Biblia Todo Logo
Bìoball air-loidhne

- Sanasan -

ກິດຈະການ 26 - ພຣະຄຳພີລາວສະບັບສະໄໝໃໝ່

1 ແລ້ວ​ອັກຄຣີປາ​ຈຶ່ງ​ກ່າວ​ກັບ​ໂປໂລ​ວ່າ, “ເຈົ້າ​ໄດ້​ຮັບ​ອະນຸຍາດ​ໃຫ້​ເວົ້າ​ແກ້​ຄະດີ​ຂອງ​ເຈົ້າ​ເອງ”. ດັ່ງນັ້ນ ໂປໂລ​ຈຶ່ງ​ໂບກມື​ຂອງ​ຕົນ ແລະ ເລີ່ມ​ແກ້​ຄະດີ​ວ່າ:

2 “ຂ້າແດ່​ກະສັດ​ອັກຄຣີປາ, ຂ້ານ້ອຍ​ຂໍ​ຖື​ເປັນ​ໂອກາດ​ດີ​ທີ່​ໄດ້​ຢືນຢູ່​ຕໍ່ໜ້າ​ທ່ານ​ວັນ​ນີ້​ເພື່ອ​ແກ້​ຂໍ້ກ່າວຫາ​ທັງຫລາຍ​ຂອງ​ພວກ​ຢິວ,

3 ທີ່​ຂ້ານ້ອຍ​ຮູ້ສຶກ​ເຊັ່ນນີ້​ກໍ​ເພາະ​ທ່ານ​ຮູ້ຈັກ​ທຳນຽມ ແລະ ຂໍ້​ຂັດແຍ້ງ​ຕ່າງໆ​ທັງຫລາຍ​ຂອງ​ຊາວຢິວ​ເປັນ​ຢ່າງດີ. ເຫດສະນັ້ນ, ຂໍ​ໃຫ້​ທ່ານ​ອົດທົນ​ຟັງ​ຂ້ານ້ອຍ​ສາ.

4 “ພວກ​ຢິວ​ທຸກ​ຄົນ​ຮູ້​ແນວທາງ​ການດຳເນີນຊີວິດ​ຂອງ​ຂ້ານ້ອຍ​ມາ​ຕັ້ງແຕ່​ຂ້ານ້ອຍ​ຍັງ​ເປັນ​ເດັກນ້ອຍ, ນັບ​ຕັ້ງແຕ່​ກຳເນີດ​ໃນ​ບ້ານເມືອງ​ຂອງ​ຂ້ານ້ອຍ​ເອງ ແລະ ທັງ​ໃນ​ນະຄອນ​ເຢຣູຊາເລັມ​ເໝືອນກັນ.

5 ພວກເຂົາ​ໄດ້​ຮູ້ຈັກ​ຂ້ານ້ອຍ​ມາ​ດົນນານ​ແລ້ວ ແລະ ສາມາດ​ເປັນ​ພະຍານ​ໄດ້​ຖ້າ​ພວກເຂົາ​ເຕັມໃຈ, ວ່າ​ຂ້ານ້ອຍ​ປະຕິບັດ​ຕາມ​ນິກາຍ​ທີ່​ເຄັ່ງຄັດ​ທີ່ສຸດ​ໃນ​ສາສະໜາ​ຂອງ​ພວກຂ້ານ້ອຍ, ຄື​ດຳເນີນຊີວິດ​ໃນ​ຖານ​ະ​ຟາຣີຊາຍ​ຄົນ​ໜຶ່ງ.

6 ແລະ ບັດນີ້ ທີ່​ຂ້ານ້ອຍ​ຖືກ​ສືບສວນ​ໃນ​ວັນນີ້​ກໍ​ເພາະ​ຂ້ານ້ອຍ​ມີ​ຄວາມຫວັງ​ໃນ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ສັນຍາ​ໄວ້​ກັບ​ບັນດາ​ບັນພະບຸລຸດ​ຂອງ​ພວກຂ້ານ້ອຍ.

7 ເປັນ​ຄຳ​ສັນຍາ​ທີ່​ພວກຂ້ານ້ອຍ​ສິບສອງ​ຕະກຸນ​ຫວັງ​ວ່າ​ຈະ​ເປັນຈິງ​ຂະນະ​ທີ່​ພວກເຂົາ​ຮ້ອນຮົນ​ບົວລະບັດ​ພຣະເຈົ້າ​ທັງ​ກາງເວັນ ແລະ ກາງຄືນ. ຂ້າແດ່​ກະສັດ​ອັກຄຣີປາ, ເພາະ​ຄວາມຫວັງ​ນີ້​ເອງ​ພວກ​ຢິວ​ເຫລົ່ານີ້​ຈຶ່ງ​ກ່າວຫາ​ຂ້ານ້ອຍ.

8 ດ້ວຍເຫດໃດ ພວກທ່ານ​ຈຶ່ງ​ເຫັນວ່າ​ເປັນ​ໄປ​ບໍ່ໄດ້​ທີ່​ພຣະເຈົ້າ​ຈະ​ເຮັດ​ໃຫ້​ຄົນຕາຍ​ເປັນຄືນມາຈາກຕາຍ?

9 “ຂ້ານ້ອຍ​ເອງ​ກໍ​ເຄີຍ​ເຊື່ອ​ວ່າ ຈະ​ຕ້ອງ​ເຮັດ​ທຸກ​ວິທີ​ເທົ່າ​ທີ່​ເປັນໄປໄດ້​ເພື່ອ​ຕໍ່ຕ້ານ​ນາມ​ຂອງ​ພຣະເຢຊູເຈົ້າ​ຊາວ​ນາຊາເຣັດ.

10 ແລະ ນັ້ນ​ແຫລະ​ຄື​ສິ່ງ​ທີ່​ຂ້ານ້ອຍ​ໄດ້​ເຮັດ​ໃນ​ເຢຣູຊາເລັມ. ຂ້ານ້ອຍ​ໄດ້​ຈັບ​ຄົນ​ຂອງ​ພຣະເຈົ້າ​ຫລາຍ​ຄົນ​ເຂົ້າ​ຄຸກ ໂດຍ​ອາໄສ​ສິດອຳນາດ​ຂອງ​ບັນດາ​ຫົວໜ້າ​ປະໂລຫິດ ແລະ ເມື່ອ​ພວກເຂົາ​ຖືກ​ຂ້າ, ຂ້ານ້ອຍ​ກໍ​ເຫັນພ້ອມ​ດ້ວຍ.

11 ຫລາຍ​ຄັ້ງ​ຂ້ານ້ອຍ​ໄປ​ຕາມ​ທຳມະສາລາ​ຕ່າງໆ​ເພື່ອ​ລົງໂທດ​ພວກເຂົາ ແລະ ພະຍາຍາມ​ບີບບັງຄັບ​ໃຫ້​ພວກເຂົາ​ກ່າວ​ຄຳໝິ່ນປະໝາດ​ຕໍ່​ພຣະເຈົ້າ. ຂ້ານ້ອຍ​ຄຽດແຄ້ນ​ພວກເຂົາ​ແຮງ​ຈົນ​ວ່າ​ຕາມ​ໄປ​ຂົ່ມເຫັງ​ພວກເຂົາ​ທີ່​ເມືອງ​ຕ່າງໆ​ໃນ​ຕ່າງປະເທດ.

12 “ໃນ​ການເດີນທາງ​ຄັ້ງ​ໜຶ່ງ ຂ້ານ້ອຍ​ກຳລັງ​ຈະ​ໄປ​ຍັງ​ເມືອງ​ດາມັສກັດ ໂດຍ​ໄດ້​ຮັບ​ສິດອຳນາດ ແລະ ການ​ມອບໝາຍ​ຈາກ​ມະຫາ​ປະໂລຫິດ.

13 ກະສັດ​ອັກຄຣີປາ​ທີ່​ນັບຖື, ປະມານ​ຕອນທ່ຽງ​ໃນ​ຂະນະ​ທີ່​ຢູ່​ກາງທາງ ຂ້ານ້ອຍ​ເຫັນ​ແສງສະຫວ່າງ​ຈາກ​ສະຫວັນ ແສງ​ກ້າ​ກວ່າ​ແສງອາທິດ ສ່ອງ​ອ້ອມ​ຂ້ານ້ອຍ ແລະ ຄົນ​ທີ່​ເດີນທາງ​ໄປ​ກັບ​ຂ້ານ້ອຍ.

14 ພວກຂ້ານ້ອຍ​ທັງໝົດ​ລົ້ມລົງ​ພື້ນດິນ ແລະ ຂ້ານ້ອຍ​ໄດ້​ຍິນ​ສຽງ​ໜຶ່ງ​ກ່າວ​ຕໍ່​ຂ້ານ້ອຍ​ເປັນ​ພາສາ​ອາຣາມິກ​ວ່າ, ‘ໂຊໂລ, ໂຊໂລ​ເອີຍ, ເປັນຫຍັງ​ເຈົ້າ​ຈຶ່ງ​ຂົ່ມເຫັງ​ເຮົາ? ເປັນ​ການ​ຍາກ​ທີ່​ເຈົ້າ​ຈະ​ຄັດຄ້ານ​ຄວາມປະສົງ​ຂອງ​ເຮົາ’.

15 “ແລ້ວ​ຂ້ານ້ອຍ​ຈຶ່ງ​ຖາມ​ວ່າ, ‘ອົງພຣະຜູ້ເປັນເຈົ້າ​ເອີຍ ພຣະອົງ​ເປັນ​ຜູ້ໃດ?’ “ອົງພຣະຜູ້ເປັນເຈົ້າ​ຕອບ​ວ່າ, ‘ເຮົາ​ແມ່ນ​ເຢຊູ​ຜູ້​ທີ່​ເຈົ້າ​ກຳລັງ​ຂົ່ມເຫັງ​ນັ້ນ​ແຫລະ.

16 ບັດນີ້​ຈົ່ງ​ລຸກຂຶ້ນ ແລະ ຢືນ​ຢູ່. ເຮົາ​ໄດ້​ປາກົດ​ແກ່​ເຈົ້າ​ກໍ​ເພື່ອ​ແຕ່ງຕັ້ງ​ເຈົ້າ​ເປັນ​ຜູ້ຮັບໃຊ້ ແລະ ເປັນ​ພະຍານ​ເຖິງ​ສິ່ງ​ທີ່​ເຈົ້າ​ໄດ້​ເຫັນ​ກ່ຽວກັບ​ເຮົາ ແລະ ສິ່ງ​ທີ່​ເຮົາ​ຈະ​ສະແດງ​ແກ່​ເຈົ້າ.

17 ເຮົາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ​ຈາກ​ພີ່ນ້ອງ​ຮ່ວມຊາດ​ຂອງ​ເຈົ້າ​ເອງ ແລະ ຈາກ​ຄົນຕ່າງຊາດ. ເຮົາ​ຈະ​ສົ່ງ​ເຈົ້າ​ໄປ​ຫາ​ພວກເຂົາ

18 ເພື່ອ​ເປີດ​ຕາ​ຂອງ​ພວກເຂົາ ແລະ ນຳ​ພວກເຂົາ​ອອກ​ຈາກ​ຄວາມມືດ​ມາ​ສູ່​ຄວາມສະຫວ່າງ ແລະ ຈາກ​ອຳນາດ​ຂອງ​ມານຊາຕານ​ມາຫາ​ພຣະເຈົ້າ ເພື່ອ​ພວກເຂົາ​ຈະ​ໄດ້​ຮັບ​ການອະໄພ​ບາບ ແລະ ໄດ້​ຢູ່​ໃນ​ທ່າມກາງ​ຜູ້​ທີ່​ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍລິສຸດ​ໂດຍ​ເຊື່ອ​ໃນ​ເຮົາ’.

19 “ຫລັງຈາກນັ້ນ ຂ້າແດ່​ກະສັດ​ອັກຄຣີປາ ຂ້ານ້ອຍ​ຈຶ່ງ​ບໍ່​ຂັດຂືນ​ຕໍ່​ນິມິດ​ຈາກ​ສະຫວັນ​ນັ້ນ.

20 ທຳອິດ ຂ້ານ້ອຍ​ໄດ້​ປະກາດ​ແກ່​ຄົນ​ທັງຫລາຍ​ໃນ​ເມືອງ​ດາມັສກັດ, ຈາກນັ້ນ​ກໍ​ໄດ້​ປະກາດ​ແກ່​ຄົນ​ທັງຫລາຍ​ໃນ​ນະຄອນ​ເຢຣູຊາເລັມ ແລະ ທົ່ວ​ແຂວງ​ຢູດາຍ ແລະ ແກ່​ຄົນຕ່າງຊາດ​ເໝືອນກັນ, ຂ້ານ້ອຍ​ໄດ້​ປະກາດ​ວ່າ​ໃຫ້​ພວກເຂົາ​ຖິ້ມໃຈເກົ່າເອົາໃຈໃໝ່, ຫັນ​ມາຫາ​ພຣະເຈົ້າ ແລະ ສະແດງ​ໃຫ້​ເຫັນ​ການກັບໃຈໃໝ່​ດ້ວຍ​ການກະທຳ​ຂອງ​ຕົນ.

21 ດ້ວຍເຫດນີ້​ແຫລະ ພວກ​ຢິວ​ຈຶ່ງ​ຈັບກຸມ​ຂ້ານ້ອຍ​ທີ່​ເດີ່ນ​ວິຫານ ແລະ ພະຍາຍາມ​ຈະ​ຂ້າ​ຂ້ານ້ອຍ.

22 ແຕ່​ພຣະເຈົ້າ​ໄດ້​ຊ່ວຍ​ຂ້ານ້ອຍ​ມາ​ຈົນ​ເຖິງ​ທຸກ​ວັນ​ນີ້; ດັ່ງນັ້ນ​ຂ້ານ້ອຍ​ຈຶ່ງ​ໄດ້​ມາ​ຢືນ​ຢູ່​ທີ່​ນີ້ ແລະ ເປັນ​ພະຍານ​ຕໍ່​ຜູ້ໃຫຍ່ ແລະ ຜູ້ນ້ອຍ. ຂ້ານ້ອຍ​ບໍ່ໄດ້​ເວົ້າ​ເລື່ອງ​ອື່ນ​ໃດ​ນອກເໜືອ​ຈາກ​ສິ່ງ​ທີ່​ບັນດາ​ຜູ້ທຳນວາຍ ແລະ ໂມເຊ​ກ່າວ​ໄວ້​ວ່າ​ຈະ​ຕ້ອງ​ເກີດຂຶ້ນ,

23 ຄື​ທີ່​ພຣະຄຣິດເຈົ້າ​ຈະ​ຕ້ອງ​ທົນທຸກທໍລະມານ ແລະ, ໃນ​ຖານະ​ທີ່​ເປັນ​ຜູ້ທຳອິດ​ທີ່​ເປັນຄືນມາຈາກຕາຍ ແລະ ນຳ​ແສງສະຫວ່າງ​ມາ​ສູ່​ຄົນ​ຂອງ​ພຣະອົງ​ເອງ ແລະ ຄົນຕ່າງຊາດ”.

24 ມາ​ເຖິງ​ຕອນ​ນີ້​ເຟຊະໂຕ​ກໍ​ຮ້ອງ​ຂຶ້ນ​ຂັດ​ໂປໂລ​ວ່າ, “ໂປໂລ​ເອີຍ! ເຈົ້າ​ເປັນ​ບ້າ​ໄປ​ແລ້ວ, ເຈົ້າ​ຮຽນ​ຫລາຍ​ຈົນ​ເຮັດ​ໃຫ້​ເຈົ້າ​ເປັນ​ບ້າ”.

25 ໂປໂລ​ຕອບ​ວ່າ, “ພະນະທ່ານ ເຟຊະໂຕ ຂ້ານ້ອຍ​ບໍ່ໄດ້​ເປັນ​ບ້າ, ສິ່ງ​ທີ່​ຂ້ານ້ອຍ​ກຳລັງ​ເວົ້າ​ເປັນ​ຄວາມຈິງ ແລະ ສົມເຫດສົມຜົນ.

26 ກະສັດ​ເອງ​ກໍ​ຮູ້​ເລື່ອງ​ເຫລົ່ານີ້​ດີ ແລະ ຂ້ານ້ອຍ​ສາມາດ​ຕອບ​ໄດ້​ຢ່າງ​ເປີດເຜີຍ. ຂ້ານ້ອຍ​ເຊື່ອ​ວ່າ​ບໍ່ມີ​ຈັກ​ສິ່ງ​ທີ່​ພົ້ນ​ຈາກ​ສາຍຕາ​ຂອງ​ກະສັດ, ເພາະ​ສິ່ງ​ເຫລົ່ານີ້​ບໍ່ໄດ້​ເກີດຂຶ້ນ​ໃນ​ບ່ອນ​ລັບລີ້.

27 ຂ້າແດ່​ກະສັດ​ອັກຄຣີປາ ທ່ານ​ເຊື່ອ​ພວກ​ຜູ້ທຳນວາຍ​ບໍ? ຂ້ານ້ອຍ​ຮູ້​ວ່າ​ທ່ານ​ເຊື່ອ”.

28 ແລ້ວ​ອັກຄຣີປາ​ຈຶ່ງ​ເວົ້າ​ກັບ​ໂປໂລ​ວ່າ, “ເຈົ້າ​ຄິດ​ວ່າ​ໃນ​ເວລາ​ສັ້ນໆ​ເທົ່ານີ້​ເຈົ້າ​ຈະ​ຊັກຊວນ​ໃຫ້​ເຮົາ​ເປັນ​ຄຣິສຕຽນ​ໄດ້​ບໍ?”

29 ໂປໂລ​ຕອບ​ວ່າ, “ບໍ່ວ່າ​ໃນ​ເວລາ​ສັ້ນ ຫລື ຍາວ ຂ້ານ້ອຍ​ກໍ​ອະທິຖານ​ຕໍ່​ພຣະເຈົ້າ​ວ່າ ບໍ່ແມ່ນ​ເພື່ອ​ທ່ານ​ເທົ່ານັ້ນ​ແຕ່​ຂໍ​ໃຫ້​ຄົນ​ທັງຫລາຍ​ທີ່​ຟັງ​ຂ້ານ້ອຍ​ກ່າວ​ຢູ່​ໃນ​ວັນນີ້​ເປັນ​ເໝືອນ​ຂ້ານ້ອຍ, ເວັ້ນໄວ້​ແຕ່​ການ​ຖືກ​ລ່າມ​ໂສ້​ຢ່າງນີ້”.

30 ກະສັດ​ລຸກຂຶ້ນ, ຜູ້ປົກຄອງ, ນາງ​ເບນີເກ ແລະ ຄົນ​ທັງຫລາຍ​ທີ່​ນັ່ງ​ຢູ່​ກໍ​ລຸກຂຶ້ນ​ພ້ອມກັບ​ກະສັດ.

31 ຫລັງ​ຈາກ​ພວກເຂົາ​ອອກໄປ​ຈາກ​ຫ້ອງ​ນັ້ນ​ແລ້ວ, ພວກເຂົາ​ເລີ່ມ​ເວົ້າ​ກັນ​ວ່າ, “ຊາຍ​ຄົນນີ້​ບໍ່ໄດ້​ເຮັດ​ສິ່ງໃດ​ທີ່​ສົມຄວນ​ຕ້ອງ​ຮັບໂທດ​ປະຫານ​ຊີວິດ ຫລື ຂັງ​ຄຸກ”.

32 ອັກຄຣີປາ​ເວົ້າ​ກັບ​ເຟຊະໂຕ​ວ່າ, “ຖ້າ​ຊາຍ​ຄົນ​ນີ້​ບໍ່​ໄດ້​ອຸທອນ​ໄປ​ເຖິງ​ກາຍຊາ​ກໍ​ປ່ອຍ​ລາວ​ໄປ​ໄດ້”.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan