ກິດຈະການ 2 - ພຣະຄຳພີລາວສະບັບສະໄໝໃໝ່ພຣະວິນຍານບໍລິສຸດເຈົ້າມາໃນວັນເພັນເຕຄໍສະເຕ 1 ເມື່ອເຖິງວັນເພັນເຕຄໍສະເຕ, ພວກເພິ່ນທັງໝົດໄດ້ມາເຕົ້າໂຮມກັນຢູ່ໃນບ່ອນດຽວ. 2 ໃນທັນໃດນັ້ນ ກໍມີສຽງໜຶ່ງຈາກສະຫວັນເໝືອນສຽງພະຍຸແຮງດັງກ້ອງໄປທົ່ວເຮືອນທີ່ພວກເພິ່ນນັ່ງຢູ່ນັ້ນ. 3 ພວກເພິ່ນເຫັນລີ້ນເປັນເໝືອນຮູບແປວໄຟແຕກກະຈາຍອອກໄປ ແລະ ມາຢູ່ເທິງພວກເພິ່ນແຕ່ລະຄົນ. 4 ພວກເພິ່ນທຸກຄົນຈຶ່ງເຕັມໄປດ້ວຍພຣະວິນຍານບໍລິສຸດເຈົ້າ ແລະ ເລີ່ມເວົ້າພາສາແປກໆ ຕາມທີ່ພຣະວິນຍານບໍລິສຸດເຈົ້າໃຫ້ພວກເພິ່ນເວົ້າໄດ້. 5 ໃນຂະນະນັ້ນ ມີຊາວຢິວຜູ້ຢຳເກງພຣະເຈົ້າຈາກທຸກຊາດທົ່ວໃຕ້ສະຫວັນມາພັກອາໄສຢູ່ເຢຣູຊາເລັມ. 6 ເມື່ອພວກເພິ່ນໄດ້ຍິນສຽງນີ້ແລ້ວ ຄົນທັງຫລາຍກໍມາເຕົ້າໂຮມກັນດ້ວຍຄວາມສັບສົນ ເພາະແຕ່ລະຄົນຕ່າງກໍໄດ້ຍິນພວກເຂົາເວົ້າພາສາຂອງຕົນ. 7 ພວກເຂົາຈຶ່ງຖາມດ້ວຍຄວາມປະຫລາດໃຈທີ່ສຸດວ່າ, “ຄົນເຫລົ່ານີ້ທີ່ກຳລັງເວົ້າຢູ່ແມ່ນຊາວຄາລີເລທັງໝົດບໍ່ແມ່ນບໍ? 8 ແລ້ວດ້ວຍເຫດໃດ ພວກເຮົາແຕ່ລະຄົນຈຶ່ງໄດ້ຍິນພວກເຂົາເວົ້າພາສາທ້ອງຖິ່ນຂອງພວກເຮົາ? 9 ຄືຊາວປາເທຍ, ຊາວເມເດຍ ແລະ ຊາວເອລາມ; ຄົນທີ່ຢູ່ໃນແຖບເມໂຊໂປຕາເມຍ, ຢູດາຍ ແລະ ກາປາໂດເກຍ, ປົນໂຕ ແລະ ເອເຊຍ, 10 ຟີເຄຍ ແລະ ປຳຟີເລຍ, ເອຢິບ ແລະ ສ່ວນຕ່າງໆຂອງລີເບຍ ເຊິ່ງໃກ້ກັບກີເຣເນ, ຜູ້ມາຢ້ຽມຢາມຈາກນະຄອນໂຣມ 11 (ທັງຄົນຢິວ ແລະ ຄົນຕ່າງຊາດທີ່ຖືສາສະໜາຢິວ), ຊາວກະເຣເຕ ແລະ ຊາວອາຣັບ ພວກເຮົາໄດ້ຍິນພວກເຂົາປະກາດເຖິງຄວາມອັດສະຈັນຂອງພຣະເຈົ້າດ້ວຍພາສາຂອງພວກເຮົາເອງ!” 12 ພວກເຂົາຕ່າງກໍປະຫລາດໃຈ ແລະ ສັບສົນ, ພວກເຂົາຈຶ່ງຖາມກັນວ່າ, “ສິ່ງນີ້ໝາຍຄວາມວ່າແນວໃດ?” 13 ແຕ່ບາງຄົນກໍໄດ້ເຢາະເຢີ້ຍພວກເຂົາ ແລະ ເວົ້າວ່າ, “ພວກເຂົາໄດ້ດື່ມເຫລົ້າອະງຸ່ນຫລາຍເກີນໄປ”. ເປໂຕກ່າວຄຳປາໄສຕໍ່ປະຊາຊົນ 14 ແລ້ວເປໂຕຈຶ່ງໄດ້ຢືນຂຶ້ນພ້ອມກັບອັກຄະສາວົກສິບເອັດຄົນ ແລະ ກ່າວຄຳປາໄສຕໍ່ປະຊາຊົນດ້ວຍສຽງດັງວ່າ, “ພີ່ນ້ອງຊາວຢິວ ແລະ ທ່ານທັງຫລາຍທີ່ອາໄສຢູ່ໃນເຢຣູຊາເລັມ, ຂໍໃຫ້ຂ້າພະເຈົ້າໄດ້ຊີ້ແຈງເລື່ອງນີ້ແກ່ພວກທ່ານທັງຫລາຍ ຈົ່ງຕັ້ງໃຈຟັງສິ່ງທີ່ຂ້າພະເຈົ້າຈະກ່າວໃຫ້ດີ. 15 ຄົນເຫລົ່ານີ້ບໍ່ໄດ້ເມົາເຫລົ້າເໝືອນທີ່ພວກທ່ານຄິດ. ເຊິ່ງຫາກໍເກົ້າໂມງເຊົ້າ! 16 ບໍ່ແມ່ນ, ເຫດການນີ້ແມ່ນໄດ້ເປັນໄປຕາມທີ່ຜູ້ທຳນວາຍໂຢເອນໄດ້ກ່າວໄວ້ວ່າ: 17 “‘ພຣະເຈົ້າກ່າວວ່າ, ໃນວັນສຸດທ້າຍ ເຮົາຈະເທພຣະວິນຍານບໍລິສຸດເຈົ້າຂອງເຮົາເທິງທຸກຄົນ. ລູກຊາຍ ແລະ ລູກສາວຂອງພວກເຈົ້າຈະທຳນວາຍ, ພວກຊາຍໜຸ່ມຂອງພວກເຈົ້າຈະເຫັນນິມິດ, ພວກຊາຍເຖົ້າຂອງພວກເຈົ້າຈະຝັນເຫັນ. 18 ເມື່ອເຖິງເວລານັ້ນ ເຮົາຈະເທພຣະວິນຍານບໍລິສຸດເຈົ້າຂອງເຮົາ ລົງມາເທິງຜູ້ຮັບໃຊ້ຂອງເຮົາທັງຊາຍ ແລະ ຍິງ ແລະ ພວກເຂົາຈະທຳນວາຍ. 19 ເຮົາຈະສະແດງການອັດສະຈັນໃນຟ້າສະຫວັນເບື້ອງເທິງ ແລະ ໝາຍສຳຄັນທີ່ແຜ່ນດິນໂລກເບື້ອງລຸ່ມ, ຈະມີເລືອດກັບໄຟ ແລະ ມີອາຍຄວັນ. 20 ດວງຕາເວັນຈະຖືກປ່ຽນເປັນຄວາມມືດ ແລະ ດວງເດືອນຈະກາຍເປັນເລືອດ ກ່ອນວັນອັນຍິ່ງໃຫຍ່ ແລະ ເຕັມດ້ວຍສະຫງ່າລາສີຂອງອົງພຣະຜູ້ເປັນເຈົ້າຈະມາເຖິງ. 21 ແລະ ທຸກຄົນທີ່ຮ້ອງອອກນາມຂອງ ອົງພຣະຜູ້ເປັນເຈົ້າກໍຈະໄດ້ຮັບ ຄວາມພົ້ນ’. 22 “ປະຊາຊົນອິດສະຣາເອນ, ຂໍຈົ່ງຟັງສິ່ງນີ້ ພຣະເຢຊູເຈົ້າຊາວນາຊາເຣັດເປັນຜູ້ທີ່ພຣະເຈົ້າໄດ້ສະແດງໃຫ້ພວກທ່ານຮູ້ເຫັນຢ່າງຈະແຈ້ງແລ້ວດ້ວຍການອັດສະຈັນ, ການອິດທິຣິດ ແລະ ດ້ວຍໝາຍສຳຄັນຕ່າງໆ, ເຊິ່ງພຣະເຈົ້າໄດ້ກະທຳໃນທ່າມກາງພວກເຈົ້າຜ່ານທາງພຣະອົງ, ຕາມທີ່ພວກທ່ານເອງກໍຮູ້ເລື່ອງນີ້ຢູ່ແລ້ວ. 23 ພຣະເຢຊູເຈົ້າຜູ້ນີ້ໄດ້ຖືກມອບໃຫ້ພວກທ່ານຕາມທີ່ພຣະເຈົ້າໄດ້ກຳນົດແຜນການໄວ້ ແລະ ໄດ້ຮູ້ລ່ວງໜ້າກ່ອນແລ້ວ ແລະ ໂດຍການຊ່ວຍເຫລືອຂອງຄົນຊົ່ວຮ້າຍ ພວກທ່ານຈຶ່ງໄດ້ຈັບພຣະອົງໄປຂ້າດ້ວຍການຄຶງພຣະອົງໄວ້ທີ່ໄມ້ກາງແຂນ. 24 ແຕ່ພຣະເຈົ້າໄດ້ເຮັດໃຫ້ພຣະອົງເປັນຄືນມາຈາກຕາຍ ໄດ້ປົດປ່ອຍພຣະອົງອອກຈາກຄວາມເຈັບປວດ, ອອກຈາກອຳນາດແຫ່ງຄວາມຕາຍ, ເພາະຄວາມຕາຍບໍ່ສາມາດຈະກັກຈ່ອງພຣະອົງໄວ້ໄດ້. 25 ເພາະວ່າດາວິດໄດ້ກ່າວເຖິງພຣະອົງວ່າ: “‘ຂ້ານ້ອຍໄດ້ເຫັນອົງພຣະຜູ້ເປັນເຈົ້າຢູ່ຕໍ່ໜ້າຂ້ານ້ອຍຕະຫລອດເວລາ ເພາະວ່າພຣະອົງຢູ່ກໍ້າຂວາມືຂອງຂ້ານ້ອຍ ຂ້ານ້ອຍຈະບໍ່ຫວັ່ນໄຫວ. 26 ເຫດສະນັ້ນ ຈິດໃຈຂອງຂ້ານ້ອຍຈຶ່ງຍິນດີ ແລະ ລີ້ນຂອງຂ້ານ້ອຍກໍຊື່ນຊົມຍິນດີ; ຮ່າງກາຍຂອງຂ້ານ້ອຍກໍຈະພັກຜ່ອນດ້ວຍຄວາມຫວັງ, 27 ເພາະພຣະອົງຈະບໍ່ປະຖິ້ມຂ້ານ້ອຍໄວ້ໃນແດນຄົນຕາຍ ພຣະອົງຈະບໍ່ປ່ອຍໃຫ້ຜູ້ບໍລິສຸດຂອງພຣະອົງສຳພັດກັບຄວາມເປື່ອຍເນົ່າ. 28 ພຣະອົງໄດ້ເຮັດໃຫ້ຂ້ານ້ອຍໄດ້ຮູ້ຫົນທາງແຫ່ງຊີວິດ ພຣະອົງຈະໃຫ້ຂ້ານ້ອຍເຕັມບໍລິບູນດ້ວຍຄວາມຊື່ນຊົມຍິນດີເມື່ອຢູ່ຕໍ່ໜ້າພຣະອົງ’. 29 “ພີ່ນ້ອງທັງຫລາຍຊາວອິດສະຣາເອນ, ຂ້າພະເຈົ້າບອກພວກເຈົ້າໄດ້ຢ່າງໝັ້ນໃຈວ່າ, ດາວິດບັນພະບຸລຸດຂອງພວກເຮົາໄດ້ຕາຍ ແລະ ໄດ້ຖືກຝັງໄວ້ແລ້ວ ແລະ ອຸບມຸງຂອງເພິ່ນກໍຢູ່ບ່ອນນີ້ຈົນເຖິງທຸກວັນນີ້. 30 ແຕ່ເພິ່ນເປັນຜູ້ທຳນວາຍ ແລະ ຮູ້ວ່າພຣະເຈົ້າໄດ້ໃຫ້ຄຳໝັ້ນສັນຍາກັບເພິ່ນວ່າພຣະອົງຈະຕັ້ງຜູ້ໜຶ່ງໃນເຊື້ອສາຍຂອງເພິ່ນໃຫ້ຄອງບັນລັງຂອງເພິ່ນ. 31 ດາວິດຮູ້ລ່ວງໜ້າກ່ອນແລ້ວ, ເພິ່ນຈຶ່ງໄດ້ກ່າວເຖິງການເປັນຄືນມາຈາກຕາຍຂອງພຣະຄຣິດເຈົ້າ, ວ່າພຣະເຈົ້າຈະບໍ່ປະຖິ້ມພຣະອົງໄວ້ໃນແດນຄົນຕາຍ, ຫລື ເນື້ອກາຍຂອງພຣະອົງກໍບໍ່ເປື່ອຍເນົ່າ. 32 ພຣະເຈົ້າໃຫ້ພຣະເຢຊູເຈົ້າຜູ້ນີ້ໃຫ້ເປັນຄືນມາຈາກຕາຍ ແລະ ພວກຂ້າພະເຈົ້າທຸກຄົນຕ່າງກໍເປັນພະຍານໃນເລື່ອງຄວາມຈິງນີ້. 33 ເມື່ອພຣະອົງຖືກຍົກຂຶ້ນສູ່ເບື້ອງຂວາມືຂອງພຣະເຈົ້າແລ້ວ ພຣະອົງໄດ້ຮັບພຣະວິນຍານບໍລິສຸດເຈົ້າຈາກພຣະບິດາເຈົ້າຕາມສັນຍາ ແລະ ໄດ້ເທລົງມາ ເໝືອນດັ່ງທີ່ພວກເຈົ້າໄດ້ເຫັນ ແລະ ໄດ້ຍິນຢູ່ນີ້. 34 ເພາະດາວິດບໍ່ໄດ້ຂຶ້ນໄປເທິງສະຫວັນ, ແຕ່ເພິ່ນໄດ້ກ່າວວ່າ, “‘ອົງພຣະຜູ້ເປັນເຈົ້າໄດ້ກ່າວກັບອົງເຈົ້ານາຍຂອງຂ້ານ້ອຍວ່າ: “ຈົ່ງນັ່ງທີ່ເບື້ອງຂວາມືຂອງເຮົາ 35 ຈົນກວ່າເຮົາຈະເຮັດໃຫ້ສັດຕູທັງຫລາຍຂອງເຈົ້າ ເປັນບ່ອນຮອງຕີນຂອງເຈົ້າ”’. 36 “ເຫດສະນັ້ນ ໃຫ້ປະຊາຊົນອິດສະຣາເອນທັງຫລາຍໝັ້ນໃຈໃນສິ່ງນີ້ຄື ພຣະເຈົ້າໄດ້ຕັ້ງພຣະເຢຊູເຈົ້າຜູ້ນີ້ ທີ່ພວກທ່ານໄດ້ຄຶງໄວ້ທີ່ໄມ້ກາງແຂນ ໃຫ້ເປັນທັງອົງພຣະຜູ້ເປັນເຈົ້າ ແລະ ເປັນພຣະເມຊີອາ”. 37 ເມື່ອຄົນທັງຫລາຍໄດ້ຍິນຢ່າງນີ້ແລ້ວ ພວກເຂົາຕ່າງກໍຮູ້ສຶກເຈັບຊ້ຳກິນແໜງໃຈຫລາຍ ຈຶ່ງເວົ້າກັບເປໂຕ ແລະ ອັກຄະສາວົກຄົນອື່ນໆວ່າ, “ພີ່ນ້ອງ ພວກເຮົາຄວນຈະເຮັດຢ່າງໃດ?” 38 ເປໂຕຕອບວ່າ, “ພວກທ່ານທຸກຄົນຈົ່ງຖິ້ມໃຈເກົ່າເອົາໃຈໃໝ່ ແລະ ຮັບບັບຕິສະມາໃນນາມຂອງພຣະເຢຊູຄຣິດເຈົ້າ ເພື່ອບາບຂອງພວກທ່ານຈະໄດ້ຮັບການອະໄພ ແລະ ພວກທ່ານກໍຈະໄດ້ຮັບຂອງປະທານຄືພຣະວິນຍານບໍລິສຸດເຈົ້າ. 39 ສັນຍານີ້ມີໄວ້ເພື່ອພວກທ່ານທັງຫລາຍ ແລະ ລູກຫລານຂອງພວກທ່ານ ຕະຫລອດຈົນຄົນທັງປວງທີ່ຢູ່ຫ່າງໄກ ຄືທຸກຄົນທີ່ອົງພຣະຜູ້ເປັນເຈົ້າພຣະເຈົ້າຂອງພວກເຮົາຈະເອີ້ນ”. 40 ແລ້ວເປໂຕໄດ້ເຕືອນພວກເຂົາອີກຫລາຍຄຳ ແລະ ອ້ອນວອນວ່າ, “ຈົ່ງເອົາຕົວເອງໃຫ້ພົ້ນຈາກຄົນໃນຍຸກເສື່ອມຊາມນີ້”. 41 ບັນດາຜູ້ທີ່ຍອມຮັບຖ້ອຍຄຳຂອງເປໂຕກໍໄດ້ຮັບບັບຕິສະມາ ແລະ ໃນວັນນັ້ນ ມີສາວົກເພີ່ມຂຶ້ນອີກປະມານສາມພັນຄົນ. ການສາມັກຄີທຳຂອງຜູ້ທີ່ເຊື່ອ 42 ພວກເຂົາທັງຫລາຍໄດ້ອຸທິດຕົວເອງໃນຄຳສອນຂອງພວກອັກຄະສາວົກ ແລະ ໃນການຮ່ວມສາມັກຄີທຳ, ໃນການຫັກເຂົ້າຈີ່ ແລະ ໃນອະທິຖານ. 43 ທຸກຄົນຕ່າງກໍຢ້ານໝາຍສຳຄັນ ແລະ ການອັດສະຈັນຫລາຍຢ່າງທີ່ພວກອັກຄະສາວົກໄດ້ເຮັດ. 44 ບັນດາຄົນທີ່ເຊື່ອນັ້ນກໍໄດ້ຢູ່ຮ່ວມກັນ ແລະ ໄດ້ນຳເອົາສິ່ງຂອງທີ່ຕົນມີຢູ່ນັ້ນມາເປັນຂອງສ່ວນລວມ. 45 ພວກເຂົາໄດ້ຂາຍທີ່ດິນ ແລະ ຊັບສິ່ງຂອງເພື່ອແຈກຢາຍໃຫ້ແຕ່ລະຄົນ ຜູ້ທີ່ມີຄວາມຈຳເປັນ. 46 ທຸກໆວັນ ພວກເຂົາໄດ້ສືບຕໍ່ມາເຕົ້າໂຮມກັນທີ່ເດີ່ນວິຫານ. ພວກເຂົາຫັກເຂົ້າຈີ່ຕາມບ້ານຂອງຕົນ ແລະ ກິນອາຫານຮ່ວມກັນດ້ວຍຄວາມຊື່ນຊົມຍິນດີ ແລະ ດ້ວຍຄວາມຈິງໃຈ, 47 ພວກເຂົາພາກັນສັນລະເສີນພຣະເຈົ້າ ແລະ ເປັນທີ່ພໍໃຈຂອງຄົນທັງໝົດ. ແລ້ວອົງພຣະຜູ້ເປັນເຈົ້າກໍໄດ້ໃຫ້ມີຜູ້ທີ່ໄດ້ຮັບຄວາມພົ້ນເພີ່ມຈຳນວນຂຶ້ນທຸກໆວັນ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.