ກິດຈະການ 20 - ພຣະຄຳພີລາວສະບັບສະໄໝໃໝ່ຜ່ານແຂວງມາເກໂດເນຍ ແລະ ປະເທດກຣີກ 1 ເມື່ອຄວາມວຸ້ນວາຍສະຫງົບລົງແລ້ວ, ໂປໂລກໍໄດ້ເອີ້ນເອົາພວກສາວົກມາ, ຫລັງຈາກໜູນໃຈພວກເຂົາແລ້ວ ກໍກ່າວລາ ແລະ ອອກເດີນທາງໄປມາເກໂດເນຍ. 2 ເພິ່ນໄດ້ເດີນທາງໄປທົ່ວຂົງເຂດນັ້ນ, ກ່າວຖ້ອຍຄຳໜູນໃຈຫລາຍປະການແກ່ຄົນທັງຫລາຍ ແລະ ໃນທີ່ສຸດກໍເດີນທາງມາເຖິງປະເທດກຣີກ, 3 ເພິ່ນໄດ້ພັກຢູ່ທີ່ນັ້ນເປັນເວລາສາມເດືອນ. ເພາະພວກຢິວກຳລັງວາງແຜນຈະທຳຮ້າຍເພິ່ນ ຂະນະທີ່ເພິ່ນກຳລັງຈະລົງເຮືອໄປແຂວງຊີເຣຍ, ເພິ່ນຈຶ່ງໄດ້ຕັດສິນໃຈກັບໄປທາງແຂວງມາເກໂດເນຍ. 4 ຜູ້ທີ່ຮ່ວມເດີນທາງໄປກັບໂປໂລໄດ້ມີໂຊປາເຕລູກຊາຍຂອງປີໂຣຈາກເມືອງເບເຣຍ, ອາຣິດຕາໂຂ ແລະ ເຊກຸນໂດຈາກເມືອງເທສະໂລນິກ, ໄຄໂຢຈາກເມືອງເດຣະເບ, ຕີໂມທຽວ, ຕີຂີໂກ ແລະ ໂທຟີໂມ ຈາກແຂວງເອເຊຍ. 5 ຄົນເຫລົ່ານີ້ໄດ້ເດີນທາງໄປລ່ວງໜ້າກ່ອນ ແລະ ຄອຍຖ້າພວກເຮົາຢູ່ທີ່ເມືອງໂທອາດ. 6 ແຕ່ຫລັງຈາກຜ່ານເທດສະການເຂົ້າຈີ່ບໍ່ມີເຊື້ອແປ້ງໄປແລ້ວ, ພວກເຮົາກໍລົງເຮືອຈາກເມືອງຟີລິບປອຍ ແລະ ອີກຫ້າວັນກໍມາສົມທົບກັບພວກເຂົາທີ່ເມືອງໂທອາດ, ພວກເຮົາໄດ້ພັກຢູ່ທີ່ນັ້ນເຈັດວັນ. ຢູຕີໂຂເປັນຄືນມາຈາກຕາຍໃນເມືອງໂທອາດ 7 ໃນວັນຕົ້ນອາທິດ ພວກເຮົາໄດ້ມາປະຊຸມກັນເພື່ອຫັກເຂົ້າຈີ່. ໂປໂລກ່າວແກ່ຄົນທັງຫລາຍ ແລະ ເພາະເພິ່ນຕັ້ງໃຈຈະຈາກໄປໃນວັນຕໍ່ໄປຈຶ່ງສືບຕໍ່ເວົ້າຈົນເຖິງທ່ຽງຄືນ. 8 ໃນຫ້ອງຊັ້ນເທິງທີ່ພວກເຮົາປະຊຸມກັນນັ້ນມີຕະກຽງຫລາຍໜ່ວຍ. 9 ມີຊາຍໜຸ່ມຄົນໜຶ່ງຊື່ຢູຕີໂຂນັ່ງຢູ່ເທິງຂອບປ່ອງຢ້ຽມ, ຍິ່ງໂປໂລເວົ້າດົນລາວກໍຍິ່ງເຫງົານອນຫລາຍຂຶ້ນ. ເມື່ອລາວນອນຫລັບສະໜິດແລ້ວລາວຈຶ່ງຕົກຈາກຊັ້ນສາມລົງມາຈົນເຖິງພື້ນດິນ ພໍປະຄອງຂຶ້ນມາກໍພົບວ່າຕາຍແລ້ວ. 10 ໂປໂລໄດ້ລົງໄປແລ້ວກົ້ມລົງກອດລາວໄວ້ ແລະ ເວົ້າວ່າ, “ບໍ່ຕ້ອງຕົກໃຈ ລາວຍັງມີຊີວິດຢູ່!” 11 ຫລັງຈາກນັ້ນ ໂປໂລກໍກັບຂຶ້ນໄປທີ່ຫ້ອງຊັ້ນເທິງອີກ ແລ້ວຫັກເຂົ້າຈີ່ ແລະ ກິນ. ຫລັງຈາກໄດ້ສົນທະນາກັນຕໍ່ຈົນເຖິງຮຸ່ງເຊົ້າ, ເພິ່ນຈຶ່ງຈາກໄປ. 12 ຄົນທັງຫລາຍຈຶ່ງພາຊາຍໜຸ່ມຄົນທີ່ຟື້ນນັ້ນກັບເມືອເຮືອນ ແລະ ຮູ້ສຶກສະບາຍໃຈຫລາຍ. ໂປໂລລາຜູ້ອາວຸໂສຊາວເອເຟໂຊ 13 ພວກເຮົາລົງເຮືອເດີນທາງໄປຍັງເມືອງອາໂຊ, ບ່ອນທີ່ພວກເຮົາຈະໄປຮັບໂປໂລຕາມທີ່ໄດ້ນັດໄວ້ ເພາະເພິ່ນຈະມາອາໂຊທາງບົກ. 14 ເມື່ອເພິ່ນໄດ້ພົບພວກເຮົາທີ່ເມືອງອາໂຊ ພວກເຮົາກໍຮັບເພິ່ນລົງເຮືອ ແລະ ເດີນທາງຕໍ່ໄປຍັງເມືອງມີຕີເລເນ. 15 ມື້ຕໍ່ມາພວກເຮົາກໍລົງເຮືອອອກຈາກທີ່ນັ້ນ ແລະ ໄດ້ມາເຖິງເກາະຂີໂອ. ມື້ຕໍ່ມາພວກເຮົາກໍມາເຖິງເກາະຊາໂມ ແລະ ໃນມື້ຕໍ່ມາອີກກໍມາເຖິງມີເລໂຕ. 16 ໂປໂລໄດ້ຕັດສິນໃຈຂີ່ເຮືອກາຍເມືອງເອເຟໂຊໄປເພື່ອບໍ່ໃຫ້ເສຍເວລາຢູ່ທີ່ແຂວງເອເຊຍ, ເພາະຖ້າເປັນໄປໄດ້ເພິ່ນຈະຟ້າວໄປເຢຣູຊາເລັມ, ເພື່ອໃຫ້ທັນວັນເພັນເຕຄໍສະເຕ. 17 ຈາກເມືອງມີເລໂຕ, ໂປໂລໃຊ້ຄົນໄປເຊີນບັນດາຜູ້ປົກຄອງຄຣິສຕະຈັກເອເຟໂຊມາ. 18 ເມື່ອພວກເຂົາມາເຖິງແລ້ວ, ເພິ່ນກໍກ່າວກັບຄົນເຫລົ່ານັ້ນວ່າ: “ທ່ານທັງຫລາຍກໍຮູ້ແລ້ວວ່າຂ້າພະເຈົ້າໃຊ້ຊີວິດຢູ່ຢ່າງໃດຕະຫລອດເວລາທີ່ຂ້າພະເຈົ້າຢູ່ກັບພວກທ່ານຕັ້ງແຕ່ມື້ທຳອິດທີ່ຂ້າພະເຈົ້າໄດ້ເຂົ້າມາໃນແຂວງເອເຊຍ. 19 ຂ້າພະເຈົ້າຮັບໃຊ້ອົງພຣະຜູ້ເປັນເຈົ້າດ້ວຍຄວາມຖ່ອມໃຈຫລາຍ ແລະ ດ້ວຍນ້ຳຕາ ແລະ ເຖິງວ່າຖືກທົດລອງຢ່າງໜັກຈາກແຜນຮ້າຍຂອງພວກຢິວທີ່ເປັນຄູ່ຕໍ່ສູ້ຂອງຂ້າພະເຈົ້າ. 20 ທ່ານທັງຫລາຍຮູ້ແລ້ວວ່າຂ້າພະເຈົ້າບໍ່ໄດ້ລໍຊ້າທີ່ຈະເທດສະໜາສິ່ງໃດທີ່ເປັນປະໂຫຍດກັບພວກທ່ານເລີຍ ແຕ່ໄດ້ສັ່ງສອນທັງໃນບ່ອນສາທາລະນະ ແລະ ຕາມບ້ານເຮືອນຕ່າງໆ. 21 ຂ້າພະເຈົ້າໄດ້ປະກາດແກ່ຄົນຢິວ ແລະ ຄົນກຣີກວ່າ ພວກເຂົາຕ້ອງຖິ້ມໃຈເກົ່າເອົາໃຈໃໝ່ກັບຄືນມາຫາພຣະເຈົ້າ ແລະ ເຊື່ອໃນພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ. 22 “ແລະ ບັດນີ້ ພຣະວິນຍານໄດ້ບັງຄັບໃຫ້ຂ້າພະເຈົ້າໄປເຢຣູຊາເລັມ, ບໍ່ຮູ້ວ່າຈະເກີດອັນໃດຂຶ້ນກັບຂ້າພະເຈົ້າໃນທີ່ນັ້ນ, 23 ຮູ້ພຽງແຕ່ວ່າໃນທຸກເມືອງທີ່ໄປພຣະວິນຍານບໍລິສຸດເຈົ້າໄດ້ເຕືອນຂ້າພະເຈົ້າວ່າຄຸກ ແລະ ຄວາມທຸກຍາກລຳບາກກຳລັງຄອຍຖ້າຂ້າພະເຈົ້າຢູ່. 24 ເຖິງຢ່າງໃດກໍຕາມ ຂ້າພະເຈົ້າຖືວ່າຊີວິດຂອງຂ້າພະເຈົ້າບໍ່ໄດ້ມີຄຸນຄ່າອັນໃດສຳລັບຕົນເອງ, ຈຸດໝາຍດຽວຄືແລ່ນໃຫ້ເຖິງຫລັກໄຊ ແລະ ເຮັດພາລະກິດທີ່ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າໄດ້ມອບໝາຍໄວ້ໃຫ້ສຳເລັດ ຄືພາລະກິດໃນການເປັນພະຍານເຖິງຂ່າວປະເສີດເລື່ອງພຣະຄຸນຂອງພຣະເຈົ້າ. 25 “ບັດນີ້ ຂ້າພະເຈົ້າຮູ້ວ່າບໍ່ມີຈັກຄົນໃນພວກທ່ານທີ່ຂ້າພະເຈົ້າໄດ້ທຽວໄປປະກາດເຖິງອານາຈັກຂອງພຣະເຈົ້າໃຫ້ຟັງນັ້ນຈະໄດ້ເຫັນຂ້າພະເຈົ້າອີກ. 26 ເຫດສະນັ້ນ, ຂ້າພະເຈົ້າຈຶ່ງຂໍປະກາດແກ່ພວກທ່ານໃນວັນນີ້ວ່າ ຂ້າພະເຈົ້າພົ້ນຈາກຄວາມຮັບຜິດຊອບຕໍ່ຄວາມຕາຍຂອງທຸກຄົນ. 27 ເພາະຂ້າພະເຈົ້າບໍ່ໄດ້ລໍຊ້າທີ່ຈະປະກາດໃຫ້ພວກທ່ານທັງຫລາຍຮູ້ຄວາມປະສົງທຸກຢ່າງຂອງພຣະເຈົ້າ. 28 ຈົ່ງລະວັງທັງພວກທ່ານເອງ ແລະ ຝູງແກະທີ່ພຣະວິນຍານບໍລິສຸດເຈົ້າຕັ້ງພວກທ່ານໃຫ້ເປັນຜູ້ປົກຄອງ. ຈົ່ງເປັນຜູ້ລ້ຽງແກະສຳລັບຄຣິສຕະຈັກຂອງພຣະເຈົ້າ ເຊິ່ງໄຖ່ມາດ້ວຍເລືອດຂອງພຣະອົງເອງ. 29 ຂ້າພະເຈົ້າຮູ້ວ່າເມື່ອຂ້າພະເຈົ້າຈາກໄປແລ້ວ ຈະມີພວກໝາໄນຮ້າຍກາດຈະເຂົ້າມາໃນພວກທ່ານ ແລະ ຈະບໍ່ລະເວັ້ນຊີວິດຂອງຝູງແກະເລີຍ. 30 ແມ່ນແຕ່ໃນທ່າມກາງພວກທ່ານເອງກໍຈະມີຄົນລຸກຂຶ້ນມາເວົ້າບິດເບືອນຄວາມຈິງ ເພື່ອຈະດຶງພວກສາວົກໄປຕິດຕາມພວກເຂົາ. 31 ດັ່ງນັ້ນ ຈົ່ງລະວັງໃຫ້ດີ! ຈົ່ງຈື່ຈຳໄວ້ວ່າທັງກາງຄືນ ແລະ ກາງເວັນຕະຫລອດສາມປີ ຂ້າພະເຈົ້າບໍ່ເຄີຍຢຸດໃນການເຕືອນພວກທ່ານທຸກຄົນດ້ວຍນ້ຳຕາ. 32 “ບັດນີ້ ຂ້າພະເຈົ້າຂໍມອບພວກທ່ານທັງຫລາຍໄວ້ກັບພຣະເຈົ້າ ແລະ ໄວ້ກັບພຣະຄຳແຫ່ງພຣະຄຸນຂອງພຣະອົງ ເຊິ່ງສາມາດເສີມສ້າງພວກທ່ານ ແລະ ໃຫ້ພວກທ່ານມີມໍລະດົກຮ່ວມກັບຄົນທັງຫລາຍທີ່ໄດ້ຮັບການຊຳລະໃຫ້ບໍລິສຸດ. 33 ຂ້າພະເຈົ້າບໍ່ໄດ້ໂລບເອົາເງິນ ຫລື ຄຳ ຫລື ເຄື່ອງນຸ່ງຂອງຜູ້ໃດ. 34 ພວກທ່ານເອງກໍຮູ້ຢູ່ແລ້ວວ່າດ້ວຍສອງມືຂອງຂ້າພະເຈົ້ານີ້ໄດ້ຫາລ້ຽງຕົນເອງ ແລະ ເພື່ອນຮ່ວມງານຂອງຂ້າພະເຈົ້າ. 35 ທຸກສິ່ງທີ່ຂ້າພະເຈົ້າໄດ້ເຮັດ ຂ້າພະເຈົ້າກໍສະແດງໃຫ້ພວກທ່ານເຫັນແລ້ວວ່າພວກເຮົາຕ້ອງຊ່ວຍຄົນທີ່ອ່ອນແອ ດ້ວຍການເຮັດວຽກໜັກ, ຈົ່ງຈື່ຈຳຖ້ອຍຄຳທີ່ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າເອງໄດ້ກ່າວໄວ້ໃຫ້ດີວ່າ, ‘ການໃຫ້ເປັນເຫດໃຫ້ມີຄວາມສຸກຫລາຍກວ່າການຮັບ’”. 36 ເມື່ອກ່າວຈົບແລ້ວໂປໂລກໍຄຸເຂົ່າລົງອະທິຖານຮ່ວມກັບພວກເຂົາ. 37 ພວກເຂົາທັງໝົດຮ້ອງໄຫ້ຂະນະທີ່ໂອບກອດ ແລະ ຈູບລາໂປໂລ. 38 ສິ່ງທີ່ເຮັດໃຫ້ພວກເຂົາໂສກເສົ້າທີ່ສຸດຄືເມື່ອໂປໂລເວົ້າວ່າພວກເຂົາຈະບໍ່ໄດ້ເຫັນໜ້າຂອງເພິ່ນອີກ, ຫລັງຈາກນັ້ນພວກເຂົາກໍພາກັນໄປສົ່ງໂປໂລທີ່ເຮືອ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.