Biblia Todo Logo
Bìoball air-loidhne

- Sanasan -

ກິດຈະການ 22 - ພຣະຄຳພີລາວສະບັບສະໄໝໃໝ່

1 “ອ້າຍ ແລະ ພໍ່​ທັງຫລາຍ​ເອີຍ, ບັດນີ້​ຂໍ​ໃຫ້​ຟັງ​ຄຳ​ໃຫ້​ການ​ຂອງ​ຂ້າພະເຈົ້າ​ດ້ວຍ”.

2 ເມື່ອ​ປະຊາຊົນ​ໄດ້​ຍິນ​ເພິ່ນ​ກ່າວ​ເປັນ​ພາສາ​ອາຣາມິກ, ພວກເຂົາ​ກໍ​ງຽບ​ລົງ​ກວ່າ​ເກົ່າ. ແລ້ວ​ໂປໂລ​ຈຶ່ງ​ກ່າວ​ວ່າ,

3 “ຂ້າພະເຈົ້າ​ເປັນ​ຄົນຢິວ ເກີດ​ທີ່​ເມືອງ​ຕາໂຊ​ໃນ​ແຂວງ​ກີລີເກຍ​ແຕ່​ເຕີບໃຫຍ່​ຂຶ້ນ​ຢູ່​ໃນ​ເມືອງ​ນີ້. ຂ້າພະເຈົ້າ​ເປັນ​ລູກສິດ​ຂອງ​ອາຈານ​ຄາມາລິເອັນ ໄດ້​ຮັບ​ການ​ອົບຮົມ​ຢ່າງ​ຄົບຖ້ວນ​ໃນ​ກົດບັນຍັດ​ຂອງ​ບັນພະບຸລຸດ​ຂອງ​ພວກເຮົາ. ຂ້າພະເຈົ້າ​ມີ​ໃຈ​ກະຕືລືລົ້ນ​ເພື່ອ​ພຣະເຈົ້າ​ເໝືອນດັ່ງ​ທ່ານ​ທັງຫລາຍ​ໃນ​ວັນ​ນີ້.

4 ຂ້າພະເຈົ້າ​ໄດ້​ຂົ່ມເຫັງ​ບັນດາ​ຜູ້​ຕິດຕາມ ‘ທາງນັ້ນ’ ຈົນ​ພວກເຂົາ​ເສຍ​ຊີວິດ, ໄດ້​ຈັບກຸມ​ທັງ​ຜູ້ຊາຍ ແລະ ແມ່ຍິງ ແລ້ວ​ໂຍນ​ພວກເຂົາ​ເຂົ້າ​ຄຸກ,

5 ມະຫາ​ປະໂລຫິດ ແລະ ສະມາຊິກ​ສະພາ​ທຸກຄົນ​ສາມາດ​ເປັນພະຍານ​ໄດ້. ຂ້າພະເຈົ້າ​ກໍ​ໄດ້​ຮັບ​ຈົດໝາຍ​ຈາກ​ພວກເພິ່ນ​ໄປ​ເຖິງ​ພວກພີ່ນ້ອງ​ຂອງ​ພວກເຂົາ​ໃນ​ເມືອງ​ດາມັສກັດ, ແລ້ວ​ເດີນທາງ​ໄປ​ທີ່​ນັ້ນ​ເພື່ອ​ຈັບ​ຄົນ​ເຫລົ່ານີ້​ໄປ​ເປັນ​ນັກໂທດ ແລະ ນຳ​ໄປ​ເຢຣູຊາເລັມ​ເພື່ອ​ລົງໂທດ.

6 “ປະມານ​ຕອນທ່ຽງ ໃນ​ຂະນະ​ທີ່​ຂ້າພະເຈົ້າ​ມາ​ໃກ້​ຈະ​ເຖິງ​ເມືອງ​ດາມັສກັດ, ໃນ​ທັນໃດ​ນັ້ນ ກໍ​ມີ​ແສງສະຫວ່າງ​ກ້າ​ຈາກ​ສະຫວັນ​ສ່ອງ​ລົງ​ມາ​ອ້ອມ​ຂ້າພະເຈົ້າ.

7 ຂ້າພະເຈົ້າ​ລົ້ມ​ລົງ​ທີ່​ພື້ນ ແລະ ໄດ້​ຍິນ​ສຽງ​ໜຶ່ງ​ກ່າວ​ຕໍ່​ຂ້າພະເຈົ້າ​ວ່າ, ‘ໂຊໂລ! ໂຊໂລ​ເອີຍ! ເປັນຫຍັງ​ເຈົ້າ​ຈຶ່ງ​ຂົ່ມເຫັງ​ເຮົາ?’

8 “ຂ້າພະເຈົ້າ​ຈຶ່ງ​ຖາມ​ວ່າ, ‘ອົງພຣະຜູ້ເປັນເຈົ້າ ພຣະອົງ​ເປັນ​ຜູ້ໃດ?’ “ພຣະອົງ​ຕອບ​ວ່າ, ‘ເຮົາ​ແມ່ນ​ເຢຊູ​ຊາວ​ນາຊາເຣັດ​ຜູ້​ທີ່​ເຈົ້າ​ກຳລັງ​ຂົ່ມເຫັງ’.

9 ບັນດາ​ຄົນ​ທີ່​ໄປ​ກັບ​ຂ້າພະເຈົ້າ​ໄດ້​ເຫັນ​ແສງ​ສະຫວ່າງ​ນັ້ນ ແຕ່​ບໍ່​ເຂົ້າໃຈ​ສຽງ​ຂອງ​ພຣະອົງ​ຜູ້​ທີ່​ກ່າວ​ກັບ​ຂ້າພະເຈົ້າ.

10 “ຂ້າພະເຈົ້າ​ຖາມ​ວ່າ, ‘ອົງພຣະຜູ້ເປັນເຈົ້າ ຂ້ານ້ອຍ​ຈະ​ຕ້ອງ​ເຮັດ​ແນວໃດ?’ “ອົງພຣະຜູ້ເປັນເຈົ້າ​ກ່າວ​ວ່າ, ‘ຈົ່ງ​ລຸກຂຶ້ນ ເຂົ້າ​ໄປ​ໃນ​ເມືອງ​ດາມັສກັດ, ຢູ່​ທີ່​ນັ້ນ​ຈະ​ມີ​ຄົນ​ບອກ​ເຖິງ​ສິ່ງ​ທັງໝົດ​ທີ່​ໄດ້​ກຳນົດ​ໃຫ້​ເຈົ້າ​ເຮັດ’.

11 ຄົນ​ທີ່​ໄປ​ກັບ​ຂ້າພະເຈົ້າ​ໄດ້​ຈູງ​ມື​ຂ້າພະເຈົ້າ​ແລ້ວ​ພາ​ເຂົ້າ​ໄປ​ເມືອງ​ດາມັສກັດ ເພາະ​ແສງ​ກ້າ​ນັ້ນ​ເຮັດ​ໃຫ້​ຂ້າພະເຈົ້າ​ຕາບອດ.

12 “ມີ​ຊາຍ​ຄົນ​ໜຶ່ງ​ຊື່​ອານາເນຍ​ມາ​ຫາ​ຂ້າພະເຈົ້າ, ເພິ່ນ​ເປັນ​ຄົນ​ເຄັ່ງຄັດ​ໃນ​ກົດບັນຍັດ ແລະ ເປັນ​ທີ່​ນັບຖື​ຂອງ​ຊາວຢິວ​ທັງຫລາຍ​ທີ່​ນັ້ນ​ຫລາຍ.

13 ເພິ່ນ​ໄດ້​ຢືນ​ຢູ່​ທາງຂ້າງ​ຂ້າພະເຈົ້າ ແລະ ເວົ້າ​ວ່າ, ‘ອ້າຍ​ໂຊໂລ ຈົ່ງ​ເຫັນຮຸ່ງ​ອີກ​ສາ!’ ວິນາທີ​ນັ້ນ ຂ້າພະເຈົ້າ​ກໍ​ສາມາດ​ເບິ່ງ​ເຫັນ​ເພິ່ນ​ໄດ້.

14 “ແລ້ວ​ເພິ່ນ​ຈຶ່ງ​ເວົ້າ​ວ່າ, ‘ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຮົາ​ໄດ້​ເລືອກ​ເຈົ້າ​ເພື່ອ​ໃຫ້​ຮູ້​ຄວາມ​ປະສົງ​ຂອງ​ພຣະອົງ ແລະ ໃຫ້​ໄດ້​ເຫັນ​ອົງ​ຜູ້ຊອບທຳ ແລະ ໃຫ້​ໄດ້​ຍິນ​ຖ້ອຍຄຳ​ຈາກ​ປາກ​ຂອງ​ພຣະອົງ.

15 ເຈົ້າ​ຈະ​ເປັນ​ພະຍານ​ຂອງ​ພຣະອົງ​ກັບ​ຄົນ​ທັງຫລາຍ​ເຖິງ​ສິ່ງ​ທີ່​ເຈົ້າ​ໄດ້​ເຫັນ ແລະ ໄດ້​ຍິນ,

16 ແລະ ບັດນີ້ ເຈົ້າ​ຊັກຊ້າ​ຢູ່​ເຮັດຫຍັງ? ຈົ່ງ​ລຸກຂຶ້ນ​ຮັບ​ບັບຕິສະມາ ແລະ ຊຳລະ​ລ້າງ​ບາບ​ທັງຫລາຍ​ຂອງ​ເຈົ້າ ໂດຍ​ຮ້ອງ​ອອກ​ນາມ​ຂອງ​ພຣະອົງ’.

17 “ເມື່ອ​ຂ້າພະເຈົ້າ​ກັບ​ຄືນ​ມາ​ທີ່​ເຢຣູຊາເລັມ ໃນ​ຂະນະ​ທີ່​ກຳລັງ​ອະທິຖານ​ຢູ່​ໃນ​ວິຫານ​ນັ້ນ, ຂ້າພະເຈົ້າ​ກໍ​ລືມຄີງ​ໄປ

18 ແລະ ໄດ້​ເຫັນ​ອົງພຣະຜູ້ເປັນເຈົ້າ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, ‘ໄວໆ! ຈົ່ງ​ຮີບ​ອອກ​ໄປ​ຈາກ​ເຢຣູຊາເລັມ​ດຽວ​ນີ້ ເພາະ​ຄົນ​ຢູ່​ທີ່​ນີ້​ຈະ​ບໍ່​ຍອມ​ຮັບ​ຄຳພະຍານ​ຂອງ​ເຈົ້າ​ທີ່​ກ່ຽວກັບ​ເຮົາ’.

19 “ຂ້າພະເຈົ້າ​ຕອບ​ວ່າ, ‘ອົງພຣະຜູ້ເປັນເຈົ້າ ຄົນ​ເຫລົ່ານີ້​ຮູ້​ດີ​ວ່າ​ຂ້ານ້ອຍ​ເຄີຍ​ໄປ​ທີ່​ທຳມະສາລາ​ຕ່າງໆ​ເພື່ອ​ຈັບກຸມ ແລະ ຂ້ຽນຕີ​ບັນດາ​ຜູ້​ທີ່​ເຊື່ອ​ໃນ​ພຣະອົງ.

20 ແລະ ເມື່ອ​ເລືອດ​ຂອງ​ຊະເຕຟາໂນ​ຜູ້​ທີ່​ສະຫລະ​ຊີວິດ​ເພື່ອ​ຄວາມເຊື່ອ​ຫລັ່ງ​ອອກ​ມາ ຂ້ານ້ອຍ​ກໍ​ຢືນ​ຢູ່​ທີ່​ນັ້ນ​ເຫັນດີ​ນຳ ແລະ ເຝົ້າ​ເຄື່ອງນຸ່ງ​ໃຫ້​ຄົນ​ທີ່​ຂ້າ​ຊະເຕຟາໂນ’.

21 “ແລ້ວ​ອົງພຣະຜູ້ເປັນເຈົ້າ​ຈຶ່ງ​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, ‘ຈົ່ງ​ໄປ​ສາ ເຮົາ​ຈະ​ສົ່ງ​ເຈົ້າ​ໄປ​ໄກ, ໄປ​ຫາ​ຄົນຕ່າງຊາດ’”.


ໂປໂລ​ພົນລະເມືອງ​ໂຣມ

22 ປະຊາຊົນ​ໄດ້​ຟັງ​ໂປໂລ​ກ່າວ​ມາ​ເຖິງ​ຕອນ​ນີ້ ກໍ​ຮ້ອງ​ຂຶ້ນ​ດ້ວຍ​ສຽງ​ດັງ​ວ່າ, “ກຳຈັດ​ລາວ​ຈາກ​ແຜ່ນດິນ! ລາວ​ບໍ່​ສົມຄວນ​ມີຊີວິດ​ຢູ່!”

23 ຂະນະ​ທີ່​ພວກເຂົາ​ກຳລັງ​ຮ້ອງ​ສຽງ​ດັງ​ພ້ອມທັງ​ແກ້​ເສື້ອຄຸມ​ອອກ ແລະ ຊັດ​ຂີ້ຝຸ່ນ​ຂຶ້ນ​ໄປ​ໃນ​ອາກາດ,

24 ນາຍພັນ​ກໍ​ສັ່ງ​ໃຫ້​ນຳ​ໂປໂລ​ເຂົ້າ​ໄປ​ໃນ​ຄ້າຍ​ທະຫານ, ລາວ​ສັ່ງ​ໃຫ້​ຂ້ຽນຕີ​ໂປໂລ ແລະ ສືບສວນ​ຫາ​ສາເຫດ​ທີ່​ເຮັດ​ໃຫ້​ປະຊາຊົນ​ຮ້ອງ​ສຽງ​ດັງ​ໃສ່​ໂປໂລ​ຢ່າງ​ນີ້.

25 ເມື່ອ​ພວກເຂົາ​ຈັບ​ໂປໂລ​ມັດ​ຄຶງ​ໄວ້​ເພື່ອ​ຈະ​ຂ້ຽນຕີ ໂປໂລ​ຈຶ່ງ​ເວົ້າ​ຕໍ່​ນາຍຮ້ອຍ​ທີ່​ຢືນ​ຢູ່​ໃນ​ທີ່​ນັ້ນ​ວ່າ, “ການ​ຂ້ຽນຕີ​ພົນລະເມືອງ​ໂຣມ​ທີ່​ຍັງ​ບໍ່​ທັນ​ໄດ້​ຖືກ​ຕັດສິນ​ວ່າ​ມີ​ຄວາມ​ຜິດ​ແມ່ນ​ຖືກຕ້ອງ​ຕາມ​ກົດໝາຍ​ບໍ?”

26 ເມື່ອ​ນາຍຮ້ອຍ​ໄດ້​ຍິນ​ຢ່າງ​ນັ້ນ​ກໍ​ໄປ​ຫາ​ນາຍພັນ ແລະ ລາຍງານ. ນາຍຮ້ອຍ​ຖາມ​ວ່າ, “ທ່ານ​ຈະ​ເຮັດ​ແນວໃດ? ຊາຍ​ຜູ້​ນີ້​ເປັນ​ພົນລະເມືອງ​ໂຣມ”.

27 ນາຍພັນ​ຈຶ່ງ​ໄປ​ຫາ​ໂປໂລ ແລະ ຖາມ​ວ່າ, “ຈົ່ງ​ບອກ​ເຮົາ ເຈົ້າ​ເປັນ​ພົນລະເມືອງ​ໂຣມ​ບໍ?” ໂປໂລ​ຕອບ​ວ່າ, “ແມ່ນ​ແລ້ວ”.

28 ນາຍພັນ​ຈຶ່ງ​ເວົ້າ​ວ່າ, “ຂ້ອຍ​ຕ້ອງ​ໄດ້​ຈ່າຍ​ເງິນ​ຈຳນວນ​ຫລວງຫລາຍ​ເພື່ອ​ຈະ​ໄດ້​ສັນຊາດ​ໂຣມ”. ໂປໂລ​ຕອບ​ວ່າ, “ແຕ່​ຂ້ານ້ອຍ​ເປັນ​ຄົນ​ສັນຊາດ​ໂຣມ​ໂດຍ​ກຳເນີດ”.

29 ແລ້ວ​ບັນດາ​ຜູ້​ທີ່​ຈະ​ສືບສວນ​ໂປໂລ​ຈຶ່ງ​ຖອຍ​ອອກໄປ​ຈາກ​ເພິ່ນ​ທັນທີ, ສ່ວນ​ນາຍພັນ​ເອງ​ກໍ​ຕົກໃຈ​ຢ້ານ​ທີ່​ໄດ້​ສັ່ງ​ລ່າມ​ໂສ້​ໂປໂລ ເຊິ່ງ​ເປັນ​ພົນລະເມືອງ​ໂຣມ.


ໂປໂລ​ຕໍ່ໜ້າ​ສະພາ​ແຊນເຮດຣິນ

30 ນາຍພັນ​ຢາກ​ຮູ້​ຄັກແນ່​ວ່າ​ເປັນຫຍັງ​ໂປໂລ​ຈຶ່ງ​ຖືກ​ຊາວຢິວ​ກ່າວຫາ, ດັ່ງນັ້ນ ມື້​ຕໍ່ມາ​ເພິ່ນ​ຈຶ່ງ​ປ່ອຍ​ໂປໂລ ແລະ ສັ່ງ​ໃຫ້​ພວກຫົວໜ້າ​ປະໂລຫິດ​ກັບ​ສະມາຊິກ​ສະພາ​ແຊນເຮດຣິນ​ທັງໝົດ​ມາ​ປະຊຸມ​ກັນ. ຫລັງຈາກນັ້ນ ເພິ່ນ​ກໍ​ໄດ້​ນຳ​ໂປໂລ​ໄປ ແລະ ໃຫ້​ຢືນ​ຢູ່​ຕໍ່ໜ້າ​ພວກເຂົາ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan