ໂກໂລຊາຍ 2 - ພຣະຄຳພີລາວສະບັບສະໄໝໃໝ່1 ເຮົາຢາກໃຫ້ພວກເຈົ້າຮູ້ວ່າເຮົາກຳລັງຕໍ່ສູ້ຫລາຍເທົ່າໃດເພື່ອພວກເຈົ້າ, ເພື່ອພວກພີ່ນ້ອງຊາວເມືອງລາວດີເກອາ ແລະ ເພື່ອທຸກຄົນທີ່ຍັງບໍ່ເຄີຍພົບເຮົາເປັນການສ່ວນໂຕເລີຍ. 2 ເປົ້າໝາຍຂອງເຮົາກໍຄືໃຫ້ພວກເຂົາໄດ້ຮັບການໜູນໃຈໃນໃຈ ແລະ ເປັນອັນໜຶ່ງອັນດຽວກັນໃນຄວາມຮັກ, ເພື່ອວ່າພວກເຂົາຈະເຕັມລົ້ນດ້ວຍຄວາມເຂົ້າໃຈອັນຄົບຖ້ວນ ເພື່ອວ່າພວກເຂົາຈະໄດ້ຮູ້ເຖິງຂໍ້ເລິກລັບຂອງພຣະເຈົ້າ ຄືພຣະຄຣິດເຈົ້າ, 3 ເຊິ່ງຊັບສົມບັດແຫ່ງສະຕິປັນຍາ ແລະ ຄວາມຮູ້ທັງໝົດເຊື່ອງຊ້ອນໄວ້ໃນພຣະອົງ. 4 ເຮົາກ່າວຢ່າງນີ້ກໍເພື່ອບໍ່ໃຫ້ຜູ້ໃດລໍ້ລວງພວກເຈົ້າດ້ວຍຖ້ອຍຄຳອັນໜ້າເຊື່ອຖື. 5 ເພາະເຖິງແມ່ນວ່າຮ່າງກາຍຂອງເຮົາບໍ່ຢູ່ກັບພວກເຈົ້າ ແຕ່ຈິດໃຈຂອງເຮົາກໍຢູ່ກັບພວກເຈົ້າ ແລະ ມີຄວາມຊື່ນຊົມຍິນດີທີ່ໄດ້ເຫັນພວກເຈົ້າພາກັນຢູ່ຢ່າງຮຽບຮ້ອຍ ແລະ ເຫັນຄວາມເຊື່ອອັນໝັ້ນຄົງຂອງພວກເຈົ້າໃນພຣະຄຣິດເຈົ້າ. ຄວາມສົມບູນຝ່າຍວິນຍານໃນພຣະຄຣິດເຈົ້າ 6 ດັ່ງນັ້ນ ໃນເມື່ອພວກເຈົ້າໄດ້ຮັບເອົາພຣະຄຣິດເຈົ້າເຢຊູເປັນອົງພຣະຜູ້ເປັນເຈົ້າແລ້ວກໍຈົ່ງດຳເນີນຊີວິດໃນພຣະອົງຕໍ່ໄປ, 7 ຈົ່ງຢັ່ງຮາກ ແລະ ຮັບການສ້າງຂຶ້ນໃນພຣະອົງ, ຈົ່ງເຂັ້ມແຂງໃນຄວາມເຊື່ອຕາມທີ່ພວກເຈົ້າໄດ້ຮັບການສອນມາ ແລະ ເຕັມລົ້ນດ້ວຍການຂອບພຣະຄຸນ. 8 ຈົ່ງລະວັງໃຫ້ດີ ຢ່າໃຫ້ຜູ້ໃດຈັບພວກເຈົ້າໄປເປັນຊະເລີຍດ້ວຍປັດຊະຍາອັນບໍ່ມີແກ່ນສານ ແລະ ຫລອກລວງ ເຊິ່ງອາໄສປະເພນີຂອງມະນຸດທີ່ສືບທອດກັນມາ ແລະ ຫລັກການພື້ນຖານຕ່າງໆຂອງໂລກນີ້ແທນທີ່ຈະອາໄສພຣະຄຣິດເຈົ້າ. 9 ເພາະໃນພຣະຄຣິດເຈົ້ານັ້ນ ລັກສະນະທັງໝົດຂອງພຣະເຈົ້າກໍດໍາລົງຢູ່ຢ່າງເຕັມບໍລິບູນໃນກາຍຂອງພຣະອົງ 10 ແລະ ໃນພຣະອົງພວກເຈົ້າໄດ້ຮັບຄວາມບໍລິບູນ. ພຣະອົງເປັນຫົວເໜືອອຳນາດ ແລະ ຜູ້ມີອຳນາດທັງໝົດ. 11 ໃນພຣະອົງ ພວກເຈົ້າຍັງໄດ້ຮັບພິທີຕັດແລ້ວດ້ວຍການປະຖິ້ມທຳມະຊາດບາບ ເປັນພິທີຕັດທີ່ບໍ່ໄດ້ເຮັດດ້ວຍມືມະນຸດແຕ່ເຮັດໂດຍພຣະຄຣິດເຈົ້າ, 12 ພວກເຈົ້າຖືກຝັງໄວ້ກັບພຣະອົງໃນພິທີບັບຕິສະມາ ແລະ ໃຫ້ພວກເຈົ້າເປັນຄືນມາຈາກຕາຍດ້ວຍກັນກັບພຣະອົງຜ່ານທາງຄວາມເຊື່ອຂອງພວກເຈົ້າໃນການທຳງານຂອງພຣະເຈົ້າຜູ້ໃຫ້ພຣະອົງເປັນຄືນມາຈາກຕາຍ. 13 ເມື່ອພວກເຈົ້າໄດ້ຕາຍແລ້ວໃນຄວາມບາບຂອງພວກເຈົ້າ ແລະ ໃນການບໍ່ໄດ້ຮັບພິທີຕັດຝ່າຍເນື້ອກາຍຂອງພວກເຈົ້າ ພຣະເຈົ້າໄດ້ເຮັດໃຫ້ພວກເຈົ້າມີຊີວິດຢູ່ກັບພຣະຄຣິດເຈົ້າ, ພຣະອົງໃຫ້ອະໄພຄວາມບາບທັງໝົດຂອງພວກເຮົາ, 14 ພຣະອົງຍົກເລີກໜັງສືສັນຍາທີ່ຜູກມັດພວກເຮົາດ້ວຍກົດເກນຕ່າງໆ ເຊິ່ງຂັດຂວາງ ແລະ ຕໍ່ຕ້ານພວກເຮົາ ພຣະອົງເອົາໜັງສືນີ້ອອກໄປຄຶງໄວ້ທີ່ໄມ້ກາງແຂນ. 15 ແລະ ໄດ້ປົດອຳນາດ ແລະ ຜູ້ມີອຳນາດທັງຫລາຍລົງ, ພຣະອົງໄດ້ປະຈານພວກເຂົາຢ່າງເປີດເຜີຍ ແລະ ເອົາຊະນະພວກເຂົາໂດຍໄມ້ກາງແຂນນັ້ນ. ເສລີພາບຈາກກົດເກນຂອງມະນຸດ 16 ເຫດສະນັ້ນ ຢ່າໃຫ້ຜູ້ໃດຕັດສິນພວກເຈົ້າໃນເລື່ອງການກິນ ຫລື ການດື່ມ ຫລື ກ່ຽວກັບວັນເທດສະການທາງສາສະໜາ ຫລື ໃນເລື່ອງງານສະຫລອງວັນເດືອນອອກໃໝ່ ຫລື ໃນເລື່ອງວັນຊະບາໂຕ. 17 ສິ່ງເຫລົ່ານີ້ເປັນພຽງເງົາຂອງສິ່ງທີ່ຈະມາພາຍຫລັງ ສ່ວນຄວາມຈິງແທ້ແມ່ນພົບຢູ່ໃນພຣະຄຣິດເຈົ້າ. 18 ຢ່າໃຫ້ຜູ້ໃດທີ່ຊື່ນຊົມກັບການເຮັດທ່າທີຄືຖ່ອມໂຕ ແລະ ການຂາບໄຫວ້ເທວະດາເຮັດໃຫ້ພວກເຈົ້າໝົດສິດຮັບລາງວັນ. ຄົນຢ່າງນັ້ນໄຝ່ຝັນເຖິງແຕ່ສິ່ງທີ່ພວກເຂົາໄດ້ເຫັນ. ພວກເຂົາອວດໂຕຂຶ້ນດ້ວຍຄວາມຄິດໄຮ້ສາລະຕາມຈິດໃຈຝ່າຍເນື້ອໜັງ. 19 ພວກເຂົາໄດ້ສູນເສຍການເຊື່ອມຕໍ່ກັບຫົວ ເຊິ່ງຮ່າງກາຍທັງໝົດກໍໄດ້ຮັບການບຳລຸງລ້ຽງ ແລະ ປະສານເຂົ້າກັນໄວ້ດ້ວຍຂໍ້ ແລະ ເອັນຕ່າງໆ ຈຶ່ງຈະເລີນເຕີບໂຕຂຶ້ນຕາມທີ່ພຣະເຈົ້າໃຫ້ຈະເລີນເຕີບໂຕຂຶ້ນ. 20 ໃນເມື່ອພວກເຈົ້າໄດ້ຕາຍກັບພຣະຄຣິດເຈົ້າ ພົ້ນຈາກຫລັກການພື້ນຖານຕ່າງໆຂອງໂລກນີ້ແລ້ວ, ເປັນຫຍັງພວກເຈົ້າຈຶ່ງຍັງເປັນຂອງຝ່າຍໂລກ, ເປັນຫຍັງພວກເຈົ້າຈຶ່ງຍັງປະຕິບັດຕາມກົດເກນເຫລົ່ານີ້ທີ່ວ່າ: 21 “ຢ່າຈັບ! ຢ່າຊິມ! ຢ່າແຕະຕ້ອງ!” 22 ກົດເກນເຫລົ່ານີ້ຖືກກຳນົດໃຫ້ເສື່ອມສູນໄປເມື່ອໃຊ້ມັນ ເຊິ່ງຕັ້ງຢູ່ເທິງຄຳສັ່ງ ແລະ ຄຳສອນຂອງມະນຸດ. 23 ຄວາມຈິງແລ້ວ ກົດເກນເຫລົ່ານີ້ເບິ່ງຄືມີປັນຍາ, ພວກເຂົານະມັດສະການຕາມໃຈທີ່ກຳນົດຂຶ້ນເອງ, ເຮັດທ່າທີຄືຖ່ອມໂຕ ແລະ ທໍລະມານຮ່າງກາຍຂອງຕົນ ແຕ່ສິ່ງເຫລົ່ານີ້ກໍບໍ່ມີປະໂຫຍດອັນໃດໃນການຄວບຄຸມກິເລດຕັນຫາເລີຍ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.