Biblia Todo Logo
Bìoball air-loidhne

- Sanasan -

ກິດຈະການ 25 - ພຣະຄຳພີລາວສະບັບສະໄໝໃໝ່


ການ​ສືບສວນ​ໂປໂລ​ຕໍ່ໜ້າ​ເຟຊະໂຕ

1 ເມື່ອ​ເຟຊະໂຕ​ມາ​ຮອດ​ແຂວງ​ນັ້ນ​ໄດ້​ສາມ​ວັນ​ແລ້ວ, ເພິ່ນ​ກໍ​ອອກ​ຈາກ​ເມືອງ​ກາຍຊາເຣຍ​ຂຶ້ນ​ໄປ​ທີ່​ເຢຣູຊາເລັມ,

2 ບ່ອນ​ທີ່​ບັນດາ​ຫົວໜ້າ​ປະໂລຫິດ ແລະ ບັນດາ​ຜູ້ນຳ​ຊາວຢິວ​ມາ​ປາກົດ​ຕໍ່ໜ້າ​ເພິ່ນ ແລະ ພວກເຂົາ​ຍື່ນ​ຟ້ອງ​ໂປໂລ.

3 ພວກເຂົາ​ຂໍຮ້ອງ​ເຟຊະໂຕ​ໃຫ້​ເຫັນ​ແກ່​ພວກເຂົາ, ໂດຍ​ໃຫ້​ຍ້າຍ​ໂປໂລ​ມາ​ທີ່​ເຢຣູຊາເລັມ, ເພາະວ່າ​ພວກເຂົາ​ຕຽມ​ແຜນການ​ຈະ​ລັດ​ຂ້າ​ໂປໂລ​ກາງທາງ.

4 ເຟຊະໂຕ​ຕອບ​ວ່າ, “ໂປໂລ​ຖືກ​ຄຸມ​ໂຕ​ຢູ່​ທີ່​ເມືອງ​ກາຍຊາເຣຍ ແລະ ເຮົາ​ເອງ​ກໍ​ກຳລັງ​ຈະ​ໄປ​ທີ່​ນັ້ນ​ໃນ​ໄວໆ​ນີ້

5 ຈົ່ງ​ໃຫ້​ຜູ້ນຳ​ບາງຄົນ​ໄປ​ກັບ​ເຮົາ ແລະ ຖ້າ​ລາວ​ໄດ້​ເຮັດ​ຜິດ​ປະການ​ໃດ, ພວກເຂົາ​ສາມາດ​ຍື່ນ​ຟ້ອງ​ລາວ​ຢູ່​ທີ່​ນັ້ນ”.

6 ຫລັງຈາກ​ພັກ​ຢູ່​ກັບ​ພວກເຂົາ​ໄດ້​ແປດ​ຫາ​ສິບ​ວັນ​ແລ້ວ, ເຟຊະໂຕ​ກໍ​ລົງ​ໄປ​ທີ່​ເມືອງ​ກາຍຊາເຣຍ. ໃນ​ວັນ​ຕໍ່ມາ ເຟຊະໂຕ​ນັ່ງ​ໃນ​ສານ​ພິຈາລະນາ​ຄະດີ ແລະ ສັ່ງ​ໃຫ້​ນຳ​ເອົາ​ໂປໂລ​ເຂົ້າ​ມາ​ຊ້ອງໜ້າ​ເພິ່ນ.

7 ເມື່ອ​ໂປໂລ​ເຂົ້າ​ມາ​ແລ້ວ, ພວກ​ຢິວ​ທີ່​ລົງ​ມາ​ຈາກ​ເຢຣູຊາເລັມ​ກໍ​ເຂົ້າ​ໄປ​ຢືນ​ອ້ອມ​ໂປໂລ​ໄວ້. ພວກເຂົາ​ນຳ​ເອົາ​ຂໍ້​ກ່າວຫາ​ທີ່​ຮ້າຍແຮງ​ຫລາຍ​ປະການ​ຕໍ່ສູ້​ໂປໂລ, ແຕ່​ພວກເຂົາ​ບໍ່​ສາມາດ​ພິສູດ​ໄດ້.

8 ແລ້ວ​ໂປໂລ​ຈຶ່ງ​ແກ້​ຂໍ້​ກ່າວຫາ​ວ່າ: “ຂ້າພະເຈົ້າ​ບໍ່​ໄດ້​ເຮັດ​ສິ່ງໃດ​ຜິດ​ຕໍ່​ກົດບັນຍັດ​ຂອງ​ຢິວ ຫລື ຕໍ່​ວິຫານ ຫລື ຕໍ່​ກາຍຊາ”.

9 ເຟຊະໂຕ​ຢາກ​ເອົາ​ໃຈ​ພວກ​ຢິວ​ຈຶ່ງ​ກ່າວ​ກັບ​ໂປໂລ​ວ່າ, “ເຈົ້າ​ເຕັມໃຈ​ຈະ​ຂຶ້ນ​ໄປ​ເຢຣູຊາເລັມ​ເພື່ອ​ສູ້​ຄະດີ​ຕາມ​ຂໍ້​ກ່າວຫາ​ເຫລົ່ານີ້​ຕໍ່ໜ້າ​ເຮົາ​ຢູ່​ທີ່​ນັ້ນ​ບໍ?”

10 ໂປໂລ​ຕອບ​ວ່າ: “ຂະນະ​ນີ້​ຂ້າພະເຈົ້າ​ກໍ​ກຳລັງ​ຢືນ​ຢູ່​ຕໍ່ໜ້າ​ສານ​ຂອງ​ກາຍຊາ ເຊິ່ງ​ເປັນ​ບ່ອນ​ທີ່​ຂ້າພະເຈົ້າ​ສົມຄວນ​ຈະ​ຖືກ​ສືບສວນ​ຢູ່​ແລ້ວ. ຂ້າພະເຈົ້າ​ບໍ່​ໄດ້​ເຮັດ​ສິ່ງໃດ​ຜິດ​ຕໍ່​ພວກ​ຢິວ​ຕາມ​ທີ່​ທ່ານ​ເອງ​ກໍ​ຮູ້​ດີ,

11 ເຖິງ​ຢ່າງ​ໃດ​ກໍ​ຕາມ ຖ້າ​ຂ້າພະເຈົ້າ​ໄດ້​ເຮັດ​ຜິດ​ອັນໃດ​ທີ່​ສົມຄວນ​ຈະ​ມີ​ໂທດ​ເຖິງ​ຕາຍ, ຂ້າພະເຈົ້າ​ກໍ​ຍອມຕາຍ​ໂດຍ​ບໍ່​ຂັດຂືນ​ເລີຍ. ແຕ່​ຖ້າ​ຂໍ້​ກ່າວຫາ​ຂອງ​ຊາວຢິວ​ເຫລົ່ານີ້​ບໍ່​ເປັນ​ຄວາມ​ຈິງ​ແລ້ວ, ກໍ​ບໍ່​ມີ​ຜູ້ໃດ​ມີ​ສິດ​ມອບ​ຂ້າພະເຈົ້າ​ໃຫ້​ພວກເຂົາ. ຂ້າພະເຈົ້າ​ຂໍ​ອຸທອນ​ໄປ​ເຖິງ​ກາຍຊາ!”

12 ຫລັງຈາກ​ເຟຊະໂຕ​ຫາລື​ກັບ​ຄະນະ​ທີ່ປຶກສາ​ແລ້ວ, ເພິ່ນ​ກໍ​ປະກາດ​ວ່າ: “ເຈົ້າ​ໄດ້​ອຸທອນ​ໄປ​ເຖິງ​ກາຍຊາ, ເຈົ້າ​ກໍ​ຕ້ອງ​ໄປ​ຫາ​ກາຍຊາ!”


ເຟຊະໂຕ​ຫາລື​ກັບ​ກະສັດ​ອັກຄຣີປາ

13 ສອງ​ສາມ​ວັນ​ຕໍ່ມາ ກະສັດ​ອັກຄຣີປາ​ກັບ​ນາງ​ເບນີເກ​ກໍ​ມາ​ຢ້ຽມ​ຄຳນັບ​ເຟຊະໂຕ​ທີ່​ເມືອງ​ກາຍຊາເຣຍ.

14 ເນື່ອງຈາກ​ພວກເພິ່ນ​ຢູ່​ທີ່​ນັ້ນ​ຫລາຍ​ວັນ, ເຟຊະໂຕ​ຈຶ່ງ​ປຶກສາ​ເລື່ອງ​ຂອງ​ໂປໂລ​ກັບ​ກະສັດ. ເພິ່ນ​ກ່າວ​ວ່າ: “ຢູ່​ທີ່​ນີ້​ມີ​ຊາຍ​ຄົນ​ໜຶ່ງ​ທີ່​ເປັນ​ນັກໂທດ​ທີ່​ເຟລິກ​ໄດ້​ປະ​ໄວ້,

15 ເມື່ອ​ຂ້າພະເຈົ້າ​ໄປ​ທີ່​ນະຄອນ​ເຢຣູຊາເລັມ, ບັນດາ​ຫົວໜ້າ​ປະໂລຫິດ ແລະ ພວກ​ເຖົ້າແກ່​ຂອງ​ພວກ​ຢິວ​ໄດ້​ນຳ​ເອົາ​ຂໍ້ກ່າວຫາ​ຕໍ່ຕ້ານ​ລາວ ແລະ ຂໍ​ໃຫ້​ຂ້າພະເຈົ້າ​ຕັດສິນ​ລົງໂທດ​ລາວ.

16 “ຂ້າພະເຈົ້າ​ບອກ​ພວກເຂົາ​ວ່າ​ບໍ່​ແມ່ນ​ທຳນຽມ​ຂອງ​ໂຣມ​ທີ່​ຈະ​ມອບ​ໃຜກໍຕາມ​ກ່ອນ​ທີ່​ພວກເຂົາ​ໄດ້​ມາ​ຊ້ອງໜ້າ​ກັບ​ຜູ້ກ່າວຫາ​ຂອງ​ພວກເຂົາ ແລະ ມີ​ໂອກາດ​ທີ່​ຈະ​ປ້ອງກັນ​ຕົນເອງ​ຕໍ່​ຂໍ້ກ່າວຫາ​ນັ້ນ.

17 ເມື່ອ​ພວກເຂົາ​ມາ​ບ່ອນນີ້​ກັບ​ຂ້າພະເຈົ້າ, ຂ້າພະເຈົ້າ​ກໍ​ບໍ່​ລໍຊ້າ​ຕໍ່​ກໍລະນີ, ແຕ່​ນັ່ງ​ໃນ​ສານ​ພິຈາລະນາ​ຄະດີ​ໃນ​ວັນ​ຕໍ່ມາ ແລະ ໄດ້​ສັ່ງ​ໃຫ້​ນຳເອົາ​ຊາຍ​ຜູ້​ນີ້​ເຂົ້າ​ມາ.

18 ພໍ​ໂຈດ​ລຸກຂຶ້ນ​ເວົ້າ​ກໍ​ບໍ່ໄດ້​ຟ້ອງຮ້ອງ​ເລື່ອງ​ຄວາມຜິດ​ທາງອາຍາ​ໃດ​ຕາມ​ທີ່​ຂ້າພະເຈົ້າ​ຄາດໝາຍ​ໄວ້

19 ແຕ່​ພວກເຂົາ​ກັບ​ໂຕ້ແຍ້ງກັນ​ໃນ​ປະເດັນ​ຕ່າງໆ ກ່ຽວກັບ​ສາສະໜາ​ຂອງ​ພວກເຂົາ​ເອງ ແລະ ກ່ຽວກັບ​ຊາຍ​ຄົນ​ໜຶ່ງ​ທີ່​ຕາຍ​ໄປ​ແລ້ວ​ຊື່ ເຢຊູ ຜູ້​ທີ່​ໂປໂລ​ອ້າງ​ວ່າ​ເພິ່ນ​ຍັງ​ມີຊີວິດ​ຢູ່.

20 ຂ້າພະເຈົ້າ​ບໍ່ຮູ້​ວ່າ​ຈະ​ສືບສວນ​ເລື່ອງ​ນີ້​ຢ່າງໃດ​ດີ, ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ຖາມ​ຈຳເລີຍ​ວ່າ​ຖ້າ​ລາວ​ເຕັມໃຈ​ຈະ​ຂຶ້ນ​ໄປ​ນະຄອນ​ເຢຣູຊາເລັມ​ເພື່ອ​ສູ້​ຄະດີ​ຢູ່​ທີ່​ນັ້ນ​ຕາມ​ຂໍ້ກ່າວຫາ​ເຫລົ່ານີ້​ບໍ.

21 ແຕ່​ເມື່ອ​ໂປໂລ​ໄດ້​ອຸທອນ​ຂໍ​ຢູ່​ລໍຖ້າ​ການຕັດສິນ​ຂອງ​ຈັກກະພັດ, ຂ້າພະເຈົ້າ​ຈຶ່ງ​ສັ່ງ​ໃຫ້​ຄຸມ​ລາວ​ໄວ້​ຈົນ​ກວ່າ​ຈະ​ໄດ້​ສົ່ງ​ລາວ​ໄປ​ໃຫ້​ກາຍຊາ”.

22 ແລ້ວ​ອັກຄຣີປາ​ຈຶ່ງ​ເວົ້າ​ກັບ​ເຟຊະໂຕ​ວ່າ, “ຂ້າພະເຈົ້າ​ກໍ​ຢາກ​ຟັງ​ຊາຍ​ຜູ້​ນີ້​ເວົ້າ​ດ້ວຍ​ຕົນເອງ​ເໝືອນກັນ”. ເຟຊະໂຕ​ຕອບ​ວ່າ, “ມື້​ອື່ນ​ທ່ານ​ຈະ​ໄດ້​ຟັງ​ລາວ​ເວົ້າ”.


ໂປໂລ​ຕໍ່ໜ້າ​ອັກຄຣີປາ
(ກຈກ 9:3-8; 22:6-11)

23 ໃນ​ວັນຕໍ່ມາ ອັກຄຣີປາ​ກັບ​ນາງ​ເບນີເກ​ໄດ້​ມາເຖິງ​ຢ່າງ​ສະຫງ່າຜ່າເຜີຍ ແລະ ເຂົ້າ​ໄປ​ໃນ​ຫ້ອງພິຈາລະນາຄະດີ​ກັບ​ບັນດາ​ທະຫານ​ທີ່​ມີ​ຍົດສູງ ແລະ ບຸກຄົນ​ສຳຄັນ​ຂອງ​ເມືອງ​ນັ້ນ. ເຟຊະໂຕ​ສັ່ງ​ໃຫ້​ນຳເອົາ​ໂປໂລ​ເຂົ້າມາ.

24 ເຟຊະໂຕ​ກ່າວ​ວ່າ: “ຮຽນ​ກະສັດ​ອັກຄຣີປາ​ທີ່​ນັບຖື ແລະ ທ່ານ​ທັງຫລາຍ​ທີ່​ມີ​ໜ້າ​ກັບ​ພວກຂ້າພະເຈົ້າ​ໃນ​ທີ່​ນີ້, ພວກທ່ານ​ກໍ​ໄດ້​ເຫັນ​ຊາຍ​ຜູ້​ນີ້​ແລ້ວ! ຄື​ຜູ້​ທີ່​ຊາວຢິວ​ທັງຫລາຍ​ໄດ້​ຮ້ອງຂໍ​ຕໍ່​ຂ້າພະເຈົ້າ​ກ່ຽວກັບ​ລາວ​ທັງ​ໃນ​ນະຄອນ​ເຢຣູຊາເລັມ ແລະ ໃນ​ເມືອງ​ກາຍຊາເຣຍ​ແຫ່ງ​ນີ້, ພວກເຂົາ​ຮ້ອງຂຶ້ນ​ວ່າ​ຊາຍ​ຜູ້​ນີ້​ບໍ່​ສົມຄວນ​ມີຊີວິດ​ຢູ່​ຕໍ່ໄປ.

25 ຂ້າພະເຈົ້າ​ພົບ​ວ່າ​ລາວ​ບໍ່ໄດ້​ເຮັດ​ສິ່ງໃດ​ທີ່​ສົມຄວນ​ຈະ​ຕ້ອງ​ຕາຍ, ແຕ່​ເພາະ​ລາວ​ໄດ້​ອຸທອນ​ໄປ​ເຖິງ​ຈັກກະພັດ ຂ້າພະເຈົ້າ​ຈຶ່ງ​ຕັດສິນໃຈ​ສົ່ງ​ລາວ​ໄປ​ທີ່​ໂຣມ.

26 ແຕ່​ຂ້າພະເຈົ້າ​ບໍ່ມີ​ສິ່ງໃດ​ຊັດເຈນ​ພໍ​ທີ່​ຈະ​ຂຽນ​ເປັນ​ລາຍງານ​ເຖິງ​ຈັກກະພັດ​ກ່ຽວກັບ​ຊາຍ​ຜູ້​ນີ້. ເຫດສະນັ້ນ, ຂ້າພະເຈົ້າ​ຈຶ່ງ​ນຳ​ລາວ​ມາ​ຢູ່​ຕໍ່ໜ້າ​ທ່ານ​ທັງຫລາຍ ແລະ ໂດຍ​ສະເພາະ​ຕໍ່ໜ້າ​ທ່ານ​ກະສັດ​ອັກຄຣີປາ, ເພື່ອ​ວ່າ​ຂ້າພະເຈົ້າ​ຈະ​ໄດ້​ຂໍ້ມູນ​ທີ່​ຈະ​ຖວາຍ​ລາຍງານ​ຈາກ​ຜົນ​ການສືບສວນ​ຄັ້ງ​ນີ້.

27 ເພາະ​ຂ້າພະເຈົ້າ​ຄິດ​ວ່າ​ຖ້າ​ສົ່ງ​ນັກໂທດ​ໄປ​ທີ່​ໂຣມ​ໂດຍ​ບໍ່ໄດ້​ລະບຸ​ຂໍ້ກ່າວຫາ​ທີ່​ຊັດເຈນ​ກໍ​ເປັນ​ເລື່ອງ​ທີ່​ບໍ່​ມີ​ເຫດຜົນ”.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan