Biblia Todo Logo
Bìoball air-loidhne

- Sanasan -

ກິດຈະການ 27 - ພຣະຄຳພີລາວສະບັບສະໄໝໃໝ່


ໂປໂລ​ລົງເຮືອ​ໄປ​ໂຣມ

1 ເມື່ອ​ມີ​ການຕັດສິນໃຈ​ໃຫ້​ພວກເຮົາ​ລົງເຮືອ​ໄປ​ຍັງ​ອີຕາລີ, ໂປໂລ ແລະ ນັກໂທດ​ອື່ນໆ​ບາງຄົນ​ຈຶ່ງ​ຖືກ​ສົ່ງ​ໃຫ້​ນາຍຮ້ອຍ​ຢູລີໂອ, ຜູ້​ທີ່​ຂຶ້ນ​ກັບ​ກອງທັບ​ຂອງ​ຈັກກະພັດ.

2 ພວກເຮົາ​ລົງ​ເຮືອ​ລຳ​ໜຶ່ງ​ຈາກ​ເມືອງ​ອາຣະມິດ ເຊິ່ງ​ກຳລັງ​ຈະ​ໄປ​ຍັງ​ທ່າ​ຕ່າງໆ​ຕາມ​ຊາຍ​ຝັ່ງ​ຂອງ​ແຂວງ​ເອເຊຍ, ແລ້ວ​ພວກເຮົາ​ກໍ​ອອກ​ໄປ​ສູ່​ທະເລ. ອາຣິດຕາໂຂ ຊາວ​ມາເກໂດເນຍ​ທີ່​ມາ​ຈາກ​ເມືອງ​ເທສະໂລນິກ​ກໍ​ຢູ່​ກັບ​ພວກເຮົາ​ດ້ວຍ.

3 ວັນ​ຕໍ່ມາ ພວກເຮົາ​ຈອດ​ທີ່​ເມືອງ​ຊີໂດນ; ຝ່າຍ​ຢູລີໂອ ມີ​ຄວາມເມດຕາ​ຕໍ່​ໂປໂລ ຈຶ່ງ​ອະນຸຍາດ​ໃຫ້​ເພິ່ນ​ໄປ​ຫາ​ເພື່ອນ​ຂອງ​ເພິ່ນ​ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຈັດຫາ​ສິ່ງ​ທີ່​ຈຳເປັນ​ໃຫ້​ແກ່​ເພິ່ນ.

4 ຈາກ​ທີ່​ນັ້ນ ພວກເຮົາ​ອອກ​ສູ່​ທະເລ​ເດີນທາງ​ອີກ ແລະ ໄດ້​ຜ່ານ​ໄປ​ທາງດ້ານ​ບັງລົມ​ຂອງ​ເກາະ​ໄຊປຣັດ ເນື່ອງຈາກວ່າ​ພວກເຮົາ​ແລ່ນ​ຕ້ານ​ກະແສລົມ.

5 ເມື່ອ​ພວກເຮົາ​ແລ່ນ​ຂ້າມ​ທະເລ​ລຽບຝັ່ງ​ແຂວງ​ກີລີເກຍ​ກັບ​ປຳຟີເລຍ, ພວກເຮົາ​ກໍ​ໄດ້​ມາ​ຈອດ​ທີ່​ເມືອງ​ມີຣາ​ໃນ​ແຂວງ​ລີເກຍ.

6 ໃນ​ທີ່​ນັ້ນ ນາຍຮ້ອຍ​ໄດ້​ພົບ​ເຮືອ​ຈາກ​ເມືອງ​ອາເລັກຊັນເດຍ ເຊິ່ງ​ກຳລັງ​ຈະ​ໄປ​ປະເທດ​ອີຕາລີ ແລະ ພວກເຮົາ​ຈຶ່ງ​ລົງ​ໄປ​ຂຶ້ນ​ເຮືອ​ລຳ​ນັ້ນ.

7 ເຮົາ​ແລ່ນ​ຊ້າໆ​ຢູ່​ຫລາຍ​ວັນ ແລະ ກໍ​ມາ​ເຖິງ​ເມືອງ​ກະນີໂດ​ຢ່າງ​ຍາກລຳບາກ. ເມື່ອ​ລົມພັດ​ຕ້ານ​ພວກເຮົາ​ຈຶ່ງ​ແລ່ນ​ມາ​ທາງດ້ານ​ບັງລົມ​ຂອງ​ເກາະ​ກະເຣເຕ​ທີ່​ກົງກັນຂ້າມ​ເມືອງ​ສານໂມນ.

8 ພວກເຮົາ​ແລ່ນເຮືອ​ລຽບ​ຝັ່ງ​ຢ່າງ​ຍາກລຳບາກ ແລະ ມາເຖິງ​ບ່ອນ​ໜຶ່ງ​ທີ່​ເອີ້ນ​ວ່າ​ທ່າງາມ, ໃກ້​ເມືອງ​ລາເຊ.

9 ເມື່ອ​ເສຍ​ເວລາ​ໄປ​ຫລາຍ ແລະ ການ​ແລ່ນເຮືອ​ກໍ​ອັນຕະລາຍ ເພາະ​ບັດນີ້​ເປັນ​ຊ່ວງ​ຫລັງ​ວັນ​ອົດອາຫານ​ແລ້ວ. ດັ່ງນັ້ນ ໂປໂລ​ຈຶ່ງ​ເຕືອນ​ວ່າ,

10 “ທ່ານ​ທັງຫລາຍ​ເອີຍ ເຮົາ​ເຫັນ​ວ່າ​ການເດີນທາງ​ຂອງ​ພວກເຮົາ​ຈະ​ເປັນ​ອັນຕະລາຍ ແລະ ເຮັດ​ໃຫ້​ເກີດ​ຄວາມເສຍຫາຍ​ຢ່າງ​ຫລວງຫລາຍ​ແກ່​ເຮືອ ແລະ ສິນຄ້າ, ແລະ ຕະຫລອດ​ຮອດ​ຊີວິດ​ຂອງ​ພວກເຮົາ​ເອງ​ດ້ວຍ”.

11 ແຕ່​ນາຍຮ້ອຍ, ແທນທີ່​ຈະ​ຟັງ​ສິ່ງ​ທີ່​ໂປໂລ​ກ່າວ, ລາວ​ພັດ​ຟັງ​ຄຳແນະນຳ​ຂອງ​ນາຍທ້າຍ ແລະ ເຈົ້າຂອງ​ເຮືອ.

12 ເນື່ອງຈາກວ່າ​ທ່າງາມ​ນັ້ນ​ບໍ່​ເໝາະສົມ​ທີ່​ຈະ​ຈອດ​ໃນ​ລະດູໜາວ, ຄົນ​ສ່ວນຫລາຍ​ຈຶ່ງ​ຕົກລົງ​ວ່າ​ພວກເຮົາ​ຄວນ​ແລ່ນເຮືອ​ຕໍ່ໄປ, ໂດຍ​ຫວັງວ່າ​ຈະ​ໄປ​ໃຫ້​ເຖິງ​ເມືອງ​ໂຟນິກ ແລະ ຈອດ​ພັກ​ໃນ​ລະດູໜາວ​ທີ່​ນັ້ນ. ໂຟນິກ​ເປັນ​ທ່າເຮືອ​ຂອງ​ເກາະ​ກະເຣເຕ, ຫັນໜ້າ​ໄປ​ທາງ​ຕາເວັນຕົກສຽງໃຕ້​ກັບ​ຕາເວັນຕົກສຽງເໜືອ.


ພະຍຸ

13 ເມື່ອ​ລົມ​ທິດໃຕ້​ພັດມາ​ຄ່ອຍໆ, ພວກເຂົາ​ກໍ​ຄິດ​ວ່າ​ຄົງ​ເປັນ​ໄປ​ຕາມ​ທີ່​ຫວັງ​ໄວ້; ຈຶ່ງ​ຖອນ​ສະໝໍ​ເຮືອ​ຂຶ້ນ​ແລ້ວ​ແລ່ນເຮືອ​ລຽບ​ຝັ່ງ​ເກາະ​ຂອງ​ກະເຣເຕ.

14 ບໍ່​ດົນ​ເຮືອ​ກໍ​ຖືກ​ລົມພະຍຸ​ໝຸນ​ແຮງ​ທີ່​ເອີ້ນ​ວ່າ, “ລົມ​ຕາເວັນອອກສຽງເໜືອ”, ຊັດ​ອອກຈາກ​ເກາະ.

15 ເຮືອ​ຕິດ​ຢູ່ໃນ​ພະຍຸ ແລະ ຕ້ານ​ລົມ​ບໍ່​ໄຫວ; ດັ່ງນັ້ນ ພວກເຮົາ​ຈຶ່ງ​ປ່ອຍ​ເຮືອ​ໄປ​ຕາມ​ກະແສລົມ.

16 ຂະນະ​ທີ່​ພວກເຮົາ​ກຳລັງ​ຜ່ານ​ດ້ານ​ບັງລົມ​ຂອງ​ເກາະ​ນ້ອຍໆ​ທີ່​ຊື່​ວ່າ​ກາວດາ, ພວກເຮົາ​ເກືອບ​ຈະ​ບໍ່​ສາມາດ​ຮັກສາ​ເຮືອກູ້ໄພ​ໄວ້​ໄດ້.

17 ດັ່ງນັ້ນ ພວກລູກເຮືອ​ຈຶ່ງ​ຍົກ​ເຮືອກູ້ໄພ​ຂຶ້ນ​ມາ​ໄວ້​ເທິງ​ເຮືອ. ແລ້ວ​ພວກເຂົາ​ກໍ​ເອົາ​ເຊືອກ​ລອດ​ກ້ອງ​ເຮືອ​ໃຫຍ່​ເພື່ອ​ຢຶດ​ເຮືອ​ໄວ້​ນຳກັນ. ເພາະ​ພວກເຂົາ​ຢ້ານ​ວ່າ​ຈະ​ຄຸງ​ຫາດຊາຍ​ທີ່​ຊື່​ວ່າ​ຊີຣະຕີ, ພວກເຂົາ​ຈຶ່ງ​ຢ່ອນ​ສະໝໍເຮືອ ແລະ ປ່ອຍ​ເຮືອ​ໄປ​ຕາມ​ກະແສລົມ.

18 ພວກເຮົາ​ໄດ້​ຮັບ​ຄວາມຮຸນແຮງ​ຈາກ​ລົມພະຍຸ​ຊັດ​ກະໜ່ຳ​ໃສ່​ເຮືອ​ຢ່າງ​ໜັກ​ຈົນ​ໃນ​ມື້​ໃໝ່​ມາ​ພວກເຂົາ​ຕ້ອງ​ເລີ່ມ​ຖິ້ມ​ສິນຄ້າ​ລົງ​ທະເລ.

19 ໃນ​ມື້​ທີສາມ ພວກເຂົາ​ຕ້ອງ​ຖິ້ມ​ເຄື່ອງ​ອຸປະກອນ​ປະຈຳ​ເຮືອ​ດ້ວຍ​ມື​ຂອງ​ພວກເຂົາ​ເອງ.

20 ເມື່ອ​ບໍ່​ເຫັນ​ຕາເວັນ​ດວງດາວ​ຕະຫລອດ​ຫລາຍ​ວັນ ແລະ ພະຍຸ​ຍັງ​ພັດ​ກະໜ່ຳ​ບໍ່​ຢຸດ, ໃນທີ່ສຸດ​ພວກເຮົາ​ກໍ​ບໍ່​ເຫລືອ​ຄວາມຫວັງ​ທີ່​ຈະ​ລອດ​ຊີວິດ.

21 ຫລັງຈາກ​ທີ່​ພວກເຂົາ​ບໍ່​ມີ​ອາຫານ​ກິນ​ເປັນ​ເວລາ​ດົນນານ, ໂປໂລ​ກໍ​ຢືນຂຶ້ນ​ຕໍ່ໜ້າ​ພວກເຂົາ ແລະ ກ່າວ​ວ່າ: “ທ່ານ​ທັງຫລາຍ​ເອີຍ ພວກທ່ານ​ຄວນ​ຈະ​ຟັງ​ຄຳແນະນຳ​ຂອງ​ເຮົາ​ທີ່​ບໍ່ໃຫ້​ແລ່ນເຮືອ​ອອກຈາກ​ເກາະ​ກະເຣເຕ; ເພື່ອ​ພວກເຈົ້າ​ຈະ​ບໍ່​ຕ້ອງ​ປະເຊີນ​ກັບ​ອັນຕະລາຍ ແລະ ການສູນເສຍ​ເຊັ່ນ​ນີ້.

22 ແຕ່​ບັດນີ້​ເຮົາ​ຂໍ​ໃຫ້​ພວກທ່ານ​ເຮັດ​ໃຈ​ເຂັ້ມແຂງ​ໄວ້, ເພາະ​ຈະ​ບໍ່​ມີ​ຈັກ​ຄົນ​ໃນ​ພວກທ່ານ​ຕ້ອງ​ເສຍ​ຊີວິດ; ມີ​ແຕ່​ເຮືອ​ເທົ່ານັ້ນ​ທີ່​ຈະ​ເພພັງ.

23 ມື້ຄືນ​ນີ້​ເອງ ເທວະດາ​ຕົນ​ໜຶ່ງ​ຂອງ​ພຣະເຈົ້າ​ຜູ້​ເປັນ​ເຈົ້າຂອງ​ໂຕ​ເຮົາ ຜູ້​ທີ່​ເຮົາ​ຮັບໃຊ້​ຢູ່​ນັ້ນ​ໄດ້​ມາ​ຢືນ​ຄຽງຂ້າງ​ເຮົາ

24 ແລະ ບອກ​ວ່າ, ‘ໂປໂລ​ເອີຍ ຢ່າ​ຢ້ານ​ເລີຍ. ເຈົ້າ​ຕ້ອງ​ຢືນ​ໃຫ້​ການ​ຕໍ່ໜ້າ​ກາຍຊາ; ແລະ ພຣະເຈົ້າ​ເມດຕາ​ເຈົ້າ​ໂດຍ​ໃຫ້​ຄົນ​ທັງຫລາຍ​ທີ່​ຢູ່ໃນ​ເຮືອ​ກັບ​ເຈົ້າ​ລອດຊີວິດ’.

25 ດັ່ງນັ້ນ, ຂໍ​ໃຫ້​ພວກທ່ານ​ທັງຫລາຍ​ເຂັ້ມແຂງ​ໄວ້, ເພາະ​ເຮົາ​ເຊື່ອ​ໃນ​ພຣະເຈົ້າ​ວ່າ​ຈະ​ເປັນ​ຕາມ​ທີ່​ພຣະອົງ​ໄດ້​ບອກ​ເຮົາ​ໄວ້.

26 ເຖິງຢ່າງໃດ​ກໍ​ຕາມ​ພວກເຮົາ​ຈະ​ຕ້ອງ​ຄຸງ​ຢູ່​ເກາະ​ແຫ່ງ​ໜຶ່ງ”.


ເຮືອ​ເປ່ເພ

27 ຄືນ​ທີ​ສິບສີ່​ພວກເຮົາ​ຍັງ​ຖືກ​ພະຍຸ​ພັດ​ຂ້າມ​ທະເລ​ອາດຣີອາຕິກ, ເມື່ອ​ປະມານ​ທ່ຽງຄືນ​ພວກ​ລູກເຮືອ​ຮູ້ສຶກ​ວ່າ​ພວກເຂົາ​ມາ​ໃກ້​ບົກ​ແລ້ວ.

28 ພວກເຂົາ​ຈຶ່ງ​ຢັ່ງ​ເບິ່ງ​ລະດັບ​ນ້ຳ ແລະ ພົບ​ວ່າ​ເລິກ​ປະມານ​ສາມສິບເຈັດ​ແມັດ. ຫລັງຈາກນັ້ນ ບໍ່​ດົນ​ພວກເຂົາ​ກໍ​ຢັ່ງ​ເບິ່ງ​ລະດັບ​ນ້ຳ​ອີກ ແລະ ພົບ​ວ່າ​ເລິກ​ປະມານ​ຊາວເຈັດ​ແມັດ.

29 ພວກເຮົາ​ຢ້ານ​ວ່າ​ເຮືອ​ຈະ​ຕຳ​ກັບ​ໂງ່ນຫີນ​ຈຶ່ງ​ຖິ້ມ​ສະໝໍ​ທາງ​ທ້າຍເຮືອ​ສີ່​ອັນ ແລະ ອະທິຖານ​ຂໍ​ໃຫ້​ແຈ້ງ​ໄວໆ.

30 ພວກ​ລູກເຮືອ​ຫາ​ທາງ​ໜີ​ຈາກ​ເຮືອ​ໃຫຍ່ ພວກເຂົາ​ຈຶ່ງ​ຢ່ອນ​ເຮືອກູ້ໄພ​ລົງ​ທະເລ​ເຮັດ​ຄື​ວ່າ​ຈະ​ຢ່ອນ​ສະໝໍ​ຈາກ​ຫົວເຮືອ.

31 ໂປໂລ​ຈຶ່ງ​ບອກ​ນາຍຮ້ອຍ​ກັບ​ພວກ​ທະຫານ​ວ່າ, “ຖ້າ​ຄົນ​ເຫລົ່ານີ້​ບໍ່​ຢູ່​ໃນ​ເຮືອ​ພວກທ່ານ​ກໍ​ຈະ​ບໍ່​ລອດ​ຊີວິດ”.

32 ດັ່ງນັ້ນ, ພວກທະຫານ​ຈຶ່ງ​ຕັດ​ເຊືອກ​ທີ່​ຢຶດ​ເຮືອກູ້ໄພ​ໄວ້ ແລະ ປ່ອຍ​ໃຫ້​ຕົກ​ລົງ​ນ້ຳ​ໄປ.

33 ເມື່ອ​ໃກ້​ຈະ​ຮຸ່ງເຊົ້າ ໂປໂລ​ກໍ​ເຊີນຊວນ​ຄົນ​ທັງໝົດ​ໃຫ້​ກິນອາຫານ. ເພິ່ນ​ເວົ້າວ່າ, “ຕະຫລອດ​ສິບສີ່​ວັນ​ທີ່​ຜ່ານ​ມາ​ພວກທ່ານ​ມີ​ແຕ່​ລໍຖ້າ ແລະ ບໍ່​ມີ​ອາຫານ​ຢູ່​ທ້ອງ ພວກທ່ານ​ບໍ່ໄດ້​ກິນ​ຫຍັງ​ເລີຍ.

34 ບັດນີ້ ເຮົາ​ຂໍ​ໃຫ້​ພວກທ່ານ​ກິນ​ອາຫານ​ເພື່ອ​ຈະ​ໄດ້​ຮັກສາ​ຊີວິດ​ໃຫ້​ຢູ່​ລອດ. ຈະ​ບໍ່ມີ​ຜູ້ໃດ​ໃນ​ພວກທ່ານ​ຕ້ອງ​ສູນເສຍ​ຜົມ​ເທິງ​ຫົວ​ຂອງ​ຕົນ​ຈັກ​ເສັ້ນ”.

35 ຫລັງຈາກ​ກ່າວ​ຢ່າງ​ນີ້​ແລ້ວ, ໂປໂລ​ກໍ​ຈັບ​ເຂົ້າຈີ່, ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ຕໍ່ໜ້າ​ພວກເຂົາ​ທັງຫລາຍ. ແລ້ວ​ເພິ່ນ​ກໍ​ຫັກ​ເຂົ້າຈີ່ ແລະ ເລີ່ມ​ກິນ.

36 ພວກເຂົາ​ທຸກຄົນ​ຕ່າງ​ກໍ​ໄດ້​ຮັບ​ກຳລັງໃຈ ແລະ ກິນ​ອາຫານ.

37 ພວກເຮົາ​ມີ​ດ້ວຍ​ກັນ​ທັງໝົດ 276 ຄົນ ຢູ່​ໃນ​ເຮືອ.

38 ເມື່ອ​ພວກເຂົາ​ກິນ​ອາຫານ​ອີ່ມ​ເທົ່າ​ທີ່​ພວກເຂົາ​ຕ້ອງການ​ແລ້ວ, ພວກເຂົາ​ກໍ​ເຮັດ​ໃຫ້​ເຮືອ​ເບົາ​ລົງ​ໂດຍ​ຖິ້ມ​ເມັດພືດ​ລົງ​ທະເລ.

39 ເມື່ອ​ແຈ້ງ​ແລ້ວ, ພວກເຂົາ​ຈື່​ບໍ່ໄດ້​ວ່າ​ແມ່ນ​ແຄມຝັ່ງ​ໃດ, ແຕ່​ພວກເຂົາ​ຫລຽວເຫັນ​ອ່າວ​ແຫ່ງ​ໜຶ່ງ​ທີ່​ມີ​ຫາດຊາຍ, ບ່ອນ​ທີ່​ພວກເຂົາ​ຕັດສິນໃຈ​ວ່າ​ຖ້າ​ເປັນ​ໄປ​ໄດ້​ຈະ​ໃຫ້​ເຮືອ​ເຂົ້າ​ຄຸງ​ຫາດ​ນັ້ນ.

40 ພວກເຂົາ​ຈຶ່ງ​ຕັດ​ສະໝໍ​ເຮືອ​ປ່ອຍ​ລົງ​ທະເລ ແລະ ເວລາ​ດຽວກັນ​ກໍ​ແກ້​ເຊືອກ​ທີ່​ມັດ​ຫາງເສືອເຮືອ​ອອກ​ແລ້ວ​ຊັກ​ໃບເຮືອ​ທີ່​ຫົວເຮືອ​ຂຶ້ນ​ໃຫ້​ຖືກ​ລົມ​ແລ້ວ​ແລ່ນ​ຊື່​ເຂົ້າ​ຫາ​ຝັ່ງ.

41 ແຕ່​ເຮືອ​ຕຳ​ຫາດຊາຍ ແລະ ຄຸງ​ດິນຊາຍ. ຫົວເຮືອ​ຕິດແໜ້ນ​ເຄື່ອນໄຫວ​ບໍ່ໄດ້ ແລະ ທ້າຍເຮືອ​ກໍ​ແຕກ​ເປັນ​ປ່ຽງໆ​ເພາະ​ຖືກ​ກະແສນ້ຳ​ທີ່​ໄຫລແຮງ​ທັ່ງ​ໃສ່.

42 ພວກທະຫານ​ຄິດ​ຈະ​ຂ້າ​ນັກໂທດ​ເພື່ອ​ປ້ອງກັນ​ບໍ່ໃຫ້​ຄົນ​ໃດ​ລອຍນ້ຳ​ໜີ.

43 ແຕ່​ນາຍຮ້ອຍ​ຕ້ອງການ​ຈະ​ຊ່ວຍ​ຊີວິດ​ໂປໂລ​ໄວ້ ຈຶ່ງ​ຫ້າມ​ພວກເຂົາ​ບໍ່​ໃຫ້​ປະຕິບັດ​ຕາມ​ແຜນການ​ຂອງ​ພວກເຂົາ. ນາຍຮ້ອຍ​ຈຶ່ງ​ສັ່ງ​ຄົນ​ທີ່​ລອຍນ້ຳ​ເປັນ​ໃຫ້​ໂດດ​ລົງ​ນ້ຳ​ລອຍ​ເຂົ້າ​ຝັ່ງ​ກ່ອນ.

44 ສ່ວນ​ຄົນ​ທີ່​ເຫລືອ​ກໍ​ລອຍ​ເຟືອ​ໄມ້ແປ້ນ ຫລື ທ່ອນໄມ້​ທີ່​ຫັກ​ຈາກ​ເຮືອ​ຕາມ​ໄປ. ໂດຍ​ວິທີ​ນີ້​ທຸກຄົນ​ຈຶ່ງ​ຂຶ້ນ​ຝັ່ງ​ດ້ວຍ​ຄວາມ​ປອດໄພ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan