍກຳເນີດ ແລະ ເປັນບັນດາຜູ້ທີ່ເອີ້ນຕົນເອງວ່າ “ຝ່າຍຮັບພິທີຕັດ” (ເຊິ່ງໄດ້ເຮັດໃນຮ່າງກາຍດ້ວຍມືມະນຸດ) ເອີ້ນພວກເຈົ້າວ່າ “ຝ່າຍບໍ່ຮັບພິທີຕັດ” 12 ຈົ່ງລະນຶກວ່າໃນເວລານັ້ນພວກເຈົ້າໄດ້ແຍກອອກຈາກພຣະຄຣິດເຈົ້າ, ບໍ່ໄດ້ເປັນພົນລະເມືອງຂອງອິດສະຣາເອນ ແລະ ເປັນຄົນຕ່າງດ້າວຢູ່ນອກບັນດາພັນທະສັນຍາທີ່ສັນຍາໄວ້, ບໍ່ມີຄວາມຫວັງ ແລະ ຢູ່ໃນໂລກນີ້ໂດຍບໍ່ມີພຣະເຈົ້າ. 13 ແຕ່ບັດນີ້ ພວກເຈົ້າທັງຫລາຍຢູ່ໃນພຣະຄຣິດເຈົ້າເຢຊູ ເຊິ່ງເມື່ອກ່ອນນັ້ນເຄີຍຢູ່ໄກແຕ່ໄດ້ຖືກນຳເຂົ້າມາໃກ້ແລ້ວໂດຍໂລຫິດຂອງພຣະຄຣິດເຈົ້າ. 14 ເພາະພຣະອົງເອງເປັນສັນຕິສຸກຂອງພວກເຮົາ ຜູ້ທີ່ເຮັດໃຫ້ທັງສອງຝ່າຍເຂົ້າເປັນກາຍດຽວກັນ ແລະ ທຳລາຍສິ່ງກີດຂວາງ ຄືກຳແພງແຫ່ງການແບ່ງແຍກຂອງສັດຕູນັ້ນ, 15 ໂດຍການຍົກເລີກກົດບັນຍັດພ້ອມກັບຄຳສັ່ງ ແລະ ກົດລະບຽບຕ່າງໆດ້ວຍຮ່າງກາຍຂອງພຣະອົງ. ຈຸດປະສົງຂອງພຣະອົງກໍເພື່ອສ້າງຂຶ້ນໃຫ້ເປັນມະນຸດໃໝ່ຄົນດຽວກັນໃນພຣະອົງເອງໂດຍບໍ່ມີສອງຝ່າຍ, ດັ່ງນັ້ນຈຶ່ງເປັນການສ້າງສັນຕິສຸກ, 16 ແລະ ໃນກາຍດຽວກັນນີ້ທັງສອງຝ່າຍຈຶ່ງຄືນດີກັນກັບພຣະເຈົ້າຜ່ານທາງໄມ້ກາງແຂນ, ໂດຍທີ່ພຣະອົງໄດ້ທຳລາຍຄວາມເປັນສັດຕູກັນຂອງພວກເຂົາ. 17 ພຣະອົງໄດ້ມາ ແລະ ໄດ້ປະກາດສັນຕິສຸກແກ່ພວກເຈົ້າທັງຫລາຍທີ່ຢູ່ໄກ ແລະ ແກ່ບັນດາຜູ້ທີ່ຢູ່ໃກ້. 18 ເພາະໂດຍທາງພຣະອົງພວກເຮົາທັງສອງຈຶ່ງໄດ້ເຂົ້າເຖິງພຣະບິດາເຈົ້າໂດຍພຣະວິນຍານອົງດຽວກັນ. 19 ດັ່ງນັ້ນ ພວກເຈົ້າຈຶ່ງບໍ່ແມ່ນຄົນຕ່າງດ້າວ ແລະ ຄົນແປກໜ້າອີກຕໍ່ໄປ, ແຕ່ເປັນພົນລະເມືອງດຽວກັບບັນດາຄົນຂອງພຣະເຈົ້າ ແລະ ເປັນສະມາຊິກໃນຄອບຄົວຂອງພຣະອົງເໝືອນກັນ, 20 ເຊິ່ງໄດ້ຮັບການສ້າງຂຶ້ນເທິງຮາກຖານຂອງບັນດາອັກຄະສາວົກ ແລະ ບັນດາຜູ້ທຳນວາຍ, ໂດຍມີພຣະຄຣິດເຈົ້າເຢຊູພຣະອົງເອງເປັນຫີນເສົາເອກ. 21 ໃນພຣະອົງອາຄານທັງໝົດກໍຖືກເຊື່ອມຕໍ່ເຂົ້າກັນ ແລະ ຖືກຍົກຂຶ້ນເພື່ອເປັນວິຫານອັນສັກສິດໃນອົງພຣະຜູ້ເປັນເຈົ້າ. 22 ແລະ ໃນພຣະອົງນັ້ນ ພວກເຈົ້າກໍເໝືອນກັນ ພວກເຈົ້າກຳລັງຮັບການສ້າງຂຶ້ນດ້ວຍກັນເພື່ອໃຫ້ກາຍເປັນບ່ອນສະຖິດທີ່ພຣະເຈົ້າສະຖິດຢູ່ໂດຍພຣະວິນຍານຂອງພຣະອົງ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.