ໂກໂລຊາຍ 1 - ພຣະຄຳພີລາວສະບັບສະໄໝໃໝ່1 ຈົດໝາຍສະບັບນີ້ຈາກເຮົາໂປໂລ, ຜູ້ເປັນອັກຄະສາວົກຂອງພຣະຄຣິດເຈົ້າເຢຊູຕາມຄວາມປະສົງຂອງພຣະເຈົ້າ ແລະ ຕີໂມທຽວນ້ອງຊາຍຂອງພວກເຮົາ, 2 ເຖິງບັນດາຄົນບໍລິສຸດຂອງພຣະເຈົ້າທີ່ເມືອງໂກໂລຊາຍ, ຜູ້ເປັນພີ່ນ້ອງທີ່ສັດຊື່ໃນພຣະຄຣິດເຈົ້າ: ຂໍໃຫ້ພຣະຄຸນ ແລະ ສັນຕິສຸກທີ່ມາຈາກພຣະເຈົ້າພຣະບິດາຂອງພວກເຮົາທັງຫລາຍ ຈົ່ງສະຖິດຢູ່ກັບພວກເຈົ້າທັງຫລາຍ. ໂມທະນາຂອບພຣະຄຸນ ແລະ ຄຳອະທິຖານ 3 ພວກເຮົາຂອບພຣະຄຸນພຣະເຈົ້າພຣະບິດາຂອງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາຢູ່ສະເໝີເມື່ອພວກເຮົາອະທິຖານເພື່ອພວກເຈົ້າ, 4 ເພາະພວກເຮົາໄດ້ຍິນເຖິງຄວາມເຊື່ອຂອງພວກເຈົ້າໃນພຣະຄຣິດເຈົ້າເຢຊູ ແລະ ຄວາມຮັກທີ່ພວກເຈົ້າມີຕໍ່ຄົນຂອງພຣະເຈົ້າທຸກຄົນ 5 ຄືຄວາມເຊື່ອ ແລະ ຄວາມຮັກອັນເກີດຈາກຄວາມຫວັງທີ່ສະສົມໄວ້ສຳລັບພວກເຈົ້າໃນສະຫວັນ ແລະ ເຊິ່ງພວກເຈົ້າເຄີຍໄດ້ຍິນມາແລ້ວໃນຖ້ອຍຄຳແຫ່ງຄວາມຈິງຂອງຂ່າວປະເສີດ 6 ທີ່ໄດ້ມາເຖິງພວກເຈົ້ານັ້ນ. ໃນທຳນອງດຽວກັນນັ້ນ ຂ່າວປະເສີດນີ້ກໍກຳລັງເກີດຜົນ ແລະ ຂະຫຍາຍໄປທົ່ວໂລກ ເໝືອນທີ່ກຳລັງມີຢູ່ໃນທ່າມກາງພວກເຈົ້າຕັ້ງແຕ່ວັນທີ່ພວກເຈົ້າໄດ້ຍິນຂ່າວປະເສີດ ແລະ ເຂົ້າໃຈພຣະຄຸນຂອງພຣະເຈົ້າຢ່າງແທ້ຈິງ. 7 ພວກເຈົ້າໄດ້ຮຽນຮູ້ຂ່າວປະເສີດນັ້ນຈາກເອປາຟາ ເພື່ອນຮ່ວມຮັບໃຊ້ທີ່ຮັກຂອງພວກເຮົາ ຜູ້ຮັບໃຊ້ພຣະຄຣິດເຈົ້າຢ່າງສັດຊື່ແທນພວກເຮົາ 8 ແລະ ຍັງເປັນຜູ້ເລົ່າເຖິງຄວາມຮັກຂອງພວກເຈົ້າໃນພຣະວິນຍານໃຫ້ພວກເຮົາຟັງ. 9 ດ້ວຍເຫດນີ້ ນັບຕັ້ງແຕ່ວັນທີ່ພວກເຮົາໄດ້ຍິນກ່ຽວກັບພວກເຈົ້າ ພວກເຮົາຈຶ່ງໄດ້ອະທິຖານເພື່ອພວກເຈົ້າຕະຫລອດມາບໍ່ເຄີຍຢຸດ. ພວກເຮົາໄດ້ສືບຕໍ່ຂໍພຣະເຈົ້າເຕີມເຕັມພວກເຈົ້າດ້ວຍຄວາມຮູ້ເຖິງຄວາມປະສົງຂອງພຣະອົງໂດຍຜ່ານທາງສະຕິປັນຍາ ແລະ ຄວາມເຂົ້າໃຈທຸກຢ່າງທີ່ມາຈາກພຣະວິນຍານ, 10 ເພື່ອພວກເຈົ້າຈະໄດ້ດຳເນີນຊີວິດໃຫ້ສົມກັບທີ່ເປັນຄົນຂອງອົງພຣະຜູ້ເປັນເຈົ້າ ແລະ ເປັນທີ່ພໍໃຈພຣະອົງໃນທຸກດ້ານຄື: ເກີດຜົນໃນການເຮັດດີທຸກຢ່າງ, ຮູ້ຈັກພຣະເຈົ້າຫລາຍຂຶ້ນ, 11 ມີກຳລັງເຂັ້ມແຂງຂຶ້ນດ້ວຍລິດອຳນາດອັນຮຸ່ງເຮືອງຂອງພຣະອົງ ເພື່ອວ່າພວກເຈົ້າຈະມີຄວາມອົດທົນ ແລະ ຄວາມພະຍາຍາມຫລາຍຂຶ້ນ, 12 ແລະ ໂມທະນາຂອບພຣະຄຸນຢ່າງຊື່ນຊົມຍິນດີຕໍ່ພຣະບິດາເຈົ້າ ຜູ້ທີ່ເຮັດໃຫ້ພວກເຈົ້າເໝາະສົມທີ່ຈະມີສ່ວນໃນມໍລະດົກຂອງຄົນບໍລິສຸດຂອງພຣະອົງໃນອານາຈັກແຫ່ງຄວາມສະຫວ່າງ. 13 ເພາະພຣະອົງໄດ້ຊ່ວຍກອບກູ້ເອົາພວກເຮົາອອກມາຈາກອຳນາດຂອງຄວາມມືດ ແລະ ໄດ້ນຳພວກເຮົາເຂົ້າມາສູ່ອານາຈັກຂອງພຣະບຸດທີ່ຮັກຂອງພຣະອົງ 14 ໃນພຣະບຸດນີ້ພວກເຮົາໄດ້ຮັບການໄຖ່, ຄືໄດ້ຮັບການອະໄພໂທດບາບ. ພຣະບຸດຂອງພຣະເຈົ້າຜູ້ສູງສຸດ 15 ພຣະບຸດເປັນແບບລັກສະນະຂອງພຣະເຈົ້າຜູ້ທີ່ພວກເຮົາບໍ່ສາມາດເບິ່ງເຫັນໄດ້, ເປັນບຸດກົກເໜືອສິ່ງທີ່ສ້າງທັງໝົດ. 16 ເພາະໃນພຣະອົງນັ້ນ ທຸກສິ່ງຖືກສ້າງຂຶ້ນຄື: ສິ່ງຕ່າງໆໃນສະຫວັນ ແລະ ເທິງແຜ່ນດິນໂລກ, ສິ່ງທີ່ຕາເບິ່ງເຫັນໄດ້ ແລະ ສິ່ງທີ່ຕາເບິ່ງເຫັນບໍ່ໄດ້, ຈະເປັນບັນລັງ ຫລື ເປັນລິດອຳນາດ ຫລື ບັນດາຜູ້ປົກຄອງ ຫລື ຜູ້ມີສິດອຳນາດ ທຸກສິ່ງຖືກສ້າງຂຶ້ນໂດຍພຣະອົງ ແລະ ເພື່ອພຣະອົງ. 17 ພຣະອົງດຳລົງຢູ່ກ່ອນທຸກສິ່ງ ແລະ ໃນພຣະອົງທຸກສິ່ງປະສານເຂົ້າຫາກັນ. 18 ພຣະອົງເປັນຫົວຂອງກາຍຄືຄຣິສຕະຈັກ. ພຣະອົງເປັນຈຸດເລີ່ມຕົ້ນ, ພຣະອົງເປັນບຸດກົກທີ່ເປັນຄືນມາຈາກຕາຍເພື່ອວ່າພຣະອົງຈະເປັນຜູ້ສູງສຸດໃນທຸກສິ່ງ. 19 ເພາະວ່າພຣະເຈົ້າພໍໃຈທີ່ຈະໃຫ້ຄວາມບໍລິບູນທັງໝົດຂອງພຣະອົງສະຖິດຢູ່ໃນພຣະບຸດ, 20 ແລະ ໂດຍພຣະອົງນັ້ນຈະໃຫ້ທຸກສິ່ງຄືນດີກັບພຣະອົງ ບໍ່ວ່າສິ່ງນັ້ນຈະຢູ່ເທິງແຜ່ນດິນໂລກ ຫລື ໃນສະຫວັນ, ພຣະອົງຈະເຮັດໃຫ້ມີສັນຕິພາບເກີດຂຶ້ນໂດຍຜ່ານທາງໂລຫິດຂອງພຣະອົງທີ່ຫລັ່ງໄຫລເທິງໄມ້ກາງແຂນ. 21 ຄັ້ງໜຶ່ງ ພວກເຈົ້າທັງຫລາຍເຄີຍຖືກຕັດຂາດຈາກພຣະເຈົ້າ ແລະ ເປັນສັດຕູກັບພຣະອົງທາງດ້ານຈິດໃຈເພາະພຶດຕິກຳຊົ່ວຮ້າຍຂອງພວກເຈົ້າ. 22 ແຕ່ບັດນີ້ ພຣະອົງໄດ້ໃຫ້ພວກເຈົ້າຄືນດີກັບພຣະອົງໂດຍການຕາຍທາງດ້ານຮ່າງກາຍຂອງພຣະຄຣິດເຈົ້າເພື່ອຖວາຍພວກເຈົ້າໃຫ້ເປັນຜູ້ບໍລິສຸດ, ບໍ່ມີຕຳໜິ ແລະ ພົ້ນຈາກຂໍ້ກ່າວຫາຕໍ່ໜ້າພຣະອົງ. 23 ຖ້າພວກເຈົ້າດໍາເນີນຕໍ່ໄປໃນຄວາມເຊື່ອຂອງພວກເຈົ້າ ເຊິ່ງໄດ້ວາງຮາກລົງຢ່າງໝັ້ນຄົງ ແລະ ຖາວອນແລ້ວ ຢ່າໄດ້ໜີຈາກຄວາມຫວັງທີ່ມີຢູ່ໃນຂ່າວປະເສີດ. ນີ້ແມ່ນຂ່າວປະເສີດທີ່ພວກເຈົ້າໄດ້ຍິນ ແລະ ໄດ້ປະກາດແກ່ທຸກຊີວິດທີ່ຢູ່ໃຕ້ສະຫວັນ ແລະ ເຮົາຄືໂປໂລໄດ້ກາຍເປັນຜູ້ຮັບໃຊ້. ງານຂອງໂປໂລສຳລັບຄຣິສຕະຈັກ 24 ບັດນີ້ ເຮົາມີຄວາມຊື່ນຊົມຍິນດີໃນສິ່ງທີ່ເຮົາໄດ້ທົນທຸກເພື່ອພວກເຈົ້າ ແລະ ເຮົາກຳລັງເຕີມການທົນທຸກຂອງພຣະຄຣິດເຈົ້າທີ່ຍັງຂາດຢູ່ໃຫ້ເຕັມໃນຮ່າງກາຍຂອງເຮົາ ເພື່ອເຫັນແກ່ກາຍຂອງພຣະອົງຄືຄຣິສຕະຈັກ. 25 ເຮົາໄດ້ກາຍເປັນຜູ້ຮັບໃຊ້ໃນຄຣິສຕະຈັກຕາມພາລະກິດທີ່ພຣະເຈົ້າໄດ້ມອບໝາຍໃຫ້ເຮົາເຮັດໃນທ່າມກາງພວກເຈົ້າ ເພື່ອໃຫ້ພຣະຄຳຂອງພຣະເຈົ້າປາກົດແຈ້ງຢ່າງຄົບຖ້ວນແກ່ພວກເຈົ້າ. 26 ພຣະຄຳນີ້ຄືຂໍ້ຄວາມອັນເລິກລັບທີ່ຖືກປິດບັງໄວ້ຕະຫລອດຫລາຍຍຸກ ແລະ ຫລາຍເຊັ່ນຄົນ, ແຕ່ບັດນີ້ໄດ້ເປີດເຜີຍໃຫ້ແກ່ຄົນຂອງອົງພຣະຜູ້ເປັນເຈົ້າ. 27 ສຳລັບພວກເຂົາແລ້ວ ພຣະເຈົ້າໄດ້ເລືອກທີ່ຈະເຮັດໃຫ້ຄົນຕ່າງຊາດໄດ້ຮູ້ຈັກຄວາມຮັ່ງມີອັນສະຫງ່າລາສີຂອງຂໍ້ເລິກລັບ ຄືພຣະຄຣິດເຈົ້າສະຖິດຢູ່ໃນພວກເຈົ້າທັງຫລາຍ ເຊິ່ງເປັນຄວາມຫວັງແຫ່ງສະຫງ່າລາສີ. 28 ພຣະອົງນັ້ນແຫລະທີ່ພວກເຮົາປະກາດ, ເຕືອນສະຕິ ແລະ ສັ່ງສອນທຸກຄົນດ້ວຍສະຕິປັນຍາທຸກຢ່າງ ເພື່ອວ່າພວກເຮົາຈະໄດ້ຖວາຍທຸກຄົນໃຫ້ເປັນຜູ້ໃຫຍ່ຄົບຖ້ວນໃນພຣະຄຣິດເຈົ້າ. 29 ເພື່ອຈຸດປະສົງນີ້ແຫລະ ເຮົາຈຶ່ງຕໍ່ສູ້ຢ່າງສຸດກຳລັງທັງໝົດທີ່ພຣະຄຣິດເຈົ້າກຳລັງທຳງານຢ່າງເຂັ້ມແຂງໃນໂຕເຮົາ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.