ກິດຈະການ 4 - ພຣະຄຳພີລາວສະບັບສະໄໝໃໝ່ເປໂຕກັບໂຢຮັນຕໍ່ໜ້າສະພາແຊນເຮດຣິນ 1 ຂະນະທີ່ເປໂຕ ແລະ ໂຢຮັນຍັງກ່າວແກ່ປະຊາຊົນຢູ່ນັ້ນ ບັນດາປະໂລຫິດ, ຫົວໜ້າເຝົ້າຍາມວິຫານ ແລະ ພວກຊາດູກາຍກໍໄດ້ມາຫາພວກເພິ່ນ. 2 ພວກເຂົາຂັດເຄືອງໃຈຫລາຍເພາະພວກອັກຄະສາວົກໄດ້ສັ່ງສອນ ແລະ ໄດ້ປະກາດແກ່ຄົນທັງຫລາຍເຖິງເລື່ອງການເປັນຄືນມາຈາກຕາຍໂດຍອ້າງວ່າພຣະເຢຊູຄຣິດເຈົ້າເປັນຄືນມາຈາກຕາຍແລ້ວ. 3 ພວກເຂົາໄດ້ຈັບເປໂຕ ແລະ ໂຢຮັນໄວ້, ເນື່ອງຈາກວ່າຄໍ່າແລ້ວພວກເຂົາຈຶ່ງຂັງພວກເພິ່ນໄວ້ໃນຄຸກຈົນເຖິງມື້ຕໍ່ມາ. 4 ແຕ່ຫລາຍຄົນກໍໄດ້ເຊື່ອເມື່ອໄດ້ຍິນຄຳສັ່ງສອນນັ້ນ; ດັ່ງນັ້ນ ຈຶ່ງມີຈຳນວນພວກຜູ້ຊາຍທີ່ເຊື່ອເພີ່ມຂຶ້ນປະມານຫ້າພັນຄົນ. 5 ໃນມື້ຕໍ່ມາພວກຜູ້ນຳ, ພວກເຖົ້າແກ່ ແລະ ພວກຄູສອນກົດບັນຍັດໄດ້ມາປະຊຸມກັນທີ່ເຢຣູຊາເລັມ. 6 ມະຫາປະໂລຫິດອັນນາ, ກາຢະຟາ, ໂຢຮັນ, ອາເລັກຊັນເດີ ແລະ ຄົນອື່ນໆທີ່ເປັນສະມາຊິກໃນຄອບຄົວຂອງມະຫາປະໂລຫິດກໍຢູ່ທີ່ນັ້ນ. 7 ພວກເຂົາໄດ້ນຳເອົາເປໂຕ ແລະ ໂຢຮັນມາຢູ່ຕໍ່ໜ້າ ແລະ ຖາມພວກເຂົາວ່າ: “ພວກເຈົ້າເຮັດການນີ້ໂດຍລິດອຳນາດ ຫລື ໃນນາມຂອງຜູ້ໃດ?” 8 ແລ້ວເປໂຕ, ຜູ້ທີ່ເຕັມລົ້ນດ້ວຍພຣະວິນຍານບໍລິສຸດເຈົ້າກໍກ່າວແກ່ພວກເຂົາວ່າ: “ຮຽນບັນດາທ່ານຜູ້ນຳປະຊາຊົນ ແລະ ບັນດາເຖົ້າແກ່ທີ່ນັບຖື! 9 ໃນວັນນີ້ ຖ້າພວກເຮົາຖືກເອີ້ນມາໃຫ້ການເພາະເລື່ອງທີ່ສະແດງຄວາມເມດຕາແກ່ຄົນເປ້ຍ ແລະ ຖືກຖາມວ່າລາວດີເປັນປົກກະຕິໄດ້ຢ່າງໃດ, 10 ກໍຂໍໃຫ້ພວກທ່ານ ແລະ ປະຊາຊົນອິດສະຣາເອນທັງໝົດໄດ້ຮູ້ວ່າ: ສິ່ງນີ້ເປັນໄປໂດຍນາມຂອງພຣະເຢຊູຄຣິດເຈົ້າຊາວນາຊາເຣັດ ທີ່ພວກທ່ານທັງຫລາຍໄດ້ຄຶງໄວ້ທີ່ໄມ້ກາງແຂນ ແຕ່ພຣະເຈົ້າໄດ້ບັນດານໃຫ້ພຣະອົງເປັນຄືນມາຈາກຕາຍແລ້ວ, ໂດຍນາມຂອງພຣະອົງນັ້ນເອງ ຊາຍຜູ້ທີ່ຢືນຢູ່ຕໍ່ໜ້າພວກທ່ານນີ້ຈຶ່ງໄດ້ຮັບການຮັກສາໃຫ້ຫາຍດີ. 11 ພຣະເຢຊູເຈົ້າອົງເປັນ “‘ຫີນທີ່ພວກທ່ານທັງຫລາຍຜູ້ເປັນຊ່າງກໍ່ໄດ້ຖິ້ມແລ້ວ, ກໍໄດ້ກາຍເປັນຫີນເສົາເອກແລ້ວ’. 12 ໃນຜູ້ອື່ນຄວາມລອດພົ້ນບໍ່ມີ, ເພາະບໍ່ມີນາມຊື່ອື່ນໃດທົ່ວໃຕ້ຟ້າສະຫວັນທີ່ຈະມອບໃຫ້ແກ່ມະນຸດ ເພື່ອເຮັດໃຫ້ພວກເຮົາທັງຫລາຍຕ້ອງໄດ້ພົ້ນ”. 13 ເມື່ອພວກເຂົາເຫັນຄວາມກ້າຫານຂອງເປໂຕ ແລະ ໂຢຮັນ ແລະ ສັງເກດວ່າພວກເພິ່ນເປັນຄົນທຳມະດາສາມັນຂາດການສຶກສາ, ພວກເຂົາກໍປະຫລາດໃຈ ແລະ ນຶກຂຶ້ນໄດ້ວ່າຄົນເຫລົ່ານີ້ເຄີຍຢູ່ກັບພຣະເຢຊູເຈົ້າ. 14 ແຕ່ເນື່ອງຈາກວ່າພວກເຂົາໄດ້ເຫັນຊາຍທີ່ຫາຍດີພະຍາດນັ້ນຢືນຢູ່ກັບເປໂຕ ແລະ ໂຢຮັນ ພວກເຂົາກໍເວົ້າຫຍັງບໍ່ໄດ້. 15 ດັ່ງນັ້ນ ພວກເຂົາຈຶ່ງສັ່ງໃຫ້ພວກເພິ່ນອອກໄປຈາກທີ່ປະຊຸມສະພາແຊນເຮດຣິນ ແລ້ວຈຶ່ງປຶກສາຫາລືກັນວ່າ, 16 “ພວກເຮົາຈະເຮັດຢ່າງໃດກັບທັງສອງຄົນນີ້? ເພາະທຸກຄົນທີ່ຢູ່ໃນເຢຣູຊາເລັມຕ່າງກໍຮູ້ວ່າພວກເຂົາໄດ້ເຮັດໝາຍສຳຄັນອັນຍິ່ງໃຫຍ່ນີ້ ແລະ ພວກເຮົາກໍປະຕິເສດການນີ້ບໍ່ໄດ້. 17 ແຕ່ເພື່ອຢຸດຕິເລື່ອງນີ້ບໍ່ໃຫ້ແຜ່ອອກໄປຕື່ມອີກໃນທ່າມກາງປະຊາຊົນ, ພວກເຮົາຕ້ອງສັ່ງຫ້າມຄົນເຫລົ່ານີ້ບໍ່ໃຫ້ເວົ້າອອກຊື່ນັ້ນແກ່ຜູ້ໃດເດັດຂາດ”. 18 ຫລັງຈາກນັ້ນ ພວກເຂົາຈຶ່ງເອີ້ນພວກເພິ່ນມາອີກ ແລະ ສັ່ງຫ້າມເດັດຂາດບໍ່ໃຫ້ເວົ້າ ຫລື ສອນໃນນາມພຣະເຢຊູເຈົ້າອີກ. 19 ແຕ່ເປໂຕ ແລະ ໂຢຮັນຕອບວ່າ, “ໃຫ້ເຊື່ອຟັງພວກທ່ານ ຫລື ເຊື່ອຟັງພຣະເຈົ້າ ອັນໃດເປັນສິ່ງທີ່ຖືກຕ້ອງຕໍ່ສາຍຕາພຣະເຈົ້າ ພວກທ່ານຈົ່ງຕັດສິນເອົາເອງ! 20 ສຳລັບພວກເຮົາແລ້ວ, ຈະໃຫ້ພວກເຮົາຢຸດເວົ້າເຖິງສິ່ງທີ່ພວກເຮົາໄດ້ເຫັນ ແລະ ໄດ້ຍິນມາກໍບໍ່ໄດ້”. 21 ຫລັງຈາກໄດ້ຂົ່ມຂູ່ແລ້ວພວກເຂົາກໍປ່ອຍພວກເພິ່ນໄປ. ພວກເຂົາຕັດສິນໃຈບໍ່ໄດ້ວ່າຈະລົງໂທດພວກເພິ່ນຢ່າງໃດ, ເພາະປະຊາຊົນທັງໝົດພາກັນສັນລະເສີນພຣະເຈົ້າໃນສິ່ງທີ່ເກີດຂຶ້ນນັ້ນ, 22 ເພາະຊາຍຄົນທີ່ໄດ້ຮັບການຮັກສາໃຫ້ຫາຍດີຢ່າງອັດສະຈັນນັ້ນມີອາຍຸເກີນກວ່າສີ່ສິບປີແລ້ວ. ຄຳອະທິຖານຂອງຜູ້ທີ່ເຊື່ອ 23 ເມື່ອເປໂຕ ແລະ ໂຢຮັນໄດ້ຮັບການປ່ອຍໂຕແລ້ວ, ພວກເພິ່ນກໍກັບໄປຫາເພື່ອນຂອງຕົນ ແລະ ເລົ່າເລື່ອງທັງໝົດທີ່ພວກຫົວໜ້າປະໂລຫິດ ແລະ ພວກເຖົ້າແກ່ໄດ້ເວົ້າແກ່ພວກເພິ່ນນັ້ນ. 24 ເມື່ອພວກເຂົາໄດ້ຍິນດັ່ງນີ້ແລ້ວ, ພວກເຂົາກໍພ້ອມໃຈກັນຍົກສຽງຂຶ້ນອະທິຖານຕໍ່ພຣະເຈົ້າ. ພວກເຂົາກ່າວວ່າ, “ອົງພຣະຜູ້ເປັນເຈົ້າອົງເຈົ້ານາຍ, ພຣະອົງສ້າງຟ້າສະຫວັນ ແລະ ແຜ່ນດິນໂລກ, ນໍ້າທະເລ ແລະ ທຸກໆສິ່ງທີ່ຢູ່ໃນນັ້ນ. 25 ພຣະອົງໄດ້ກ່າວໂດຍພຣະວິນຍານບໍລິສຸດເຈົ້າ ໂດຍຜ່ານປາກຂອງຜູ້ຮັບໃຊ້ຂອງພຣະອົງ ຄືດາວິດບັນພະບຸລຸດຂອງພວກຂ້ານ້ອຍວ່າ: “‘ດ້ວຍເຫດໃດຊົນຊາດທັງຫລາຍຈຶ່ງກະບົດ ແລະ ປະຊາຊົນຈຶ່ງກໍ່ອຸບາຍອັນໄຮ້ປະໂຫຍດ? 26 ບັນດາກະສັດຂອງໂລກລຸກຂຶ້ນຂັດຂືນ ແລະ ພວກຜູ້ປົກຄອງໄດ້ຮວມຕົວກັນ ຕໍ່ສູ້ອົງພຣະຜູ້ເປັນເຈົ້າ ແລະ ຕໍ່ສູ້ຜູ້ທີ່ພຣະອົງໄດ້ເຈີມໄວ້’. 27 ຄວາມຈິງແລ້ວ ເຮໂຣດ ແລະ ປົນທຽວປີລາດໄດ້ມາພົບປະກັນກັບຄົນຕ່າງຊາດ ແລະ ປະຊາຊົນອິດສະຣາເອນໃນນະຄອນນີ້ ເພື່ອຮ່ວມກັນຕໍ່ສູ້ພຣະເຢຊູເຈົ້າຜູ້ຮັບໃຊ້ບໍລິສຸດຂອງພຣະອົງ ຜູ້ທີ່ພຣະອົງໄດ້ເຈີມໄວ້. 28 ສິ່ງທີ່ພວກເຂົາໄດ້ເຮັດກໍເປັນສິ່ງທີ່ພຣະອົງກຳນົດໄວ້ກ່ອນແລ້ວທີ່ຈະໃຫ້ເກີດຂຶ້ນໂດຍອຳນາດ ແລະ ຄວາມປະສົງຂອງພຣະອົງ. 29 ອົງພຣະຜູ້ເປັນເຈົ້າ, ບັດນີ້ ຂໍຟັງຄຳຂົ່ມຂູ່ຂອງພວກເຂົາ ແລະ ຂໍໃຫ້ພວກຜູ້ຮັບໃຊ້ຂອງພຣະອົງສາມາດກ່າວພຣະຄຳຂອງພຣະອົງດ້ວຍໃຈກ້າຫານ. 30 ຂໍຢຽດມືຂອງພຣະອົງອອກເພື່ອຮັກສາ ແລະ ຂໍສະແດງໝາຍສຳຄັນ ແລະ ການອັດສະຈັນຕ່າງໆໂດຍນາມຂອງພຣະເຢຊູເຈົ້າຜູ້ຮັບໃຊ້ບໍລິສຸດຂອງພຣະອົງດ້ວຍ”. 31 ຫລັງຈາກພວກເຂົາໄດ້ອະທິຖານຈົບແລ້ວ, ບ່ອນທີ່ພວກເຂົາເຕົ້າໂຮມກັນຢູ່ນັ້ນກໍສັ່ນສະເທືອນ. ແລະ ພວກເຂົາທັງໝົດກໍເຕັມດ້ວຍພຣະວິນຍານບໍລິສຸດເຈົ້າ ແລະ ກ່າວພຣະຄຳຂອງພຣະເຈົ້າຢ່າງກ້າຫານ. ຜູ້ທີ່ເຊື່ອແບ່ງປັນສິ່ງທີ່ຕົນມີ 32 ຜູ້ທີ່ເຊື່ອທັງໝົດກໍເປັນນ້ຳໜຶ່ງໃຈດຽວກັນ. ບໍ່ມີຜູ້ໃດຈັກຄົນອ້າງວ່າສິ່ງຂອງທີ່ຕົນມີຢູ່ນັ້ນເປັນຂອງຕົນເອງ, ແຕ່ພວກເຂົາແບ່ງປັນທຸກສິ່ງທີ່ພວກເຂົາມີ. 33 ດ້ວຍອຳນາດທີ່ຍິ່ງໃຫຍ່ ບັນດາອັກຄະສາວົກໄດ້ເປັນພະຍານຢ່າງຕໍ່ເນື່ອງເຖິງການເປັນຄືນມາຈາກຕາຍຂອງພຣະເຢຊູເຈົ້າອົງພຣະຜູ້ເປັນເຈົ້າ. ແລະ ພຣະຄຸນຂອງພຣະເຈົ້າທີ່ເຕັມລົ້ນຢູ່ກັບພວກເຂົາທຸກຄົນ 34 ເຊິ່ງໃນທ່າມກາງພວກເຂົາບໍ່ມີຜູ້ໃດຂັດສົນ. ເພາະບາງຄັ້ງຜູ້ທີ່ມີທີ່ດິນ ຫລື ເຮືອນກໍຂາຍເຮືອນນັ້ນ, ແລ້ວນຳເອົາເງິນທີ່ໄດ້ຈາກການຂາຍນັ້ນ 35 ມາວາງລົງທີ່ຕີນຂອງພວກອັກຄະສາວົກ ແລ້ວຈຶ່ງແຈກຢາຍໃຫ້ແຕ່ລະຄົນຕາມຄວາມຈຳເປັນ. 36 ໂຢເຊັບຄົນເລວີຈາກເກາະໄຊປຣັດ ຜູ້ທີ່ພວກອັກຄະສາວົກເອີ້ນຊື່ລາວວ່າບາຣະນາບາ (ແປວ່າ ລູກຜູ້ໃຫ້ກຳລັງໃຈ) 37 ກໍໄດ້ຂາຍດິນນາຂອງຕົນທົ່ງໜຶ່ງ ແລ້ວນຳເງິນຈຳນວນນັ້ນມາວາງລົງທີ່ຕີນຂອງພວກອັກຄະສາວົກ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.