Biblia Todo Logo
Bìoball air-loidhne

- Sanasan -

ກິດຈະການ 3 - ພຣະຄຳພີລາວສະບັບສະໄໝໃໝ່


ເປໂຕ​ຮັກສາ​ຄົນຂໍທານ​ຂາ​ເປ້ຍ

1 ມື້​ໜຶ່ງ ຂະນະ​ທີ່​ເປໂຕ​ກັບ​ໂຢຮັນ​ກຳລັງ​ຂຶ້ນ​ໄປ​ທີ່​ວິຫານ​ໃນ​ເວລາ​ອະທິຖານ ຄື​ຕອນ​ບ່າຍ​ສາມ​ໂມງ.

2 ມີ​ຊາຍ​ຄົນ​ໜຶ່ງ​ເປັນ​ຄົນຂາເປ້ຍ​ມາ​ຕັ້ງແຕ່​ເກີດ​ຖືກ​ຫາມ​ມາ​ທີ່​ປະຕູ​ວິຫານ​ທີ່​ເອີ້ນ​ວ່າ​ປະຕູ​ງາມ, ເຊິ່ງ​ເປັນ​ບ່ອນ​ທີ່​ລາວ​ຖືກ​ຫາມ​ມາ​ວາງ​ໄວ້​ທຸກ​ມື້​ເພື່ອ​ຂໍທານ​ຈາກ​ຄົນ​ທີ່​ຈະ​ເຂົ້າ​ໄປ​ໃນ​ເດີ່ນ​ວິຫານ.

3 ເມື່ອ​ລາວ​ເຫັນ​ເປໂຕ ແລະ ໂຢຮັນ​ກຳລັງ​ຈະ​ເຂົ້າ​ໄປ, ລາວ​ຈຶ່ງ​ຂໍ​ເງິນ​ນຳ​ພວກເພິ່ນ.

4 ເປໂຕ​ໄດ້​ຈ້ອງຕາ​ເບິ່ງ​ທີ່​ລາວ, ສ່ວນ​ໂຢຮັນ​ກໍ​ເໝືອນກັນ. ແລ້ວ​ເປໂຕ​ຈຶ່ງ​ເວົ້າ​ວ່າ, “ຈົ່ງ​ເບິ່ງ​ພວກເຮົາ​ແມ!”

5 ດັ່ງນັ້ນ​ລາວ​ຈຶ່ງ​ຈ້ອງຕາ​ເບິ່ງ​ພວກເພິ່ນ, ໂດຍ​ຫວັງ​ວ່າ​ຈະ​ໄດ້​ຮັບ​ສິ່ງ​ໃດ​ສິ່ງ​ໜຶ່ງ​ຈາກ​ພວກເພິ່ນ.

6 ເປໂຕ​ຈຶ່ງ​ເວົ້າ​ວ່າ, “ເງິນ ຫລື ຄຳ​ເຮົາ​ບໍ່​ມີ, ແຕ່​ສິ່ງ​ທີ່​ເຮົາ​ມີ​ນັ້ນ​ເຮົາ​ຈະ​ໃຫ້​ແກ່​ເຈົ້າ. ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ​ຊາວ​ນາຊາເຣັດ, ຈົ່ງ​ຍ່າງ​ໄປ”.

7 ເປໂຕ​ໄດ້​ຈັບ​ມື​ເບື້ອງຂວາ​ຂອງ​ລາວ, ຊ່ວຍ​ດຶງ​ລາວ​ຂຶ້ນ, ທັນໃດນັ້ນ ຕີນ ແລະ ຂໍ່ຕີນ​ຂອງ​ຊາຍ​ຜູ້​ນີ້​ກໍ​ມີ​ແຮງ​ຂຶ້ນ.

8 ລາວ​ໄດ້​ໂດດ​ຢືນ​ຂຶ້ນ ແລະ ເລີ່ມ​ຍ່າງ. ຫລັງຈາກນັ້ນ ລາວ​ກໍ​ເຂົ້າໄປ​ໃນ​ເດີ່ນ​ວິຫານ​ກັບ​ເປໂຕ ແລະ ໂຢຮັນ, ຍ່າງ ແລະ ໂດດ​ເຕັ້ນ, ແລ້ວ​ກໍ​ສັນລະເສີນ​ພຣະເຈົ້າ.

9 ເມື່ອ​ປະຊາຊົນ​ທຸກຄົນ​ໄດ້​ເຫັນ​ລາວ​ຍ່າງ​ໄປ ແລະ ສັນລະເສີນ​ພຣະເຈົ້າ

10 ພວກເຂົາ​ຈຶ່ງ​ຈື່​ໄດ້​ວ່າ​ລາວ​ເປັນ​ຄົນ​ດຽວ​ກັນ​ກັບ​ຜູ້​ທີ່​ເຄີຍ​ນັ່ງ​ຂໍທານ​ຢູ່​ທີ່​ປະຕູ​ງາມ​ຂອງ​ວິຫານ, ແລ້ວ​ພວກເຂົາ​ຈຶ່ງ​ປະຫລາດໃຈ ແລະ ອັດສະຈັນໃຈ​ໃນ​ສິ່ງ​ທີ່​ເກີດຂຶ້ນ​ກັບ​ຊາຍ​ຄົນ​ນີ້.


ເປໂຕ​ກ່າວ​ກັບ​ຜູ້​ທີ່​ຢູ່​ໃນ​ເຫດການ

11 ໃນ​ຂະນະ​ທີ່​ຄົນຂໍທານ​ຄົນ​ນັ້ນ​ຍັງ​ຈັບ​ມື​ເປໂຕ ແລະ ໂຢຮັນ​ຢູ່, ປະຊາຊົນ​ທັງໝົດ​ຕ່າງ​ກໍ​ປະຫລາດໃຈ ແລະ ພາກັນ​ແລ່ນ​ມາ​ຫາ​ພວກເພິ່ນ​ໃນ​ບໍລິເວນ​ທີ່​ເອີ້ນ​ວ່າ​ລະບຽງ​ຂອງ​ໂຊໂລໂມນ.

12 ເມື່ອ​ເປໂຕ​ເຫັນ​ຢ່າງ​ນີ້, ເພິ່ນ​ຈຶ່ງ​ກ່າວ​ຕໍ່​ພວກເຂົາ​ວ່າ: “ພີ່ນ້ອງ​ຊາວ​ອິດສະຣາເອນ, ເປັນ​ຫຍັງ​ເລື່ອງ​ນີ້​ຈຶ່ງ​ເຮັດ​ໃຫ້​ພວກທ່ານ​ປະຫລາດໃຈ? ເປັນ​ຫຍັງ​ຈຶ່ງ​ຈ້ອງຕາ​ເບິ່ງ​ຄື​ກັບ​ວ່າ​ພວກເຮົາ​ເຮັດ​ໃຫ້​ຄົນ​ນີ້​ຍ່າງ​ໄດ້​ດ້ວຍ​ລິດອຳນາດ ຫລື ຄວາມຊອບທຳ​ຂອງ​ພວກເຮົາ​ເອງ?

13 ພຣະເຈົ້າ​ຂອງ​ອັບຣາຮາມ, ອີຊາກ ແລະ ຢາໂຄບ, ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຮົາ​ມອບ​ສະຫງ່າລາສີ​ໃຫ້​ແກ່​ພຣະເຢຊູເຈົ້າ​ຜູ້ຮັບໃຊ້​ຂອງ​ພຣະອົງ ເຊິ່ງ​ທ່ານ​ທັງຫລາຍ​ໄດ້​ມອບ​ພຣະອົງ​ໃຫ້​ໄປ​ຖືກ​ຂ້າ ແລະ ໄດ້​ປະຕິເສດ​ພຣະອົງ​ຕໍ່ໜ້າ​ປີລາດ, ເຖິງ​ແມ່ນ​ວ່າ​ປີລາດ​ຕັ້ງໃຈ​ໄວ້​ແລ້ວ​ຈະ​ປ່ອຍ​ພຣະອົງ​ໄປ.

14 ພວກທ່ານ​ໄດ້​ປະຕິເສດ​ອົງ​ບໍລິສຸດ ແລະ ຊອບທຳ, ແຕ່​ຂໍ​ໃຫ້​ປ່ອຍ​ຜູ້ຮ້າຍ​ຂ້າຄົນ​ໃຫ້​ແກ່​ພວກທ່ານ​ແທນ.

15 ພວກທ່ານ​ທັງຫລາຍ​ໄດ້​ຂ້າ​ພຣະອົງ​ຜູ້​ທີ່​ໃຫ້​ຊີວິດ, ແຕ່​ພຣະເຈົ້າ​ໄດ້​ບັນດານ​ໃຫ້​ພຣະອົງ​ເປັນຄືນມາຈາກຕາຍ, ຝ່າຍ​ພວກເຮົາ​ກໍ​ເປັນ​ພະຍານ​ໃນ​ເລື່ອງ​ນີ້.

16 ໂດຍ​ຄວາມເຊື່ອ​ໃນ​ນາມ​ຂອງ​ພຣະເຢຊູເຈົ້າ, ຊາຍ​ຜູ້​ນີ້​ທີ່​ພວກທ່ານ​ເຫັນ ແລະ ຮູ້ຈັກ​ຈຶ່ງ​ມີ​ແຮງ​ຂຶ້ນ​ມາ. ໂດຍ​ນາມ​ຂອງ​ພຣະເຢຊູເຈົ້າ ແລະ ຄວາມເຊື່ອ​ທີ່​ມາ​ທາງ​ພຣະອົງ​ເຮັດ​ໃຫ້​ຄົນ​ນີ້​ດີ​ເປັນ​ປົກກະຕິ​ຕາມ​ທີ່​ພວກທ່ານ​ທັງຫລາຍ​ໄດ້​ເຫັນ.

17 “ມາ​ບັດນີ້ ພີ່ນ້ອງ​ຊາວ​ອິດສະຣາເອນ ຂ້າພະເຈົ້າ​ຮູ້​ແລ້ວ​ວ່າ​ສິ່ງ​ທີ່​ພວກທ່ານ​ໄດ້​ເຮັດ​ໄປ​ຕາມ​ຄວາມ​ບໍ່​ຮູ້ ພວກ​ຜູ້ນຳ​ຂອງ​ພວກທ່ານ​ກໍ​ເຮັດ​ເໝືອນ​ກັນ.

18 ແຕ່​ພຣະເຈົ້າ​ໄດ້​ໃຫ້​ສິ່ງ​ນີ້​ເກີດຂຶ້ນ​ເພື່ອ​ຈະ​ເປັນຈິງ​ຕາມ​ທີ່​ໄດ້​ກ່າວ​ໄວ້​ລ່ວງໜ້າ​ຜ່ານ​ທາງ​ຜູ້ທຳນວາຍ​ທັງໝົດ​ວ່າ ພຣະຄຣິດເຈົ້າ​ຂອງ​ພຣະອົງ​ຕ້ອງ​ທົນທຸກທໍລະມານ.

19 ດັ່ງນັ້ນ, ຈົ່ງ​ຖິ້ມໃຈເກົ່າເອົາໃຈໃໝ່ ແລະ ຫັນ​ຄືນ​ມາ​ຫາ​ພຣະເຈົ້າ, ເພື່ອ​ວ່າ​ບາບ​ທັງຫລາຍ​ຂອງ​ພວກທ່ານ​ຈະ​ຖືກ​ລຶບລ້າງ​ອອກ​ໄປ, ເວລາ​ແຫ່ງ​ຄວາມ​ສົດຊື່ນ​ຈະ​ມາ​ຈາກ​ອົງພຣະຜູ້ເປັນເຈົ້າ,

20 ແລະ ເພື່ອ​ພຣະອົງ​ຈະ​ສົ່ງ​ພຣະເຢຊູເຈົ້າ​ຜູ້​ທີ່​ຖືກ​ແຕ່ງຕັ້ງ​ໄວ້​ເປັນ​ພຣະເມຊີອາ​ເພື່ອ​ພວກທ່ານ.

21 ສະຫວັນ​ຈະ​ຕ້ອງ​ຮັບ​ພຣະອົງ​ໄວ້​ຈົນ​ກວ່າ​ຈະ​ເຖິງ​ເວລາ​ທີ່​ພຣະເຈົ້າ​ຟື້ນຟູ​ໃຫ້​ທຸກສິ່ງ​ນັ້ນ​ດີ​ເໝືອນ​ເດີມ ຕາມ​ທີ່​ໄດ້​ສັນຍາ​ໄວ້​ຜ່ານ​ທາງ​ບັນດາ​ຜູ້ທຳນວາຍ​ບໍລິສຸດ​ຂອງ​ພຣະອົງ​ຕັ້ງ​ແຕ່​ດົນນານ​ມາ​ແລ້ວ.

22 ເພາະ​ໂມເຊ​ໄດ້​ກ່າວ​ໄວ້​ວ່າ, ‘ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຂອງ​ພວກທ່ານ​ຈະ​ຕັ້ງ​ຜູ້ທຳນວາຍ​ຄົນ​ໜຶ່ງ​ຂຶ້ນ​ມາ​ຈາກ​ພີ່ນ້ອງ​ຂອງ​ພວກທ່ານ ເໝືອນ​ກັບ​ຂ້າພະເຈົ້າ; ພວກທ່ານ​ຕ້ອງ​ເຊື່ອຟັງ​ທຸກສິ່ງ​ທີ່​ເພິ່ນ​ບອກ.

23 ຜູ້ໃດ​ທີ່​ບໍ່​ເຊື່ອຟັງ​ເພິ່ນ​ຈະ​ຖືກ​ຕັດຂາດ​ຈາກ​ປະຊາຊົນ​ຂອງ​ເພິ່ນ’.

24 “ແທ້ຈິງ​ແລ້ວ, ບັນດາ​ຜູ້ທຳນວາຍ​ທັງຫລາຍ​ເລີ່ມ​ຕັ້ງແຕ່​ຊາມູເອນ​ທີ່​ໄດ້​ທຳນວາຍ​ເຖິງ​ເຫດການ​ຂອງ​ວັນ​ເວລາ​ເຫລົ່ານີ້.

25 ແລະ ທ່ານ​ທັງຫລາຍ​ເປັນ​ຜູ້ຮັບມໍລະດົກ​ຂອງ​ບັນດາ​ຜູ້ທຳນວາຍ ແລະ ຂອງ​ພັນທະສັນຍາ​ທີ່​ພຣະເຈົ້າ​ໄດ້​ສັນຍາ​ໄວ້​ກັບ​ບັນດາ​ບັນພະບຸລຸດ​ຂອງ​ພວກທ່ານ. ພຣະອົງ​ໄດ້​ກ່າວ​ກັບ​ອັບຣາຮາມ​ວ່າ, ‘ປະຊາຊາດ​ທົ່ວ​ໂລກ​ຈະ​ໄດ້​ຮັບ​ພອນ​ຜ່ານທາງ​ເຊື້ອສາຍ​ຂອງ​ເຈົ້າ’.

26 ເມື່ອ​ພຣະເຈົ້າ​ໄດ້​ເລືອກ​ຜູ້ຮັບໃຊ້​ຂອງ​ພຣະອົງ​ແລ້ວ, ກໍ​ສົ່ງ​ພຣະອົງ​ມາ​ຫາ​ພວກທ່ານ​ທັງຫລາຍ​ກ່ອນ ເພື່ອ​ອວຍພອນ​ພວກທ່ານ ໂດຍ​ເຮັດ​ໃຫ້​ແຕ່ລະຄົນ​ຫັນ​ໜີ​ຈາກ​ການ​ຊົ່ວຮ້າຍ​ຂອງ​ຕົນ”.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan