ກິດຈະການ 28 - ພຣະຄຳພີລາວສະບັບສະໄໝໃໝ່ໂປໂລທີ່ເກາະມັນຕາ 1 ເມື່ອຂຶ້ນຝັ່ງໂດຍປອດໄພແລ້ວ, ພວກເຮົາຈຶ່ງຮູ້ວ່າເກາະນັ້ນຊື່ວ່າເກາະມັນຕາ. 2 ຊາວເກາະໄດ້ສະແດງຄວາມເມດຕາຕໍ່ພວກເຮົາຢ່າງດີທີ່ສຸດ. ພວກເຂົາດັງໄຟຕ້ອນຮັບພວກເຮົາທຸກຄົນເພາະຝົນຕົກ ແລະ ກໍໜາວ. 3 ໂປໂລເກັບເອົາກິ່ງໄມ້ມາມັດໜຶ່ງ, ຂະນະທີ່ເພິ່ນກຳລັງເອົາໄມ້ມັດໃສ່ໄຟຢູ່ທີ່ນັ້ນ ກໍມີງູພິດໂຕໜຶ່ງເມື່ອຖືກຄວາມຮ້ອນຈຶ່ງອອກມາຂົບຕິດຢູ່ທີ່ມືຂອງເພິ່ນ. 4 ເມື່ອຊາວເກາະເຫັນງູຫ້ອຍຢູ່ທີ່ມືຂອງໂປໂລ, ພວກເຂົາກໍເວົ້າກັນວ່າ, “ຊາຍຜູ້ນີ້ຕ້ອງເປັນຜູ້ຂ້າຄົນແນ່ນອນ; ເພາະເຖິງແມ່ນວ່າລາວລອດຕາຍຈາກທະເລ, ແຕ່ເຈົ້າແຫ່ງຄວາມຍຸຕິທຳກໍຍັງບໍ່ປ່ອຍໃຫ້ລາວມີຊີວິດຢູ່”. 5 ແຕ່ໂປໂລສັ່ນງູໂຕນັ້ນຖິ້ມລົງໃສ່ໄຟ ແລະ ບໍ່ໄດ້ຮັບອັນຕະລາຍແຕ່ຢ່າງໃດ. 6 ພວກເຂົາກໍລໍຖ້າເບິ່ງວ່າໂປໂລຈະໂຕບວມຂຶ້ນ ຫລື ລົ້ມຕາຍທັນທີ; ແຕ່ຫລັງຈາກລໍຖ້າເບິ່ງຢູ່ດົນນານ ແລະ ບໍ່ເຫັນສິ່ງໃດຜິດປົກກະຕິເກີດຂຶ້ນກັບເພິ່ນ, ພວກເຂົາຈຶ່ງປ່ຽນຄວາມຄິດ ແລະ ເວົ້າວ່າໂປໂລເປັນເທບພະເຈົ້າ. 7 ຫົວໜ້າເກາະຊື່ປົບລີໂອມີທີ່ດິນຢູ່ໃກ້ທີ່ນັ້ນ. ລາວໄດ້ຕ້ອນຮັບພວກເຮົາເຂົ້າສູ່ເຮືອນຂອງລາວ ແລະ ເບິ່ງແຍງຕ້ອນຮັບພວກເຮົາເປັນຢ່າງດີຕະຫລອດສາມວັນ. 8 ພໍ່ຂອງປົບລີໂອນັ້ນນອນຢູ່ເທິງຕຽງ, ທໍລະມານເພາະເປັນໄຂ້ ແລະ ເປັນທ້ອງບິດ. ໂປໂລຈຶ່ງເຂົ້າໄປເບິ່ງລາວ, ແລະ ຫລັງຈາກອະທິຖານແລ້ວ ເພິ່ນກໍວາງມືໃສ່ລາວ ແລະ ຮັກສາລາວໃຫ້ຫາຍດີ. 9 ເມື່ອເຫດການນີ້ເກີດຂຶ້ນ, ຄົນທີ່ເຈັບໄຂ້ໄດ້ປ່ວຍຄົນອື່ນໆທີ່ເກາະນັ້ນກໍມາ ແລະ ຮັບການຮັກສາໃຫ້ຫາຍດີ. 10 ພວກເຂົາໃຫ້ກຽດພວກເຮົາຫລາຍຢ່າງ; ແລະ ເມື່ອພວກເຮົາພ້ອມແລ້ວທີ່ຈະອອກເຮືອໄປ ພວກເຂົາກໍນຳສິ່ງຂອງທີ່ຈຳເປັນມາໃຫ້ພວກເຮົາ. ໂປໂລເດີນທາງມາຮອດນະຄອນໂຣມ 11 ຫລັງຈາກສາມເດືອນຕໍ່ມາ ພວກເຮົາກໍລົງເຮືອລຳໜຶ່ງທີ່ມາຈາກເມືອງອາເລັກຊັນເດຍທີ່ມີຊື່ສະຫລັກໄວ້ທີ່ຫົວເຮືອວ່າ: “ເທບພະເຈົ້າຝາແຝດ” ຄືກາຊະຕໍ ແລະ ປຸນຫລຸກ ເຊິ່ງໄດ້ມາຄ້າງຢູ່ໃນເກາະນັ້ນຕະຫລອດລະດູໜາວ. 12 ພວກເຮົາຈອດແວ່ພັກທີ່ເມືອງຊີຣະກູເປັນເວລາສາມວັນ. 13 ຈາກເມືອງນີ້ພວກເຮົາໄດ້ຂີ່ເຮືອມາຮອດເມືອງເຣຄີໂອມ, ມື້ຕໍ່ມາ ລົມທິດໃຕ້ກໍເລີ່ມພັດມາ ແລະ ໃນມື້ຕໍ່ມາກໍຮອດເມືອງໂປຕີໂອລີ. 14 ພວກເຮົາໄດ້ພົບພີ່ນ້ອງທີ່ເຊື່ອບາງຄົນຢູ່ທີ່ນັ້ນ, ພວກເຂົາໄດ້ເຊີນໃຫ້ພວກເຮົາພັກຢູ່ນຳໜຶ່ງອາທິດແລ້ວພວກເຮົາກໍອອກເດີນທາງໄປຮອດນະຄອນໂຣມ. 15 ພວກພີ່ນ້ອງທີ່ເຊື່ອໃນນະຄອນໂຣມໄດ້ຍິນຂ່າວວ່າພວກເຮົາຈະມາ, ພວກເຂົາຈຶ່ງເດີນທາງມາແຕ່ໄກເພື່ອອອກມາພົບພວກເຮົາທີ່ຕະຫລາດອາປີໂອ ແລະ ທີ່ສາລາສາມຫລັງ. ເມື່ອໄດ້ເຫັນຄົນເຫລົ່ານີ້ໂປໂລກໍໂມທະນາຂອບພຣະຄຸນພຣະເຈົ້າ ແລະ ໄດ້ຮັບການໜູນໃຈຂຶ້ນ. 16 ເມື່ອພວກເຮົາມາຮອດນະຄອນໂຣມ, ໂປໂລໄດ້ຮັບອະນຸຍາດໃຫ້ຢູ່ຕ່າງຫາກ, ໂດຍມີທະຫານຄົນໜຶ່ງເປັນຜູ້ຍາມຮັກສາເພິ່ນໄວ້. ໂປໂລເທດສະໜາໃນນະຄອນໂຣມພາຍໃຕ້ຄົນຍາມຮັກສາ 17 ສາມວັນຕໍ່ມາ ໂປໂລໄດ້ເຊີນບັນດາຜູ້ນຳຊາວຢິວມາປະຊຸມ. ເມື່ອພວກເຂົາມາພ້ອມໜ້າກັນແລ້ວ, ໂປໂລກໍກ່າວຕໍ່ພວກເຂົາວ່າ: “ພີ່ນ້ອງທັງຫລາຍເອີຍ ເຖິງແມ່ນວ່າຂ້າພະເຈົ້າບໍ່ໄດ້ເຮັດຜິດອັນໃດຕໍ່ພີ່ນ້ອງຮ່ວມຊາດຂອງພວກເຮົາ ຫລື ຜິດທຳນຽມຂອງບັນດາບັນພະບຸລຸດຂອງພວກເຮົາ, ຂ້າພະເຈົ້າກໍໄດ້ຖືກຈັບກຸມໃນນະຄອນເຢຣູຊາເລັມ ແລະ ຖືກມອບໃຫ້ພວກໂຣມ. 18 ພວກເຂົາສອບຖາມຂ້າພະເຈົ້າ ແລະ ຕ້ອງການຢາກປ່ອຍຂ້າພະເຈົ້າ, ເພາະຂ້າພະເຈົ້າບໍ່ໄດ້ເຮັດສິ່ງໃດຜິດທີ່ສົມຄວນຈະຕ້ອງຕາຍ. 19 ແຕ່ພວກຢິວຄັດຄ້ານ, ດັ່ງນັ້ນ ຂ້າພະເຈົ້າຈຶ່ງຈຳເປັນຕ້ອງອຸທອນເຖິງກາຍຊາ. ແນ່ນອນຂ້າພະເຈົ້າບໍ່ມີຄວາມຕັ້ງໃຈຈະນຳເອົາຂໍ້ກ່າວຫາໃດໆມາຕໍ່ສູ້ພີ່ນ້ອງຮ່ວມຊາດຂອງຂ້າພະເຈົ້າ. 20 ດ້ວຍເຫດນີ້ ຂ້າພະເຈົ້າຈຶ່ງຂໍພົບພວກທ່ານ ແລະ ໂອ້ລົມກັບພວກທ່ານ. ເປັນເພາະຄວາມຫວັງຂອງຊົນຊາດອິດສະຣາເອນ ຂ້າພະເຈົ້າຈຶ່ງຖືກລ່າມດ້ວຍໂສ້ຢ່າງນີ້”. 21 ພວກເຂົາຕອບວ່າ, “ພວກເຮົາບໍ່ໄດ້ຮັບຈົດໝາຍໃດໆຈາກແຂວງຢູດາຍກ່ຽວກັບທ່ານ, ແລະ ກໍບໍ່ມີພີ່ນ້ອງຄົນໃດທີ່ມາຈາກທີ່ນັ້ນໄດ້ລາຍງານ ຫລື ເວົ້າອັນໃດບໍ່ດີກ່ຽວກັບທ່ານ. 22 ແຕ່ພວກເຮົາຢາກຟັງຄວາມຄິດຂອງທ່ານ, ເພາະພວກເຮົາຮູ້ຢູ່ວ່າຄົນທັງຫລາຍທີ່ຢູ່ທົ່ວທຸກບ່ອນຕ່າງກໍເວົ້າຕິຕຽນນິກາຍນີ້”. 23 ພວກເຂົາໄດ້ນັດໝາຍວັນທີ່ຈະພົບກັບໂປໂລ, ແລະ ຄົນເປັນຈຳນວນຫລາຍພາກັນມາຍັງທີ່ພັກຂອງເພິ່ນ. ເພິ່ນເປັນພະຍານແກ່ພວກເຂົາຕັ້ງແຕ່ເຊົ້າຈົນຄ່ຳ, ເພິ່ນອະທິບາຍເລື່ອງອານາຈັກຂອງພຣະເຈົ້າ ແລະ ອະທິບາຍຈາກເລື່ອງກົດບັນຍັດຂອງໂມເຊ ແລະ ຈາກບັນດາຜູ້ທຳນວາຍ ເພິ່ນພະຍາຍາມຊັກຊວນໃຫ້ພວກເຂົາເຊື່ອພຣະເຢຊູເຈົ້າ. 24 ບາງຄົນກໍເຊື່ອໃນສິ່ງທີ່ເພິ່ນໄດ້ກ່າວ, ແຕ່ບາງຄົນກໍບໍ່ເຊື່ອ. 25 ພວກເຂົາມີຄວາມເຫັນບໍ່ລົງລອຍກັນທ່າມກາງພວກເຂົາເອງ ແລະ ເລີ່ມລາຈາກກັນໄປຫລັງຈາກທີ່ໂປໂລກ່າວລົງທ້າຍວ່າ: “ເປັນຈິງຕາມທີ່ພຣະວິນຍານບໍລິສຸດເຈົ້າໄດ້ກ່າວກັບບັນພະບຸລຸດຂອງພວກທ່ານຜ່ານທາງຜູ້ທຳນວາຍເອຊາຢາວ່າ: 26 “‘ຈົ່ງໄປຫາຊົນຊາດນີ້ ແລະ ບອກພວກເຂົາວ່າ, “ເຈົ້າຈະຟັງແລ້ວຟັງອີກແຕ່ຈະບໍ່ເຂົ້າໃຈ; ເຈົ້າຈະເບິ່ງແລ້ວເບິ່ງອີກແຕ່ຈະບໍ່ສັງເກດເຫັນ”. 27 ເພາະຈິດໃຈຂອງຊົນຊາດນີ້ດື້ດ້ານ; ພວກເຂົາເກືອບຈະບໍ່ຍອມຟັງດ້ວຍຫູຂອງພວກເຂົາ, ແລະ ພວກເຂົາໄດ້ປິດຕາຂອງພວກເຂົາເສຍ. ຖ້າບໍ່ດັ່ງນັ້ນພວກເຂົາຈະເຫັນດ້ວຍຕາຂອງພວກເຂົາ, ໄດ້ຍິນດ້ວຍຫູ, ເຂົ້າໃຈດ້ວຍຈິດໃຈຂອງພວກເຂົາ ແລະ ຫັນກັບຄືນມາ, ແລ້ວເຮົາຈະເຮັດໃຫ້ພວກເຂົາຫາຍດີ’. 28 “ເຫດສະນັ້ນ ຂ້າພະເຈົ້າຢາກໃຫ້ທ່ານຮູ້ວ່າຄວາມພົ້ນຂອງພຣະເຈົ້າໄດ້ຖືກນຳໄປເຖິງຄົນຕ່າງຊາດແລ້ວ ແລະ ພວກເຂົາຈະຮັບຟັງ!” 29 ຫລັງຈາກໂປໂລກ່າວເຊັ່ນນີ້ແລ້ວ ພວກຢິວກໍຈາກໄປ ແລະ ໂຕ້ຖຽງກັນເອງຢ່າງໃຫຍ່. 30 ຕະຫລອດເວລາສອງປີເຕັມທີ່ໂປໂລໄດ້ພັກອາໄສຢູ່ໃນເຮືອນທີ່ເພິ່ນເຊົ່າໄວ້ ແລະ ເພິ່ນໄດ້ຕ້ອນຮັບຄົນທັງຫລາຍທີ່ມາຫາເພິ່ນ. 31 ເພິ່ນໄດ້ປະກາດອານາຈັກຂອງພຣະເຈົ້າ ແລະ ສອນເລື່ອງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າດ້ວຍຄວາມກ້າຫານ ແລະ ໂດຍບໍ່ຖືກຂັດຂວາງ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.