Biblia Todo Logo
Bìoball air-loidhne

- Sanasan -

ກິດຈະການ 23 - ພຣະຄຳພີລາວສະບັບສະໄໝໃໝ່

1 ໂປໂລ​ຈ້ອງ​ເບິ່ງ​ໄປ​ທີ່​ສະມາຊິກ​ສະພາ​ແຊນເຮດຣິນ ແລະ ກ່າວ​ວ່າ, “ພີ່ນ້ອງ​ທັງຫລາຍ ເຮົາ​ໄດ້​ເຮັດ​ໜ້າທີ່​ຂອງ​ຕົນ​ຕໍ່​ພຣະເຈົ້າ​ດ້ວຍ​ຈິດສຳນຶກ​ທີ່​ດີ​ມາ​ຈົນ​ເຖິງ​ທຸກ​ວັນ​ນີ້”.

2 ດ້ວຍເຫດນີ້​ມະຫາ​ປະໂລຫິດ​ອານາເນຍ​ຈຶ່ງ​ໄດ້​ສັ່ງ​ໃຫ້​ຄົນ​ທີ່​ຢືນ​ຢູ່​ໃກ້​ຕົບ​ປາກ​ໂປໂລ.

3 ແລ້ວ​ໂປໂລ​ຈຶ່ງ​ເວົ້າ​ກັບ​ເພິ່ນ​ວ່າ, “ພຣະເຈົ້າ​ຈະ​ຕົບ​ເຈົ້າ​ຜູ້​ເປັນ​ຝາ​ທີ່​ທາ​ດ້ວຍ​ປູນຂາວ! ເຈົ້າ​ນັ່ງ​ຢູ່​ທີ່​ນັ້ນ​ເພື່ອ​ຕັດສິນ​ເຮົາ​ຕາມ​ກົດບັນຍັດ ແຕ່​ເຈົ້າ​ຍັງ​ຝ່າຝືນ​ກົດບັນຍັດ​ໂດຍ​ສັ່ງ​ຄົນ​ໃຫ້​ຕົບ​ປາກ​ເຮົາ!”

4 ບັນດາ​ຄົນ​ທີ່​ຢືນ​ຢູ່​ໃກ້​ໂປໂລ​ຈຶ່ງ​ເວົ້າ​ວ່າ, “ເຈົ້າ​ບັງອາດ​ໝິ່ນປະໝາດ​ມະຫາ​ປະໂລຫິດ​ຂອງ​ພຣະເຈົ້າ!”

5 ໂປໂລ​ຈຶ່ງ​ຕອບ​ວ່າ, “ພີ່ນ້ອງ​ທັງຫລາຍ ຂ້າພະເຈົ້າ​ບໍ່ຮູ້​ວ່າ​ທ່ານ​ເປັນ​ມະຫາ​ປະໂລຫິດ ເພາະ​ມີ​ຄຳຂຽນ​ໄວ້​ວ່າ: ‘ຢ່າ​ເວົ້າ​ລ່ວງເກີນ​ຜູ້ມີອຳນາດ​ປົກຄອງ​ໃນ​ທ່າມກາງ​ພວກເຈົ້າ’”.

6 ເມື່ອ​ໂປໂລ​ຮູ້​ວ່າ​ບາງຄົນ​ໃນ​ພວກເຂົາ​ເປັນ​ພວກ​ຊາດູກາຍ ແລະ ບາງຄົນ​ກໍ​ເປັນ​ຟາຣີຊາຍ, ເພິ່ນ​ຈຶ່ງ​ຮ້ອງ​ຂຶ້ນ​ຕໍ່ໜ້າ​ສະພາ​ແຊນເຮດຣິນ​ວ່າ, “ພີ່ນ້ອງ​ທັງຫລາຍ, ຂ້າພະເຈົ້າ​ເປັນ​ຄົນຟາຣີຊາຍ, ສືບເຊື້ອສາຍ​ມາ​ຈາກ​ຟາຣີຊາຍ. ຂ້າພະເຈົ້າ​ຖືກ​ພິຈາລະນາ​ຄະດີ​ກໍ​ເພາະ​ຂ້າພະເຈົ້າ​ມີ​ຄວາມຫວັງ​ໃນ​ການ​ເປັນຄືນມາຈາກຕາຍ”.

7 ເມື່ອ​ເພິ່ນ​ເວົ້າ​ຢ່າງ​ນັ້ນ​ແລ້ວ, ກໍ​ມີ​ການ​ໂຕ້ຖຽງກັນ​ລະຫວ່າງ ພວກ​ຟາຣີຊາຍ​ກັບ​ພວກ​ຊາດູກາຍ ແລະ ກອງປະຊຸມ​ກໍ​ໄດ້​ແບ່ງ​ອອກ​ເປັນ​ສອງ​ຝ່າຍ.

8 (ພວກ​ຊາດູກາຍ​ບອກ​ວ່າ​ບໍ່​ມີ​ການ​ເປັນຄືນມາຈາກຕາຍ, ບໍ່​ມີ​ເທວະດາ ແລະ ບໍ່​ມີ​ວິນຍານ, ແຕ່​ພວກ​ຟາຣີຊາຍ​ເຊື່ອ​ວ່າ​ມີ​ສິ່ງ​ເຫລົ່ານີ້​ທັງໝົດ.)

9 ແລ້ວ​ກໍ​ເກີດ​ຄວາມ​ວຸ້ນວາຍ​ຄັ້ງ​ໃຫຍ່ ແລະ ມີ​ພວກ​ຄູສອນກົດບັນຍັດ​ທີ່​ເປັນ​ຟາຣີຊາຍ​ບາງຄົນ​ໄດ້​ລຸກຂຶ້ນ ແລະ ຄັດຄ້ານ​ຢ່າງ​ດຸເດືອດ. ພວກເຂົາ​ເວົ້າ​ວ່າ, “ເຮົາ​ເຫັນ​ວ່າ​ຊາຍ​ຄົນ​ນີ້​ບໍ່​ໄດ້​ເຮັດ​ຫຍັງ​ຜິດ, ອາດ​ເປັນ​ວິນຍານ ຫລື ເທວະດາ​ເວົ້າ​ກັບ​ລາວ​ກໍ​ໄດ້?”

10 ການ​ໂຕ້ຖຽງ​ຮຸນແຮງ​ຂຶ້ນ​ຈົນ​ນາຍພັນ​ຢ້ານ​ວ່າ​ໂປໂລ​ຈະ​ຖືກ​ພວກເຂົາ​ຈີກ​ເປັນ​ຕ່ອນໆ. ເພິ່ນ​ຈຶ່ງ​ໄດ້​ສັ່ງ​ທະຫານ​ໃຫ້​ລົງ​ໄປ​ເອົາ​ໂປໂລ​ອອກມາ​ຈາກ​ຄົນ​ເຫລົ່ານັ້ນ ແລະ ນຳ​ເພິ່ນ​ເຂົ້າ​ໄປ​ທີ່​ຄ້າຍ​ທະຫານ.

11 ໃນ​ຄືນ​ຕໍ່ມາ ອົງພຣະຜູ້ເປັນເຈົ້າ​ຢືນ​ຢູ່​ໃກ້​ໂປໂລ ແລະ ກ່າວ​ວ່າ, “ຈົ່ງ​ກ້າຫານ! ດັ່ງ​ທີ່​ເຈົ້າ​ໄດ້​ເປັນພະຍານ​ໃຫ້​ເຮົາ​ໃນ​ເຢຣູຊາເລັມ​ຢ່າງ​ໃດ, ເຈົ້າ​ກໍ​ຈະ​ຕ້ອງ​ເປັນ​ພະຍານ​ໃນ​ໂຣມ​ຢ່າງ​ນັ້ນ”.


ແຜນການ​ຂ້າ​ໂປໂລ

12 ເຊົ້າ​ວັນ​ຕໍ່ມາ​ພວກ​ຢິວ​ໄດ້​ເຕົ້າໂຮມກັນ​ວາງແຜນ ແລະ ຜູກມັດ​ກັນ​ດ້ວຍ​ຄຳສາບານ​ວ່າ​ຈະ​ບໍ່​ກິນ ຫລື ດື່ມ​ຈົນ​ກວ່າ​ຈະ​ໄດ້​ຂ້າ​ໂປໂລ.

13 ຄົນ​ທີ່​ຮ່ວມ​ໃນ​ແຜນການ​ນີ້​ມີ​ຊາຍ​ຫລາຍ​ກວ່າ​ສີ່ສິບ​ຄົນ.

14 ແລ້ວ​ພວກເຂົາ​ກໍ​ໄດ້​ໄປ​ພົບ​ພວກ​ຫົວໜ້າ​ປະໂລຫິດ ແລະ ພວກ​ຜູ້ອາວຸໂສ ແລ້ວ​ເວົ້າ​ວ່າ, “ຂ້າພະເຈົ້າ​ທັງຫລາຍ​ໄດ້​ສາບານ​ໄວ້​ຢ່າງ​ໜັກແໜ້ນ​ວ່າ​ຈະ​ບໍ່​ກິນ ຫລື ດື່ມ​ອັນໃດ​ຈົນ​ກວ່າ​ຈະ​ໄດ້​ຂ້າ​ໂປໂລ.

15 ດັ່ງນັ້ນ ບັດນີ້ ຂໍ​ໃຫ້​ພວກທ່ານ​ກັບ​ສະພາ​ແຊນເຮດຣິນ​ຍື່ນ​ຄຳຮ້ອງ​ຕໍ່​ນາຍພັນ​ໃຫ້​ນຳ​ເອົາ​ໂປໂລ​ມາ​ຕໍ່ໜ້າ​ພວກທ່ານ ໂດຍ​ອ້າງ​ເຫດຜົນ​ວ່າ​ຕ້ອງການ​ສືບສວນ​ຫາ​ຂໍ້ມູນ​ກ່ຽວກັບ​ຄະດີ​ຂອງ​ລາວ​ໃຫ້​ຊັດເຈນ​ຕື່ມ​ອີກ. ສ່ວນ​ພວກເຮົາ​ກໍ​ພ້ອມ​ແລ້ວ​ທີ່​ຈະ​ຂ້າ​ລາວ​ກ່ອນ​ທີ່​ລາວ​ຈະ​ມາ​ເຖິງ​ທີ່​ນີ້”.

16 ແຕ່​ລູກຊາຍ​ຂອງ​ນ້ອງສາວ​ໂປໂລ​ຮູ້​ແຜນການ​ນີ້, ລາວ​ຈຶ່ງ​ເຂົ້າ​ໄປ​ໃນ​ຄ້າຍ​ທະຫານ ແລະ ບອກ​ໂປໂລ.

17 ແລ້ວ​ໂປໂລ​ກໍ​ເອີ້ນ​ນາຍຮ້ອຍ​ຄົນ​ໜຶ່ງ​ມາ ແລະ ບອກ​ວ່າ, “ຈົ່ງ​ພາ​ຊາຍໜຸ່ມ​ຜູ້​ນີ້​ໄປ​ພົບ​ນາຍພັນ; ລາວ​ມີ​ເລື່ອງ​ຈະ​ແຈ້ງ​ໃຫ້​ເພິ່ນ​ຮູ້”.

18 ດັ່ງນັ້ນ ນາຍຮ້ອຍ​ຜູ້​ນີ້​ຈຶ່ງ​ພາ​ລາວ​ໄປ​ພົບ​ນາຍພັນ. ນາຍຮ້ອຍ​ບອກ​ວ່າ, “ໂປໂລ​ຜູ້​ທີ່​ເປັນ​ນັກໂທດ​ໄດ້​ຂໍ​ຂ້ານ້ອຍ​ໃຫ້​ພາ​ຊາຍໜຸ່ມ​ຄົນ​ນີ້​ມາ​ພົບ​ທ່ານ ເພາະວ່າ​ລາວ​ມີ​ເລື່ອງ​ຈະ​ບອກ​ໃຫ້​ທ່ານ​ຮູ້”.

19 ນາຍພັນ​ຈຶ່ງ​ຈູງ​ມື​ຊາຍໜຸ່ມ​ຄົນ​ນັ້ນ​ອອກ​ມາ ແລະ ຖາມ​ວ່າ, “ເຈົ້າ​ຕ້ອງການ​ຈະ​ບອກ​ເລື່ອງ​ຫຍັງ​ແກ່​ເຮົາ?”

20 ລາວ​ຕອບ​ວ່າ: “ພວກ​ຢິວ​ຕົກລົງ​ກັນ​ຈະ​ຂໍ​ໃຫ້​ທ່ານ​ນຳ​ໂຕ​ໂປໂລ​ລົງ​ໄປ​ຕໍ່ໜ້າ​ສະພາ​ແຊນເຮດຣິນ​ໃນ​ມື້​ອື່ນ ໂດຍ​ອ້າງ​ເຫດຜົນ​ວ່າ​ກອງປະຊຸມ​ຕ້ອງການ​ຢາກ​ໄດ້​ຂໍ້ມູນ​ກ່ຽວກັບ​ລາວ​ໃຫ້​ຄັກແນ່​ຕື່ມ​ອີກ.

21 ຂໍ​ທ່ານ​ຢ່າ​ໄດ້​ອະນຸມັດ, ເພາະວ່າ​ພວກເຂົາ​ຫລາຍ​ກວ່າ​ສີ່ສິບ​ຄົນ​ທີ່​ກຳລັງ​ລໍຖ້າ​ປອງຮ້າຍ​ໂປໂລ. ພວກເຂົາ​ໄດ້​ສາບານ​ໄວ້​ວ່າ​ຈະ​ບໍ່​ກິນ ຫລື ດື່ມ​ອັນໃດ​ຈົນ​ກວ່າ​ຈະ​ໄດ້​ຂ້າ​ໂປໂລ. ບັດນີ້ ພວກເຂົາ​ພ້ອມ​ແລ້ວ, ລໍຖ້າ​ແຕ່​ທ່ານ​ອະນຸມັດ​ຕາມ​ຄຳຂໍ​ຂອງ​ພວກເຂົາ”.

22 ນາຍພັນ​ຈຶ່ງ​ໃຫ້​ຊາຍໜຸ່ມ​ນັ້ນ​ໄປ ແລະ ເຕືອນ​ລາວ​ວ່າ: “ຢ່າ​ບອກ​ຜູ້ໃດ​ວ່າ​ເຈົ້າ​ໄດ້​ມາ​ລາຍງານ​ເລື່ອງ​ນີ້​ສູ່​ຂ້ອຍ​ຟັງ”.


ສົ່ງ​ໂປໂລ​ໄປ​ຍັງ​ເມືອງ​ກາຍຊາເຣຍ

23 ຫລັງຈາກນັ້ນ ນາຍພັນ​ກໍ​ເອີ້ນ​ນາຍຮ້ອຍ​ສອງ​ຄົນ​ມາ ແລະ ສັ່ງ​ພວກເຂົາ​ວ່າ, “ຈົ່ງ​ຕຽມ​ກຳລັງ​ທະຫານ​ສອງຮ້ອຍ​ຄົນ, ທະຫານ​ມ້າ​ເຈັດສິບ​ຄົນ ແລະ ທະຫານຫອກ​ສອງຮ້ອຍ​ຄົນ​ເພື່ອ​ໄປ​ທີ່​ເມືອງ​ກາຍຊາເຣຍ​ໃນເວລາ​ເກົ້າໂມງ​ຂອງ​ຄືນ​ນີ້,

24 ຈົ່ງ​ຈັດຫາ​ມ້າ​ໃຫ້​ໂປໂລ​ຂີ່​ເພື່ອ​ໂປໂລ​ຈະ​ໄປ​ເຖິງ​ຜູ້ປົກຄອງ​ເຟລິກ​ຢ່າງ​ປອດໄພ”.

25 ແລ້ວ​ນາຍພັນ​ກໍ​ຂຽນ​ຈົດໝາຍ​ສະບັບ​ໜຶ່ງ​ໂດຍ​ມີ​ໃຈຄວາມ​ດັ່ງນີ້:

26 ຂ້າພະເຈົ້າ ກລາວດີໂອລີເຊຍ, ຮຽນ​ພະນະ​ທ່ານ, ເຟລິກ​ຜູ້ປົກຄອງ: ຂໍ​ຄຳນັບ.

27 ພວກ​ຢິວ​ໄດ້​ຈັບ​ໂຕ​ຊາຍ​ຄົນ​ນີ້​ໄວ້ ແລະ ເກືອບ​ຈະ​ຂ້າ​ລາວ ແຕ່​ຂ້າພະເຈົ້າ​ໄດ້​ນຳ​ທະຫານ​ເຂົ້າ​ຊ່ວຍ​ລາວ​ໄວ້​ໄດ້ ເພາະ​ຂ້າພະເຈົ້າ​ຮູ້​ວ່າ​ລາວ​ເປັນ​ຄົນ​ສັນຊາດ​ໂຣມ.

28 ຂ້າພະເຈົ້າ​ຢາກ​ຮູ້​ວ່າ​ເປັນຫຍັງ​ພວກເຂົາ​ຈຶ່ງ​ກ່າວຫາ​ລາວ, ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ໄດ້​ນຳ​ໂຕ​ລາວ​ໄປ​ທີ່​ສະພາ​ແຊນເຮດຣິນ​ຂອງ​ພວກເຂົາ,

29 ຂ້າພະເຈົ້າ​ພົບ​ວ່າ​ຄຳ​ກ່າວຫາ​ນັ້ນ​ແມ່ນ​ເລື່ອງ​ກົດບັນຍັດ​ຂອງ​ພວກເຂົາ​ເອງ, ແຕ່​ບໍ່​ມີ​ຂໍ້​ກ່າວຫາ​ອັນໃດ​ທີ່​ສົມຄວນ​ຈະ​ສັ່ງ​ປະຫານ​ຊີວິດ ຫລື ຂັງຄຸກ.

30 ເມື່ອ​ຂ້າພະເຈົ້າ​ໄດ້​ຮັບ​ແຈ້ງ​ວ່າ​ມີ​ແຜນການ​ກຳຈັດ​ຊາຍ​ຄົນ​ນີ້, ຂ້າພະເຈົ້າ​ຈຶ່ງ​ສົ່ງ​ລາວ​ມາ​ຫາ​ທ່ານ​ທັນທີ. ຂ້າພະເຈົ້າ​ຍັງ​ໄດ້​ສັ່ງ​ໃຫ້​ຜູ້​ກ່າວຫາ​ມາ​ວ່າ​ຄວາມ​ກັນ​ຕໍ່ໜ້າ​ທ່ານ.

31 ພວກທະຫານ​ຈຶ່ງ​ໄດ້​ປະຕິບັດ​ຕາມ​ຄຳສັ່ງ, ພວກເຂົາ​ໄດ້​ນຳ​ເອົາ​ໂປໂລ​ໄປ​ໃນ​ຄືນ​ນັ້ນ​ເອງ ແລະ ລາວ​ໄປ​ໄກ​ຈົນ​ເຖິງ​ເມືອງ​ອັນຕີປາຕີ.

32 ມື້​ຕໍ່ມາ ພວກເຂົາ​ກໍ​ໃຫ້​ພວກ​ທະຫານມ້າ​ນຳ​ເພິ່ນ​ເດີນທາງ​ຕໍ່ໄປ, ສ່ວນ​ພວກເຂົາ​ກັບ​ຄືນ​ມາ​ທີ່​ຄ້າຍ​ທະຫານ.

33 ເມື່ອ​ພວກ​ທະຫານມ້າ​ໄປ​ເຖິງ​ເມືອງ​ກາຍຊາເຣຍ, ພວກເຂົາ​ກໍ​ມອບ​ຈົດໝາຍ​ໃຫ້​ຜູ້ປົກຄອງ ແລະ ມອບ​ໂປໂລ​ໃຫ້​ແກ່​ເພິ່ນ​ດ້ວຍ.

34 ເມື່ອ​ຜູ້ປົກຄອງ​ອ່ານ​ຈົດໝາຍ​ແລ້ວ​ຈຶ່ງ​ຖາມ​ວ່າ​ໂປໂລ​ມາ​ຈາກ​ແຂວງ​ໃດ, ເມື່ອ​ຮູ້​ວ່າ​ມາຈາກ​ກີລີເກຍ,

35 ເພິ່ນ​ຈຶ່ງ​ເວົ້າວ່າ, “ເຮົາ​ຈະ​ຟັງ​ກໍລະນີ​ຂອງ​ເຈົ້າ​ເມື່ອ​ຜູ້ກ່າວຫາ​ມາ​ຊ້ອງໜ້າ​ກັນ​ທີ່​ນີ້”. ຈາກນັ້ນ​ເພິ່ນ​ກໍ​ສັ່ງ​ໃຫ້​ຄຸມໂຕ​ໂປໂລ​ໄວ້​ທີ່​ວັງ​ຂອງ​ເຮໂຣດ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan