ໂກໂລຊາຍ 4 - ພຣະຄຳພີລາວສະບັບສະໄໝໃໝ່1 ຝ່າຍນາຍທັງຫລາຍ ຈົ່ງປະຕິບັດຕໍ່ຂ້າທາດຂອງຕົນຢ່າງຖືກຕ້ອງ ແລະ ຍຸຕິທຳ ເພາະພວກເຈົ້າຮູ້ຢູ່ວ່າພວກເຈົ້າກໍມີນາຍອົງໜຶ່ງຢູ່ໃນສະຫວັນເໝືອນກັນ. ຄຳແນະນໍາເພີ່ມເຕີມ 2 ຈົ່ງອຸທິດຕົນໃນການອະທິຖານ, ຈົ່ງເຝົ້າລະວັງ ແລະ ໂມທະນາຂອບພຣະຄຸນ. 3 ແລະ ຈົ່ງອະທິຖານເພື່ອພວກເຮົາດ້ວຍ ຂໍໃຫ້ພຣະເຈົ້າເປີດປະຕູສຳລັບຂໍ້ຄວາມຂອງພວກເຮົາ ເພື່ອພວກເຮົາຈະໄດ້ປະກາດຂໍ້ເລິກລັບຂອງພຣະຄຣິດເຈົ້າ, ການທີ່ເຮົາຖືກຈໍາຈອງຢູ່ກໍເພາະເລື່ອງນີ້ແຫລະ. 4 ຈົ່ງອະທິຖານເພື່ອວ່າເຮົາຈະໄດ້ປະກາດຂໍ້ເລິກລັບນັ້ນຢ່າງຈະແຈ້ງຕາມທີ່ເຮົາຄວນຈະກ່າວ. 5 ຈົ່ງສະຫລາດໃນການປະຕິບັດຕໍ່ຄົນພາຍນອກ ຈົ່ງໃຊ້ທຸກໂອກາດໃຫ້ເປັນປະໂຫຍດທີ່ສຸດ. 6 ຈົ່ງໃຫ້ວາຈາຂອງພວກເຈົ້າເຕັມດ້ວຍພຣະຄຸນຢູ່ສະເໝີ, ປະສົມດ້ວຍເກືອ ເພື່ອວ່າພວກເຈົ້າຈະໄດ້ຮູ້ວ່າຄວນຕອບທຸກຄົນຢ່າງໃດ. ຄຳທັກທາຍສຸດທ້າຍ 7 ຕີຂີໂກ ຈະແຈ້ງຂ່າວທັງໝົດກ່ຽວກັບເຮົາໃຫ້ພວກເຈົ້າຮູ້. ລາວເປັນນ້ອງຮັກ, ເປັນຜູ້ຮັບໃຊ້ທີ່ສັດຊື່ ແລະ ເປັນເພື່ອນຮ່ວມຮັບໃຊ້ໃນອົງພຣະຜູ້ເປັນເຈົ້າ. 8 ເຮົາກຳລັງສົ່ງລາວມາຫາພວກເຈົ້າກໍເພື່ອຈຸດປະສົງທີ່ຊັດເຈນທີ່ພວກເຈົ້າຈະໄດ້ຮູ້ກ່ຽວກັບສະພາບການຂອງພວກເຮົາ ແລະ ເພື່ອລາວຈະໄດ້ໜູນໃຈພວກເຈົ້າ. 9 ລາວຈະມາພ້ອມກັບໂອເນຊີໂມ ນ້ອງຮັກ ແລະ ສັດຊື່ຂອງພວກເຮົາ, ລາວເປັນຄົນໜຶ່ງໃນພວກເຈົ້າ. ພວກເຂົາຈະບອກທຸກຢ່າງທີ່ເກີດຂຶ້ນຢູ່ທີ່ນີ້ໃຫ້ພວກເຈົ້າຟັງ. 10 ອາຣິດຕາໂຂ ເພື່ອນນັກໂທດຂອງເຮົາ ແລະ ມາຣະໂກ ຍາດພີ່ນ້ອງຂອງບາຣະນາບາ ກໍຝາກຄວາມຄິດເຖິງມາຍັງພວກເຈົ້າເໝືອນກັນ. (ພວກເຈົ້າຄົງໄດ້ຮັບຄຳແນະນໍາແລ້ວວ່າໃຫ້ຕ້ອນຮັບມາຣະໂກຖ້າລາວມາຫາພວກເຈົ້າ.) 11 ແລະ ເຢຊູ ຜູ້ທີ່ຄົນເອີ້ນກັນວ່າຢູສະໂຕ ກໍຝາກຄວາມຄິດເຖິງມາຍັງພວກເຈົ້າເໝືອນກັນ. ມີພຽງແຕ່ຄົນເຫລົ່ານີ້ເທົ່ານັ້ນທີ່ເປັນຄົນຢິວໃນທ່າມກາງເພື່ອນຮ່ວມງານຂອງເຮົາເພື່ອອານາຈັກຂອງພຣະເຈົ້າ ແລະ ພວກເຂົາໄດ້ໜູນໃຈເຮົາຫລາຍ. 12 ເອປາຟາ ຜູ້ເປັນຄົນໜຶ່ງໃນພວກເຈົ້າ ແລະ ເປັນຜູ້ຮັບໃຊ້ຂອງພຣະຄຣິດເຈົ້າເຢຊູກໍຝາກຄວາມຄິດເຖິງມາຍັງພວກເຈົ້າເໝືອນກັນ. ເພິ່ນໄດ້ປ້ຳສູ້ອະທິຖານເພື່ອພວກເຈົ້າຢູ່ສະເໝີ ເພື່ອໃຫ້ພວກເຈົ້າຕັ້ງໝັ້ນຄົງຢູ່ໃນຄວາມປະສົງຂອງພຣະເຈົ້າ, ເປັນຜູ້ໃຫຍ່ ແລະ ມີຄວາມໝັ້ນໃຈຢ່າງເຕັມສ່ວນ. 13 ເຮົາເປັນພະຍານຝ່າຍເພິ່ນໄດ້ວ່າເພິ່ນທຳງານໜັກໜ່ວງເພື່ອພວກເຈົ້າ ແລະ ເພື່ອຄົນທັງຫລາຍທີ່ຢູ່ເມືອງລາວດີເກອາ ແລະ ທັງຄົນທີ່ຢູ່ເມືອງເຮຍຣາໂປລີ. 14 ລູກາ ເພື່ອນທີ່ຮັກຂອງພວກເຮົາຜູ້ເປັນໝໍ ແລະ ເດມາ ກໍຝາກຄວາມຄິດເຖິງມາຍັງພວກເຈົ້າ. 15 ເຮົາຂໍຝາກຄວາມຄິດເຖິງໄປຍັງພີ່ນ້ອງທັງຫລາຍທີ່ຢູ່ເມືອງລາວດີເກອາ ແລະ ເຖິງນາງນິມຟາ ແລະ ຄຣິສຕະຈັກທີ່ຢູ່ໃນເຮືອນຂອງນາງເໝືອນກັນ. 16 ຫລັງຈາກໄດ້ອ່ານຈົດໝາຍສະບັບນີ້ແລ້ວ ໃຫ້ສັງເກດວ່າມີການອ່ານຈົດໝາຍນີ້ໃນຄຣິສຕະຈັກທີ່ຢູ່ເມືອງລາວດີເກອາເໝືອນກັນ ແລະ ຂະນະດຽວກັນກໍຂໍໃຫ້ພວກເຈົ້າຮັບຈົດໝາຍຈາກເມືອງລາວດີເກອາມາອ່ານເໝືອນກັນ. 17 ຈົ່ງບອກອາຂີໂປວ່າ: “ຈົ່ງເຮັດພັນທະກິດທີ່ເຈົ້າໄດ້ຮັບມອບໝາຍໃນອົງພຣະຜູ້ເປັນເຈົ້າໃຫ້ສຳເລັດ”. 18 ເຮົາໂປໂລ ຂຽນຄຳທັກທາຍດ້ວຍມືຂອງເຮົາເອງ. ຂໍໃຫ້ລະນຶກເຖິງໂສ້ຂອງເຮົາດ້ວຍ. ຂໍໃຫ້ພຣະຄຸນຈົ່ງສະຖິດຢູ່ກັບພວກເຈົ້າທັງຫລາຍ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.