ໂກໂລຊາຍ 3 - ພຣະຄຳພີລາວສະບັບສະໄໝໃໝ່ດຳເນີນຊີວິດເໝືອນຜູ້ທີ່ຖືກເຮັດໃຫ້ມີຊີວິດໃນພຣະຄຣິດເຈົ້າ 1 ຖ້າພວກເຈົ້າໄດ້ຮັບການເຮັດໃຫ້ເປັນຄືນມາດ້ວຍກັນກັບພຣະຄຣິດເຈົ້າແລ້ວ ກໍຈົ່ງໃຫ້ໃຈຂອງພວກເຈົ້າຈົດຈໍ່ກັບສິ່ງທີ່ຢູ່ເບື້ອງເທິງ ບ່ອນທີ່ພຣະຄຣິດເຈົ້ານັ່ງຢູ່ເບື້ອງຂວາມືຂອງພຣະເຈົ້າ. 2 ຈົ່ງໃຫ້ຄວາມຄິດຂອງພວກເຈົ້າຈົດຈໍ່ຢູ່ກັບສິ່ງທີ່ຢູ່ເບື້ອງເທິງບໍ່ແມ່ນສິ່ງທີ່ຢູ່ເທິງແຜ່ນດິນໂລກ. 3 ດ້ວຍວ່າ ພວກເຈົ້າໄດ້ຕາຍແລ້ວ ແລະ ບັດນີ້ຊີວິດຂອງພວກເຈົ້າກໍຖືກເຊື່ອງຊ້ອນໄວ້ດ້ວຍກັນກັບພຣະຄຣິດເຈົ້າໃນພຣະເຈົ້າ. 4 ເມື່ອໃດທີ່ພຣະຄຣິດເຈົ້າຜູ້ເປັນຊີວິດຂອງພວກເຈົ້າມາປາກົດ ເມື່ອນັ້ນແຫລະ ພວກເຈົ້າກໍຈະໄດ້ມາປາກົດພ້ອມກັບພຣະອົງໃນສະຫງ່າລາສີຂອງພຣະອົງ. 5 ເຫດສະນັ້ນ ຈົ່ງຂ້າຕັນຫາຝ່າຍໂລກຂອງພວກເຈົ້າຄື: ການຜິດສິນທຳທາງເພດ, ຄວາມບໍ່ສະອາດ, ລາຄະຕັນຫາ, ຄວາມປາຖະໜາຊົ່ວ ແລະ ຄວາມໂລບ ເຊິ່ງເປັນການຂາບໄຫວ້ຮູບເຄົາລົບ. 6 ເພາະສິ່ງເຫລົ່ານີ້ ຄວາມໂກດຮ້າຍຂອງພຣະເຈົ້າກຳລັງຈະມາເຖິງ. 7 ເມື່ອກ່ອນພວກເຈົ້າເຄີຍດຳເນີນຊີວິດໃນທາງເຫລົ່ານີ້ 8 ແຕ່ບັດນີ້ ພວກເຈົ້າຈົ່ງກຳຈັດສິ່ງເຫລົ່ານີ້ທັງໝົດຈາກພວກເຈົ້າຄື: ຄວາມໃຈຮ້າຍ, ຄວາມໂກດແຄ້ນ, ການຄິດປອງຮ້າຍ, ການໃສ່ຮ້າຍປ້າຍສີ ແລະ ຄຳເວົ້າເປື້ອນເປິຈາກປາກຂອງພວກເຈົ້າ. 9 ຢ່າເວົ້າຕົວະຕໍ່ກັນ ເພາະພວກເຈົ້າໄດ້ຖອດຖິ້ມສະພາບມະນຸດຄົນເກົ່າພ້ອມກັບຄວາມປະພຶດແບບເກົ່າຖິ້ມແລ້ວ 10 ແລະ ສວມສະພາບມະນຸດຄົນໃໝ່ ເຊິ່ງພຣະເຈົ້າກຳລັງສ້າງຂຶ້ນໃໝ່ຕາມແບບລັກສະນະຂອງພຣະຜູ້ສ້າງເພື່ອໃຫ້ພວກເຈົ້າຮູ້ຈັກພຣະອົງຫລາຍຂຶ້ນ. 11 ດັ່ງນັ້ນ ຈຶ່ງບໍ່ມີຄົນຕ່າງຊາດ ຫລື ຄົນຢິວ, ຮັບພິທີຕັດ ຫລື ບໍ່ຮັບພິທີຕັດ, ຄົນປ່າເຖື່ອນ, ຂ້າທາດ ຫລື ອິດສະຫລະ ແຕ່ພຣະຄຣິດເຈົ້າເປັນທຸກສິ່ງ ແລະ ຢູ່ໃນທຸກຄົນ. 12 ເຫດສະນັ້ນ, ໃນຖານະທີ່ເປັນຄົນທີ່ພຣະເຈົ້າເລືອກ, ເປັນຜູ້ບໍລິສຸດ ແລະ ເປັນທີ່ຮັກຂອງພຣະອົງ, ຈົ່ງສວມໂຕເອງດ້ວຍຄວາມເມດຕາ, ຄວາມປານີ, ຄວາມຖ່ອມຕົວ, ຄວາມອ່ອນສຸພາບ ແລະ ຄວາມອົດທົນ. 13 ຈົ່ງອົດທົນຕໍ່ກັນ ແລະ ຖ້າຜູ້ໃດມີເລື່ອງຕໍ່ກັນກໍຈົ່ງຍົກໂທດໃຫ້ກັນ, ຈົ່ງຍົກໂທດໃຫ້ກັນເໝືອນທີ່ອົງພຣະຜູ້ເປັນເຈົ້າໄດ້ຍົກໂທດໃຫ້ພວກເຈົ້າ. 14 ແລະ ຈົ່ງສວມຄວາມຮັກທັບຄຸນງາມຄວາມດີທັງໝົດນີ້ ເຊິ່ງຜູກມັດສິ່ງເຫລົ່ານີ້ທັງໝົດໃຫ້ເປັນອັນໜຶ່ງອັນດຽວກັນຢ່າງສົມບູນ. 15 ຈົ່ງໃຫ້ສັນຕິສຸກຂອງພຣະຄຣິດເຈົ້າປົກຄອງຢູ່ໃນຈິດໃຈຂອງພວກເຈົ້າເພາະພຣະເຈົ້າເອີ້ນພວກເຈົ້າມາເປັນອະໄວຍະວະຂອງກາຍດຽວກັນ ເພື່ອພວກເຈົ້າຈະໄດ້ຮັບສັນຕິສຸກນີ້ ແລະ ຈົ່ງມີໃຈຂອບພຣະຄຸນ. 16 ຈົ່ງໃຫ້ພຣະຄຳຂອງພຣະຄຣິດເຈົ້າສະຖິດຢູ່ທ່າມກາງພວກເຈົ້າຢ່າງບໍລິບູນຂະນະທີ່ພວກເຈົ້າສັ່ງສອນ ແລະ ເຕືອນສະຕິກັນແລະກັນດ້ວຍປັນຍາທຸກຢ່າງ, ຈົ່ງຮ້ອງເພງດ້ວຍເພງສັນລະເສີນ, ເພງນະມັດສະການ ແລະ ບົດເພງຈາກພຣະວິນຍານ, ຈົ່ງຮ້ອງເພງຖວາຍແກ່ພຣະເຈົ້າດ້ວຍໃຈກະຕັນຍູຕໍ່ພຣະເຈົ້າ. 17 ແລະ ສິ່ງໃດກໍຕາມທີ່ພວກເຈົ້າເຮັດ ບໍ່ວ່າຈະດ້ວຍວາຈາ ຫລື ດ້ວຍການກະທຳ ຈົ່ງເຮັດທຸກສິ່ງໃນນາມຂອງພຣະເຢຊູເຈົ້າອົງພຣະຜູ້ເປັນເຈົ້າ, ໂມທະນາຂອບພຣະຄຸນພຣະເຈົ້າພຣະບິດາໂດຍທາງພຣະອົງນັ້ນ. ຄຳແນະນໍາສຳລັບຄອບຄົວຄຣິສຕຽນ ( ອຟຊ 5:22–6:9 ) 18 ຝ່າຍເມຍທັງຫລາຍ ຈົ່ງຍອມເຊື່ອຟັງຜົວຂອງຕົນ ເຊິ່ງເປັນສິ່ງທີ່ເໝາະສົມໃນອົງພຣະຜູ້ເປັນເຈົ້າ. 19 ຝ່າຍຜົວທັງຫລາຍ ຈົ່ງຮັກເມຍຂອງຕົນ ແລະ ຢ່າເຮັດຄວາມຮຸນແຮງຕໍ່ນາງ. 20 ຝ່າຍລູກທັງຫລາຍ ຈົ່ງເຊື່ອຟັງພໍ່ແມ່ຂອງຕົນໃນທຸກສິ່ງ ເພາະສິ່ງນີ້ເຮັດໃຫ້ອົງພຣະຜູ້ເປັນເຈົ້າພໍໃຈ. 21 ຝ່າຍພໍ່ທັງຫລາຍ ຢ່າເຮັດໃຫ້ລູກຂອງຕົນຂັດເຄືອງໃຈ ບໍ່ດັ່ງນັ້ນພວກເຂົາຈະທໍ້ຖອຍໃຈ. 22 ຝ່າຍຂ້າທາດທັງຫລາຍ ຈົ່ງຍອມເຊື່ອຟັງນາຍຝ່າຍໂລກຂອງຕົນໃນທຸກສິ່ງ ແລະ ຈົ່ງເຮັດຢ່າງນີ້ບໍ່ແມ່ນພຽງແຕ່ຢູ່ຕໍ່ໜ້າ ຫລື ເຮັດເພື່ອເອົາໃຈເທົ່ານັ້ນ ແຕ່ເຮັດດ້ວຍຄວາມຈິງໃຈ ແລະ ດ້ວຍຄວາມຢຳເກງອົງພຣະຜູ້ເປັນເຈົ້າ. 23 ບໍ່ວ່າພວກເຈົ້າທັງຫລາຍຈະເຮັດສິ່ງໃດກໍຕາມ ຈົ່ງທຸ້ມເທເຮັດດ້ວຍສຸດໃຈເໝືອນເຮັດເພື່ອອົງພຣະຜູ້ເປັນເຈົ້າ ບໍ່ແມ່ນເຮັດເພື່ອນາຍທີ່ເປັນມະນຸດ, 24 ເພາະພວກເຈົ້າກໍຮູ້ແລ້ວວ່າພວກເຈົ້າຈະໄດ້ຮັບມໍລະດົກຈາກອົງພຣະຜູ້ເປັນເຈົ້າເປັນລາງວັນ. ພຣະຄຣິດເຈົ້າອົງພຣະຜູ້ເປັນເຈົ້ານີ້ແຫລະຄືຜູ້ທີ່ພວກເຈົ້າກຳລັງຮັບໃຊ້ຢູ່. 25 ຜູ້ໃດທີ່ເຮັດຜິດກໍຈະໄດ້ຮັບຜົນຕອບສະໜອງຕາມຄວາມຜິດຂອງຕົນ ແລະ ຈະບໍ່ມີການລຳອຽງເຂົ້າຂ້າງຜູ້ໃດ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.