ກິດຈະການ 6 - ພຣະຄຳພີລາວສະບັບສະໄໝໃໝ່ການເລືອກເອົາເຈັດຄົນ 1 ໃນຄາວນັ້ນ ເມື່ອສາວົກມີຈຳນວນເພີ່ມຂຶ້ນ, ຊາວຢິວທີ່ມາຈາກປະເທດທີ່ເວົ້າພາສາກຣີກໄດ້ຈົ່ມບໍ່ພໍໃຈຕໍ່ຊາວຢິວທີ່ເວົ້າພາສາເຮັບເຣີເປັນພາສາແມ່ ເພາະພວກແມ່ໝ້າຍໃນກຸ່ມຂອງພວກເຂົາບໍ່ໄດ້ຮັບການເອົາໃຈໃສ່ໃນເວລາແຈກຢາຍອາຫານປະຈຳວັນ. 2 ດັ່ງນັ້ນ ພວກອັກຄະສາວົກທັງສິບສອງຄົນຈຶ່ງເອີ້ນສາວົກທັງໝົດມາລວມກັນແລ້ວກ່າວວ່າ, “ເປັນການບໍ່ຖືກຕ້ອງເລີຍທີ່ພວກເຮົາຈະປະຖິ້ມພັນທະກິດແຫ່ງພຣະຄຳຂອງພຣະເຈົ້າເພື່ອໄປຮັບໃຊ້ທີ່ໂຕະອາຫານນັ້ນ. 3 ພີ່ນ້ອງທັງຫລາຍ, ຈົ່ງເລືອກເອົາເຈັດຄົນໃນທ່າມກາງພວກເຈົ້າ ເຊິ່ງເຕັມໄປດ້ວຍພຣະວິນຍານບໍລິສຸດເຈົ້າ ແລະ ສະຕິປັນຍາ. ພວກເຮົາຈະມອບໜ້າທີ່ນີ້ໃຫ້ພວກເຂົາ 4 ສ່ວນພວກເຮົາກໍຈະເອົາໃຈໃສ່ໃນການອະທິຖານ ແລະ ພັນທະກິດແຫ່ງພຣະທຳ”. 5 ຄົນໃນທີ່ປະຊຸມທັງໝົດພໍໃຈກັບຂໍ້ສະເໜີນີ້. ພວກເຂົາຈຶ່ງເລືອກເອົາຊະເຕຟາໂນ, ຜູ້ຊາຍທີ່ເຕັມໄປດ້ວຍຄວາມເຊື່ອ ແລະ ພຣະວິນຍານບໍລິສຸດເຈົ້າ; ພ້ອມທັງຟີລິບ, ໂປໂຄໂລ, ນີກາໂນ, ຕີໂມນ, ປາເມນາ ແລະ ນີໂກລາໂອຈາກອັນຕີໂອເຂຍທີ່ເຂົ້າສາສະໜາຢິວ. 6 ພວກເຂົາໄດ້ນຳທັງເຈັດຄົນນີ້ມາຫາພວກອັກຄະສາວົກ ແລະ ພວກອັກຄະສາວົກກໍໄດ້ອະທິຖານ ແລະ ວາງມືໃສ່ພວກເຂົາ. 7 ດັ່ງນັ້ນ ພຣະຄຳຂອງພຣະເຈົ້າຈຶ່ງແຜ່ຂະຫຍາຍອອກໄປ. ສາວົກໃນເຢຣູຊາເລັມໄດ້ມີຈຳນວນເພີ່ມຂຶ້ນຢ່າງໄວວາ ແລະ ປະໂລຫິດຈຳນວນຫລວງຫລາຍໄດ້ມາຮັບເຊື່ອ. ຊະເຕຟາໂນຖືກຈັບ 8 ຝ່າຍຊະເຕຟາໂນ, ຊາຍຜູ້ທີ່ເຕັມໄປດ້ວຍພຣະຄຸນ ແລະ ລິດອຳນາດຂອງພຣະເຈົ້າ, ໄດ້ສະແດງການອັດສະຈັນ ແລະ ໝາຍສຳຄັນຍິ່ງໃຫຍ່ຫລາຍຢ່າງໃນທ່າມກາງປະຊາຊົນ. 9 ເຖິງຢ່າງໃດກໍຕາມ, ກໍຖືກຕໍ່ຕ້ານຈາກສະມາຊິກຂອງທຳມະສາລາຂອງພວກຢິວແຫ່ງອິດສະຫລະ (ຕາມທີ່ພວກເຂົາເອີ້ນກັນ) ຄືພວກຢິວຈາກເມືອງກີເຣເນ, ເມືອງອາເລັກຊັນເດຍ ທັງຈາກແຂວງກີລີເກຍ ແລະ ເອເຊຍໄດ້ເລີ່ມໂຕ້ຖຽງກັບຊະເຕຟາໂນ. 10 ແຕ່ພວກເຂົາບໍ່ສາມາດລຸກຂຶ້ນຕໍ່ສູ້ສະຕິປັນຍາທີ່ພຣະວິນຍານບໍລິສຸດເຈົ້າມອບໃຫ້ເພິ່ນໃນຂະນະທີ່ເພິ່ນກ່າວ. 11 ແລ້ວພວກເຂົາຈຶ່ງຍຸຍົງໃຫ້ບາງຄົນເວົ້າວ່າ, “ພວກເຮົາໄດ້ຍິນຊະເຕຟາໂນເວົ້າຄຳໝິ່ນປະໝາດຕໍ່ສູ້ໂມເຊ ແລະ ຕໍ່ສູ້ພຣະເຈົ້າ”. 12 ດັ່ງນັ້ນ ພວກເຂົາຈຶ່ງໄດ້ຍຸຍົງປະຊາຊົນ, ພວກເຖົ້າແກ່ ແລະ ພວກຄູສອນກົດບັນຍັດໃຫ້ລຸກຮື້ຂຶ້ນ. ພວກເຂົາໄດ້ຈັບຊະເຕຟາໂນ ແລະ ນຳເອົາເພິ່ນໄປຕໍ່ໜ້າສະພາແຊນເຮດຣິນ. 13 ພວກເຂົາໄດ້ສ້າງພະຍານບໍ່ຈິງມາໃຫ້ການວ່າ, “ຊາຍຄົນນີ້ເວົ້າຕໍ່ສູ້ບ່ອນສັກສິດແຫ່ງນີ້ ແລະ ຕໍ່ສູ້ກົດບັນຍັດຢ່າງບໍ່ຢຸດຢັ້ງ. 14 ເພາະພວກເຮົາໄດ້ຍິນລາວເວົ້າວ່າເຢຊູແຫ່ງນາຊາເຣັດຈະທຳລາຍສະຖານທີ່ນີ້ ແລະ ປ່ຽນທຳນຽມທີ່ໂມເຊໄດ້ໃຫ້ໄວ້ກັບພວກເຮົາ”. 15 ບັນດາຄົນທັງໝົດທີ່ນັ່ງຢູ່ໃນສະພາແຊນເຮດຣິນໄດ້ຈ້ອງເບິ່ງຊະເຕຟາໂນດ້ວຍຄວາມຕັ້ງໃຈ ແລະ ພວກເຂົາເຫັນໜ້າຂອງເພິ່ນເປັນເໝືອນໜ້າຂອງເທວະດາ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.