ກິດຈະການ 8 - ພຣະຄຳພີລາວສະບັບສະໄໝໃໝ່1 ແລະ ໂຊໂລກໍເຫັນພ້ອມກັບການຂ້າຊະເຕຟາໂນ. ໃນວັນນັ້ນ ມີການຂົ່ມເຫັງຄຣິສຕະຈັກຄັ້ງໃຫຍ່ໃນເຢຣູຊາເລັມ ແລະ ພວກລູກສິດທັງໝົດຍົກເວັ້ນພວກອັກຄະສາວົກຕ່າງກໍໄດ້ກະຈັດກະຈາຍໄປທົ່ວແຂວງຢູດາຍ ແລະ ແຂວງຊາມາເຣຍ. ຄຣິສຕະຈັກຖືກຂົ່ມເຫັງ ແລະ ກະຈັດກະຈາຍໄປ 2 ຜູ້ຊາຍບາງຄົນທີ່ຢຳເກງພຣະເຈົ້າໄດ້ນຳເອົາສົບຊະເຕຟາໂນໄປຝັງໄວ້ ແລະ ມີການຮ້ອງໄຫ້ໄວ້ທຸກໃຫ້ເພິ່ນຢ່າງໜັກ. 3 ແຕ່ໂຊໂລນັ້ນກໍເລີ່ມທຳລາຍຄຣິສຕະຈັກ. ເພິ່ນເຂົ້າໄປຕາມບ້ານເຮືອນ, ດຶງລາກເອົາທັງຜູ້ຊາຍ ແລະ ແມ່ຍິງອອກມາແລ້ວເອົາພວກເຂົາໄປຂັງໄວ້ໃນຄຸກ. ຟີລິບໃນຊາມາເຣຍ 4 ບັນດາຜູ້ທີ່ກະຈັດກະຈາຍໄປນັ້ນ ກໍໄດ້ພາກັນປະກາດພຣະຄຳຕາມບ່ອນຕ່າງໆທີ່ພວກເຂົາໄປ. 5 ສ່ວນຟີລິບໄດ້ລົງໄປທີ່ເມືອງໜຶ່ງໃນແຂວງຊາມາເຣຍ ແລະ ປະກາດເລື່ອງພຣະຄຣິດເຈົ້າໃນທີ່ນັ້ນ. 6 ເມື່ອປະຊາຊົນໄດ້ຍິນຟີລິບ ແລະ ໄດ້ເຫັນໝາຍສຳຄັນທີ່ເພິ່ນໄດ້ສະແດງແລ້ວ, ພວກເຂົາທັງໝົດກໍພາກັນຕັ້ງໃຈຟັງສິ່ງທີ່ເພິ່ນກ່າວ. 7 ວິນຍານສົກກະປົກທີ່ສິງຢູ່ໃນຫລາຍຄົນກໍຮ້ອງຂຶ້ນດ້ວຍສຽງດັງ ແລ້ວອອກມາຈາກຄົນເຫລົ່ານັ້ນ ແລະ ຄົນທີ່ເປັນເປ້ຍ ແລະ ຂາເສັ້ງຫລາຍຄົນກໍຫາຍດີເປັນປົກກະຕິ. 8 ດັ່ງນັ້ນ ເມືອງນັ້ນຈຶ່ງເຕັມໄປດ້ວຍຄວາມຍິນດີ. ຊີໂມນໝໍເວດມົນຄາຖາ 9 ໃນເມືອງນີ້ ມີຊາຍຄົນໜຶ່ງຊື່ວ່າຊີໂມນໄດ້ໃຊ້ເວດມົນຄາຖາ ມາໄລຍະໜຶ່ງແລ້ວ ແລະ ໄດ້ເຮັດໃຫ້ຊາວຊາມາເຣຍທັງໝົດອັດສະຈັນໃຈ. ລາວໄດ້ໂອ້ອວດວ່າລາວເປັນຜູ້ໜຶ່ງທີ່ສຳຄັນຫລາຍ, 10 ແລະ ຄົນທັງໝົດ, ທັງຜູ້ໃຫຍ່ຜູ້ນ້ອຍຕ່າງກໍສົນໃຈຟັງລາວ ແລະ ພາກັນຍົກຍ້ອງວ່າ, “ຊາຍຜູ້ນີ້ເປັນລິດອຳນາດຂອງພຣະເຈົ້າທີ່ເອີ້ນກັນວ່າມະຫິດທິລິດ”. 11 ພວກເຂົາໄດ້ຕິດຕາມລາວເພາະໄດ້ອັດສະຈັນໃຈໃນເວດມົນຄາຖາຂອງລາວມາແຕ່ດົນນານ. 12 ແຕ່ເມື່ອຟີລິບໄດ້ປະກາດຂ່າວປະເສີດເລື່ອງອານາຈັກຂອງພຣະເຈົ້າ ແລະ ນາມຂອງພຣະເຢຊູຄຣິດເຈົ້າ, ພວກເຂົາກໍເຊື່ອຟີລິບ ແລະ ໄດ້ຮັບບັບຕິສະມາທັງຜູ້ຊາຍ ແລະ ແມ່ຍິງ. 13 ຝ່າຍຊີໂມນເອງກໍໄດ້ເຊື່ອເໝືອນກັນ ແລະ ໄດ້ຮັບບັບຕິສະມາ. ແລ້ວລາວກໍຕິດຕາມຟີລິບໄປທຸກບ່ອນ ແລະ ຮູ້ສຶກປະຫລາດໃຈທີ່ໄດ້ເຫັນໝາຍສຳຄັນ ແລະ ການອັດສະຈັນອັນຍິ່ງໃຫຍ່ນັ້ນ. 14 ເມື່ອພວກອັກຄະສາວົກທີ່ຢູ່ໃນເຢຣູຊາເລັມໄດ້ຍິນຂ່າວວ່າຊາວຊາມາເຣຍໄດ້ຮັບເອົາພຣະຄຳຂອງພຣະເຈົ້າແລ້ວ, ພວກເຂົາຈຶ່ງໄດ້ສົ່ງເປໂຕ ແລະ ໂຢຮັນໄປທີ່ຊາມາເຣຍ. 15 ເມື່ອພວກເພິ່ນມາເຖິງ, ພວກເພິ່ນກໍໄດ້ອະທິຖານເພື່ອບັນດາຜູ້ທີ່ເຊື່ອໃໝ່ຢູ່ທີ່ນັ້ນ ເພື່ອພວກເຂົາຈະໄດ້ຮັບພຣະວິນຍານບໍລິສຸດເຈົ້າ, 16 ເພາະພຣະວິນຍານບໍລິສຸດເຈົ້າຍັງບໍ່ທັນໄດ້ລົງມາເທິງພວກເຂົາຈັກຄົນ; ພວກເຂົາພຽງແຕ່ໄດ້ຮັບບັບຕິສະມາໃນນາມຂອງພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າເທົ່ານັ້ນ. 17 ແລ້ວເປໂຕ ແລະ ໂຢຮັນກໍວາງມືໃສ່ພວກເຂົາ ແລະ ພວກເຂົາກໍໄດ້ຮັບພຣະວິນຍານບໍລິສຸດເຈົ້າ. 18 ເມື່ອຊີໂມນໄດ້ເຫັນຄົນໄດ້ຮັບພຣະວິນຍານບໍລິສຸດເຈົ້າໂດຍອັກຄະສາວົກວາງມືໃສ່, ລາວຈຶ່ງໄດ້ນຳເງິນມາມອບໃຫ້ພວກເພິ່ນ 19 ແລະ ເວົ້າວ່າ, “ຂໍມອບຄວາມສາມາດນີ້ໃຫ້ແກ່ຂ້ານ້ອຍດ້ວຍ ເພື່ອວ່າເມື່ອຂ້ານ້ອຍວາງມືໃສ່ຜູ້ໃດຜູ້ນັ້ນກໍຈະໄດ້ຮັບພຣະວິນຍານບໍລິສຸດເຈົ້າ”. 20 ເປໂຕຕອບວ່າ: “ຂໍໃຫ້ເງິນຂອງເຈົ້າຈິບຫາຍໄປພ້ອມກັບເຈົ້າ, ເພາະເຈົ້າຄິດວ່າເຈົ້າສາມາດຊື້ຂອງປະທານຈາກພຣະເຈົ້າດ້ວຍເງິນ! 21 ເຈົ້າບໍ່ມີສ່ວນ ຫລື ກ່ຽວຂ້ອງໃນພັນທະກິດນີ້, ເພາະຈິດໃຈຂອງເຈົ້າບໍ່ໄດ້ສັດຊື່ຕໍ່ໜ້າພຣະເຈົ້າ. 22 ຈົ່ງຖິ້ມໃຈເກົ່າເອົາໃຈໃໝ່ຈາກການຊົ່ວຮ້າຍ ແລະ ອະທິຖານຕໍ່ອົງພຣະຜູ້ເປັນເຈົ້າດ້ວຍຄວາມຫວັງວ່າພຣະອົງຈະໃຫ້ອະໄພແກ່ເຈົ້າ ເພາະໄດ້ມີຄວາມຄິດເຊັ່ນນີ້ຢູ່ໃນໃຈ. 23 ເພາະເຮົາເຫັນວ່າເຈົ້າເຕັມໄປດ້ວຍຄວາມຂົມຂື່ນ ແລະ ຕົກເປັນທາດຂອງຄວາມບາບ”. 24 ແລ້ວຊີໂມນຈຶ່ງຕອບວ່າ, “ອະທິຖານຕໍ່ອົງພຣະຜູ້ເປັນເຈົ້າເພື່ອຂ້ານ້ອຍດ້ວຍ ເພື່ອວ່າເຫດການຕ່າງໆທີ່ທ່ານໄດ້ກ່າວມານັ້ນຈະບໍ່ເກີດຂຶ້ນກັບຂ້ານ້ອຍ”. 25 ຫລັງຈາກທີ່ເປໂຕ ແລະ ໂຢຮັນໄດ້ປະກາດພຣະຄຳຂອງອົງພຣະຜູ້ເປັນເຈົ້າຕໍ່ໄປ ແລະ ໄດ້ເປັນພະຍານກ່ຽວກັບພຣະເຢຊູເຈົ້າແລ້ວ, ພວກເພິ່ນກໍກັບໄປທີ່ເຢຣູຊາເລັມ, ປະກາດຂ່າວປະເສີດຕາມບ້ານຂອງຊາວຊາມາເຣຍຫລາຍບ່ອນ. ຟີລິບ ແລະ ຊາວເອທີໂອເປຍ 26 ບັດນີ້ ເທວະດາຕົນໜຶ່ງຂອງອົງພຣະຜູ້ເປັນເຈົ້າໄດ້ສັ່ງຟີລິບວ່າ, “ຈົ່ງໄປທາງທິດໃຕ້ໄປຍັງເສັ້ນທາງທີ່ເອີ້ນວ່າທາງກັນດານ ຕາມທາງຈາກເຢຣູຊາເລັມລົງໄປສູ່ເມືອງກາຊາ”. 27 ດັ່ງນັ້ນ ຟີລິບຈຶ່ງອອກເດີນທາງໄປ, ໃນລະຫວ່າງທາງເພິ່ນໄດ້ພົບຂັນທີຊາວເອທີໂອເປຍຄົນໜຶ່ງ, ເປັນຂ້າລາຊະການສຳຄັນທີ່ເບິ່ງແຍງຄັງຊັບທັງໝົດຂອງກັນເດກາ, ຄືລາຊີນີແຫ່ງເອທີໂອເປຍ. ຂ້າລາຊະການຜູ້ນີ້ໄດ້ມານະມັດສະການທີ່ເຢຣູຊາເລັມ, 28 ແລະ ໃນຂະນະທີ່ນັ່ງລົດມ້າກຳລັງເມືອເຮືອນ, ເພິ່ນໄດ້ອ່ານໜັງສືຂອງຜູ້ທຳນວາຍເອຊາຢາຢູ່. 29 ພຣະວິນຍານບໍລິສຸດເຈົ້າໄດ້ບອກຟີລິບວ່າ, “ຈົ່ງໄປຫາລົດມ້າຄັນນັ້ນ ແລະ ຢຸດຢູ່ໃກ້ລົດມ້ານັ້ນ”. 30 ແລ້ວຟີລິບຈຶ່ງແລ່ນຫຍັບເຂົ້າໄປໃກ້ລົດມ້ານັ້ນ ແລະ ໄດ້ຍິນຊາຍຄົນນັ້ນກຳລັງອ່ານໜັງສືຂອງຜູ້ທຳນວາຍເອຊາຢາຢູ່. ຟີລິບຈຶ່ງຖາມວ່າ, “ທີ່ທ່ານອ່ານຢູ່ນັ້ນທ່ານເຂົ້າໃຈບໍ?” 31 ຂ້າລາຊະການຕອບວ່າ, “ຂ້ອຍຈະເຂົ້າໃຈໄດ້ຢ່າງໃດຖ້າບໍ່ມີຜູ້ໃດອະທິບາຍໃຫ້ຂ້ອຍຟັງ?” ດັ່ງນັ້ນ ເພິ່ນຈຶ່ງເຊີນຟີລິບຂຶ້ນນັ່ງລົດມ້າໄປນຳເພິ່ນ. 32 ນີ້ແມ່ນຂໍ້ຄວາມໃນພຣະຄຳພີທີ່ຄົນຂັນທີກຳລັງອ່ານຢູ່ຄື: “ເພິ່ນຖືກນຳໂຕໄປເໝືອນແກະທີ່ຖືກນຳໄປຂ້າ ແລະ ເໝືອນລູກແກະທີ່ມິດຢູ່ຕໍ່ໜ້າຜູ້ທີ່ຕັດຂົນ, ດັ່ງນັ້ນ ເພິ່ນຈຶ່ງບໍ່ເປີດປາກຂອງເພິ່ນ. 33 ໃນຄວາມອັບອາຍຂອງເພິ່ນ ເພິ່ນບໍ່ໄດ້ຮັບຄວາມຍຸຕິທຳ. ຜູ້ໃດຈະເລົ່າເຖິງເຊື້ອສາຍຂອງເພິ່ນໄດ້? ເພາະວ່າຊີວິດຂອງເພິ່ນໄດ້ຖືກເອົາໄປຈາກໂລກເສຍແລ້ວ”. 34 ຂ້າລາຊະການຫັນມາຖາມຟີລິບວ່າ, “ຂໍບອກຂ້ອຍແດ່ວ່າ, ຜູ້ທຳນວາຍທີ່ກຳລັງກ່າວເຖິງນັ້ນແມ່ນຜູ້ໃດ, ແມ່ນຜູ້ທຳນວາຍເອງ ຫລື ຜູ້ອື່ນອີກ?” 35 ແລ້ວຟີລິບຈຶ່ງເລີ່ມຈາກຂໍ້ພຣະຄຳພີຕອນນັ້ນ ແລະ ບອກເພິ່ນເຖິງຂ່າວປະເສີດເລື່ອງຂອງພຣະເຢຊູເຈົ້າ. 36 ຂະນະທີ່ພວກເພິ່ນເດີນທາງໄປຕາມຖະໜົນ, ພວກເພິ່ນໄດ້ມາເຖິງບ່ອນທີ່ມີນ້ຳບ່ອນໜຶ່ງ ແລະ ຂ້າລາຊະການຈຶ່ງເວົ້າວ່າ, “ເບິ່ງແມ, ບ່ອນນີ້ມີນ້ຳ. ມີສິ່ງໃດທີ່ຂັດຂວາງຂ້ອຍບໍ່ໃຫ້ຮັບບັບຕິສະມາບໍ?” 37 ຟີລິບເວົ້າວ່າ, “ຖ້າທ່ານເຊື່ອດ້ວຍສຸດໃຈຂອງທ່ານ ກໍຮັບບັບຕິສະມາໄດ້”. ຂ້າລາຊະການຕອບວ່າ, “ຂ້ອຍເຊື່ອວ່າພຣະເຢຊູຄຣິດເຈົ້າເປັນພຣະບຸດຂອງພຣະເຈົ້າ”. 38 ແລ້ວເພິ່ນໄດ້ສັ່ງໃຫ້ຢຸດລົດມ້າ. ຫລັງຈາກນັ້ນ ຟີລິບກັບຂ້າລາຊະການກໍໄດ້ລົງໄປໃນນ້ຳ ແລະ ຟີລິບກໍໃຫ້ເພິ່ນຮັບບັບຕິສະມາ. 39 ເມື່ອພວກເພິ່ນຂຶ້ນຈາກນ້ຳແລ້ວ, ພຣະວິນຍານຂອງອົງພຣະຜູ້ເປັນເຈົ້າໄດ້ຮັບເອົາຟີລິບໄປທັນທີ ແລະ ຂ້າລາຊະການຄົນນັ້ນກໍບໍ່ເຫັນຟີລິບອີກເລີຍ, ແຕ່ເດີນທາງຕໍ່ໄປດ້ວຍຄວາມຊື່ນຊົມຍິນດີ. 40 ແຕ່ເຖິງຢ່າງໃດກໍຕາມ, ຟີລິບໄດ້ມາປາກົດທີ່ເມືອງອາໂຊໂຕ ແລະ ເດີນທາງໄປທົ່ວ, ປະກາດຂ່າວປະເສີດໃນທຸກເມືອງຈົນມາເຖິງເມືອງກາຍຊາເຣຍ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.