Biblia Todo Logo
Bìoball air-loidhne

- Sanasan -

ກິດຈະການ 21 - ພຣະຄຳພີລາວສະບັບສະໄໝໃໝ່


ໄປ​ເຢຣູຊາເລັມ

1 ເມື່ອ​ພວກເຮົາ​ແຍກ​ຈາກ​ຄົນ​ເຫລົ່ານັ້ນ​ແລ້ວ, ພວກເຮົາ​ກໍ​ອອກ​ສູ່​ທະເລ ແລະ ຂີ່ເຮືອ​ກົງ​ໄປ​ທີ່​ເກາະ​ໂກດ. ໃນ​ວັນ​ຕໍ່ມາ​ກໍ​ມາ​ເຖິງ​ເກາະ​ໂຣໂດ ແລະ ຈາກ​ທີ່​ນັ້ນ​ມາ​ເຖິງ​ເມືອງ​ປາຕາຣາ.

2 ພວກເຮົາ​ໄດ້​ພົບ​ເຮືອ​ລຳ​ໜຶ່ງ​ກຳລັງ​ຂ້າມ​ໄປ​ຍັງ​ເມືອງ​ໂຟນີເຊຍ, ຈຶ່ງ​ລົງ​ເຮືອ​ລຳ​ນັ້ນ ແລະ ເດີນທາງ​ຕໍ່ໄປ.

3 ຫລັງຈາກ​ແນມ​ເຫັນ​ເກາະ​ໄຊປຣັດ ແລະ ລ່ອງ​ເຮືອ​ຜ່ານ​ທາງ​ໃຕ້​ຂອງ​ເກາະ​ລົງ​ມາ​ເຖິງ​ແຂວງ​ຊີເຣຍ. ພວກເຮົາ​ກໍ​ຈອດ​ທີ່​ທ່າ​ເມືອງ​ຕີເຣ​ບ່ອນ​ທີ່​ຂົນ​ສິນຄ້າ​ລົງ.

4 ພວກເຮົາ​ໄດ້​ພົບ​ພວກສາວົກ​ຢູ່​ທີ່​ນັ້ນ ແລະ ພັກ​ຢູ່​ກັບ​ພວກເຂົາ​ເປັນ​ເວລາ​ເຈັດ​ມື້. ພວກເຂົາ​ຂໍຮ້ອງ​ໂປໂລ​ໂດຍ​ການ​ນຳພາ​ຂອງ​ພຣະວິນຍານບໍລິສຸດເຈົ້າ​ວ່າ​ບໍ່​ໃຫ້​ເພິ່ນ​ໄປ​ເຢຣູຊາເລັມ.

5 ແຕ່​ເມື່ອ​ເຖິງ​ເວລາ​ແລ້ວ​ພວກເຮົາ​ກໍ​ໄດ້​ກ່າວ​ອຳລາ ແລະ ອອກ​ເດີນທາງ​ຕໍ່ໄປ. ພວກສາວົກ​ທັງໝົດ​ຕະຫລອດ​ຈົນ​ເມຍ​ກັບ​ບັນດາ​ລູກ​ຂອງ​ພວກເຂົາ​ກໍ​ໄດ້​ມາ​ສົ່ງ​ພວກເຮົາ​ອອກ​ຈາກ​ເມືອງ ແລະ ພວກເຮົາ​ກໍ​ຄຸເຂົ່າ​ລົງ​ອະທິຖານ​ຢູ່​ທີ່​ຫາດຊາຍ.

6 ຫລັງຈາກ​ກ່າວ​ອຳລາ​ກັນ​ແລ້ວ, ພວກເຮົາ​ກໍ​ລົງ​ເຮືອ, ສ່ວນ​ພວກເຂົາ​ກໍ​ພາກັນ​ກັບ​ບ້ານ.

7 ພວກເຮົາ​ໄດ້​ສືບຕໍ່​ເດີນທາງ​ຈາກ​ເມືອງ​ຕີເຣ​ມາ​ຂຶ້ນ​ຝັ່ງ​ທີ່​ເມືອງ​ປະໂຕເລມາຍ, ຢູ່​ທີ່​ນັ້ນ ພວກເຮົາ​ໄດ້​ໄປ​ທັກທາຍ​ພວກ​ພີ່ນ້ອງ ແລະ ພັກ​ຢູ່​ກັບ​ພວກເຂົາ​ມື້​ໜຶ່ງ.

8 ມື້​ຕໍ່ມາ​ພວກເຮົາ​ກໍ​ອອກ​ຈາກ​ທີ່​ນັ້ນ, ພວກເຮົາ​ມາ​ເຖິງ​ເມືອງ​ກາຍຊາເຣຍ ແລະ ໄດ້​ພັກ​ຢູ່​ທີ່​ເຮືອນ​ຂອງ​ຟີລິບ​ຜູ້​ປະກາດ​ຂ່າວປະເສີດ, ເຊິ່ງ​ເປັນ​ຜູ້​ໜຶ່ງ​ໃນ​ກຸ່ມ​ເຈັດ​ຄົນ​ນັ້ນ.

9 ຟີລິບ​ມີ​ລູກສາວ​ສີ່​ຄົນ​ຍັງ​ບໍ່​ໄດ້​ແຕ່ງງານ ແລະ ຕ່າງ​ກໍ​ເປັນ​ຜູ້​ທີ່​ທຳນວາຍ.

10 ຫລັງຈາກ​ພວກເຮົາ​ພັກ​ຢູ່​ທີ່​ນັ້ນ​ໄດ້​ຫລາຍວັນ​ແລ້ວ, ກໍ​ມີ​ຜູ້ທຳນວາຍ​ຄົນ​ໜຶ່ງ​ຊື່​ອາຄະໂບ​ມາ​ຈາກ​ແຂວງ​ຢູດາຍ.

11 ເຂົ້າ​ມາ​ຫາ​ພວກເຮົາ, ລາວ​ເອົາ​ສາຍແອວ​ຂອງ​ໂປໂລ​ມັດ​ມື​ມັດ​ຕີນ​ຂອງ​ຕົນ​ເອງ ແລະ ເວົ້າ​ວ່າ, “ພຣະວິນຍານບໍລິສຸດເຈົ້າ​ກ່າວ​ວ່າ, ‘ຊາວຢິວ​ໃນ​ເຢຣູຊາເລັມ​ຈະ​ມັດ​ເຈົ້າຂອງ​ສາຍ​ຮັດ​ແອວ​ນີ້​ຢ່າງນີ້​ແຫລະ ແລະ ຈະ​ມອບ​ລາວ​ໃຫ້​ຄົນຕ່າງຊາດ’”.

12 ເມື່ອ​ພວກເຮົາ​ໄດ້​ຍິນ​ຢ່າງ​ນີ້​ແລ້ວ, ພວກເຮົາ​ກັບ​ຄົນ​ອື່ນ​ທີ່​ຢູ່​ທີ່​ນັ້ນ​ຈຶ່ງ​ຮ້ອງຂໍ​ໂປໂລ​ບໍ່​ໃຫ້​ຂຶ້ນ​ໄປ​ທີ່​ເຢຣູຊາເລັມ.

13 ແລ້ວ​ໂປໂລ​ໄດ້​ຕອບ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຮ້ອງໄຫ້ ແລະ ເຮັດ​ໃຫ້​ເຮົາ​ເສຍ​ໃຈ​ຢ່າງ​ນີ້? ເຮົາ​ຕຽມພ້ອມ​ບໍ່​ແມ່ນ​ແຕ່​ໃຫ້​ພວກເຂົາ​ມັດ​ເຮົາ​ເທົ່ານັ້ນ, ແຕ່​ພ້ອມ​ທີ່​ຈະ​ຕາຍ​ຢູ່​ໃນ​ເຢຣູຊາເລັມ​ດ້ວຍ ເພື່ອ​ເຫັນ​ແກ່​ນາມ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ”.

14 ເມື່ອ​ພວກເຮົາ​ບໍ່​ສາມາດ​ຊັກຊວນ​ໃຫ້​ເພິ່ນ​ປ່ຽນໃຈ​ແລ້ວ, ພວກເຮົາ​ຈຶ່ງ​ຢຸດ​ຂໍຮ້ອງ​ເພິ່ນ ແລະ ເວົ້າວ່າ, “ຂໍ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະສົງ​ຂອງ​ອົງພຣະຜູ້ເປັນເຈົ້າ”.

15 ຫລັງຈາກນັ້ນ ພວກເຮົາ​ກໍ​ເລີ່ມ​ອອກ​ເດີນທາງ​ຂຶ້ນ​ໄປ​ເຢຣູຊາເລັມ.

16 ມີ​ສາວົກ​ບາງຄົນ​ຈາກ​ເມືອງ​ກາຍຊາເຣຍ​ໄດ້​ໄປ​ກັບ​ພວກເຮົາ​ດ້ວຍ ແລະ ນຳພາ​ພວກເຮົາ​ມາ​ເຮືອນ​ຂອງ​ມານະໂຊນ, ບ່ອນ​ທີ່​ພວກເຮົາ​ຈະ​ພັກ​ຢູ່​ທີ່​ນັ້ນ. ມານະໂຊນ​ມາ​ຈາກ​ເກາະ​ໄຊປຣັດ ແລະ ເປັນ​ຜູ້​ໜຶ່ງ​ໃນ​ບັນດາ​ສາວົກ​ລຸ້ນ​ທຳອິດ.


ໂປໂລ​ມາ​ເຖິງ​ເຢຣູຊາເລັມ

17 ເມື່ອ​ພວກເຮົາ​ມາ​ເຖິງ​ເຢຣູຊາເລັມ​ແລ້ວ, ພວກ​ພີ່ນ້ອງ​ກໍ​ໄດ້​ຕ້ອນຮັບ​ພວກເຮົາ​ຢ່າງ​ອົບອຸ່ນ.

18 ໃນ​ມື້​ຕໍ່ມາ ໂປໂລ​ກັບ​ພວກເຮົາ​ໄປ​ພົບ​ຢາໂກໂບ ແລະ ຜູ້ອາວຸໂສ​ທັງໝົດ​ກໍ​ຢູ່​ທີ່​ນັ້ນ.

19 ໂປໂລ​ໄດ້​ທັກທາຍ​ພວກເຂົາ ແລະ ລາຍງານ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ກະທຳ​ທ່າມກາງ​ຄົນຕ່າງຊາດ ຜ່ານທາງ​ພັນທະກິດ​ຂອງ​ຕົນ​ຢ່າງ​ລະອຽດ.

20 ເມື່ອ​ພວກເຂົາ​ໄດ້​ຍິນ​ແລ້ວ, ພວກເຂົາ​ກໍ​ສັນລະເສີນ​ພຣະເຈົ້າ. ແລ້ວ​ພວກເຂົາ​ກໍ​ເວົ້າ​ກັບ​ໂປໂລ​ວ່າ: “ອ້າຍ​ເອີຍ, ທ່ານ​ກໍ​ເຫັນ​ຊາວຢິວ​ຈຳນວນ​ຫລາຍ​ພັນ​ຄົນ​ໄດ້​ເຊື່ອ ແລະ ພວກເຂົາ​ທັງໝົດ​ລ້ວນ​ແຕ່​ເຄັ່ງຄັດ​ໃນ​ກົດບັນຍັດ.

21 ພວກເຂົາ​ໄດ້​ຍິນ​ຂ່າວ​ວ່າ​ທ່ານ​ສັ່ງສອນ​ບັນດາ​ຊາວຢິວ​ທີ່​ຢູ່​ທ່າມກາງ​ຄົນຕ່າງຊາດ​ໃຫ້​ຫັນໜີ​ຈາກ​ໂມເຊ, ໂດຍ​ບອກ​ພວກເຂົາ​ວ່າ​ບໍ່​ຕ້ອງ​ໃຫ້​ລູກຫລານ​ຮັບພິທີຕັດ ຫລື ດຳເນີນຊີວິດ​ຕາມ​ທຳນຽມ​ຂອງ​ພວກເຮົາ.

22 ພວກເຮົາ​ຄວນ​ຈະ​ເຮັດ​ຢ່າງໃດ? ພວກເຂົາ​ຄົງ​ໄດ້​ຍິນ​ວ່າ​ທ່ານ​ມາ​ທີ່​ນີ້​ແລ້ວ​ຢ່າງ​ແນ່ນອນ.

23 ດັ່ງນັ້ນ ຈົ່ງ​ເຮັດ​ຕາມ​ທີ່​ພວກເຮົາ​ບອກ​ທ່ານ. ມີ​ຊາຍ​ສີ່​ຄົນ​ທີ່​ຢູ່​ກັບ​ພວກເຮົາ​ທີ່​ສາບານ​ຕົວ​ໄວ້.

24 ຈົ່ງ​ພາ​ຄົນ​ເຫລົ່ານີ້​ໄປ, ຮ່ວມ​ພິທີ​ຊຳລະ​ຕົວ​ຂອງ​ພວກເຂົາ ແລະ ຈ່າຍ​ຄ່າ​ທຳນຽມ​ໃຫ້​ພວກເຂົາ, ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ແຖ​ຫົວ. ແລ້ວ​ທຸກຄົນ​ຈະ​ໄດ້​ຮູ້​ວ່າ​ສິ່ງ​ທີ່​ພວກເຂົາ​ໄດ້​ຍິນ​ມາ​ກ່ຽວກັບ​ທ່ານ​ນັ້ນ​ບໍ່​ເປັນ​ຄວາມຈິງ, ແຕ່​ທ່ານ​ເອງ​ໄດ້​ດຳເນີນຊີວິດ​ດ້ວຍ​ການ​ເຊື່ອຟັງ​ກົດບັນຍັດ.

25 ສຳລັບ​ຄົນຕ່າງຊາດ​ທີ່​ຮັບ​ເຊື່ອ​ແລ້ວ, ພວກເຮົາ​ໄດ້​ຂຽນ​ຈົດໝາຍ​ແຈ້ງ​ໃຫ້​ພວກເຂົາ​ຮູ້​ເຖິງ​ສິ່ງ​ທີ່​ພວກເຮົາ​ໄດ້​ຕົກລົງ​ກັນ​ວ່າ​ໃຫ້​ພວກເຂົາ​ລະເວັ້ນ​ຈາກ​ການ​ກິນ​ອາຫານ​ທີ່​ໄດ້​ຖວາຍ​ແກ່​ຮູບເຄົາລົບ, ລະເວັ້ນ​ຈາກ​ການກິນ​ເລືອດ, ລະເວັ້ນ​ຈາກ​ການກິນ​ຊີ້ນສັດ​ທີ່​ຖືກ​ຮັດຄໍ​ຕາຍ ແລະ ລະເວັ້ນ​ຈາກ​ການ​ຜິດສິນທຳທາງເພດ”.

26 ມື້​ຕໍ່ມາ ໂປໂລ​ຈຶ່ງ​ໄດ້​ພາ​ສີ່​ຄົນ​ນັ້ນ​ໄປ ແລະ ຊຳລະ​ຕົວ​ເພິ່ນ​ເອງ​ຮ່ວມ​ກັບ​ພວກເຂົາ. ແລ້ວ​ເພິ່ນ​ກໍ​ເຂົ້າ​ໄປ​ໃນ​ວິຫານ​ເພື່ອ​ປະກາດ​ວັນ​ຄົບ​ກຳນົດ​ການ​ຊຳລະ​ຕົວ​ຈະ​ສິ້ນສຸດ​ລົງ ແລະ ການ​ຖວາຍ​ເຄື່ອງບູຊາ​ສຳລັບ​ພວກເຂົາ​ແຕ່ລະຄົນ.


ໂປໂລ​ຖືກ​ຈັບກຸມ

27 ເມື່ອ​ໃກ້​ຄົບ​ເຈັດ​ວັນ ຊາວຢິວ​ບາງຄົນ​ທີ່​ມາ​ຈາກ​ແຂວງ​ເອເຊຍ​ເຫັນ​ໂປໂລ​ທີ່​ວິຫານ. ພວກເຂົາ​ຈຶ່ງ​ປຸກລະດົມ​ປະຊາຊົນ​ທັງໝົດ​ໃຫ້​ຈັບ​ໂປໂລ,

28 ພວກເຂົາ​ຮ້ອງ​ຂຶ້ນ​ວ່າ, “ປະຊາຊົນ​ອິດສະຣາເອນ, ຊ່ວຍ​ພວກເຮົາ​ແດ່! ຄົນ​ນີ້​ແຫລະ​ທີ່​ເປັນ​ຜູ້​ສັ່ງສອນ​ຄົນ​ທັງຫລາຍ​ໃນ​ທຸກບ່ອນ​ໃຫ້​ຕໍ່ຕ້ານ​ຊົນຊາດ​ຂອງ​ພວກເຮົາ, ໃຫ້​ຕໍ່ຕ້ານ​ກົດບັນຍັດ​ຂອງ​ເຮົາ ແລະ ສະຖານທີ່​ແຫ່ງ​ນີ້. ຫລາຍ​ກວ່າ​ນັ້ນ​ອີກ ລາວ​ໄດ້​ພາ​ຄົນກຣີກ​ເຂົ້າ​ມາ​ໃນ​ບໍລິເວນ​ວິຫານ ແລະ ເຮັດ​ໃຫ້​ສະຖານທີ່​ສັກສິດ​ນີ້​ເປັນ​ມົນທິນ”.

29 (ກ່ອນ​ໜ້າ​ນີ້​ພວກເຂົາ​ເຫັນ​ໂທຟີໂມ ຊາວ​ເອເຟໂຊ​ຢູ່​ກັບ​ໂປໂລ​ໃນ​ເມືອງ​ຈຶ່ງ​ຄິດ​ວ່າ​ໂປໂລ​ໄດ້​ພາ​ລາວ​ເຂົ້າ​ໄປ​ໃນ​ບໍລິເວນ​ວິຫານ.)

30 ຄົນ​ທົ່ວ​ເມືອງ​ກໍ​ແຕກຕື່ນ ແລະ ຄົນ​ແລ່ນ​ມາ​ຈາກ​ທຸກ​ທິດ. ຈັບ​ໂປໂລ, ພວກເຂົາ​ໄດ້​ລາກ​ໂຕ​ເພິ່ນ​ອອກ​ຈາກ​ວິຫານ​ແລ້ວ​ອັດ​ປະຕູ​ທັນທີ.

31 ຂະນະ​ທີ່​ພວກເຂົາ​ກຳລັງ​ຫາ​ທາງ​ຈະ​ຂ້າ​ໂປໂລ​ຢູ່​ນັ້ນ, ຂ່າວ​ກໍ​ໄປ​ເຖິງ​ນາຍພັນ​ກອງທັບ​ທະຫານ​ໂຣມ​ວ່າ​ທົ່ວ​ເຢຣູຊາເລັມ​ເກີດ​ຄວາມ​ວຸ້ນວາຍ.

32 ລາວ​ຈຶ່ງ​ໄດ້​ນຳ​ເຈົ້າໜ້າທີ່​ກັບ​ທະຫານ​ແລ່ນ​ອອກ​ໄປ​ຫາ​ປະຊາຊົນ​ທັນທີ. ເມື່ອ​ພວກ​ກໍ່​ຄວາມ​ວຸ້ນວາຍ​ເຫັນ​ນາຍພັນ​ກັບ​ທະຫານ​ມາ​ກໍ​ຢຸດ​ທຸບຕີ​ໂປໂລ.

33 ດັ່ງນັ້ນ ນາຍພັນ​ຈຶ່ງ​ເຂົ້າ​ໄປ​ຫາ ແລະ ຈັບ​ເພິ່ ແລ້ວ​ສັ່ງ​ໃຫ້​ເອົາ​ໂສ້​ສອງ​ເສັ້ນ​ລ່າມ​ເພິ່ນ​ໄວ້​ແລ້ວ​ຖາມ​ວ່າ​ເພິ່ນ​ເປັນ​ຜູ້ໃດ ແລະ ເພິ່ນ​ໄດ້​ເຮັດ​ຫຍັງ.

34 ບາງຄົນ​ໃນ​ພວກປະຊາຊົນ​ຮ້ອງ​ບອກ​ວ່າ​ຢ່າງ​ນີ້ ບາງຄົນ​ຮ້ອງ​ບອກ​ວ່າ​ຢ່າງ​ນັ້ນ ເມື່ອ​ນາຍພັນ​ບໍ່​ສາມາດ​ຈັບ​ຄວາມ​ຈິງ​ໄດ້ ຈຶ່ງ​ສັ່ງ​ໃຫ້​ນຳ​ຕົວ​ໂປໂລ​ເຂົ້າ​ໄປ​ໃນ​ຄ້າຍ​ທະຫານ.

35 ເມື່ອ​ໂປໂລ​ມາ​ຮອດ​ຂັ້ນໄດ ຝູງຊົນ​ມີ​ຄວາມ​ຮຸນແຮງ​ຫລາຍ​ຈົນ​ພວກ​ທະຫານ​ຈຳເປັນ​ຕ້ອງ​ຫາມ​ໂປໂລ​ໄປ.

36 ສ່ວນ​ປະຊາຊົນ​ທີ່​ຕິດຕາມ​ໄປ​ນັ້ນ​ກໍ​ຍັງ​ສືບຕໍ່​ຮ້ອງ​ວ່າ, “ຈົ່ງ​ເອົາ​ມັນ​ໄປ​ຂ້າ!”


ໂປໂລ​ກ່າວ​ກັບ​ປະຊາຊົນ

37 ຂະນະ​ທີ່​ພວກ​ທະຫານ​ກຳລັງ​ຈະ​ນຳ​ໂປໂລ​ເຂົ້າ​ໄປ​ໃນ​ຄ້າຍ​ທະຫານ, ເພິ່ນ​ໄດ້​ຖາມ​ນາຍພັນ​ວ່າ, “ຂ້ານ້ອຍ​ຂໍ​ເວົ້າ​ບາງ​ສິ່ງ​ກັບ​ທ່ານ​ແດ່​ໄດ້​ບໍ່?” ນາຍພັນ​ຖາມ​ວ່າ, “ເຈົ້າ​ເວົ້າ​ພາສາ​ກຣີກ​ໄດ້​ບໍ່?

38 ຖ້າ​ດັ່ງນັ້ນ ເຈົ້າ​ກໍ​ບໍ່​ແມ່ນ​ຄົນເອຢິບ​ຄົນ​ນັ້ນ​ທີ່​ກ່ອນ​ໜ້າ​ນີ້​ໄດ້​ກໍ່​ກະບົດ ແລະ ນຳ​ຜູ້​ກໍ່​ການ​ຮ້າຍ​ສີ່ພັນ​ຄົນ​ເຂົ້າ​ໄປ​ໃນ​ຖິ່ນແຫ້ງແລ້ງກັນດານ​ບໍ?”

39 ໂປໂລ​ຕອບວ່າ, “ຂ້ານ້ອຍ​ເປັນ​ຄົນຢິວ​ຈາກ​ເມືອງ​ຕາໂຊ ໃນ​ແຂວງ​ກີລີເກຍ ເປັນ​ພົນລະເມືອງ​ຈາກ​ເມືອງ​ທີ່​ສຳຄັນ. ຂໍ​ທ່ານ​ອະນຸຍາດ​ໃຫ້​ຂ້ານ້ອຍ​ກ່າວ​ແກ່​ປະຊາຊົນ​ດ້ວຍ”.

40 ເມື່ອ​ນາຍພັນ​ອະນຸຍາດ​ແລ້ວ ໂປໂລ​ຈຶ່ງ​ຢືນ​ຢູ່​ທີ່​ຂັ້ນໄດ ແລະ ໂບກມື ໃຫ້​ປະຊາຊົນ​ງຽບ​ລົງ. ເມື່ອ​ຄົນ​ທັງຫລາຍ​ງຽບ​ລົງ​ແລ້ວ ໂປໂລ​ຈຶ່ງ​ກ່າວ​ເປັນ​ພາສາ​ອາຣາມິກ​ວ່າ:

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan