ກິດຈະການ 24 - ພຣະຄຳພີລາວສະບັບສະໄໝໃໝ່ສືບສວນໂປໂລຕໍ່ໜ້າເຟລິກ 1 ຫ້າວັນຕໍ່ມາ ມະຫາປະໂລຫິດອານາເນຍກໍໄດ້ເດີນທາງລົງໄປກາຍຊາເຣຍພ້ອມກັບພວກຜູ້ອາວຸໂສບາງຄົນ ແລະ ທະນາຍຄວາມຊື່ວ່າເຕຕູໂລ ແລະ ພວກເຂົານຳເອົາຂໍ້ກ່າວຫາໄປຟ້ອງໂປໂລຢູ່ຕໍ່ໜ້າຜູ້ປົກຄອງ. 2 ເມື່ອໂປໂລຖືກເອີ້ນຕົວເຂົ້າມາແລ້ວ, ເຕຕູໂລກໍສະເໜີຄະດີຂອງເພິ່ນຕໍ່ໜ້າຜູ້ປົກຄອງເຟລິກວ່າ: “ຮຽນພະນະທ່ານເຟລິກທີ່ນັບຖື ພວກຂ້າພະເຈົ້າທັງຫລາຍມີຄວາມສະຫງົບສຸກມາເປັນເວລາດົນນານພາຍໃຕ້ການປົກຄອງຂອງທ່ານ ແລະ ການທີ່ທ່ານເຫັນເຫດການລ່ວງໜ້າໄດ້ນັ້ນ ເຮັດໃຫ້ມີການປະຕິຮູບຕ່າງໆເກີດຂຶ້ນໃນປະເທດນີ້. 3 ທ່ານເຟລິກທີ່ນັບຖື, ພວກຂ້າພະເຈົ້ານ້ອມຮັບສິ່ງນີ້ດ້ວຍຄວາມສຳນຶກໃນບຸນຄຸນຢ່າງຍິ່ງໃນທຸກຫົນທຸກແຫ່ງ ແລະ ໃນທຸກໆດ້ານ. 4 ແຕ່ເພື່ອບໍ່ໃຫ້ເປັນການລົບກວນທ່ານຫລາຍເກີນໄປ, ຂ້າພະເຈົ້າຂໍຄວາມກະລຸນາຈາກທ່ານໃຫ້ຮັບຟັງພວກຂ້າພະເຈົ້າໂດຍສະຫລຸບສັ້ນໆ. 5 “ພວກຂ້າພະເຈົ້າພົບວ່າຊາຍຜູ້ນີ້ເປັນຄົນສ້າງບັນຫາ, ປຸກລະດົມການຈາລາຈົນໃນທ່າມກາງຊາວຢິວທັງໝົດທົ່ວໂລກ. ລາວເປັນແກນນຳຄົນໜຶ່ງຂອງລັດທິນາຊາເຣັດ 6 ແລະ ຍັງພະຍາຍາມຈະເຮັດໃຫ້ວິຫານເສື່ອມເສຍຄວາມສັກສິດ; ດັ່ງນັ້ນ ພວກຂ້າພະເຈົ້າຈຶ່ງຈັບກຸມລາວໄວ້. 7 ແຕ່ນາຍພັນລີເຊຍມາ ແລະ ໃຊ້ກຳລັງເອົາໂຕລາວໄປຈາກມືຂອງພວກເຮົາ ແລະ ສັ່ງຄົນທີ່ກ່າວຫານັ້ນໃຫ້ມາຟ້ອງຕໍ່ໜ້າທ່ານ 8 ຂໍໃຫ້ທ່ານສືບສວນລາວເອງ ແລ້ວທ່ານຈະຮູ້ຄວາມຈິງກ່ຽວກັບຂໍ້ກ່າວຫາທັງໝົດທີ່ພວກຂ້າພະເຈົ້າກຳລັງນຳມາກ່າວຫາລາວ”. 9 ພວກຢິວຄົນອື່ນ ກໍໄດ້ເຂົ້າຮ່ວມກ່າວຫານຳ, ໄດ້ຢືນຢັນວ່າສິ່ງເຫລົ່ານີ້ເປັນຄວາມຈິງ. 10 ເມື່ອຜູ້ປົກຄອງສັນຍານໃຫ້ໂປໂລເວົ້າ, ເພິ່ນຈຶ່ງຕອບວ່າ: “ຂ້າພະເຈົ້າຮູ້ວ່າທ່ານເປັນຜູ້ພິພາກສາໃຫ້ຊົນຊາດນີ້ມາຕະຫລອດຫລາຍປີ; ດັ່ງນັ້ນ ຂ້າພະເຈົ້າຈຶ່ງຍິນດີທີ່ຈະຂໍແກ້ຂໍ້ກ່າວຫາຂອງຕົນເອງ. 11 ທ່ານສາມາດກວດສອບໄດ້ຢ່າງງ່າຍວ່າຂ້າພະເຈົ້າໄດ້ຂຶ້ນໄປນະມັດສະການທີ່ເຢຣູຊາເລັມນັ້ນຍັງບໍ່ເກີນສິບສອງວັນ. 12 ຜູ້ທີ່ກ່າວຫາຂ້າພະເຈົ້າບໍ່ໄດ້ເຫັນວ່າຂ້າພະເຈົ້າໂຕ້ຖຽງກັບຜູ້ໃດທີ່ວິຫານ, ຫລື ປຸກລະດົມຄົນໃນທຳມະສາລາຕ່າງໆ ຫລື ບ່ອນອື່ນໃນເມືອງ. 13 ແລະ ພວກເຂົາກໍພິສູດສິ່ງທີ່ພວກເຂົາກ່າວຫາຂ້າພະເຈົ້າໃຫ້ທ່ານບໍ່ໄດ້. 14 ເຖິງຢ່າງໃດກໍຕາມ, ຂ້າພະເຈົ້າກໍຍອມຮັບວ່າຂ້າພະເຈົ້ານະມັດສະການພຣະເຈົ້າຂອງບັນພະບຸລຸດໃນຖານະຜູ້ຕິດຕາມ ‘ທາງນັ້ນ’, ເຊິ່ງພວກເຂົາເອີ້ນວ່ານິກາຍໜຶ່ງ. ຂ້າພະເຈົ້າເຊື່ອທຸກສິ່ງທີ່ສອດຄ່ອງກັບກົດບັນຍັດ ແລະ ທຸກສິ່ງທີ່ໄດ້ຂຽນໄວ້ໃນໜັງສືຜູ້ທຳນວາຍ, 15 ແລະ ຂ້າພະເຈົ້າມີຄວາມຫວັງໃນພຣະເຈົ້າເໝືອນກັບຄົນເຫລົ່ານີ້ວ່າ ຈະມີການເປັນຄືນມາຈາກຕາຍທັງຂອງຄົນຊອບທຳ ແລະ ຄົນຊົ່ວ. 16 ດັ່ງນັ້ນ ຂ້າພະເຈົ້າຈຶ່ງພະຍາຍາມຮັກສາຈິດສຳນຶກອັນດີງາມຕໍ່ໜ້າພຣະເຈົ້າ ແລະ ຕໍ່ໜ້າມະນຸດ. 17 “ຫລັງຈາກຫາຍໄປຫລາຍປີ, ຂ້າພະເຈົ້າໄດ້ມາທີ່ເຢຣູຊາເລັມເພື່ອນຳເງິນມາໃຫ້ພີ່ນ້ອງທີ່ທຸກຍາກ ແລະ ຖວາຍເຄື່ອງບູຊາ. 18 ເວລາທີ່ພວກເຂົາພົບຂ້າພະເຈົ້າເຮັດສິ່ງນີ້ຢູ່ທີ່ເດີ່ນວິຫານ ຂ້າພະເຈົ້າໄດ້ຊຳລະຕົວໃຫ້ສະອາດຕາມພິທີແລ້ວ. ບໍ່ມີປະຊາຊົນຢູ່ກັບຂ້າພະເຈົ້າເລີຍ, ອີກທັງຂ້າພະເຈົ້າບໍ່ໄດ້ກ່ຽວຂ້ອງກັບການວຸ້ນວາຍໃດເລີຍ. 19 ແຕ່ມີຊາວຢິວບາງຄົນຈາກແຂວງເອເຊຍ, ເຊິ່ງຄວນຈະຢູ່ຕໍ່ໜ້າທ່ານທີ່ນີ້ ແລະ ນຳເອົາຂໍ້ກ່າວຫາມາຖ້າພວກເຂົາມີຫຍັງຈະຟ້ອງຂ້າພະເຈົ້າ. 20 ຫລື ໃຫ້ຄົນເຫລົ່ານີ້ທີ່ຢູ່ບ່ອນນີ້ລະບຸຄວາມຜິດທີ່ພວກເຂົາເຫັນໃນຂ້າພະເຈົ້າເມື່ອເວລາທີ່ຂ້າພະເຈົ້າຢືນຢູ່ຕໍ່ໜ້າສະພາແຊນເຮດຣິນ. 21 ນອກຈາກເລື່ອງນີ້ເລື່ອງດຽວທີ່ຂ້າພະເຈົ້າໄດ້ຮ້ອງຂຶ້ນຂະນະຢືນຢູ່ຕໍ່ໜ້າພວກເຂົາວ່າ: ‘ທີ່ຂ້າພະເຈົ້າຕ້ອງຖືກດຳເນີນຄະດີຕໍ່ໜ້າທ່ານໃນວັນນີ້ ກໍເພາະຂ້າພະເຈົ້າເຊື່ອໃນການເປັນຄືນມາຈາກຕາຍ’”. 22 ຫລັງຈາກນັ້ນ ເຟລິກ ຜູ້ທີ່ຄຸ້ນເຄີຍດີກັບເລື່ອງ “ທາງນັ້ນ”, ຈຶ່ງສັ່ງເລື່ອນການພິຈາລະນາຄະດີ. ເພິ່ນກ່າວວ່າ, “ເຮົາຈະຕັດສິນຄະດີຂອງເຈົ້າເມື່ອນາຍພັນລີເຊຍມາເຖິງ”. 23 ເຟລິກໄດ້ສັ່ງນາຍຮ້ອຍໃຫ້ເຝົ້າໂປໂລ ແຕ່ຜ່ອນຜັນໃຫ້ມີອິດສະຫລະ ແລະ ອະນຸຍາດໃຫ້ເພື່ອນຂອງໂປໂລເບິ່ງແຍງຊ່ວຍເຫລືອເພິ່ນໃນສິ່ງທີ່ຈຳເປັນ. 24 ຫລາຍວັນຕໍ່ມາ ເຟລິກມາພ້ອມກັບດູຊີນລາເມຍຂອງເພິ່ນ ເຊິ່ງເປັນຊາວຢິວ. ເພິ່ນໄດ້ເອີ້ນໂປໂລມາພົບ ແລະ ຟັງໂປໂລເວົ້າເຖິງຄວາມເຊື່ອໃນພຣະຄຣິດເຈົ້າເຢຊູ. 25 ຂະນະທີ່ໂປໂລເວົ້າເຖິງຄວາມຊອບທຳ, ການຄວບຄຸມຕົນເອງ ແລະ ການພິພາກສາທີ່ຈະມາເຖິງ, ເຟລິກກໍຢ້ານ ແລະ ບອກວ່າ, “ພໍເທົ່ານີ້ກ່ອນສຳລັບວັນນີ້! ເຈົ້າໄປໄດ້. ເອົາໄວ້ມີໂອກາດແລ້ວຂ້ອຍຈະເອີ້ນເຈົ້າມາອີກ”. 26 ຂະນະດຽວກັນນັ້ນ ເຟລິກກໍມີຄວາມຫວັງວ່າໂປໂລຈະໃຫ້ສິນບົນແກ່ຕົນຈຶ່ງເອີ້ນໃຫ້ມາສົນທະນາເລື້ອຍໆ. 27 ເມື່ອສອງປີຜ່ານໄປ, ໂປກີໂອເຟຊະໂຕມາຮັບຕຳແໜ່ງແທນເຟລິກ, ແຕ່ເຟລິກຢາກເອົາໃຈພວກຢິວຈຶ່ງປະໂປໂລໄວ້ໃນຄຸກ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.